ເຮັດເວັບໄຊ໊ດ້ວຍຕົນເອງ

4 out of 5
4
6 ແນວຄິດຕໍ່ຫຼັກສູດ

ສື່ສັງຄົມອອນໄລເປັນຖານການໂຄສະນາແກ່ບໍລິສັດໄດ້. ແຕ່ທ່ານບໍ່ມີອຳນາດຫຼາຍພໍໃນການຄອບຄຸມ. ຈະເປັນ ແນວໃດຫາກມື້ໜຶ່ງແຝດສບຸກ ຫຼື ສື່ສັງຄົມອອນໄລທີ່ທ່ານສ້າງການໂຄສະນາ ປິດຕົວໄປ. ສື່ສັງຄົມອອນໄລ ຄ້າຍໆຄືກັບການໄປເຊົ່າເຮືອນຄົນອື່ນເຮັດທຸລະກິດ ໃນຂະນະທີ່ການມີເວັບໄຊ ເປັນການເຮັດທຸລະກິດໃນ ບ້ານເປັນຂອງເຮົາ. ຂໍ້ດີຂອງການມີເວັບແມ່ນ ທ່ານສາມາດຄວບຄຸມຮູບແບບ ການສະແດງສິ່ງໂຄ ສະນາດ້ວຍ ຕົວທ່ານເອງ. ເຖິງຈະມີການຂະຫຍາຍຕົວຂອງຫຼາຍຊ່ອງສື່ສັງຄົມອອນໄລ ຫຼາຍບໍລິສັດຍັງໃສ່ໃຈ ພັດທະນາເວັບ ໄຊຂອງບໍລິສັດ ໃຫ້ກາຍເປັນຖານສື່ສານ, ສະໜອງຂໍ້ມູນ ແລະ ໃຫ້ບໍລິການແກ່ລູກຄ້າໂດຍກົງ.

ດ້ວຍການນຳໃຊ້ WordPress, ເຮັດໃຫ້ເວັບໄຊຂອງຫຼາຍໆບໍລິສັດມີເອກະລັກ ແລະ ເບິ່ງເປັນມືອາຊີບ. ໃຜໆກະ ສ້າງເວັບໄຊໄດ້ ດ້ວຍການນຳໃຊ້ເຕັກນິກທີ່ຈະນຳສະເໜີໃນຫຼັກສູດນີ້ ຈາກຕົ້ນຈົນຈົບ ໃນລາຄາທີ່ຕໍ່າສຸດ ເພື່ອຄັດ ເລືອກນຳໃຊ້ Theme, Plugins, ແລະ ອົງປະກອບພື້ນຖານອື່ນໆ. ມີຫຼາຍວິທີຊານສະຫຼາດເພື່ອ ໃຫ້ທ່ານສາ ມາດສ້າງເວັບໄຊທີ່ໜ້າສົນໃຈ ໃນຕົວສິນຄ້າ ແລະ ຍີ່ຫໍ້ສິນຄ້າຂອງທ່ານ. ແນ່ນອນທີ່ສຸດ, ຄວາມປອດໄພຂອງເວັບ ແລະ ການເກັບຮັກສາ ຈະຖືກນຳມາແນະນຳ ເພື່ອໃຫ້ທ່ານໜັ້ນໃຈໃນການເຮັດທຸລະກິດທາງອອນໄລ.

ສິ່ງທີ່ຈະໄດ້ຈາກຫຼັກສູດນີ້

  • ສ້າງເປົ້າໝາຍເວັບໄຊ ແລະ ຄວາມຕ້ອງການ
  • ເພີ່ມໜ້າເວັບໄຊ
  • ຊອກຫາຮູບຊົງເວັບໄຊ ແລະ ຮູບພາບ
  • ປ່ຽນສີ, ຕົວອັກສອນ ແລະ ເມນູ
  • ຕັ້ງໜ້າຫຼັກເພີ່ມແບບຝອມ ແລະ ຈຸດເຊື່ອມຕໍ່ ສື່ສັງຄົມອອນໄລ
  • ທົດສອບການໃຊ້ງານເວັບໄຊ
  • ເຮັດໃຫ້ເວັບໄຊມີຄວາມປອດໄພ

ຫຼັກສູດນີ້ເໜາະສຳລັບທ່ານບໍ່?

ສະເພາະທຸລະກິດນ້ອຍໃຫຍ່ແມ່ນຈຳເປັນ. ພະນັກງານທີ່ເຮັດວຽກບໍລິຫານກໍ່ສາມາດຮຽນໃນຫຼັກສູດນີ້ໄດ້ ເພື່ອ ຊ່ວຍວຽກງານສື່ສານທາງອອນໄລກັບລູກຄ້າ. ສຳລັບບຸກຄົນ, ກໍ່ສາມາດສ້າງເວັບໄຊ້ດ້ວຍຕົວທ່ານເອງ. ເຊັ່ນ: ທ່ານ ເຮັດບໍລິການ ເຊັ່ນ: ສິດສອນ, ແປພາສາ, ທີ່ປຶກສາ. ການມີເວັບໄຊເປັນຂອງຕົວທ່ານເອງ ຈະຊວງໃຫ້ຄົນອື່ນເຫັນ ຕົວຕົນທີ່ແທ້ຈິງທາງອອນໄລ. ສຳລັບຄົນທີ່ຕ້ອງການສ້າງຍີ່ຫໍ້ສ່ວນບຸກຄົນ ການມີເວັບໄຊ ຈະເຮັດໃຫ້ການຄົ້ນ ຫາທາງອອນໄລເປັນໄປໄດ້ງ່າຍຂື້ນ.

ແນະນຳ

1
ສ້າງເວບໄຊທ໌ທຸລະກິດຂະ ໜາດ ນ້ອຍ
2
ສິ່ງທີ່ທ່ານຕ້ອງການ ສຳ ລັບຫຼັກສູດນີ້

ບົດທີ 1: ກະກຽມສ້າງເວບໄຊທ໌ທຸລະກິດຂະ ໜາດ ນ້ອຍ

1
ກຳ ນົດເປົ້າ ໝາຍ ແລະຄວາມຕ້ອງການຂອງສະຖານທີ່
2
ກຳ ນົດຄວາມຕ້ອງການຂອງສະຖານທີ່
3
ເຮັດໃຫ້ສາງເນື້ອໃນເບື້ອງຕົ້ນ

ບົດທີ 2: ເພີ່ມເນື້ອຫາ ສຳ ຄັນ

1
ເຂົ້າໃຈກະທູ້ທຽບກັບ ໜ້າ ຕ່າງໆ
2
ສ້າງ ໜ້າ ຫຼັກ
3
ເຮັດວຽກຮ່ວມກັບແລະຊອກຫາຮູບພາບ

ບົດທີ 3: ການຄັດເລືອກແລະ ກຳ ຫນົດຫົວຂໍ້

1
ຊອກຫາຫົວຂໍ້ທີ່ຕອບສະ ໜອງ ຄວາມຕ້ອງການຂອງທ່ານ
2
ຮອບຫົວຂໍ້ທີ່ ເໝາະ ສົມ
3
ຕິດຕັ້ງແລະກະຕຸ້ນຫົວຂໍ້
ຈຳເປັນ. ເພາະການມີເວັບໄຊ໊ເປັນຂອງຕົນເອງ ຄ້າຍຄືມີບ້ານເປັນອງຄຕົນເອງ.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ການບັນຍາຍ: 11

ຫົວຂໍ້ຜ່ານມາ