ເຝິກເປັນຜູ້ນຳ

4 out of 5
4
6 ແນວຄິດຕໍ່ຫຼັກສູດ

ມີມື້ໃດບໍ່ ທີ່ທ່ານບໍ່ຕັດສິນໃຈ? ບາງຄົນຕັດສິນໃຈແຕ່ງງານ, ເລືອກຊື້ເຄື່ອງເຮືອນ, ຊື້ດີນ ແລະ ອື່ນໆ. ການຕັດ ສິນໃຈ ເປັນທັກສະອັນໜຶ່ງ ຂອງພາວະຜູ້ນຳ. ເຮັດແນວໃດ ຈະແນ່ໃຈວ່າທ່ານຕັດສິນໃຈເປັນຜົນແກ່ຊີວິດ, ການ ງານ ແລະ ທຸລະກິດ. ຍ້ອນແນວນີ້, ການຮຽນທັກສະການນຳ ເພື່ອນຳໃຊ້ໃນຊີວິດປະຈຳວັນເປັນສິ່ງຈຳເປັນ. ໃນຫຼັກສູດນີ້ ຈະໄດ້ນຳເອົາທັກສະການນຳຂອງຫຼາກຫຼາຍວົງການການຳ ແລະ ຜູ້ບໍລິຫານ ໃນຫຼາຍລະດັບມານຳ ສະເໜີ ເປັນພື້ນຖານໃຫ້ແກ່ທ່ານ ໄດ້ນຳໄປປະຍຸກນຳໃຊ້ ແກ່ຊີວິດຕົວທ່ານເອງ ແລະ ທີມງານ ເພື່ອເຮັດວຽກ ງານໃຫ້ປະສົບຜົນສຳເລັດ.

ມີທັກທິດສະດີທີ່ມີການນຳໃຊ້ໃນຕົວຈິງມາກ່ອນ ຂອງບັນດາຜູ້ນຳ ທີ່ມີຊື່ສຽງ ແລະ ປະສົບຜົນສຳເລັດ ໃນວົງການ ການເມື່ອງ, ທຸລະກິດ, ການທະຫານ, ການສຶກສາ. ທັກສະດັ່ງກ່າວ ຂ້າພະເຈົ້າເຄີຍນຳໃຊ້ໃນຊີວິດຕົວຈິງໃນການ ເຮັດວຽກງານມາແລ້ວຫຼາຍປີ. ສິ່ງທີ່ພົບເຫັນໃນຄຸນລັກສະນະການເປັນຜູ້ນຳມີຫຼາຍລັກສະນະທີ່ຄົນລາວເຮົາຄວນ ຮຽນເປັນແບບຢ່າງ. ເປັນຕົ້ນ ການຄົນຄິດແບບມີວິໃສທັດ, ການມີແຮງບັນດານໃຈແບບບໍ່ມີມັນຈົບສີ້ນ, ຮູບແບບ ການນຳພາ ແລະ ທັກສະການກະຕຸ້ນທີມງານແບບທາງກົງ ແລະ ທາງອ້ອມ ເພື່ອນຳໄປສູ່ການເໜັ່ງຕີງ ແບບທາງ ບວກແກ່ ສັງຄົມ ອັນກໍ່ໃຫ້ເກີດມີການປ່ຽນແປງທີ່ດີຂື້ນ. ໃນທີ່ສຸດ, ຫາກທ່ານນຳເອົາທັກສະມາປະຕິບັດ ກໍ່ຈະ ເຮັດໃຫ້ທ່ານກ່າຍເປັນຄົນທີ່ມີລັກສະນະການເປັນຜູ້ນຳທີ່ດີຂື້ນຢ່າງບໍ່ຕ້ອງສົງໃສ.

ໃນຍຸກດິຈິຕໍ, ມີຫຼາຍເຄື່ອງມືອຳນວຍການເຮັດວຽກໄດ້ງ່າຍຂື້ນ. ມັນບໍ່ໄດ້ເຮັດໃຫ້ວຽກງານງ່າຍຂື້ນເລີຍ. ທັກສະ ການນຳ ໃນຍຸກທີ່ມີການຫັນປ່ຽນໄວ ຫາກຮູ້ຈັກໜູນໃຊ້ ເຄື່ອງມືການສື່ສານ ເຂົ້າໃນວຽກງານ ຈະເຮັດໃຫ້ ການນຳ ເອົາຈິນຕະນາການ ແລະ ການລະດົມແນວຄິດແບບໝູ່ຄະນະໄດ້ງ່າຍຂື້ນ. ກົງກັນຂ້າມ ຫາກບໍ່ສາມາດປັບປ່ຽນລັກ ສະນະການນຳ ໄປຕາມຍຸກສະໃໝ ທ່ານອາດນຳພາວຽກງານບໍ່ທັນກັບການປ່ຽນແປງ.

ສິ່ງທີ່ຈະໄດ້ຮັບຈາກຫຼັກສູດນີ້

  • ອັນໃດເຮັດໃຫ້ກາຍເປັນຜູ້ນຳທີ່ດີເລີດ?
  • ເຊື່ອມຕໍ່ຄົນກັບທີມງານ
  • ສ້າງສິ່ງກະຕຸ້ນທີມງານ
  • ຮູບແບບການນຳພາ
  • ການສ້າງທີມງານ
  • ການຈັດລຳດັບການສັ່ງງານ

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ແນ່ນອນສຳລັບຄົນທີ່ມີຕຳແໜ່ງໃນບໍລິສັດ ຫຼື ອົງກອນ. ຫຼັກສູດນີ້ພາດບໍ່ໄດ້. ເບິ່ງໃຫ້ເລິກໆ, ທັກສະນະທີ່ຈະນະ ສະເໜີໃນນີ້ຖອດລະຫັດມາຈາກ ຄົນທີ່ນຳໃຊ້ຄວາມສາມາດ ໃນການເຮັດວຽກງານຕາມໜ້າທີ່ມອບໝາຍ. ລອງ ຖາມເບິ່ງໃນຊີວິດຕົວຈິງຂອງທ່ານ, ໃຜເປັນຜູ້ຊີ້ນຳຊີວິດໃຫ້ ເປັນຕົ້ນ ຕັດສິນໃຈແຕ່ງງານ, ຕັດສິນໃຈເລືອກຂະ ແໜງຮຽນ, ເລືອກງານ, ແລະ ອື່ນໆ. ຈະເລືອກເດີນໄປທາງໃດໃນຊີວິດ ແລະ ຈະເຮັດຈັ່ງໃດຊີວິດ ຈິ່ງຈະກ້າວສູ່ ຄວາມສຳເລັດນັ້ນ ຕ້ອງການທັກສະ ທີ່ໄດ້ນຳສະເໜີໃນຫຼັກສູດນີ້ເປັນຈຳນວນຫຼວງຫຼາຍ.

ແມ່ຍິງບໍ່ແມ່ນຄົນຕາມອີກຕໍ່ໄປ. ເສັ້ນທາງເດີນແຫ່ງຊີວິດໃນຍຸກປະຈຸບັນ ໄດ້ຖືກມອບໝາຍໃຫ້ແກ່ທຸກໆຄົນ. ລວມທັງເພດຍິງ. ຈາກເມື່ອກ່ອນຖືກແຕ່ງງານແບບຈັບແຕ່ງ, ມາໃນປະຈຸບັນ ແມ່ຍິງສາມາດເລືອກໄດ້ຫຼາຍຂື້ນ. ສະນັ້ນ, ສຳລັບແມ່ຍິງທີ່ຕ້ອງການເປັນຜູ້ນຳພາຊີວິດຕົນເອງ ສູ່ຄວາມສຳເລັດນັ້ນ ເປັນຫຼັກສູດທີ່ບໍ່ຄວນພາດ. ຢ່າປ່ອຍໃຫ້ແຕ່ຜູ້ຊາຍມາຮຽນ ເພາະທ່ານຍິງອາດພາດການເປັນຜູ້ນຳເກັ່ງກ້າໄດ້.​

ແນະນຳຫຼັກສູດ

1
ສິ່ງທີ່ຄວນໃສ່ໃຈ

ບົດທີ 1: ຜູ້ ນຳ ແມ່ນຫຍັງ?

1
ການແນະ ນຳ
2
ສິ່ງທີ່ເຮັດໃຫ້ນາຍເຮືອທີ່ດີເລີດ?
3
ທຸກຢ່າງແມ່ນຄວາມຜິດຂອງການບໍລິຫານ
4
ເຊື່ອມຕໍ່ກັບທີມງານຂອງທ່ານ
5
ແກ້ໄຂບັນດາທະຫານ
6
ແມ່ນຜູ້ ນຳ ທີ່ຍິ່ງໃຫຍ່ເກີດຫຼືສ້າງ?

ບົດທີ 2: ແຮງຈູງໃຈ

1
ການແນະ ນຳ
2
ກົດເກນ Maslow
3
ມັນຕົ້ນ
4
ຄົນ 4 ປະເພດ
5
ເງິນແມ່ນແຮງຈູງໃຈບໍ?
6
20 ສິ່ງ ຈຳ ເປັນໃນການລະດົມ ກຳ ລັງໃຈ

ບົດທີ 3: ແບບຜູ້ ນຳ: part1

1
ການແນະ ນຳ
2
ທ່ານຄວນຈະຄວບຄຸມຫຼາຍປານໃດ?
3
ທະເລສາບ

ບົດທີ 4: ຄະນະຜູ້ແທນ

1
ການແນະ ນຳ
2
ຄະນະຜູ້ແທນແມ່ນດີຫຼາຍ!
3
ຂໍ້ຄັດຄ້ານຕໍ່ການມອບສິດ
4
ເຈົ້າຈະພາດບໍ່?
5
ເລື່ອງ Cushion
6
ວິທີການມອບ ໝາຍ: ຂໍ້ສະເພາະ
7
ຢ່າເອົາລີງ

ບົດທີ 5: ແບບຜູ້ ນຳ: ພາກ 2

1
ການແນະ ນຳ
2
ປະຊາຊົນຂອງທ່ານມີຄວາມສາມາດແລະມີແຮງຈູງໃຈບໍ?
3
ຈະເປັນແນວໃດຖ້າບາງຄົນເຮັດໃຫ້ທ່ານລົ້ມລົງ?
4
ທ່ານຄວນໃຫ້ສິດເສລີພາບຫຼາຍປານໃດ?
5
ການຕັດສິນໃຈແນ່ນອນດ້ານຂອງທ່ານ
6
ທາງເລືອກໃນການວາງແຜນແລະເຮັດ
7
ທາງເລືອກໃນການວາງແຜນແລະເຮັດ
8
ປະ ຈຳ ວັນ, ອາທິດ, ເດືອນ, ປີ

ບົດສະຫຼຸບ

1
ຄຳ ໝັ້ນ ສັນຍາຂອງທ່ານ
ໃຜລະບໍ່ເປັນລູກນ້ອງຄົນ? ເຊັ່ນ: ພະນັກງານ ກະເປັນລູກນ້ອງປະຊາຊົນ, ຄອຍຮັບໃຊ້ໃຫ້ບໍລິການ. ແພດໝໍກະຮັບໃຊ້ຄົນເຈັບ. ປະຊາຊົນກະຮັບໃຊ້ຊາດ ເຊັ່ນເປັນທະຫານ, ເປັນພົນລະເມື່ອງປະກອບອາຊີບຖືກກົດໝາຍ. ທັກສະການນຳ ເປັນການສ້າງຕົນໃຫ້ມີຄວາມສາມາດນຳພາຊີວິດຕົນເອງ ໃຫ້ໄດ້ຕາມອຸດົມການ. ທ່ານເອງເປັນນາຍຊີວິດຂອງຕົນ ແລະ ຄວນຮຽນທັກສະການເປັນຜູ້ນຳນີ້ໄວ້ເພື່ອນຳໃຊ້ໃນການນຳພາວຽກງານ.
ຍິ່ງເປັນການດີ. ຫຼັກສູດນີ້ເໜາະສຳລັບໄວໝຸ່ມທີ່ສຸດ. ເພາະເຂົາເຈົ້າຕ້ອງການຮຽນທັກສະໃໝ່ໃຫ້ທັນຍຸກກັບການປ່ຽນແປງ. ຈຳເປັນຕ້ອງມີທັກສະໃນການນຳພາວຽກງານທີ່ກຳລັງເຮັດໃນຊີວິດຕົນເອງ.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 1 ຄົນ
ຄວາມຍາວຫຼັກສູດ: 4 ຊົວໂມງ
ການບັນຍາຍ: 32
ວີດີໂອ: 1 ຊົວໂມງ
ລະດັບ: ມືອາຊີບ

ຫົວຂໍ້ຜ່ານມາ