Norkhame
ຊອກຄົນຮັບຜິດ ຊອກຄົນຮັບຜິດ
ມັກພົບເຫັນໃນສັງຄົມ. ເວລາຜິດພາດ ພວດເຮົາມັກຕຳນິຄົນອື່ນ ຫຼື ສະຖານະການ. ຄວາມລົ້ມເຫຼວຂອງຜູ້ບໍລິຫານ ຫຼື ຜູ້ນໍານັ້ນມີສາເຫດອັນເນື່ອງມາຈາກພຶດຕິກໍາຂອງຕົວເອງ, ເພາະທຸກໆຢ່າງຂື້ນກັບການຕັດສິນໃຈຂອງເຂົາເຈົ້າ; ບໍ່ແມ່ນວ່າຈະເກີດຂຶ້ນເອງ ຫຼື ວ່າເປັນຜົນມາຈາກວິກິດການທາງເສດຖະກິດ ຫຼື ເກີດເພາະປັດໄຈອື່ນໆທີ່ເຮົາບໍ່ສາມາດຄວບຄຸມມັນໄດ້. ສາເຫດທີ່ຜູ້ບໍລິຫານ ຫຼື ຜູ້ນໍາຕ້ອງລົ້ມເຫຼວກໍ່ເພາະຕົວຂອງພວກເຂົາເອງ ແລະ ວິທີການທີ່ພວກເຂົາຕອບສະໜອງຕໍ່ສະຖານະການໃດສະຖານະການໜຶ່ງ. ໂດຍສະເພາະຢ່າງຍິ່ງໃນຂະນະທີ່ຢູ່ພາຍໃຕ້ຄວາມກົດດັນນັ້ນໆ ພວກເຂົາກໍ່ຈະມີຮູບແບບພຶດຕິກໍາຊຶ່ງອາດສ້າງຜົນເສຍໃນຂະນະປະຕິບັດໜ້າທີ່. ຮູບແບບທີ່ພວກເຂົາຄິດ-ເວົ້າ ແລະ ການສະແດງອອກ... ຊອກຄົນຮັບຜິດ

ມັກພົບເຫັນໃນສັງຄົມ. ເວລາຜິດພາດ ພວດເຮົາມັກຕຳນິຄົນອື່ນ ຫຼື ສະຖານະການ. ຄວາມລົ້ມເຫຼວຂອງຜູ້ບໍລິຫານ ຫຼື ຜູ້ນໍານັ້ນມີສາເຫດອັນເນື່ອງມາຈາກພຶດຕິກໍາຂອງຕົວເອງ, ເພາະທຸກໆຢ່າງຂື້ນກັບການຕັດສິນໃຈຂອງເຂົາເຈົ້າ; ບໍ່ແມ່ນວ່າຈະເກີດຂຶ້ນເອງ ຫຼື ວ່າເປັນຜົນມາຈາກວິກິດການທາງເສດຖະກິດ ຫຼື ເກີດເພາະປັດໄຈອື່ນໆທີ່ເຮົາບໍ່ສາມາດຄວບຄຸມມັນໄດ້.

ສາເຫດທີ່ຜູ້ບໍລິຫານ ຫຼື ຜູ້ນໍາຕ້ອງລົ້ມເຫຼວກໍ່ເພາະຕົວຂອງພວກເຂົາເອງ ແລະ ວິທີການທີ່ພວກເຂົາຕອບສະໜອງຕໍ່ສະຖານະການໃດສະຖານະການໜຶ່ງ. ໂດຍສະເພາະຢ່າງຍິ່ງໃນຂະນະທີ່ຢູ່ພາຍໃຕ້ຄວາມກົດດັນນັ້ນໆ ພວກເຂົາກໍ່ຈະມີຮູບແບບພຶດຕິກໍາຊຶ່ງອາດສ້າງຜົນເສຍໃນຂະນະປະຕິບັດໜ້າທີ່. ຮູບແບບທີ່ພວກເຂົາຄິດ-ເວົ້າ ແລະ ການສະແດງອອກ ຊຶ່ງຈະນໍາຄວາມລົ້ມເຫຼວມາສູ່ຕົນເອງໄດ້ໃນທີ່ສຸດ. ຫຼາຍເທື່ອກໍ່ບໍ່ໄດ້ນຶກຄິດມາກ່ອນວ່າພຶດຕິກໍາຂອງຕົນເອງນັ້ນຈະສ້າງຜົນກະທົບໄດ້ຖຶງພຽງນີ້.

ເພື່ອຊ່ວຍໄຈ້ແຍກໃຫ້ເຫັນເຖິງຮູບແບບຂອງພຶດຕິກໍາທີ່ນໍາໄປສູ່ຄວາມລົ້ມເຫຼວ, ສິນລະປະການບໍລິຫານຈຳເປັນ ຕ້ອງຖືກນຳມາໃຊ້ ແລະ ໃນທຸກໆພາວະການເປັນຜູ້ນໍາ.   ທີ່ເວັບໄຊ໊ www.norkhame.com ຈະເນັ້ນໃຫ້ຄໍາແນະນໍາເຖິງວິທີການແກ້ໄຂພຶດຕິກໍາໃນທາງລົບເຫຼົ່ານັ້ນໃຫ້ແກ່ຜູ້ບໍລິຫານທັງຫຼາຍດ້ວຍ.

ສິ່ງທີ່ຈະນຳມາແລກປ່ຽນ ໄດ້ມາຈາກບົດຮຽນການນຳພາ ແລະ ປະສົບການຕົວຈິງ ໃນການປະຕິບັດໜ້າທີ່. ເຊິ່ງໄດ້ຮ່ວມວຽກກັບຜູ້ບໍລິຫານ ຂອງອົງກອນຕ່າງໆ ພາຍໃນລາວ ແລະ ຊ່ຽວຊານສາກົນ. ໄປພ້ອມໆກັບການແລກປ່ຽນປະສົບການ, ຫວັງວ່າຈະໄດ້ຮັບຄວາມຮູ້ຈາກບັນດາທ່ານ ຈາກມຸມມອງທີແຕກຕ່າງກ່ຽວກັບພຶດຕິກໍາຂອງຄົນ ໃນສະຖານະການເຮັດວຽກ. ການແລກປ່ຽນດັ່ງກ່າວ ຈະສ້າງໃຫ້ມີຄວາມເຂົ້າໃຈ ຫຼາຍຂື້ນໃນແຕ່ລະເຫດການ ໃດຜູ້ບໍລິຫານ ຫຼື ຜູ້ນໍາບາງທ່ານຈຶ່ງລົ້ມເຫຼວ. ໃນຂະນະທີ່ບາງທ່ານປະສົບຄວາມສໍາເລັດ ແລະ ຄວາມເຂົ້າໃຈນີ້ເອງ ທີ່ຈະຊ່ວຍໃຫ້ພວກເຮົາໄດ້ມີການຮຽນຮູ້ ແລະ ຫຼີກລ່ຽງຄວາມຜິດພາດ ທີ່ອາດເກີດຂື້ນໃນຂະນະດຳເນີນວຽກງານ.

ຈະໄດ້ເນັ້ນໜັກ “ພຶດຕິກໍາທີ່ກໍ່ໃຫ້ເກີດມີການທໍາລາຍຄວາມເປັນຜູ້ນໍາ ແລະ ການເປັນນັກບໍລິຫານ” ຢ່າງລະອຽດ ມານໍາສະເໜີໄວ້ໃນເວັ້ບໄຊ໊ນີ້. ການນຳສະເໜີແນວຄິດນນີ້ ຈະເຮັດໃຫ້ພວກເຂົາຮູ້ແຈ້ງກ່ຽວກັບພຶດຕິກໍາຂອງຜູ້ບໍລິຫານທີ່ໄດ້ສຶກສາຫຼາຍຂຶ້ນ. ການຮັບຮູ້ເຖິງເຫດຜົນໃນຫຼາຍໆສະຖານະການ ຈະເຮັດໃຫ້ທ່ານຮູ້ຈັກກັບຄວາມລົ້ວເຫຼວໃນມຸມມອງໃໝ່ ລວມທັງຮູ້ຈັກວິທີທີ່ຈະປ້ອງກັນຕົນເອງເພື່ອບໍ່ໃຫ້ລົ້ມເຫຼວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.