ດຶງຄົນເກັ່ງມາຮ່ວມງານ

4 out of 5
4
6 ແນວຄິດຕໍ່ຫຼັກສູດ

ຈາກຄຳເວົ້າທີ່ວ່າ “ຄົນດີມີໜ້ອຍ” ເປັນສິ່ງທີ່ໜ້າຄົ້ນຄິດ ແລະ ໃສ່ໃຈແກ່ຄົນທີ່ເປັນຫົວໜ້າອົງກອນ ຫຼື ບໍລິສັດ. ຫ້ອງການຂອງທ່ານ ຕ້ອງພ້ອມທີ່ຈະຍາດແຍ່ງເອົາຄົນດີ ແລະ ເກັ່ງສຸດມາສູ່ອົງກອນຂອງທ່ານເອງ. ໃນປະຈຸບັນ, ຜູ້ໃຊ້ແຮງງານໄດ້ມີການແຂ່ງຂັນກັນຄັດສັນຄົນເກັ່ງໆເຂົ້າມາເຮັດວຽກສ້າງຜົນປະໂຫຍດແກ່ບໍລິສັດ. ໃນປະເທດ ທີ່ມີແຮງງານໜ້ອຍ, ໄດ້ມີນະໂຍບາຍນຳເຂົ້າແຮງງານເພື່ອມາເຮັດວຽກ.

ຈະເຮັດແນວໃດ ຈັ່ງຈະໄດ້ຄົນດີ ແລະ ເກັ່ງມາຮ່ວມງານ? ເປັນໜ້າທີ່ສຳຄັນແກ່ອົງກອນ.​ ບໍ່ຊັ້ນ, ທ່ານອາດຈະໄດ້ ຄົນທີ່ບໍ່ມີຄຸນນະພາບພໍມາເຮັດວຽກ. ໃນຕົວບໍລິສັດ ຫຼື ອົງກອນ ຕ້ອງມີແຜນງານໃນການສ້າງຄວາມໜ້າສົນໃຈ ໃຫ້ແກ່ຄົນເກັ່ງໆຢາກເຂົ້າມາຮ່ວມງານນຳ. ພະນັກງານຊອກຫາຫຼາຍຢ່າງຈາກອົງກອນ ນອກຈາກຜົນປະໂຫຍດ ໃນສິ່ງ ຕອບແທນທັງສິ່ງທີ່ບໍ່ແມ່ນວັດຖຸ ເປັນຕົ້ນ: ຄວາມສະເໜີພາບໃນໜ້າທີ່, ຄວາມຄ່ອງຕົວ, ອິດສະຫຼະໃນ ການເຮັດວຽກ, ການນຳພາທີ່ດີ ແລະ ໂອກາດໃນການພັດທະນາຕົນເອງ. ໃນຫຼັກສູດນີ້, ຈະຊ່ວຍໃຫ້ບັນດາ ຜູ້ທີ່ ເປັນເຈົ້າຂອງກິດຈະການ, ຫົວໜ້າອົງກອນ ແລະ ບໍລິສັດ ເຂົ້າໃຈ ສິ່ງທີ່ຈະດຶງດູດພະນັກງານ ທີ່ມີທັກສະດີເລີດ ມາຮ່ວມອົງກອນ. ລູກຈ້າງຈະມີທາງເລືອກສະເໜີ. ເຂົາເຈົ້າຈະປະເມີນອົງກອນ ແລະ ບໍລິສັດກ່ອນເຂົ້າຮ່ວມງານ ວ່າຈະມີຜົນດີແນວໃດແດ່ຫາກໄດ້ຮ່ວມງານ.

ບໍລິສັດຄວນມີແຜນງານໃນ ການສ້າງໃຫ້ກາຍເປັນອົງກອນ ໃຫ້ກາຍ ເປັນບ່ອນເຮັດວຽກຂອງອັດສະລີຍະ ທັງໄລຍະສັ້ນ ແລະ ຍາວ. ເພື່ອໃຫ້ກາຍເປັນອົງກອນເຮັດວຽກໃນຝັນຂອງ ຄົນເກັ່ງທີ່ພ້ອມຈະທຸ້ມເທເພື່ອສ້າງ ແລະ ຂະຫຍາຍບໍລິສັດ ຫຼື ອົງກອນໃຫ້ໂດດເດັ່ນໃນສັງຄົມ. ໃນຫຼັກສູດນີ້ ຈະເຜີຍເຕັກນິກໃຫ້ຊາບ.

ສິ່ງທີ່ທ່ານຈະໄດ້ຈາກຫຼັກສູດນີ້

  • ເປັນຫຍັງຈິ່ງຕ້ອງສ້າງອົງກອນໃຫ້ເປັນຄືຍີ່ຫໍ້ສິນຄ້າ ແລະ ສ້າງໃຫ້ມີຄວາມໜ້າເຊື່ອ
  • ຄວາມຕ້ອງການພະນັກງານທີ່ເໜາະກັບບໍລິສັດ ຫຼື ອົງກອນທ່ານ
  • ຈະສ້າງເອົາຫຍັງມາສ້າງໃຫ້ຄົນເຊື່ອໜັ້ນ
  • ວິທີການເຊື່ອມໂຍງເຮັດໃຫ້ຄົນຮູ້ສຶກຢາກມາຮ່ວມງານ
  • ວິທີການສື່ສານຊັກຊວນຄົນຮ່ວມງານຜ່ານການໂຄສະນາຍີ່ຫໍ້ສິນຄ້າຂອງທ່ານ

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ເປັນຫຼັກສູດສ້າງສຳລັບເຈົ້າຂອງກິດຈະການ ຫຼື ຫົວໜ້າອົງກອນສະເພາະ. ຈຳເປັນຕ້ອງໄດ້ນຳໃຊ້ພະນັກງານ ມາ ຮ່ວມວຽກງານ. ບໍ່ວ່າຈະເປັນນ້ອຍຫຼືໃຫຍ່. ການຄັດສັນຄົນເກັ່ງທີ່ສາມາດຈ້າງໄດ້ ຈະເປັນໂອກາດອັນດີໃຫ້ການ ພັດທະນາທຸລະກິດ. ໃນສັງຄົມທຸລະກິດລາວ, ການຈ້າງພີ່ນ້ອງ, ເພື່ອນຝູງ ແລະ ຄົນຮູ້ຈັກ ເປັນການກະຈາຍ ລາຍໄດ້ ແລະ ສ້າງຜົນປະໂຫຍດແກ່ຄົນໃນເຄື່ອຄ່າຍ. ຫາກເຂົາເຈົ້າບໍ່ມີຄວາມສາ ມາດທີ່ເໜາະສົມກັບຕໍ່າແໜ່ງ ທີ່ທ່ານມອບໃຫ້ເຂົາເຈົ້າຮັບຜິດຊອບ, ອາດເປັນຜົນເສຍແກ່ຕົວທ່ານເອງ. ໃນຫຼັກສູດນີ້ ຈະເປີດໂອກາດໃຫ້ທ່ານ ໄດ້ມີຕົວເລືອກຫຼາຍຂື້ນ ແທນການທີ່ນຳໃຊ້ແຮງງານຈາກຄົນທີ່ເຮົາຮູ້ຈັກ.

ແນວໃດກໍ່ຕາມ, ສຳລັບບຸກຄົນ ກໍ່ຈຳເປັນ. ເພາະພວກເຮົາມັກໄດ້ຮ່ວມງານກັບຄົນຫຼາກຫຼາຍປະເພດຄືກັນ. ສາມາດ ດັດປັບໄດ້ ໃນການເຮັດໃຫ້ວຽກງານ ທີ່ທ່ານເຮັດກາຍເປັນສິ່ງດຶງດູດແກ່ເພື່ອນຮ່ວມງານ. ທ່ານຄວນພ້ອມສ້າງໃຫ້ ຕົນເອງກາຍເປັນຈຸດສົນໃຈ ຢາກໃຫ້ຄົນມາຮ່ວມງານໃນການດຳເນີນກິດຈະການຕ່າງໆ.

ແນະນຳຫຼັກສູດ

1
ໄດ້ສິ່ງທີ່ເສຍໄປຈາກຄົນງານ
7 ນາທີ

ບົດທີ 1: ເຂົ້າໃຈຍີ່ຫໍ້ “ນາຍຈ້າງ”

1
ຍີ່ຫໍ້ນາຍຈ້າງ ແມ່ນຫຍັງ?
3 ນາທີ
2
ເປັນຫຍັງຈິ່ງຕ້ອງສ້າງໃຫ້ນາຍຈ້າງກາຍເປັນຍີ່ຫໍ້
8 ນາທີ
3
ອົງປະກອບຂອງຍີ່ຫໍ້ນາຍຈ້າງ
6 ນາທີ
4
ຊື່ສຽງຂອງບໍລິສັດ ປຽບສະເໜືອນຍີ່ຫໍ້ຂອງອົງກອນ
5 ນາທີ
5
ປັດໃຈທີ່ມີອິດທິພົນແກ່ຍີ່ຫໍ້ນາຍຈ້າງ
8 ນາທີ

ບົດທີ 2: ຍີ່ຫໍ້ຂອງນາຍຈ້າງດຶງດູດຄົນມີຄວາມສາມາດໄດ້ຈັ່ງໃດ?

1
ຮຽນແບບຄົນອື່ນບໍ່ໄດ້ເຮັດໃຫ້ທ່ານໂດດເດັ່ນ
4 ນາທີ
2
ສິ່ງໃດທີ່ຄົນມີສີມືຕ້ອງການຈາກຜູ້ໃຊ້ແຮງງານ
6 ນາທີ
3
ຜົນກະທົບແກ່ລູກຄ້າ ແລະ ກຳໄລ
8 ນາທີ
4
ສິ່ງທີ່ເຈົ້າຂອງກິດຈະການເຮັດບໍ່ໄດ້
6 ນາທີ

ບົດທີ 3: ສ້າງບ່ອນເຮັດວຽກເພື່ອດຶງດູດຄົນມີພອນສະຫວັນ

1
ພະນັກງານປະເມີນເຈົ້ານາຍດ້ວຍວິທີໃດ?
6 ນາທີ
2
ເຮັດແນວໃດຈິ່ງຈະເປັນທີ່ສົນໃຈຂອງຄົນສະໝັກ
6 ນາທີ
3
ພາບພົດຄືທຸກໆສິ່ງ
5 ນາທີ
4
ແຮງດຶງດູດພາຍໃນມັນຍືນຍາວກວ່າ
5 ນາທີ

ບົດທີ 4: ເຮັດໃຫ້ຍີ່ຫໍ້ບໍລິສັດໂດດເດັ່ນ

1
ສິ່ງໃດຈະສ້າງໃຫ້ຍີ່ຫໍ້ຂອງນາຍຈ້າງໜ້າເຊື່ອຖື
7 ນາທີ
2
ສ້າງການເຊື່ອມໂຍງດ້ານອາຣົມ
3 ນາທີ
3
ຊອກຄຳຕອບ 4 ຢ່າງ ເພື່ອເຮັດໃຫ້ໜ້າເຊື່ອຖື
5 ນາທີ
4
ການສື່ສານກັບຍີ່ຫໍ້ທ່ານ
5 ນາທີ
5
ພະນັກງານປຽບສະເໜືອນກັບນັກໂຄສະນາ
5 ນາທີ

ບົດສະຫຼຸບ

1
ແຜນສ້າງຍີ່ຫໍ້ນາຍຈ້າງໃນການດຶງດູດຄົນຮ່ວມງານ
6 ນາທີ
ບໍ່ສະເໜີໄປ. ຄົນທີ່ຢາກເຮັດວຽກກັບຄົນເກັ່ງໆກະສາມາດນຳໃຊ້ເຕັກນິກນີ້ໃນການຊອກເພື່ອນຮ່ວມງານເກັ່ງໆ.
ແນ່ນອນ. ບໍລິສັດກະເປັນຍີ່ຫໍ້ໄດ້. ເປັນໃນນາມອົງກອນທັງລັດ ແລະ ທຸລະກິດ ຫຼື ອົງການຈັດຕັ້ງບໍ່ຫວັງຜົນກຳໄລເອີ້ນວ່າ ເປັນຍີ່ຫໍ້ໄດ້. ສາມາດຮຽນເຕັກນິກໃນນີ້ໃນການຊອກຫາຄົນເກັ່ງໆມາສ້າງຄຸນຄ່າ.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ຄວາມຍາວຫຼັກສູດ: 2 ຊົວໂມງ
ການບັນຍາຍ: 20
ວີດີໂອ: 1 ຊົວໂມງ
ລະດັບ: ເລີ່ມຕົ້ນ

ຫົວຂໍ້ຜ່ານມາ