Norkhame
ສອນລູກໃຫ້ເປັນຄົນເກັ່ງ ສອນລູກໃຫ້ເປັນຄົນເກັ່ງ
ຢາກໃຫ້ລູກຂອງທ່ານປະສົບຜົນສຳເລັດບໍ່? ນີ້ເປັນຄຳເນະນຳ ທີ່ທ່ານຄວນພິຈາລະນາ ໃນການນຳໃຊ້ກັບລູກ ຂອງ ທ່ານ. ສຳລັບພໍ່ແມ່ທີ່ຮັ່ງມີ ມັນກໍ່ບໍ່ສະເໜີໄປວ່າລຸ້ນລູກ-ຫຼານ ຈະສາມາດດຳເນີນທຸລະກິດ ຫຼື ປະສົບຜົນ ສຳເລັດດ້ານການ ງານ ໃດໜຶ່ງທີ່ລູກຕ້ອງການຈະເປັນ. ຖ້າຫາກທ່ານ ຢາກໃຫ້ລູກນ້ອຍ ໃຫຍ່ຂື້ນມາກາຍເປັນ ຜູ້ປະອບການທີ່ຮັ່ງມີ ຫຼື ກາຍເປັນສິ່ງທີ່ຕ້ອງການເປັນ, ສິ່ງທີ່ເຮັດໄດ້ດີທີ່ສຸດແມ່ນ “ຕ້ອງບໍ່ກົດດັນ”. ທ່ານຕ້ອງບໍ່ໄປຍົກຍ້ອງ ໃນສິ່ງທີ່ລູກເຮັດໄດ້ດີຢູ່ແລ້ວ,... ສອນລູກໃຫ້ເປັນຄົນເກັ່ງ

ຢາກໃຫ້ລູກຂອງທ່ານປະສົບຜົນສຳເລັດບໍ່? ນີ້ເປັນຄຳເນະນຳ ທີ່ທ່ານຄວນພິຈາລະນາ ໃນການນຳໃຊ້ກັບລູກ ຂອງ ທ່ານ. ສຳລັບພໍ່ແມ່ທີ່ຮັ່ງມີ ມັນກໍ່ບໍ່ສະເໜີໄປວ່າລຸ້ນລູກ-ຫຼານ ຈະສາມາດດຳເນີນທຸລະກິດ ຫຼື ປະສົບຜົນ ສຳເລັດດ້ານການ ງານ ໃດໜຶ່ງທີ່ລູກຕ້ອງການຈະເປັນ. ຖ້າຫາກທ່ານ ຢາກໃຫ້ລູກນ້ອຍ ໃຫຍ່ຂື້ນມາກາຍເປັນ ຜູ້ປະອບການທີ່ຮັ່ງມີ ຫຼື ກາຍເປັນສິ່ງທີ່ຕ້ອງການເປັນ, ສິ່ງທີ່ເຮັດໄດ້ດີທີ່ສຸດແມ່ນ “ຕ້ອງບໍ່ກົດດັນ”.

ທ່ານຕ້ອງບໍ່ໄປຍົກຍ້ອງ ໃນສິ່ງທີ່ລູກເຮັດໄດ້ດີຢູ່ແລ້ວ, ເພາະການຍ້ອງຍໍມັນຈະເປັນການເຮັດ ໃຫ້ລູກຫຼຸດຜ່ອນ ຄວາມ ຕັ້ງໃຈໃນການສຶກສາຄວາມຮູ້ໃນຂະແໜງຕ່າງໆນັ້ນລົງ. ທ່ານ ຄວນຮັບຮູ້ໃນຈຸດເດັ່ນຂອງລູກໆ ແລະ ພັກດັນໃຫ້ເຮັດ ດີຍິ່ງໆຂື້ນ. ເມື່ອເປັນແນວນັ້ນ ມັນຈະເຮັດໃຫ້ສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຕະຫຼອດ ເວລາ”

ແລະແນ່ນອນ ພໍ່ແມ່ຢາກໃຫ້ ລູກຕົນເອງກາຍເປັນນັກຮຽນ ເກັ່ງໃນໂຮງຮຽນ. ພໍ່ແມ່ຫຼາຍຄົນ ມັກຈະບັງຄັບໃຫ້ ລູກຕັ້ງໃຈຮຽນຈົນໄດ້ຄະແນນສູງໆ. ມີຜູ້ປະກອບການຫຼາຍໆຄົນ ບໍ່ແມ່ນນັກຮຽນເກັ່ງ ໃນຫ້ອງຮຽນ. ຫຼາຍຄົນພຽງ ແຕ່ເສັງຜ່ານຫ້ອງຕໍ່ຫ້ອງ ຈົນຮອດມະຫາວິທະຍາໄລ. ການພັກດັນໃຫ້ລູກມີການຮຽນຮູ້ ໃນແຕ່ລະຢ່າງຢ່າງເຕັມທີ່ ນັ້ນເປັນສິ່ງທີ່ພໍ່ແມ່ຄວນເຮັດ ເພາະມັນຈະເປັນການສົ່ງເສີມໃຫ້ລູກໄດ້ເບິ່ງໂລກກວ້າງ ແລະ ຮຽນຮູ້ສິ່ງໄໝ່ໆໄປ ພ້ອມໆກັນກັບການສຶກສາພາຍໃນໂຮງຮຽນ.

ເດັກນ້ອຍ ຫຼື ຄົນທີ່ມີຄວາມຄິດສ້າງສັນ ມັກຈະເປັນຕົວຕົນເອງຫຼາຍ ແລະ ຈະມັກສຶກສາ ແລະ ຮຽນຮູ້ສິ່ງອື່ນ ໆຈົນເຮັດໃຫ້ຂາດຄວາມສົນໃຈຕໍ່ກັບຫຼັກສູດການສຶກສາສາມັນ ທີ່ສ້າງມາແກ່ເດັກນ້ອຍທຸກໆຄົນ. ຄົນສະຫຼາດ ມັກຈະມີ ຄວາມຄິດມັກສະເພາະອັນໃດໜຶ່ງທີ່ບໍ່ນອນໃນຫຼັກສູດການສອນສາມັນຕ່າງໆ. ແນ່ນອນການເຂົ້າ ໂຮງຮຽນມີຄວາມ ຈຳເປັນເພາະຢ່າງໜ້ອຍເດັກນ້ອຍຕ້ອງຮູ້ຈັກຂຽນ, ອ່ານ ແລະ ຄົ້ນຄິດຮ່ວມກັບເດັກນ້ອຍ ຄົນອື່ນ. ຖ້າຫາກລູກຂອງ ທ່ານບໍ່ໄດ້ຄະແນນດີ ຫຼື ພຽງແຕ່ຜ່ານ ກໍ່ຄວນສຶກສາເບິ່ງພຶດຕິກຳວ່າ ລູກໃຊ້ເວລາ ໄປສຶກສາອັນອື່ນ ທີ່ເປັນຜົນປະ ໂຫຍດຕໍ່ກັບອານາຄົດຂອງຕົນເອງຫຼືບໍ່. ຖ້າຫາກລູກ ບໍ່ໃຊ້ເວລາໃຫ້ເປັນປະ ໂຫຍດແລ້ວກໍ່ຄວນແນະນຳ ໃຫ້ສົນໃຈໃນ ສິ່ງໄໝ່ໆ.

ເພື່ອເຮັດໃຫ້ລູກຂອງທ່ານມີຄວາມສາມາດໃນການສຶກສາຮໍ່າຮຽນ ເພື່ອໃຫ້ກາຍເປັນຜູ້ໃຫຍ່ ທີ່ມີຄວາມເຊື່ອ ໜັ້ນ ໃນສິ່ງທີ່ຕົນເອງເປັນ, ທ່ານຕ້ອງໄດ້ໃຫ້ລູກ ມີປະສົບການ, ລອງຜິດລອງຖືກ ແລະ ຮູ້ຈັກແກ້ບັນຫາ. ທ່ານ ບໍ່ຄວນປ່ອຍ ໃຫ້ລູກນອນ ໃນຫຼັກສູດການສຶກສາຢ່າງດຽວ ນັ້ນໝາຍວ່າທ່ານຄວນເປີດໂອກາດໃຫ້ມີການສຶກ ສາພາຍໃນສັງຄົມອ້ອມຂ້າງຕື່ມອີກ.

ເດັກເສີບທີ່ຮ້ານອາຫານແຫ່ງໜຶ່ງ ກາຍເປັນຜູ້ປະກອບການທີ່ປະສົບຜົນສຳເລັດ ແລະ ລາວໄດ້ເວົ້າວ່າ “ຂ້ອຍ ບໍ່ໄດ້ ເປັນນັກຮຽນ ທີ່ໄດ້ຄະແນນສູງທີ່ສຸດ ໃນໂຮງຮຽນ, ມີຫຼາຍເທື່ອໄດ້ຄະແນນຜ່ານ” ທ່ານ ຕ້ອງກະກຽມ ຄວາມພ້ອມ ໃຫ້ລູກຂອງທ່ານໄດ້ມີໂອກາດ ໃນການຫາປະສົບການການເປັນຜູ້ປະກອບການ ເພື່ອໃຫ້ລູກໄດ້ ຮຽນຮູ້.  ເພາະບົດ ຮຽນປະສົບການຕົວຈິງ ແລະ ການແກ້ໄຂບັນຫາ ບໍ່ໄດ້ມີສອນໃນໂຮງຮຽນ. ມັນເປັນການ ສອນໃຫ້ລູກໄດ້ຮູ້ຈັກ ເວລາລົ້ມ ແລ້ວຕ້ອງລຸກແນວໃດ.

ໃນເມື່ອເດັກນ້ອຍຂອງທ່ານຮຽນບໍ່ເກັ່ງ ແລະ ພໍ່ແມ່ບໍ່ພະຍາຍາມສ້າງໃຫ້ຮູ້ວ່າ ການໄດ້ຄະແນນພຽງແຕ່ຜ່ານບໍ່ ແມ່ນສິ່ງທີ່ຜິດ. ການເຮັດແນວນັ້ນ ມັນຈະເຮັດໃຫ້ລູກບໍ່ມີຄວາມກົດດັນ, ມັນເປັນການສ້າງໃຫ້ມີຄວາມສະບາຍໃຈ, ຮຽນຮູ້ວ່າບໍ່ຮູ້ສຶກເສຍໃຈຫຍັງກັບ ສິ່ງທີ່ຜິດພາດທີ່ມັກເກີດຂື້ນເລີຍໆ. ມັນເຮັດໃຫ້ຮຽນຮູ້ການລົ້ມເຫຼວ, ການຍອມ ຮັບແຕ່ບໍ່ຮູ້ສຶກດ້ອຍກັບຕົນເອງ.

ຜູ້ປະກອບການທີ່ ບໍ່ມີຄວາມກົດດັນໃນເວລາຮຽນຫຼັກສູດຂອງໂຮງຮຽນ ມັນເກີດຈາກພໍ່ແມ່ທີ່ບໍ່ໄດ້ ຊຸກຍູ້ໃຫ້ລູກ ມີແຕ່ ຮຽນໃຫ້ໄດ້ຄະແນນສູງໆ ແລະ ເດັກນ້ອຍເຫຼົ່ານັ້ນ ຈະບໍ່ຖືວ່າການໄດ້ຄະແນນສູງເປັນສິ່ງທີ່ເຮັດໃຫ້ພໍ່ແມ່ ດີໃຈ.  ບັນດາ ເດັກນ້ອຍເຫຼົ່ານັ້ນ ຈະມີຊີວິດເປັນຂອງຕົນເອງ ແລະ ຈະບໍ່ຮູ້ສຶກຜິດກັບຕົນເອງ ໃນເວລາໄດ້ຄະ ແນນບໍ່ສູງ. ແນ່ນອນ ລູກບໍ່ໄດ້ເສຍດາຍກັບຄະແນນທີ່ອອກມາ ແຕ່ກັບສົນໃຈສິ່ງອື່ນໆທີ່ເກີດຂື້ນອ້ອມຕົວເອງ ແລະ ການພັດທະນາດ້ານອື່ນ ໆ ນອກເໝືອຈາກການຮຽນແຕ່ໃນໂຮງຮຽນ.

 

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.