Norkhame
ເຫັນໃຈນາງ ເຫັນໃຈນາງ
ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ. ຄວາມງາມເປັນສິ່ງໜຶ່ງທີ່ແມ່ຍິງເອົາໃຈໃສ່ຈົນເຮັດໃຫ້ຫຼາຍຄົນກັງວົນຊອກຫາວິທີເສີມຄວາມງາມຫຼາຍແບບ ແລະ ເສຍເງິນບໍ່ວ່າຫຼີ້ນ. ນອກ ຈາກຄວາມງາມແລ້ວ, ແມ່ຍິງຍັງປະເຊີນໜ້າກັບຫຼາຍບັນຫາ ຈົນເຮັດໃຫ້ຫຼາຍຄົນມັກເວົ້າວ່າ: ບໍ່ຢາກເປັນແມ່ຍິງອີກຖ້າຫາກເລືອກເກີດໄດ້. ສິ່ງທີ່ຂ້າພະເຈົ້າມັກເຫັນ, ໄດ້ຍິນ ຫຼື ເພື່ອນຍິງເລົ່າບັນຫາໃຫ້ຝັງ ມັກຈະເປັນບັນຫາກ່ຽວກັບ: ທໍາຮ້າຍຈິດໃຈ ແລະ... ເຫັນໃຈນາງ

ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.

ຄວາມງາມເປັນສິ່ງໜຶ່ງທີ່ແມ່ຍິງເອົາໃຈໃສ່ຈົນເຮັດໃຫ້ຫຼາຍຄົນກັງວົນຊອກຫາວິທີເສີມຄວາມງາມຫຼາຍແບບ ແລະ ເສຍເງິນບໍ່ວ່າຫຼີ້ນ. ນອກ ຈາກຄວາມງາມແລ້ວ, ແມ່ຍິງຍັງປະເຊີນໜ້າກັບຫຼາຍບັນຫາ ຈົນເຮັດໃຫ້ຫຼາຍຄົນມັກເວົ້າວ່າ: ບໍ່ຢາກເປັນແມ່ຍິງອີກຖ້າຫາກເລືອກເກີດໄດ້. ສິ່ງທີ່ຂ້າພະເຈົ້າມັກເຫັນ, ໄດ້ຍິນ ຫຼື ເພື່ອນຍິງເລົ່າບັນຫາໃຫ້ຝັງ ມັກຈະເປັນບັນຫາກ່ຽວກັບ:

ທໍາຮ້າຍຈິດໃຈ ແລະ ຮ່າງກາຍ

ບໍ່ແມ່ນແຕ່ແມ່ຍິງລາວ. ຫຼາຍປະເທດ ຍັງມີການທຳຮ້າຍຮ່າງກາຍ ຈາກຜົວ ຫຼື ແຝນ. ໃນບາງປະເທດທີ່ເພດຍິງຍັງບໍ່ທັນໄດ້ຮັບການສົ່ງເສີມ, ທາງອົງການຈັດຕັ້ງສົງຄະຈະສ້າງສູນພັກຊົ່ວຄາວໃຫ້ແກ່ແມ່ຍິງທີ່ຖືກທຳຮ້າຍ. ເມື່ອທຽບໃສ່ກັບລາວແລ້ວ, ສິດທິແມ່ຍິງໄດ້ຮັບການສົ່ງເສີມຫຼາຍ ແລະ ມີການປົກປ້ອງແມ່ຍິງຕໍ່ກັບບັນຫາດັ່ງກ່າວ. ສ່ວນໃຫຍ່ກໍ່ແມ່ນໜູ່ເພື່ອນ ແລະ ພີ່ນ້ອງ. ແຕ່ການທາຮຸນທາງໃຈນັ້ນອາດຮຸນແຮງກວ່າ ແລະ ບໍ່ມີໃຜເຫັນໄດ້. ການປະຕິບັດໃນທາງບໍ່ຄວນ ຈົນກໍ່ໃຫ້ແມ່ຍິງເກີດ ມີຄວາມບໍ່ສະງົບທາງໃຈ. ຕິດພັນກັບບັນຫານີ້ ມັກຈະແມ່ນການນອກໃຈ ແລະ ເປັນບັນຫາແກ້ບໍ່ຕົກ.

ເຮັດດ້ວຍຄວາມອາຍ

ລ້ຽງລູກດ້ວຍນົມແມ່ ເປັນການສ້າງພູມຕ້ານທານທີ່ດີໃຫ້ແກ່ລູກ. ແມ່ຍິງລາວຫຼາຍຄົນຈະລ້ຽງລູກດ້ວຍນົມແມ່. ມີແມ່ຍິງຫຼາຍຄົນລືມຄວາມນະອາຍທີ່ຈະເອົານົມຕົນເອງໃຫ້ລູກກິນ ໃນສະຖານທີ່ສາທາລະນະ. ທຳອິດກໍ່ຄິດວ່າເຂົາເຈົ້າບໍ່ອາຍບໍ່ ຄືວ່າມີຄົນຫຼາຍໆຄົນແຕ່ຍັງເອົານົມໃຫ້ລູກກິດໄດ້…ຄົນອື່ນອາດເຫັນ. ຕົວຈິງແລ້ວ ເຂົາເຈົ້າກໍ່ມີຄວາມເຂີນອາຍຢູ່ທີ່ຕ້ອງໃຫ້ຄົນອື່ນເຫັນສ່ວນລັບຂອງຮ່າງກາຍ ແຕ່ຄວາມຫິວຂອງລູກ ແລະ ຄວາມຈຳເປັນຂອງສະຖານະການ ຈິ່ງບໍ່ທັນໄດ້ຄິດເຫັນຄວາມອາຍພໍເທົ່າໃດ.

ລູກຍິງອາດບໍ່ໄດ້ເກີດ

ທີ່ປະເທດຈີນສາມາດມີລູກໄດ້ຄົນດຽວ. ຫຼາຍຄົນຢາກມີລູກຊາຍໄວ້ສືບນາມສະກຸນ ດັ່ງນັ້ນ ຖ້າຫາກເມຍມີລູກຍິງແລ້ວ ອາດມີການເອົາອອກ. ນອກນັ້ນ ຍັງມີຫຼາຍໆສັງຄົມມັກມີລູກຊາຍຫຼາຍກວ່າ. ເຖິງວ່າການເອົາລູກອອກເປັນສິ່ງຜິດກົດໝາຍ ແຕ່ກໍ່ບໍ່ສາມາດຫ້າມທາງເລືອກຂອງຄົນໃຫ້ກຳເນີດໄດ້.

ອາດຖືກຈັບຂາຍ

ການຄ້າມະນຸດເປັນການຄ້າທີ່ຊົ່ວຊ້າທີ່ສຸດ ເຊິ່ງຂ້າພະເຈົ້າຖືວ່າຫຼາຍກວ່າການຄ້າທາດ ໃນຍຸກສັກດີນາ. ໃນປະຈຸບັນການຄ້າມະນຸດ ເປັນບັນຫາໃນຫຼາຍໆປະເທດ ແລະ ເພດຍິງມັກຖືກຈັບຂາຍເພື່ອໄປເປັນນາງບຳເລີ. ຈາກອົງການການຄ້າມະນຸດລາຍງານວ່າ: 98% ສູນຫາຍ ຫຼື ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດແມ່ນເດັກຍິງ.

ອາດບໍ່ໄດ້ເຂົ້າຮຽນ

ສັງຄົມລາວກໍ່ເຊັ່ນດຽວກັນ. ການມີລູກຍິງແລ້ວດີເພາະຈະໄດ້ຊ່ວຍແມ່ ແລະ ເຮັດວຽກບ້ານ. ໃນຫຼາຍໆຄອບຄົວທີ່ມີເງິນຈຳກັດ ເຂົາເຈົ້າຈະເລືອກໃຫ້ລູກຊາຍໄດ້ຮຽນ ເພາະເຊື່ອວ່າຜູ້ຊາຍຈະສືບສະກຸນໄດ້ດີກວ່າ. ສ່ວນຜູ້ຍິງນັ້ນ ກໍ່ຈະເຮັດວຽກບ້ານ, ລ້ຽງລູກຄົນອື່ນໆຊ່ວຍແມ່, ເຮັດສວນ ແລະ ຮັບໃຊ້ຜົວ ແລະ ແນ່ນອນເປັນເມຍທີ່ດີ. ສິ່ງນີ້ຈຳກັດການພັດທະນາ ແລະ ສ້າງໂອກາດໃຫ້ທຸກຄົນໄດ້ຮັບການສຶກສາ. ສິ່ງທີ່ດີຢ່າງໜຶ່ງ ບັນຫາດັ່ງກ່າວໄດ້ເປັນທີ່ສົນໃຈ ແລະ ໄດ້ຮັບການແກ້ໄຂ.

ໄດ້ເງິນໜ້ອຍກວ່າ

ມີການໂຈມຕີກັນຫຼາຍກ່ຽວກັບການຈ່າຍເງິນໃຫ້ເພດຍິງ ທີ່ມັກຈະໄດ້ຄ່າຕົວຕໍ່າກວ່າເພດຊາຍ. ເຊັ່ນເງິນລາງວັນຊະນະເລີດຕ່າງໆຈາກການແຂ່ງຂັນຈາກກິລາຫຼາຍໆປະເພດ ຍັງບໍ່ທັນເທົ່າທຽມ. ໃນປະຈຸບັນຈິ່ງມີການລົນນະລົງ ຈາກຫຼາຍພາກສ່ວນເພື່ອສົ່ງເສີມໃຫ້ມີການໄດ້ຮັບຄ່າລາງວັນການແຂ່ງຂັນທີ່ເທົ່າທຽມກັນ. ນອກນັ້ນ ທີ່ຫ້ອງການກໍ່ເຊັ່ນດຽວກັນ ເພດຍິງນອກຈາກ ຈະໄດ້ຄ່າຕົວຕໍ່າ ແລ້ວ ການຍົກລະດັບ ແລະ ສົ່ງເສີມ ເປັນສິ່ງທີ່ ເກີດຂື້ນໄດ້ຍາກຫຼາຍ. ໃນຫຼາຍປະເທດທີ່ພັດທະນາແລ້ວກໍ່ຍັງມີການແຕກໂຕນກັນລະຫວ່າງການນຳເພດຍິງ ແລະ ຊາຍ. ເຊັ່ນ ບາງປະເທດອັດຕາການເປັນສະມາຊິກລາດຊະດອນ ຍັງມີອັດຕາຕໍ່າເມື່ອທຽບກັບເພດຊາຍ.

ຈຸດສຸມທາງເພດ

ແມ່ຍິງກາຍເປັນຈຸດສົນໃຈທາງເພດຫຼາຍກວ່າຕົວຕົນຂອງຜູ້ຍິງ. ມີຫຼາຍໆສື່ນຳເອົາຮູບຮ່າງຍິງອອກເປັນສື່ໃນການສ້າງສິ່ງບັນເທີງ ຈົນກາຍເປັນບັນຫາສັງຄົມ. ການພົບປະພາບດັ່ງກ່າວໃນສັງຄົມ ກໍ່ໃຫ້ມີການຂົມຂືນ ແລະ ການທາຮຸນທາງເພດ. ໂດຍມີຫຼາຍຄົນທີ່ກໍ່ຄະດີ ມັກມີພຶດຕິກຳໃນການຕິດຕາມສື່ ບໍ່ວ່າຈະມາຈາກທາງເກມ, ໂທລະພາບ ແລະ ທາງອິນເຕີເນັດ.

ອາດແມ່ນຍ້ອນສາເຫດດັ່ງກ່າວ ຈິ່ງເຮັດໃຫ້ການເປັນຍິງນັ້ນມີຄວາມຫຍຸ້ງຍາກຫຼາຍ ຈົນເຮັດໃຫ້ແມ່ຍິງຫຼາຍຄົນລັນປາກ ອອກມາວ່າຢາກເກີດເປັນຜູ້ຊາຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.