Norkhame
6,9 ລ້ານຝັນ 6,9 ລ້ານຝັນ
ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ. ເມື່ອມາສັງເກດເບິ່ງຄົນລາວໃນປະຈຸບັນ ບໍ່ວ່າຈະເປັນສິງພິມ, ຂ່າວສານທຸກໆສະບັບ ເຫັນໄດ້ວ່າ ຄົນລາວທັງຊາດຕ່າງກໍ່ບາກບັນ, ບຸກບືນ ແລະ ແຂ່ງກັນສ້າງຜົນງານຕາມໜ້າທີ່ຮັບຜິດຊອບຂອງຕົນເອງ. ສິ່ງດັ່ງກ່າວ ກໍ່ບໍ່ຕ່າງຫຍັງກັບບັນພະບູລຸດລຸ້ນເກົ່າໆທີ່ເຮັດມາ. ຖ້າຈະສັງລວມຄວາມຝັນຂອງຄົນລາວໃນປະຈຸບັນໜ້າຈະຕົກໃນບັນຫາຄວາມທຸກຈົນ, ຄວາມຮັ່ງມີ, ເຂັ້ມແຂງ ແລະ ການຮັກສາສັນຕິ. ປົດທຸກ ບັນຫາທີ່ພົ້ນເດັ່ນກໍ່ແມ່ນການດຳລົງຊີວິດ ແລະ... 6,9 ລ້ານຝັນ

ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ. ເມື່ອມາສັງເກດເບິ່ງຄົນລາວໃນປະຈຸບັນ ບໍ່ວ່າຈະເປັນສິງພິມ, ຂ່າວສານທຸກໆສະບັບ ເຫັນໄດ້ວ່າ ຄົນລາວທັງຊາດຕ່າງກໍ່ບາກບັນ, ບຸກບືນ ແລະ ແຂ່ງກັນສ້າງຜົນງານຕາມໜ້າທີ່ຮັບຜິດຊອບຂອງຕົນເອງ. ສິ່ງດັ່ງກ່າວ ກໍ່ບໍ່ຕ່າງຫຍັງກັບບັນພະບູລຸດລຸ້ນເກົ່າໆທີ່ເຮັດມາ. ຖ້າຈະສັງລວມຄວາມຝັນຂອງຄົນລາວໃນປະຈຸບັນໜ້າຈະຕົກໃນບັນຫາຄວາມທຸກຈົນ, ຄວາມຮັ່ງມີ, ເຂັ້ມແຂງ ແລະ ການຮັກສາສັນຕິ.

  1. ປົດທຸກ

ບັນຫາທີ່ພົ້ນເດັ່ນກໍ່ແມ່ນການດຳລົງຊີວິດ ແລະ ເສດຖະກິດ. ສາມາດສັງລວມໄດ້ວ່າ ຄວາມຝັນຂອງຄົນລາວ ທີ່ມີທັງໝົດ 6,9 ລ້ານຄົນນີ້ມີຄ້າຍໆຄືກັນ. ແຕ່ລະບ້ານ, ເຂດ ຕ່າງແຂ່ງຂັນກັນຜະລິດ ແລະ ຫາກິນ. ຫຼາຍໆທຸລະກິດ ແລະ ການບໍລິການໄດ້ເກີດຂື້ນ ເພື່ອຮັບໃຊ້ສັງຄົມ. ການຜະລິດ ເປັນການສ້າງລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂື້ນ. ແນ່ນອນ ເປັນການສະແດງຫົວຄິດ ແລະ ສະຕິປັນຍາ ໃນການຮັບໃຊ້ສັງຄົມ. ຫຼາຍໆເຂດບ້ານໄດ້ຫຼຸດຜ່ອນຄວາມທຸກຈົນສຳເລັດ ແລະ ກາຍເປັນບ້ານພັດທະນາ ໄປແລ້ວ.

  1. ສ້າງປະເທດໃຫ້ຮັ່ງມີ

ແຕ່ກ່ອນຄົນລາວ ມັກເວົ້າວ່າ “ກິນອີ່ມນຸ່ງອຸ່ນ” ແຕ່ປະຈຸບັນ ກາຍເປັນ “ກິນແຊບນຸ່ງງາມ”. ສິ່ງນີ້ ໃນດ້ານໜຶ່ງເປັນການສະແດງໃຫ້ເຫັນວ່າ ຄົນລາວ ກຳລັງກ້າວສູ່ຄວາມຮັ່ງມີ. ບໍ່ວ່າຈະເປັນສິນຄ້າ ທັນສະໄໝທີ່ຫາກໍ່ຜະລິດທີ່ຕ່າງປະເທດ, ສ ປ ປ ລາວເຮົາກໍ່ມີໃຊ້. ການສ້າງຮັ່ງຄູນມີນີ້ ເປັນການສະແດງ ຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ ທີ່ຍາມໃດປະເທດກໍ່ມີການຂະຫຍາຍຕົວໃນອັນດັບສູງໃນຊ່ວງສິບປີຜ່ານມາ.

  1. ຄົງຄວາມເປັນລາວ

ການສູນເສຍວັດຖະນະທຳ ມັກຈະເກີດຂື້ນກັບການປ່ຽນແປງທາງເສດຖະກິດ. ຫຼາຍໆປະເທດຕາເວັນຕົກ ຫຼື ອາຊີ ໄດ້ເສຍລັກສະນະເດັ່ນຂອງຊາດ. ຍັງເຫັນໄດ້ວ່າ ຄົນລາວເຮົາບໍ່ວ່າແຕ່ເໜືອຮອດໃຕ້ ຕ່າງກໍ່ຫ່ວງແຫນວັດຖະນະທຳອັນດີງາມຂອງຊາດ ແລະ ມີການປະຕິບັດສືບທອດກັນມານັບເປັນຫຼາຍໆພັນປີຢ່າງເຂັ້ມງວດ.

  1. ສ້າງຄວາມສະງົບ

ນັບຫຼາຍຮ້ອຍປີ ທີ່ປະເທດລາວເຮົາຖືກຮຸກຮານ ຈາກຈັກະພັດຕ່າງແດນ. ສ ປ ປ ລາວ ໄດ້ຮັບການປົດປ່ອຍມາໄດ້ 40 ປີ ແລ້ວກໍ່ຕາມແຕ່ສິ່ງທີ່ຍັງຫຼົງເຫຼືອຈາກສົ່ງຄາມນັ້ນຍັງມີຫຼາຍ. ນອກຈາກສະພາບອາຄານທີ່ເພພັງ, ພັກ ແລະ ລັດຖະບານ ຍັງປະເຊີນກັບໜາກລະ ເບີດຍັງບໍ່ທັນແຕກ. ສິ່ງນີ້ ຍັງເປັນສະເໜືອນອາວຸດທີ່ພ້ອມຈະຂ້າຄົນລາວ ໄດ້ທຸກໆເມື່ອ. ຄວາມສະງົບ ເປັນປັດໃຈຫຼັກໃຫ້ຄົນພາຍໃນຊາດໄດ້ມີການພັດທະນາ ແລະ ສ້າງສະເຖຍລະພາບໃຫ້ແກ່ເສດຖະກິດລາວ. ຂ້າພະເຈົ້າໄດ້ເຫັນ ສົ່ງຄາມທີ່ເກີດຂື້ນຫຼາຍໆປະເທດໃນປະຈຸບັນ ເຊັ່ນ ປະເທດ ຊີເລ່ຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ຮູ້ວ່າ ຄົນລາວລຸ້ນນີ້ ໂຊກດີຫຼາຍປານໃດທີ່ບໍ່ຕ້ອງທົນທຸກ ກັບສະພາບບ້ານແຕກ ສະແຫຼກຂາດ ແນວນັ້ນອີກ.

ການຖືກຮຸກຮານ ໜາຍເຖິງຄວາມອ່ອນແອ ແລະ ແຕກແຍກ. ດັ່ງນັ້ນ ໃນເວລາທີ່ ປະເທດລາວ ເຮົາມີຄວາມສະຫງົບ ປະຊາກອນລາວທຸກໆຄົນ ທຸກໆເພດ ທຸກໄວ, ແຕ່ເໜືອຮອດໃຕ້ ຕ້ອງໄດ້ ອອກແຮງປົວແປງ, ສຸມປັນຍາປະ ປະດິດສ້າງ ຫຼື ນຳໃຊ້ ນະວັດຕະກຳທັນສະໄໝ ເຂົ້າໃນການ ພັດທະນາ ວັດຖຸ ແລະ ຈິດໃຈ ເພື່ອ ເຮັດ ໃຫ້ ສ ປ ປ ລາວ ກາຍເປັນປະເທດທີ່ຈະເລີນກ້າວໜ້າ, ຮັງມີ ແລະ ເຂັ້ມແຂງ. ທີ່ແນ່ນອນ ກໍ່ຈະເປັນການປົກປັກຮັກສາ ສະເຖຽຍລະພາບ, ແລະ ນຳສັນຕິດພາບ ມາສູ່ຄົນລາວໝົດທຸກໆຄົນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.