Norkhame
ທ່ານ ເກີດມາເພື່ອເປັນຜູ້ນຳ ທ່ານ ເກີດມາເພື່ອເປັນຜູ້ນຳ
ອິດສະຫຼະທີ່ແທ້ຈິງ ຈະກີດຂື້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ. ລອງພິຈາລະນາຊີວິດຂອງທ່ານເອງເບິ່ງວ່າ, ໃຜຮັບຜິດຊອບ? ມັນແມ່ນຕົວທ່ານເອງນັ້ນແຫຼ້. ຫຼືວ່າ ທ່ານຕ້ອງການ ຄົນ ໃດໜຶ່ງຊີ້ທາງໃຫ້ທ່ານວ່າຄວນໄປທາງໃດຊັ້ນບໍ່? ທ່ານອາດມີຄວາມຄິດວ່າເຮັດສິ່ງນັ້ນ ສິ່ງນີ້ບໍ່ໄດ້. ຄວາມຄິດແບບ ນັ້ນ ເປັນການສ້າງຕົນເອງຢູ່ທີ່ບ່ອນບໍ່ມີທາງອອກ. ຫຼື ທ່ານອາດຈະສ້າງຄວາມຮັບຜິດຊອບແກ່ຊີວິດຂອງຕົນເອງ... ທ່ານ ເກີດມາເພື່ອເປັນຜູ້ນຳ

ອິດສະຫຼະທີ່ແທ້ຈິງ ຈະກີດຂື້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ.

ລອງພິຈາລະນາຊີວິດຂອງທ່ານເອງເບິ່ງວ່າ, ໃຜຮັບຜິດຊອບ? ມັນແມ່ນຕົວທ່ານເອງນັ້ນແຫຼ້. ຫຼືວ່າ ທ່ານຕ້ອງການ ຄົນ ໃດໜຶ່ງຊີ້ທາງໃຫ້ທ່ານວ່າຄວນໄປທາງໃດຊັ້ນບໍ່? ທ່ານອາດມີຄວາມຄິດວ່າເຮັດສິ່ງນັ້ນ ສິ່ງນີ້ບໍ່ໄດ້. ຄວາມຄິດແບບ ນັ້ນ ເປັນການສ້າງຕົນເອງຢູ່ທີ່ບ່ອນບໍ່ມີທາງອອກ. ຫຼື ທ່ານອາດຈະສ້າງຄວາມຮັບຜິດຊອບແກ່ຊີວິດຂອງຕົນເອງ ແລະ ຊີວິດອື່ນໆທີ່ທ່ານຮັກ ເຊິ່ງອາດຈະແມ່ນ: ລູກ, ເມຍ, ພໍ່-ແມ່ ແລະ ຄົນອື່ນໆໃນສັງຄົມ. ຖ້າຫາກທ່ານບໍ່ເຮັດ ແລ້ວແມ່ນ ໃຜຈະເຮັດ.

ເພື່ອໃຫ້ນຳພາຊີວິດຕົນເອງໄດ້ດີ, ກ່ອນອື່ນໝົດທ່ານຕ້ອງຢືນຢັດໃນຄວາມເປັນຕົນເອງ. ລົບລ້າງແນວຄວາມຄິດຫຼ້າ ຫຼັງ ແລະ ທໍ້ແທ້ ອອກຈາກຊີວິດຂອງທ່ານ. ເນື່ອງວ່າ ຄວາມຄິດຂອງທ່ານ ຈະກໍ່ໃຫ້ເປັນຈິງໃນອານາຄົດ. ດັ່ງນັ້ນ ທ່ານຕ້ອງ ນຳຄວາມຄິດດ້ານລົບອອກຈາກສະໜອງ ແລ້ວຫັນມາສ້າງແນວຄວາມຄິດສ້າງສັນ ແລະ ຄິດໃນດ້ານບວກ.

ແທນທີ່ຈະສ້າງພຶດຕິກຳບໍ່ດີໄປໃນແຕ່ລະວັນ, ທ່ານຄວນສື່ສານການດຳລົງຊີວິດ ກັບວິໃສທັດອັນແຈ່ມແຈ້ງ ແລະ ສູງ ສົງ ໃນແຕ່ລະວັນ. ຕັ້ງເປົ້າຫາອຸດົມການອັນສູງສົ່ງກວ່າຕົວທ່ານຄິດວ່າທ່ານເປັນໄດ້ ແລະ ປະຕິບັດກິດຈະກຳທີ່ເປັນ ຜົນ ໃນ ແຕ່ລະວັນ. ເພາະວ່າ ສິ່ງທີ່ຄົນຫຼາຍໆຄົນປະສົບຜົນສຳເລັດ ມັນບໍ່ໄດ້ເກີດຂື້ນຍ້ອນເຫດບັງເອີນ ແຕ່ມັນເກີດ ຂື້ນຍ້ອນຄວາມ ປະສົງ ທີ່ເກີດຂື້ນໃນຈິດໃຈຂອງຄົນແຕ່ລະຄົນ.

ທ່ານຈະສາມາດມີໄຊຊະນະຕໍ່ກັບເຫດການທີ່ທ້າທາຍ ໃນໄລຍະການເດີນທາງໄປຫາເປົ້າໝາຍຫຼືບໍ່? ຫຼື ທ່ານຈະປ່ອຍ ໃຫ້ ເຫດການ ຮ້າຍກຳນົດຊະຕາກຳຂອງທ່ານຊັ້ນບໍ່ ແລະ ເຮັດໃຫ້ທ່ານຫ່າງໄກອອກຈາກຄວາມໃຜຝັນຂອງຕົນເອງ. ມັນບໍ່ ສຳຄັນດອກວ່າທ່ານຈະມາຈາກຄອບຄົວທຸກຈົນ ຫຼື ມີເບື້ອງຫຼັງປະຫວັດການດຳລົງຊີວິດທີ່ບໍ່ດີຄືແນວໃດ. ໃນ ແຕ່ລະວັນ ທ່ານສາມາດເລືອກວ່າ ທ່ານມີຄວາມຄິດອອກຈາກຄວາມທຸກຈົນ, ຄວາມຂາດເຂີນ, ຄວາມກົດດັນ ຫຼື ຄວາມພິການ ທາງຮ່າງກາຍໄດ້ແນວໃດ.

ບໍ່ວ່າທ່ານຈະຕົກໃນສະຖານນະການທີ່ຫຍຸ້ງຍາກ ເຊັ່ນ: ອຸບັດຕິເຫດ, ຄວາມທຸກຈົນ, ສະພາບຄອບຄົວສັບສົນ, ຫຼື ປະສົບກັບເຫດການທີ່ທ່ານຄິດວ່າບໍ່ຍຸດຕິທຳກັບຊີວິດຂອງທ່ານ. ແທ່ນທີ່ຈະປະປ່ອຍໃຫ້ແນວຄິດການເບິ່ງໂລກ ໃນທາງ ລົບເຂົ້າມາຄຸກຄາມຈິດໃຈ, ທ່ານຄວນນຳແນວຄວາມຄິດ ການດຳລົງຊີວິດອັນສວຍງານໃນໂລກ ທີ່ເຕັມໄປດ້ວຍຄວາມ ອຸດົມສົມບູນເຂົ້າມາຢູ່ໃນຈິດໃຕ້ສຳນຶກ. ທ່ານເປັນຄົນໆດຽວທີ່ຈະນຳພາຕົນເອງອອກຈາກສະພາບການອັນຫຍຸ້ງຍາກ ແລະ ດຳລົງຊີວິດດ້ວຍ ແຮງບັນດານໃຈເພື່ອສ້າງສັນ ເພື່ອມີໄຊຊະນະກັບສະພາບການ ຂາດເຂີນເງິນທອງ, ການບໍ່ມີສິດບໍ່ ມີອຳນາດ, ຫຼື ບໍ່ມີອິນເຕີເນັດໃຊ້, ຫຼື ບໍ່ມີທີ່ພັກພາອາໃສ. ສິ່ງນັ້ນບໍ່ແມ່ນປັນຫາກີດຂວງ ຂໍແຕ່ມີໃຈສູ້ຊົນ.

ທ່ານຕ້ອງນຳພາຕົນເອງອອກຈາກສະພາບການອັນມືດມົນ ທີ່ປິດຫູບັງຕາຈົນບໍ່ຮູ້ວ່າຈະເດີນໄປທາງໃດ. ການອອກມາ ຈາກສະພາບການດັ່ງກ່າວນັ້ນ, ມັນຈະເປັນການຈຸດປະກາຍໃຫ້ແກ່ຄົນອື່ນໆໄດ້ເດີນຕາມ. ຄືດັ່ງຜູ້ນຳຂອງ ປະເທດ ລາວ ທີ່ຄັ້ງໜຶ່ງເຄີຍຖືກພວກປະຕິການຈັບເຂົ້າຄຸກ. ແທນທີ່ເພີ່ນຈະຈົມກັບຄວາມມືດມົນ ໃນຫ້ອງຄຸກທີ່ແສນຈະແອ່ອັດ, ເພີ່ນ ກັບອອກມາເພື່ອດຳເນີນພາລະກິດປົດປ່ອຍຊາດ ແລະ ເປັນແບບຢ່າງໃຫ້ແກ່ຄົນລຸ້ນຫຼັງ.

ທ່ານກໍ່ສາມາດເປັນຄືດັ່ງຜູ້ນຳກຸ່ມເຫຼົ່ານັ້ນໄດ້. ແຕ່ກ່ອນອື່ນໝົດ ທ່ານຕ້ອງນຳພາຊີວິດຕົນເອງກ່ອນ.

ເຖິງວ່າທ່ານຈະບໍ່ຄິດເປັນນັກການເມືອງ ຫຼື ຜູ້ບໍລິຫານລະດັບສູງຂອງບໍລິສັດຊື່ສຽງໂດງດັງ, ທ່ານກໍ່ຍັງເກີດມາເພື່ອ ເປັນຜູ້ນຳຢູ່ດີ. ເໜື່ອສິ່ງອື່ນໃດໝົດ ແມ່ນທ່ານຕ້ອງເປັນຜູ້ນຳພາຕົນເອງ. ສິ່ງໃດທີ່ຊີວິດຂອງທ່ານຕ້ອງການໃຫ້ມີການ ນຳພາ: ອັນຫຼັກໆແມ່ນ ນຳພາຕົນເອງສູ່ຄວາມສຸກ ຫຼື….

ນຳພາຕົນເອງສູ່ເປົ້າໝາຍ.

ນຳພາຕົນເອງສູ່ສຸກກະພາບທີ່ດີ.

ນຳພາຕົນເອງຕາມວິໃສທັດຂອງຕົນເອງ.

ນຳພາຕົນເອງສ້າງຄອບຄົວທີ່ມັ່ງມີສີສຸກ.

ແລ້ວນຳພາຕົນເອງສູ່ຄວາມດີເລີດ.

ແລ້ວນຳພາຄົນອື່ໆເຮັດໃນສິ່ງທີ່ທ່ານເຮັດ.

ແລ້ວທ່ານຈະກາຍເປັນຜູ້ນຳທີ່ຊົງພະລັງ ດັ່ງທີ່ທ່ານໄດ້ປະຕິບັດກັບຕົນເອງມາຫຼາຍໆປີ.​

ແລະ ມັນໄດ້ເວລາແລ້ວທີ່ທ່ານຈະໄດ້ເປັນຜູ້ນຳ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.