ສ້າງເລື່ອງໃຫ້ຈັບອົກຈັບໃຈ

ການສື່ສານຈະເປັນອັນອື່ນບໍ່ໄດ້ນອກຈາກ ບົດຄວາມ, ສຽງ, ຮູບພາບ ແລະ ວີດີໂອ. ບໍ່ວ່າການເວລາຈະປ່ຽນໄປ ເຄື່ອງມືໃນການສື່ສານ ເປັນຕົ້ນ ສື່ສັງຄົມອອນໄລ ໄດ້ກາຍເປັນເຄື່ອງມືທີ່ສຳຄັນໃນການສື່ສານ ໃນທຸກໆຂົງເຂດ ເຊັ່ນ: ທຸລະກິດ, ການຄ້າ, ການເມື່ອງ, ການທ່ອງທ່ຽວ ແລະ ການສຶກສາ ເປັນຕົ້ນ. ຮູບແບບການສື່ສານ ດ້ວຍເຕັກ ໂນໂລຍີທັນສະໃໝ ຍັງບໍ່ສາມາດປະຕິເສດເຕັກນິກການສ້າງເນື້ອໃນ ເພື່ອນຳກະຈາຍອອກສູ່ສັງຄົມ ຜ່ານເຄື່ອງມື ສື່ສານດິຈິຕໍ ຫຼາກຫຼາຍຮູບແບບ.

ສຳລັບວຽກງານການຄ້າຂາຍ, ການໂຄສະນາຜ່ານທາງສື່ສັງຄົມອອນໄລ ເປັນສິ່ງຈຳເປັນຫຼາຍ. ຄຳເວົ້າທີ່ວ່າ “ຂອງດີ ບໍ່ຈຳເປັນໂຄສະນາ” ແມ່ນເປັນການປະຕິເສດ ຮູບແບບການປະຊາສຳພັນ ແກ່ລູກຄ້າເປົ້າໝາຍ ທີ່ທ່ານສາມາດເຮັດ ໄດ້ງ່າຍຂື້ນ, ປະຫຍັດຂື້ນ ແລະ ບໍ່ຕ້ອງການງົບປະມານຫຼາຍຄືການໂຄສະນາຜ່ານທາງ ໂທລະພາບ, ວາລະສານ ແລະ ປ້າຍໂຄສະນາ ຕາມທາງ. ໃຜໆກະຂຽນໄດ້ ແຕ່ຈະຂຽນ ແນວໃດແບບມີຫົວຄິດປະດິດສ້າງ ໃຫ້ຄົນສົນ ໃຈຢາກອ່ານ; ໃຜໆກະຖ່າຍພາບໄດ້ ແຕ່ຈະຖ່າຍພາບແນວໃດ ໃຫ້ຄົນຢາກເບິ່ງ; ໃຜໆກະສ້າງວີດີໂອໄດ້ ແຕ່ຈະ ເຮັດແນວໃດໃຫ້ຄົນຢາກເບິ່ງ. ເຕັກນິກການສ້າງເລື່ອງໂຄສະນາ ໃນຫຼັກສູດນີ້ໄດ້ແນະນຳ ເຕັກນິກທີ່ຈຳເປັນ ແກ່ການສ້າງບົດຄວາມ, ສ້າງຮູບພາບ ແລະ ຄົ້ນຄິດສ້າງເລື່ອງຜ່ານທາງວີດີໂອໄດ້ ແບບງ່າຍດາຍ.

ທ່ານຈະບໍ່ໄດ້ຮຽນແຕ່ວິທີສ້າງເນື້ອໃນການຕະຫຼາດເທົ່ານັ້ນ, ຍັງມີເຕັກນິກການສ້າງຍຸດທະສາດ ເນື້ອໃນການຕະ ຫຼາດ, ການສ້າງແຜນງານປະຕິບັດໄດ້ຕົວຈິງ, ການກຳນົດ ກຸ່ມຄົນທີ່ເປັນລູກຄ້າເປົ້າໝາຍ ແລະ ການເຮັດວຽກ ດ້ານ ເນື້ອໃນການຕະຫຼາດແບບມືອາຊີບ. ທີ່ສຳຄັນ, ຈະມີເຕັກນິກການປະເມີນຜົນການເຮັດວຽກ ເພື່ອໃຫ້ທ່ານສາມາດ ນຳມາດັດປັບແຜນການເຮັດວຽກ ໃນຕໍ່ໜ້າ ເພື່ອໃຫ້ສາມາດເຂົ້າຫາກຸ່ມຄົນເປົ້າໝາຍໄດ້ດີຂື້ນໄປອີກ. ຄົງບໍ່ມີໃຜເປັນຄົນສອນທ່ານໄດ້ດີກວ່າຕົວທ່ານເອງ. ເຊື່ອແນ່ວ່າ ເຕັກນິກທີ່ທ່ານຈະໄດ້ຮັບໃນຫຼັກສູດນີ້ ແມ່ນເປັນ ແນວທາງໃຫ້ທ່ານສາມາດເປັນນຳໃຊ້. ເພື່ອໃຫ້ເກີດຜົນດີແບບກ້າວໜ້າ, ທ່ານຈະຕ້ອງໄດ້ສືບຕໍ່ດັດປັບ ແຜນເຮັດ ວຽກ ເພື່ອໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ້.

ສິ່ງທີ່ທ່ານຈະໄດ້ຮັບ

  • ກຳນົດຂົງເຂດວຽກງານຕິດພັນກັບ “ເນື້ອໃນ”
  • ຊີ້ໃຫ້ເຫັນ ແນວຄິດ “ເນື້ອໃນການຕະຫຼາດແມ່ນຫຍັງ”?
  • ເປົ້າໝາຍຂອງເນື້ອໃນການຕະຫຼາດ
  • ປະສົບການການເຮັດວຽກຜ່ານມາ
  • ພັດທະນາຍຸດທະສາດການຕະຫຼາດແບບມີໄຊ
  • ການສ້າງເນື້ອໃນການຕະຫຼາດໃຫ້ມີປະສິດທິຜົນ
  • ກຳນົດຕາຕະລາງເຮັດວຽກ ການສ້າງເນື້ອໃນການຕະຫຼາດ ເປັນໄລຍະ
  • ກວດສອບປະສິດທິຜົນການເຮັດວຽກ ແລະ ດັດປັບແຜນງານ
  • ສືບຕໍ່ປະຍຸກ ແລະ ຂະຫຍາຍຮູບແບບການສ້າງເນື້ອໃນແບບໃໝ່

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ສຳລັບທ່ານໃດກຳລັງເຮັດຄ້າຂາຍ, ເປັນເຈົ້າຂອງກິດຈະການບໍ່ວ່າຈະເປັນທາງອອນໄລ ຫຼື ຮ້ານຄ້າທົ່ວໄປ ທຸກໆຂະ ໜາດ, ຫຼັກສູດນີ້ສຳຄັນຫຼາຍ. ເພາະທ່ານສາມາດສ້າງສື່ໂຄສະນາໄດ້ດ້ວຍຕົວທ່ານເອງ ຫຼື ຜ່ານທີມງານ. ຈະມີແນວ ຄິດທີ່ເຂົ້າໃຈງ່າຍໆ ໂດຍບໍ່ຈຳເປັນຕ້ອງມີຄວາມຮູ້ດ້ານການຕະຫຼາດມາກ່ອນ. ຈະຊ່ວຍປະຫຍັດຄ່າໂຄສະນາ ແລະ ສາມາດຄວບຄຸມເນື້ອໃນການໂຄສະນາດ້ວຍຕົວທ່ານເອງ.

ສຳລັບນັກສຶກສາ,​ ທີ່ຢາກເຮັດວຽກງານການຕະຫຼາດ ນີ້ເປັນໂອກາດອັນດີ ທີ່ຈະໄດ້ພັດທະນາທັກສະ. ທຸກໆວັນ ມີຫຼາຍເນື້ອໃນໂຄສະນາຖືກນຳອອກມາສູ່ທາງອອນໄລ ແລະ ນັ້ນກໍ່ສະແດງໃຫ້ເຫັນວ່າ ຄວາມຕ້ອງການນັກ ໂຄສະນາ ຈະມີຫຼາຍຂື້ນ. ສຳລັບຄົນຈົບຫຼັກສູດນີ້, ຈະຊ່ວຍໃຫ້ທ່ານສາມາດເຂົ້າໃຈ ທັກສະຈຳເປັນ ທີ່ສາມາດນຳ ໃຊ້ໄດ້ໃນການ ໃຫ້ບໍລິການແກ່ທຸລະກິດ ແລະ ວຽກງານຕິດພັນກັບການສ້າງເນື້ອໃນການຕະຫຼາດ. ໃນຫຼັກສູດນີ້ ບັນຈຸເອົາເຕັກນິກພື້ນຖານ ທີ່ຊ່ວຍໃຫ້ສາມາດເປັນມືອາຊີບໄດ້ ຫາກນຳມາເຝິກແອບ ແລະ ຖອດຖອນຈາກການ ເຮັດວຽກຕົວຈິງ.

ບົດແນະນຳ

1
ຊະນະໃຈຄົນດ້ວຍເນື້ອໃນການຕະຫຼາດ
6 ນາທີ

ບົດທີ 1 - ສິ່ງໃດຈິ່ງເອີ້ນວ່າ ເນື້ອໃນການຕະຫຼາດ

1
ເນື້ອໃນການຕະຫຼາດ ຕ່າງຈາກບົດນະວະນິຍາຍ
3 ນາທີ
2
ເນື້ອໃນການຕະຫຼາດ ບໍ່ແມ່ນເວັບໄຊ
3 ນາທີ



3
ເນື້ອໃນການຕະຫຼາດ ບໍ່ໄດ້ມາລ້າໆ
4 ນາທີ

ບົດທີ 2 - ນິຍາມ ເນື້ອໃນການຕະຫຼາດ

1
ເນື້ອໃນການຕະຫຼາດ ແມ່ນຫຍັງ?
8 ນາທີ
2
ຄວາມເປັນມາ ຂອງເນື້ອໃນການຕະຫຼາດ
5 ນາທີ
3
ເປົ້າໝາຍຫຼັກ ຂອງການສ້າງເນື້ອໃນການຕະຫຼາດ
4 ນາທີ
4
ເປົ້າໝາຍໃນໄລຍະຍາວ ຂອງເນື້ອໃນການຕະຫຼາດ
6 ນາທີ

ບົດທີ 3 - ອົງປະກອບສຳລັບກຸ່ມເປົ້າໝາຍສະເພາະ

1
ຂະຫຍາຍເນື້ອໃນການຕະຫຼາດສູ່ກຸ່ມເປົ້າໝາຍໃນວົງກ້ວາງຂື້ນ
6 ນາທີ
2
ກຳນົດພາບພົດຍີ່ຫໍ້ທີ່ເປັນເອກະລັກຜ່ານເນື້ອໃນການຕະຫຼາດ
8 ນາທີ
3
ປະສົບການເຮັດວຽກຜ່ານເນື້ອໃນການຕະຫຼາດ
6 ນາທີ
4
ໂຄສະນາ ເນື້ອໃນການຕະຫຼາດ ໃນທ່າບຸກ
4 ນາທີ

ບົດທີ 4 - ພັດທະນາຍຸດທະສາດ ເນື້ອໃນການຕະຫຼາດແບບມີໄຊ

1
ລອງຕອບ 3 ຄຳຖາມນີ້ເບິ່ງ
6 ນາທີ
2
ເລືອກກຸ່ມເປົ້າໝາຍທີ່ເໜາະສົມ
8 ນາທີ
3
ວິເຄາະຄວາມສາມາດໃນການແຂ່ງຂັນ
5 ນາທີ



4
ກຳນົດກົນລະຍຸດ ທີ່ຖືກຕ້ອງເພື່ອໄຊຊະນະ
5 ນາທີ

ບົດທີ 5 - ສ້າງ ແລະ ຊອກແຫຼ່ງທີ່ມາແກ່ ເນື້ອໃນການຕະຫຼາດ

1
ກຳນົດຂົງເຂດເນື້ອໃນການຕະຫຼາດ ໃຫ້ເໜາະກັບກຸ່ມເປົ້າໝາຍ
5 ນາທີ
2
ເລືອກຮູບແບບເນື້ອໃນການຕະຫຼາດ ແລະ ຊ່ອງທາງໃນການເຜີຍແຜ່
5 ນາທີ
3
ເຮັດເອງ ຫຼື ຈ້າງຄົນນອກສ້າງເນື້ອໃນການຕະຫຼາດ
5 ນາທີ
4
ສ້າງເນື້ອໃນການຕະຫຼາດ ໃຫ້ມີປະສິດທິຜົນ
5 ນາທີ

ບົດທີ 6 - ຜັນຂະຫຍາຍການເຮັດວຽກເນື້ອໃນການຕະຫຼາດ

1
ສ້າງຕາຕະລາງເຮັດວຽກ
3 ນາທີ
2
ກຳນົດຂະບວນການເຮັດວຽກ ເນື້ອໃນການຕະຫຼາດ
5 ນາທີ
3
ກຳນົດບົດບາດ ແລະ ຄວາມຮັບຜິດຊອບໃຫ້ລະອຽດ
3 ນາທີ
4
ດຳເນີນງານດ້ານເນື້ອໃນການຕະຫຼາດ
6 ນາທີ

ບົດທີ 7 - ກວດສອບຜົນການສ້າງເນື້ອໃນການຕະຫຼາດ

1
ກຳນົດຕົວຊີ້ວັດຜົນການເຮັດວຽກເນື້ອໃນການຕະຫຼາດ
5 ນາທີ
2
ເກັບກຳ ແລະ ກວດຄືນຕົວຊີ້ວັດການສ້າງເນື້ອໃນການຕະຫຼາດ
6 ນາທີ
3
ເພີ່ມປະສິດທິພາບເນື້ອໃນການຕະຫຼາດ
3 ນາທີ

ບົດທີ 8 - ນຳໃຊ້ເຕັກໂນໂລຍີໃຫ້ເກີດຜົນສູງສຸດ

1
ນຳໃຊ້ເຕັກໂນໂລຍີໃນວຽກງານເນື້ອໃນການຕະຫຼາດ
5 ນາທີ
2
ພິຈາລະນາເຕັກໂນໂລຢີເນື້ອຫາທີ່ກ້າວ ໜ້າ
8 ນາທີ
3
ພັດທະນາກົນລະຍຸດສຳລັບເນື້ອໃນການຕະຫຼາດ
8 ນາທີ

ບົດທີ 9 - ໂອກາດສຳລັບ ເນື້ອໃນການຕະຫຼາດ

1
ເສີ່ມຂະຫຍາຍນື້ອໃນການຕະຫຼາດ
8 ນາທີ
2
ບໍລິສັດຂະໜາດນ້ອຍກໍ່ສາມາດມີໄຊໄດ້
6 ນາທີ
3
ມີໄຊຊະນະໃນນາມບໍລິສັດຂະໜາດໃຫຍ່
6 ນາທີ

ບົດສະຫຼຸບ

1
ຂັ້ນ​ຕອນ​ຕໍ່​ໄປ
6 ນາທີ
ຫຼັກສູດອອກແບບມາໃຫ້ແກ່ທຸກໆຄົນສາມາດຮຽນໄດ້. ມີສັບເຕັກນິກຫຼາຍ ແຕ່ຂ້າພະເຈົ້າໄດ້ອອກແບບວິທີການສື່ສານເພື່ອໃຫ້ຄົນທຸກໆຄົນສາມາດເຂົ້າໃຈ. ບົດຮຽນທີ່ມີໃນນີ້ ພະຍາຍາມສ້າງໃຫ້ຄົນມີຄວາມຮູ້ ແລະ ສາມາດນຳໃຊ້ໄດ້ໃນຕົວຈິງ. ທ່ານຈົບ ປ4 ຫຼື ປະລິນຍາເອກບໍ່ແມ່ນບັນຫາ. ສິ່ງທີ່ຕ້ອງການແມ່ນເວລາໃນການຮຽນ.
ການຮຽນນຳໝູ່ເປັນການດີ. ເພາະມັນເປັນການແບ່ງປັນຄວາມຮູ້ ແລະ ຊ່ວຍກັນຄົ້ນຄິດ. ຄ່າຮຽນແຕ່ລະອັນບໍ່ໄດ້ຕັ້ງລາຄາແພງ. ມັນເປັນສິ່ງທີ່ຄົນລາວຊື້ໄດ້ດ້ວຍຕົນເອງ. ທີ່ຈິງຢາກຕັ້ງລາຄາແພງຕາມຄວາມຍາກ ທີ່ໃຊ້ເວລາສ້າງ. ແຕ່ຂ້າພະເຈົ້າຢາກໃຫ້ຄົນລາວທຸກໆຄົນໄດ້ຮຽນ. ເລີຍຕັ້ງລາຄາຖືກ. ສະນັ້ນ, ແທ່ນທີ່ຈະໃຫ້ໝູ່ໃຊ້ບັນຊີທ່ານໃນການຮຽນ, ຊ່ວຍຊວນໝູ່ທ່ານມາຊື້ຫຼັກສູດນີ້ແລະຮຽນນຳກັນ.
ແນ່ນອນ. ການຮຽນເປັນກຸ່ມຈະມີລາຄາສະເພາະ. ຂ້າພະເຈົ້າມີລາຄາສຳລັບ 5 ຄົນ ຂື້ນໄປ. ຍິງມີຄົນຫຼາຍຍິ່ງຖືກລົງ.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

  1. ເລືອກຫຼັກສູດທີ່ທ່ານຕ້ອງການ
  2. ຈ່າຍເຊິນຜ່ານ BCEL One
  3. ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42


4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ຄວາມຍາວຫຼັກສູດ: 5 ຊົວໂມງ
ການບັນຍາຍ: 34
ວີດີໂອ: 1 ໂມງ
ລະດັບ: ເລີ່ມຕົ້ນ

ຫົວຂໍ້ຜ່ານມາ