ຄາຖາໃຈປ່ອງ: ຈື່ໄວ ຄິດເປັນ

4 out of 5
4
6 ແນວຄິດຕໍ່ຫຼັກສູດ

ຈະເປັນແນວໃດ ຖ້າທ່ານມີລົດທັນສະໃໝສຸດໃນໂລກ, ແຕ່ບໍ່ຮູ້ຈັກຂັບຂີ່? ຄົງບໍ່ມີຄວາມໝາຍທີ່ຕ້ອງເສຍເງິນເປັນ ເຈົ້າຂອງ. ນັກວິທະຍາສາດຄົ້ນພົບວ່າ ສະໜອງຄົນອັດສະຈັນ. ມັນສາມາດຄົ້ນຄິດໄດ້ໄວກວ່າຄອມພີວເຕີໃດໆ. ໜ້າເສຍດາຍຄົນບໍ່ຮັບຮູ້ຄວາມ ສາມາດຂອງສະໜອງທີ່ມີນັ້ນ. ມັນຄ້າຍໆກັບຊອບແວໃນຄອບພີວເຕີ້ທີ່ອາດ ບໍ່ຖືກ ເອີ້ນໃຊ້ ຫຼື ເຮັດໃຫ້ເກີດຜົນປະໂຫຍດສູງສຸດ. ສຳລັບນັກຮຽນ, ເຂົາເຈົ້າຈະຖືກສອນໃຫ້ຈື່ ແລະ ການເກັບຂໍ້ມູນ ແຕ່ການເອີ້ນເອົາຂໍ້ມູນອອກມາໃຊ້ນັ້ນ ຍັງບໍ່ທັນຖືກສອນຢ່າງຈິງຈັງ. ເປັນຕົ້ນ ສູດເລກ, ເຄມີ, ຟີຊິກ, ພາສາຕ່າງ ປະເທດ. ຫຼັກສູດນີ້ ຈະຊ່ວຍໃຫ້ນັກຮຽນ ແລະ ຄົນທົ່ວໆໄປສາມາດເອີ້ນຂໍ້ມູນທີ່ຜ່ານ ເຂົ້າໄປນັ້ນອອກມາໃຊ້ງານ ໄດ້ໄວຂື້ນ.

ໃນຫຼັກສູດນີ້ ຈະແນະນຳທັກສະເປັນບາດກ້າວ ຊ່ວຍໃຫ້ການເກັບກຳຂໍ້ມູນທີ່ຮຽນມາກັບຄືນມາງ່າຍຂື້ນ. ເຮົາຕ້ອງ ການໆເຝິກທີ່ຖືກຕ້ອງໃນການຈື່ ແລະ ເອີ້ນຂໍ້ມູນອອກມາໃຊ້. ຢາກໃຫ້ທ່ານ ນຳ ໃຊ້ທັກສະທີ່ຮຽນໃນຫຼັກສູດນີ້ ໃຊ້ໃນຊີວິດຕົວຈິງ. ບໍ່ມີຄົນປຶກຮຽນຫຍັງກະບໍ່ຈື່. ຍິ່ງເຝິກທ່ານກໍ່ຈະຍິ່ງເປັນເລີດດ້ານຄວາມຈົດຈຳ ຂໍ້ມູນໄດ້ ງ່າຍຂື້ນ.

ສິ່ງທີ່ທ່ານຈະໄດ້ຮັບໃນຫຼັກສູດນີ້

  • ແມ່ນຫຍັງເຮັດໃຫ້ຄົນຈື່ງ່າຍ?
  • ເຝິກສະໝອງໄດ້ໝົ້ດທຸກໆຄົນບໍ່?
  • ກຳມະພັນມີສ່ວນໃຫ້ຄົນມີຄວາມຊົງຈຳດີບໍ່?​
  • ເຕັກນິກເຮັດໃຫ້ຈື່ງ່າຍ
  • ຮຽນພາສາແນວໃດໃຫ້ຈື່ສັບງ່າຍ?
  • ໝົດບັນຫາເລື່ອຈື່ສູດຄິດໄລ່
  • ຮຽນແນວໃດໃຫ້ຈື່ງ່າຍ?
  • ຮຽນໄວຈື່ງ່າຍເຮັດແນວໃດ?
  • ກິດຈະກຳການເຝິກໃຫ້ສະໝອງຈື່ງ່າຍ
  • ການຮຽນແບບຄົນສະຫຼາດ

ຫຼັກສູດນີ້ເໜາະສຳລັບທ່ານບໍ່?

ຄວາມຊົງຈຳດີ ເປັນສິ່ງທີ່ສຳຄັນແລະຈຳເປັນ ສຳລັບການມີຊີວິດ. ບໍ່ວ່າທ່ານຈະເປັນນັກຮຽນ, ຜູ້ບໍລິຫານ, ກໍາມະກອນ, ນັກທຸລະກິດ. ຍິ່ງທ່ານຈື່ຈຳໄດ້ດີຫຼາຍປານໃດ, ທ່ານກໍ່ຈະຍິ່ງໂດດເດັ່ນໃນຂະແໜງການນັ້ນ. ເປັນຕົ້ນ: ຜູ້ພາທ່ຽວ. ຫາກ ທ່ານຈື່ຈຳເສັ້ນທາງໄດ້ດີ, ກໍ່ຈະເຮັດໃຫ້ໄປສະຖານທີ່ຕ່າງໄດ້ຖືກຕ້ອງ. ຄູສອນ ກໍ່ຈະຄ່ອງແຄ້ວໃນການສິດສອນ. ນັກ ຮຽນຈະຈື່ສູດຄິດໄລໄດ້ງ່າຍຂື້ນ. ພໍ່ແມ່ຫາກມີຄວາມຈຳດີ, ກໍ່ຈະສອນລູກໆເຮັດວຽກບ້ານໄດ້ດີຂື້ນ ທັງເປັນການໃກ້ຊິດ ກັບລູກໆ.

ພະນັກງານກໍ່ຕ້ອງມີຄວາມຈຳດີ. ເຊັ່ນ ພະນັກງານຈັດຊື້ ຕ້ອງມີຄວາມຊົງຈຳດີ ໃນບັນຊີທີ່ຈຳເປັນຊື້ໃນແຕ່ລະໄລຍະ. ສຳລັບນັກທຸລະກິດ, ການຈື່ຊື່ ແລະ ຂໍ້ມູນລູກຄ້າ ເປັນການສ້າງສາຍພົວພັນ ແລະ ສະນິດສະໜົມໄດ້ງ່າຍກວ່າ ຄົນທີ່ບໍ່ ຈື່ຊື່ລູກຄ້າຄົນສຳຄັນ. ຫົວໜ້າອົງກອນທີ່ມີຄວາມຊົງຈຳດີບາງຄົນ ສາມາດຈື່ຊື່ ຄົນຮ່ວມງານໄດ້ໝົດທຸກຄົນ. ມັນເຮັດ ໃຫ້ເຂົາເຈົ້າມີການພົວພັນແບບສະນິດສະໜົມ. ສຳລັບນາຍໝໍທີ່ປົວພະຍາດຄົນແບບບໍ່ຕ້ອງເບິ່ງລາຍການຢາ. ຄວາມຈຳ ເປັນເລີດແນວນັ້ນ ຈະຊ່ວຍໃຫ້ເຂົາເຈົ້າມີຄວາມຄ່ອງແຄ້ວ ແລະ ໄວ້ເນື້ອເຊື່ອໃຈຈາກຄົນທີ່ພົບ. ມັນດີຕໍ່ໜ້າທີ່ການງານ. ຍິ່ງຄົນອາຍຸສູງ, ກໍ່ຈຳເປັນຕ້ອງໄດ້ເຝິກໃຫ້ສະໝອງມີຄວາມຊົງຈຳດີ ເພື່ອຈື່ຊື່ລູກຫຼານເປັນຕົ້ນ.

ແນະນຳຫຼັກສູດ

1
ການປະເມີນຄວາມຈຳຕົນເອງ
3 ນາທີ
2
ເປັນຫຍັງຕ້ອງມີຄວາມຈຳດີ?
5 ນາທີ
3
ແມ່ນຫຍັງເຮັດໃຫ້ຄົນຈື່ງ່າຍ?​
6 ນາທີ

ບົດທີ 1: ຄວາມເຂົ້າໃຈອົງປະກອບຄວາມຈຳ

1
ການໃສ່ໃຈເຮັດໃຫ້ຈື່ງ່າຍຂື້ນ
8 ນາທີ
2
ອາລົມສົນໃຈຊ່ວຍໃຫ້ຈື່ດີ
8 ນາທີ
3
ເຮັດແນວໃດຈິ່ງເກີດມີຄວາມສົນໃຈ
3 ນາທີ
4
ກົດເກນແຫ່ງຄວາມຊົງຈຳ
8 ນາທີ

ບົດທີ 2: ເຕັກນິກພື້ນຖານ

1
ອາໄວຍາວະທີ່ເຮັດໃຫ້ຄົນຈື່ງ່າຍ
8 ນາທີ
2
ຕາເບິ່ງຫູຟັງໄດ້ສຳພັດ
8 ນາທີ
3
ສ້າງລາຍການຈົດຈຳ
8 ນາທີ

ບົດທີ 3: ລະບົບພາໃຫ້ຈື່

1
ລະບົບແນວຄິດໃດພາໃຫ້ຈື່?
8 ນາທີ
2
ວິທີສ້າງແຜນທີ່ຄວາມຊົງຈຳ?
3 ນາທີ
3
ເປັນຫຍັງຕ້ອງຄິດເປັນແຜນ?
8 ນາທີ
4
ການເກັບກຳຂໍ້ມູນໃນລະບົບແນວຄິດ
8 ນາທີ

ບົດທີ 4: ວິທີຈື່ຊື່ສູດຮຽນ

1
ຈື່ສູດຄະນິດສາດ ແລະ ຟີຊິກ
6 ນາທີ
2
ຈື່ຈຳຫົວໜ່ວຍວັດແທກ
5 ນາທີ
3
ການຈົດຈຳສູດເລຂາຄະນິດ
6 ນາທີ

ບົດສະຫຼຸບ

1
ຂັ້ນຕອນຕໍ່ໄປ
10 ນາທີ
ຖ້າຖືວ່າ ຊີວິດຄືການຮຽນຮູ້, ຫຼັກສູດນີ້ເໜາະສຳລັບທຸກໆທ່ານ. ເພາະເຮົາຕ້ອງໄດ້ຈື່ ແລະ ໃຊ້ສະໜອງປະຈຳ.
ເຄີຍເຫັນຄົນສູງອາຍຸທີ່ຍັງມີຄວາມຊົງຈຳດີ, ອັນນັ້ນເປັນເພາະເຂົາໃຊ້ແນວຄິດປະຈຳ. ຈະເປັນແນວໃດຫາກບໍ່ຈື່ຊື່ລູກຫຼານເຫຼນໄດ້.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ຄວາມຍາວຫຼັກສູດ: 3 ຊົວໂມງ
ການບັນຍາຍ: 18
ວີດີໂອ: 1 ຊົວໂມງ
ລະດັບ: ເລີ່ມຕົ້ນ

ຫົວຂໍ້ຜ່ານມາ