Norkhame
ຍິງ ຫຼື ຊາຍ ໃຜສ້າງທີມງານໄດ້ດີກ່ວາກັນ? ຍິງ ຫຼື ຊາຍ ໃຜສ້າງທີມງານໄດ້ດີກ່ວາກັນ?
ເປັນຫຍັງແມ່ຍິງ ອາດສ້າງພະນັກງານໃຫ້ກາຍເປັນ ຜູ້ນຳໄດ້ດີກ່ວາຜູ້ຊາຍ ອີງຕາມຜົນການສຳຫຼວດຂອງ ອົງການ Gallup ໃນປະເທດອາເມລິກາ ໄດ້ແຈ້ງໃຫ້ຮູ້ວ່າ: ພະນັກງານທີ່ມີຫົວໜ້າ ເປັນແມ່ຍິງຈະຕິດພັນກັບການເຮັດວຽກ ຫຼາຍກວ່າພະນັກງານທີມີຫົວໜ້າ ເປັນຜູ້ຊາຍ. ຜົນການສຳຫຼວດນີ້ສາມາດ ຕີລາຄາໄດ້ບໍ່ວ່າ: ຜູ້ຍິງສ້າງຄົນໃຫ້ກາຍເປັນຜູ້ຈັດການ ໄດ້ດີ ກວ່າຜູ້ຊາຍ? ມັນອາດເປັນໄດ້. ຜົນການວິໄຈມັນໄດ້ເປີດ ເຜີຍສາເຫດ ແລະ ສິ່ງທີ່ທ່ານສາມາດພັດ ທະນາຄວາມສາມາດໃນການບໍລິຫານງານທີ່ດີຂື້ນ ແມ່ນບໍ່ມີຫຍັງກ່ຽວ... ຍິງ ຫຼື ຊາຍ ໃຜສ້າງທີມງານໄດ້ດີກ່ວາກັນ?

ເປັນຫຍັງແມ່ຍິງ ອາດສ້າງພະນັກງານໃຫ້ກາຍເປັນ ຜູ້ນຳໄດ້ດີກ່ວາຜູ້ຊາຍ

ອີງຕາມຜົນການສຳຫຼວດຂອງ ອົງການ Gallup ໃນປະເທດອາເມລິກາ ໄດ້ແຈ້ງໃຫ້ຮູ້ວ່າ: ພະນັກງານທີ່ມີຫົວໜ້າ ເປັນແມ່ຍິງຈະຕິດພັນກັບການເຮັດວຽກ ຫຼາຍກວ່າພະນັກງານທີມີຫົວໜ້າ ເປັນຜູ້ຊາຍ. ຜົນການສຳຫຼວດນີ້ສາມາດ ຕີລາຄາໄດ້ບໍ່ວ່າ: ຜູ້ຍິງສ້າງຄົນໃຫ້ກາຍເປັນຜູ້ຈັດການ ໄດ້ດີ ກວ່າຜູ້ຊາຍ? ມັນອາດເປັນໄດ້. ຜົນການວິໄຈມັນໄດ້ເປີດ ເຜີຍສາເຫດ ແລະ ສິ່ງທີ່ທ່ານສາມາດພັດ ທະນາຄວາມສາມາດໃນການບໍລິຫານງານທີ່ດີຂື້ນ ແມ່ນບໍ່ມີຫຍັງກ່ຽວ ຂ້ອງກັບຄວາມເປັນຍິງ ຫຼື ຊາຍບໍ່.

ອົງການ Gallup ໄດ້ຈັດໃຫ້ມີການສົນທະນາ ແລະ ສຳພາດທຸກປະເພດອົງການຈັດຕັ້ງ ໃນທຸກລະດັບ ແລະ ໃນເກືອບ ທຸກຂົງເຂດອຸດສາຫະກຳ. ຜົນກໍ່ມີຢູ່ວ່າ: ພະນັກງານທີ່ເຮັດວຽກກັບຫົວໜ້າທີ່ເປັນແມ່ຍິງ ມັກຈະລະດົມໃຫ້ພະນັກ ງານ ພັດທະນາການເຮັດວຽກ ຫຼາຍກວ່າພະນັກງານ ທີ່ມີຫົວໜ້າເປັນຜູ້ຊາຍ. Gallup ຍັງໄດ້ຄົ້ນພົບອີກວ່າ: ຜົນ ການສຳຫຼວດໄດ້ຊີ້ໃຫ້ເຫັນວ່າ ຜູ້ຈັດການຍິງ ຈະມີຄວາມສາມາດເໜືອກວ່າຜູ້ຊາຍ ໃນການສ້າງຄວາມອາດສາມາດ ບົມຊ້ອນ ຂອງພະນັກງານຄົນອື່ນ ແລະ ຊ່ວຍເຫຼືອພະນັກງານໃຫ້ມີອານາຄົດອັນສົດໃສໃນອາຊີບການເຮັດວຽກ.

ຂົງເຂດທີ່ Gallup ໄດ້ລົງເລິກມີ 12 ຂົງເຂດຕິດພັນກັບຮູບແບບການບໍລິຫານ ທີ່ສາມາດຄາດຄະເນລະດັບການເຮັດ ວຽກຂອງພະນັກງານ ເຊັ່ນດຽວກັນກັບ ລະດັບຂອງພະນັກງານ ແລະ ຜົນງານການເຮັດວຽກເປັນກຸ່ມ. ພະນັກງານ ທີ່ມີຫົວໜ້າເປັນແມ່ຍິງ ມີຄະແນນນຳໜ້າ ທ້ວມທົ້ນ ເໜືອພະນັກງານທີ່ມີຫົວໜ້າເປັນຜູ້ຊາຍເຖິງ 11 ຂົງເຂດການ ບໍລິຫານຈາກທັງໝົດ 12 ສາຂາ. ດ້ວຍເຫດນີ້ Gallup ຈິ່ງສະໜັບສະໜູນແນວຄວາມຄິດທີ່ວ່າ ແມ່ຍິງຈະເປັນຜູ້ຈັດ ການທີ່ດີກວ່າຜູ້ຊາຍ ແລະ ແນະນຳໃຫ້ ຫົວໜ້າອົງການ ນຳບັນຫານີ້ພິຈາລະນາໃນການຄັດເລືອກແມ່ຍິງ ເຂົ້າໃນຕຳ ແໜ່ງຫົວໜ້າສາຂາຕ່າງ ໃນເມື່ອເວລາອົງກອນມີການຄັດເລືອກ ຕຳແໜງບໍລິຫານຕ່າງໆ.​

ຜົນການສຶກສາຂອງວຽກງານການນຳທີ່ດີ ຂອງອົງການ Gallup ກໍ່ມີຄືວ່າ: ພຶດຕິກຳ ບໍ່ວ່າເປັນ ຍິງຫຼືຊາຍ ຂອງບໍລິ ສັດໃຫຍ່ມີປະສົບຜົນສຳເລັດຕ່າງກໍ່ມີການນຳທີ່ດີ ເຊິ່ງພວກເພີ່ນ ມີຄວາມສາມາດ ແລະ ໄດ້ຮັບການເຝິກອົບຮົມເປັນ ຢ່າງດີ. ແນວໃດກໍ່ຕາມ ບໍ່ຄວນເບິ່ງການນຳທີ່ແຕ່ວ່າ ເປັນ ຍິງຫຼືຊາຍ ສິ່ງທີ່ຕ້ອງໄດ້ເບິ່ງກໍ່ຄືພຶດຕິກຳ ແລະ ລັກສະນະ ການບໍລິຫານ. ຕາມຫຼາຍບົດສຶກສາ ວຽກງານການນຳແລ້ວສະແດງໃຫ້ເຫັນວ່າ, ເພດໃດກໍ່ສາມາດເປັນການນຳທີ່ດີ ໄດ້. ສິ່ງສຳຄັນ ແມ່ນຕ້ອງໄດ້ເບິ່ງທີ່ພຶດຕິກຳ ແລະ ຄຸນລັກສະນະຂອງຜູ້ຈັດການທີ່ດີ ບໍ່ວ່າຈະເປັນຍິງ ຫຼື ຊາຍ ແລະ ຮຽນຮູ້ທີ່ຈະເຊື່ອມຕໍ່ຮູບແບບການບໍລິຫານຫຼາກຫຼາຍຮູບແບບ ເຂົ້າໃນການເຮັດວຽກຂອງທ່ານ.

ມີຫຼາຍຄົນບໍ່ໄດ້ເກີດມາກັບຄວາມສາມາດທີ່ຈະກາຍເປັນຜູ້ຈັດການທີ່ດີເລີດໄດ້; ມັນມີຫຼາຍອັນທີ່ ຕ້ອງໄດ້ຮຽນມາເປັນ ເວລາອັນດົນ ແລະ ຮຽນຈາກປະສົບການ. Gallup ໄດ້ລົງເລິກບັນຫາ 12 ການບໍລິຫານທີ່ດີເລີດ ເຊິ່ງ ຫົກອັນດັບຕົ້ນ ເປັນພຶດຕິກຳ ທີ່ມີຜູ້ນຳຫຼາຍຄົນນຳມາໃຊ້ ເພື່ອພັດທະ ນາຕົນເອງກາຍເປັນຜູ້ຈັດການທີ່ດີເລີດໄດ້. ຫົກຂົງເຂດດັ່ງ ກ່າວ ທ່ານຄວນພັດທະນາ ໃນຮູບແບບ ການບໍລິຫານຂອງຕົນເອງ, ຖ້າຫາກທ່ານຕ້ອງການຈະກາຍ ເປັນຜູ້ຈັດການ ທີ່ດີ (ເຊິ່ງໄດ້ອະທິບາຍແຕ່ລະອັນຢ່າງລະອຽດ)​

1. “ຂ້ອຍຮູ້ດີວ່າສິ່ງໃດທີ່ຫ້ອງການຄາດຫວັງຈາກຂ້ອຍ” ຄົນຜູ້ທີ່ເປັນຜູ້ຈັດການທີ່ດີສ້າງແນວທາງ ແລະ ແຜນຍຸດທະ ສາດສຳລັບອົງການຂອງຕົນເອງ. ພາຍຫຼັງການກະຈາຍຂໍ້ມູນດັ່ງກ່າວ, ພວກເພີ່ນ ຈະເຮັດວຽກກັບພະນັກງານແຕ່ ລະຄົນ ເພື່ອກຳນົດເປົ້າໝາຍຂອງພະນັກງານແຕ່ລະຄົນ ແລະ ຈຸດປະສົງ ແລະ ອະທິບາຍຢ່າງລະອຽດ ກ່ຽວກັບອົງ ປະກອບທີ່ຕິດພັນກັບຜົນງານ ການເຮັດວຽກ ຂອງພະນັກງານຈະຖືກປະເມີນ.

2. “ຂ້ອຍມີເອກະສານ ແລະ ເຄື່ອງມື ທີ່ຂ້ອຍຕ້ອງການໃນການປະຕິບັດວຽກງານໃຫ້ຖືກຕ້ອງ” ຄົນທີ່ເປັນຫົວໜ້າທີ່ດີ ຈະເບິ່ງແຍງລູກນ້ອງຕົນເອງສະເໜີ ເພື່ອໃຫ້ແນ່ໃຈວ່າ ພາຍໃນທີມມີສິ່ງທີ່ ຈຳເປັນໃນການໃຊ້ເຂົ້າໃນປະຕິບັດວຽກ ງານຢ່າງມີປະສິດທິຜົນ.

3. “ທີ່ຫ້ອງການ, ຂ້ອຍມີໂອກາດໃນການເຮັດວຽກໃນສິ່ງທີ່ຂ້ອຍເຮັດໄດ້ດີທີ່ສຸດແຕ່ລະວັນ.” ຄົນທີ່ເປັນຫົວໜ້າທີ່ດີຈະ ຊອກຫາໂອກາດ ແລະ ໂຄງການທີ່ຊ່ວຍພັດທະນາພະນັກງານ ແລະ ສ້າງຄວາມໄດ້ປຽບໃຫ້ແກ່ພະນັກງານທີ່ມີຄວາມ ສາມາດສະເພາະໃຜມັນ.

4. “ໃນເຈັດມື້ຜ່ານມາ, ຂ້ອຍໄດ້ຮັບການຍອມຮັບ ຫຼື ການສັນເສີນຕໍ່ກັບການເຮັດວຽກງານໄດ້ດີ.” ຄົນທີ່ເປັນຫົວໜ້າທີ່ ດີຈະສະໜອງຄວາມຄິດ ໃນການປັບປຸງຕະຫຼອດ (ທັງດີ ແລະ ບໍ່ດີ)​ ແລະ ການຮັບຮູ້ຜົນງານອັນລຳ້ເລີດ; ຕ້ອງເຂົ້າໃຈ ວ່າການພັກດັນການເຮັດວຽກໃຫ້ມີປະສິດທິຜົນ ເປັນວຽກງານຕະຫຼອດປີ, ບໍ່ແມ່ນງານປະຈຳປີ.

5. “ຫົວໜ້າຂອງຂ້ອຍ, ຫຼື ຄົນໃດໜຶ່ງ, ຂ້ອນຂ້າງໃສ່ໃຈກ່ຽວກັບຕົວຂອງຂ້ອຍຄືກັນກັບວ່າ ຂ້ອຍເປັນຄົນສຳຄັນຄົນ ໜຶ່ງ.” ຄົນທີ່ເປັນຜູ້ຈັດການໄດ້ດີທີ່ສຸດຮູ້ດີວ່າສັບສົມບັດທີ່ສຳຄັນທີ່ສຸດຂອງບໍລິສັດແມ່ນພະນັກງານ. ດັ່ງນັ້ນ, ພວກ ເພີ່ນຈະປະຕິບັດກັບພະນັກງານແຕ່ລະຄົນດ້ວຍ ຄວາມນັບຖື ແລະ ຄວາມອີດູຕົນ.

6. “ມີຄົນໃດໜຶ່ງໃນບ່ອນເຮັດວຽກ ເປັນຜູ້ທີ່ພັກດັນອົງກອນຂອງຂ້ອຍໃຫ້ກ້າວໜ້າ.” ຄົນທີ່ເປັນຜູ້ຈັດການທີ່ດີ ຊ່ວຍ ພະນັກງານ ແຕ່ ລະຄົນສ້າງແຜນພັດທະນາອາຊີບ ແລະ ສະໜັບສະໜູນໃຫ້ພະນັກງານແຕ່ ລະຄົນກ້າວເຖິງເປົ້າ ໝາຍ ທີ່ລູກ ນ້ອງຕ້ອງການ.

ສິ່ງທີ່ກ່າວມານັ້ນ, ບໍ່ວ່າຈະເປັນຍິງຫຼືຊາຍ ມີຄວາມຈຳເປັນໃນການນຳເຕັກນິກມາສຶກສາ ແລະ ສ້າງທັດສະນະໃຫ້ຕົນ ເອງກາຍ ເປັນການນຳທີ່ດີໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.