Norkhame
ຄ່າຂອງເງິນ, ຄົນ ແລະ ງານ ຄ່າຂອງເງິນ, ຄົນ ແລະ ງານ
ໃຜແດ່ວ່າເງິນບໍ່ສຳຄັນ. ຂ້າພະເຈົ້າ ເປັນຄົນໜຶ່ງທີ່ເຫັນວ່າເງິນມີຄວາມສຳຄັນຫຼາຍກັບການດຳລົງຊີວິດ. ຄົນຕ້ອງ ການເງິນເພື່ອຊື້ການ ບໍລິການ ແລະ ສິນຄ້າເພື່ອນຳໃຊ້ເຂົ້າໃນ ການດຳລົງຊີວິດ.​ ຖ້າໃຜເປັນພໍ່ແມ່ແລ້ວ ຈະບໍ່ສາມາດ ອອກຈາກບັນຫາດ້ານການເງິນໄດ້ ເພາະທຸກໆມື້ຕ້ອງມີຄົນພາຍໃນຄອບຄົວຖາມກິນ. ໃຜມີແຟນກໍ່ ອາດຢາກຈະຊື້ ຂອງຂັວນ ຫຼື ໂປຼແກມການທ່ອງທ່ຽວທີ່ດີ້ໆໃຫ້ແກ່ຄູ່ຮັກ. ທັງໝົດນີ້ຕ້ອງ ໄດ້ໃຊ້ເງິນ. ຍ້ອນຄວາມຕ້ອງການເງິນເພື່ອນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນມີສູງ ຈິ່ງເຮັດໃຫ້ຄົນດີ້ນຮົນໃນການ ປະກອບ ອາຊີບຫຼາກຫຼາຍແບບ... ຄ່າຂອງເງິນ, ຄົນ ແລະ ງານ

ໃຜແດ່ວ່າເງິນບໍ່ສຳຄັນ. ຂ້າພະເຈົ້າ ເປັນຄົນໜຶ່ງທີ່ເຫັນວ່າເງິນມີຄວາມສຳຄັນຫຼາຍກັບການດຳລົງຊີວິດ. ຄົນຕ້ອງ ການເງິນເພື່ອຊື້ການ ບໍລິການ ແລະ ສິນຄ້າເພື່ອນຳໃຊ້ເຂົ້າໃນ ການດຳລົງຊີວິດ.​

ຖ້າໃຜເປັນພໍ່ແມ່ແລ້ວ ຈະບໍ່ສາມາດ ອອກຈາກບັນຫາດ້ານການເງິນໄດ້ ເພາະທຸກໆມື້ຕ້ອງມີຄົນພາຍໃນຄອບຄົວຖາມກິນ. ໃຜມີແຟນກໍ່ ອາດຢາກຈະຊື້ ຂອງຂັວນ ຫຼື ໂປຼແກມການທ່ອງທ່ຽວທີ່ດີ້ໆໃຫ້ແກ່ຄູ່ຮັກ. ທັງໝົດນີ້ຕ້ອງ ໄດ້ໃຊ້ເງິນ.

ຍ້ອນຄວາມຕ້ອງການເງິນເພື່ອນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນມີສູງ ຈິ່ງເຮັດໃຫ້ຄົນດີ້ນຮົນໃນການ ປະກອບ ອາຊີບຫຼາກຫຼາຍແບບ ຕາມຕົນເອງຖະໜັດ, ຫຼື ບາງຄັ້ງຕ້ອງໄດ້ເຮັດຫຼາຍໆສິ່ງເພື່ອໃຫ້ໄດ້ຄ່າຕອບ ແທນການເງິນມາ ປະຄັງຊີວິດ. ບາງຄົນຕ້ອງຫັນໄປເພິງການປະກອບອາຊີບທີ່ບໍ່ຖືກຕ້ອງກັບກົດໝາຍ ຫຼື ສິນລະທຳ. ໃນຄວາມເປັນຈິງ ແລ້ວ ເງິນມີຫຼວງຫຼາຍ,  ຖ້າຫາກທ່ານເຫັນວ່າ ທ່ານມີຄວາມຕ້ອງການການ ເງິນຫຼາຍ ມັນກໍ່ໝາຍຄວາມວ່າ ທ່ານ ຈະຍິງຕ້ອງໄດ້ໃຫ້ການບໍລິການ ຫຼື ສ້າງສິນຄ້າຂື້ນມາ ໃຫ້ແກ່ສັງຄົມ. ນັ້ນໝາຍວ່າທ່ານຈະຕ້ອງໄດ້ສ້າງຄຸນຄ່າອັນໃດ ໝຶ່ງເພື່ອແລກປ່ຽນ.

ຄົນລາວມີສຸພາສິດທີ່ວ່າ: ຄ່າຂອງຄົນຢູ່ທີ່ຜົນຂອງງານ.  ແຕ່ຄ່າຂອງເງິນບໍ່ສາມາດວັດແທກຄົນໄດ້. ການເບິ່ງຄົນທີ່ ລາຍຮັບ ບໍ່ສາມາດຕີລາຄາໄດ້ວ່າຄຸນຄ່າຂອງຄົນນັ້ນໃຫ້ຫຍັງແດ່ແກ່ສັງຄົມ ຫຼື ບໍ່ສາມາດປຽບ ທຽບປະລິມານຂອງເງິນ ກັບຄຸນນະພາບຂອງການບໍລິການສັງຄົມ. ສາດສະດາຈານ ອາດຈະບໍ່ມີລາຍໄດ້ ເທົ່າກັບ ນັກທຸລະກິດ ທີ່ເປັນເຈົ້າຂອງ ທຸລະກິດຕັ້ງແຕ່ນ້ອຍ. ນັ້ນບໍ່ໄດ້ໝາຍຄວາມວ່າ ຄຸນຄ່າການເປັນສາດ ສະດາຈານຂອງສາຂາໃດໜຶ່ງໜ້ອຍກວ່ານັກທຸ ລະກິດຮັ່ງມີ. ໃນທາງກັບກັນ ນັກທຸລະກິດລໍ້າລວຍ ບໍ່ໄດ້ໝາຍວ່າໃຫ້ຄຸນຄ່າແກ່ສັງຄົມຫຼາຍກວ່າ ແຕ່ຄົນຮັ່ງມີ ຈະມີກຳ ລັງຊື້ສິນຄ້າ ແລະ ການບໍລິການຫຼາຍກວ່າ.​ ຖ້າມາເບິ່ງຄວາມຮູ້ຂອງສາດສະດາຈານ, ບົດວິໄຈ ແລະ ປະສົບການໃນ ການຄົ້ນຄ້ວາແລ້ວ ມັນເປັນສິ່ງທີ່ນັກທຸລະກິດຮັ່ງມີຂາດ, ແລະ ໃນທາງກັບກັນ ຖ້າເບິ່ງປະລິມານເງິນຂອງນັກທຸລະກິດ ແລ້ວ, ສາດສະດາຈານອາດຈະບໍ່ມີຫຼາຍຊຳກັນ.

ຄວາມສາມາດ ແລະ ຄຸນຄ່າຂອງອາຊີບ ມັນເປັນສິ່ງທີ່ແຕກຕ່າງກັນ ແລະ ຫຼາຍໆຄົນທີ່ຕັດສິນຈາກ ວັດຖຸທີ່ມີອາດຈະ ບໍ່ເຫັນຄຸນຄ່າຂອງການບໍລິການ ຫຼື ສິນຄ້າ. ການໄດ້ເງິນມານັ້ນ ມັນຂື້ນກັບສາຂາອາ ຊີບທີ່ ສາມາດສ້າງເງິນໄດ້ຫຼາຍ ປານໃດ. ເຊັ່ນ ນັກຄ້າຫຸ້ນ ຫຼື ເງິນຕາ ໃນຕະຫຼາດໃຫຍ່ໆຂອງໂລກ ຫຼາຍໆ ຄົນເປັນມະຫາເສດຖີ ແລະ ລາຍໄດ້ຂອງ ພວກເພີ່ນບາງຄົນ ຫຼື ຮ່ວມກັນແລ້ວຫຼາຍກວ່າ ຜົນຜະລິດລວມ ຍອດຂອງລາວກໍ່ເປັນໄປໄດ້ ເຊັ່ນ: ທ່ານ ວໍເລັນ ບັບເຟ ເຊິ່ງເປັນມະຫາເສດຖີອັນດັບສາມ ເຊິ່ງເປັນມີສັບສິນຕີເປັນເງິນ ປະມານ 60 ຕື້ ດອນລ້າ ສະຫະລັດ ໃນຂະນະທີ່ລາວ ມີປະມານ 11 ຕື້ ດອນລ້າສະຫະລັດ. ແຕ່ຖ້າຫາກມາເບິ່ງສັບພະຍາກອນທຳມະຊາດຂອງລາວ, ວັດຖະນະທຳ ແລະ ສິ່ງອື່ນໆທີ່ຍັງບໍ່ທັນໄດ້ຫັນປ່ຽນມາເປັນເງິນ ມັນອາດຈະຫຼາຍກວ່າມະຫາເສດຖີ ທ່ານ ວໍເລັນ.

ຖ້າຫາກຢາກມີເງິນພຽງພໍໃຊ້ຈ່າຍຕາມຄວາມຕ້ອງການຂອງຕົນເອງ, ຈຳເປັນຈະຕ້ອງໄດ້ສ້າງການບໍລິການ ຫຼື ຜະ ລິດສິນຄ້າຮັບໃຊ້ສັງຄົມ. ບາງຄົນເລືອກທີ່ຈະເປັນລູກນ້ອງຕະຫຼອດຊີວິດ ໂດຍມັກຈະຊອກຫາບໍ ລິສັດດີໆ, ເງິນ ເດືອນ ສູງໆ ແລະ ເງິນບຳນານ ໃນເວລາທີ່ເຮັດວຽກບໍ່ໄດ້. ບາງຄົນເລືອກທີ່ຈະຫາປະສົບການ ແລະ ມີຄວາມສ່ຽງກັບການ ເຮັດທຸລະກິດຂອງຕົນເອງ ຫຼື ຮ່ວມກັບໜູ່ເພື່ອນ. ແນວໃດກໍ່ຕາມທຸກ ໆ ອາຊີບສຸດຈະລິດ ສາມາດສ້າງເງິນ ແລະ ເຮັດ ໃຫ້ຊີວິດຄົນ ສາມາດດຳລົງຊີວິດ ແລະ ສະໜັບສະໜູນ ຄອບຄົວໄດ້. ຫຼາຍໆຄົນເຮັດ ສອງ-ສາມ ວຽກເພື່ອຫາເງິນມາ ໃຫ້ລູກໄດ້ຮຽນໂຮງຮຽນດີໆ, ມີອາຫານ, ເຄື່ອງນຸ່ງ ແລະ ລົດຂີ່ໄປໂຮງຮຽນ.

ໃນຄວາມຄິດຂອງຂອງຂ້າພະເຈົ້າແລ້ວ, ເງິນເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ຊີວິດ ປະຈຳວັນ, ເງິນບໍ່ສາມາດ ວັດແທກຄຸນຄ່າຂອງຄວາມເປັນຄົນວ່າມີນ້ອຍຫຼາຍຊຳໃດ ມັນເປັນການວັດແທກ ສັບສົມ ບັດທີ່ຄົນໆໜຶ່ງຄອບຄອງ. ເງິນອາດບໍ່ສາມາດວັດແທກຄຸນຄ່າຂອງການບໍລິການທີ່ຄົນເຮັດຮັບໃຊ້ໃນ ສັງຄົມ ເຊັ່ນ: ທະຫານທີ່ຕັ້ງໜ້າປົກປ້ອງປະ ເທດຊາດ ຍອມຕາຍໃນສະໜາມ ກັບ ນັກທຸລະກິດທີ່ຜະລິດສິນຄ້າອອກສູ່ສັງຄົມ. ແນ່ນອນລະດັບການສຶກສາສູງ ບໍ່ໄດ້ໝາຍວ່າຈະມີລາຍຮັບທາງດ້ານການເງິນສູງ…ມັນຕ່າງກັນ.

ການຄັດເລືອກອາຊີບເພື່ອລ້ຽງຊີບຕົນເອງນັ້ນມີຄວາມສຳຄັນຕໍ່ກັບລາຍຮັບ. ແນ່ນອນຫຼາຍຄົນມັກຈະເລືອກ ໃນສິ່ງທີ່ ຕົນເອງຮັກຫຼາຍກວ່າທີ່ລາຍຮັບ. ເຮັດໃນສິ່ງທີ່ຮັກ ແລະ ຮັກໃນສິ່ງທີ່ເຮັດໃນແຕ່ລະວັນ ໃນທີ່ ສຸດຄົນຕ້ອງການຄວາມ ສຸກ ແລະ ການໄດ້ເຮັດໃນສິ່ງທີ່ຕົນເອງມັກ ມັນຈະເຮັດໃຫ້ຊີວິດເຕັມໄປດ້ວຍຊີ ວິດຊີວາ ແລະ ການສ້າງສັນ. ແລະຄຳ ວ່າ “ຄວາມສຸກ” ນີ້ແຫຼ້ມັນຕີເປັນເງິນບໍ່ໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.