ເພີ່ມຄວາມສຸກ

4 out of 5
4
6 ແນວຄິດຕໍ່ຫຼັກສູດ

ຂໍເຊີນບັນດາທ່ານ ມາຮູ້ຈັກກົດເກນທີ່ພາໃຫ້ຄົນເຮົາ ດຳລົງຊີວິດແບບມີຄວາມສຸກ. ສິ່ງທີ່ນຳສະເໜີໃນນີ້, ແມ່ນບົດ ຮຽນຕົວຈິງ ທີ່ໄດ້ຈາກປະສົບການ ແລະ ການນຳໃຊ້ກົດເກນ ຫຼື ປະສົບການຂອງຄົນອື່ນໃນການ ດຳລົງຊີວິດຕົວ ຈິງ. ນອກນັ້ນ, ຍັງແນະນຳ ວິທີການດຳລົງຊີວິດ ໃນຮູບແບບຂອງທ່ານ ໃຫ້ສາມາດມີຄວາມສຸກໄດ້ ແບບທີ່ບໍ່ຕ້ອງ ບຽດບຽນໃຜ. ບົນຄວາມສຸກ: ຄົນເຮົາມັກຢາກໃຫ້ມີນັ້ນມີນີ້, ມີເງິນ, ມີຕຳແໜ່ງ, ມີວັດຖຸ ເພັດນິນຈິນດາ. ໃນນີ້, ບໍ່ໄດ້ແນະນຳວ່າ ບໍ່ຕ້ອງມີຫຍັງກະເປັນສຸກໄດ້ ຫາກໄດ້ຍົກ ວິຖີຊີວິດທີ່ບໍ່ຖືເອົາປັດໃຈພາຍນອກມາກຳນົດ ຄວາມສຸກ.

ຖ້າທ່ານດຳລົງຊີວິດແບບເປັນສຸກໃນທຸກໆວັນ, ມັນຈະເຮັດໃຫ້ທ່ານ ມີສາຍພົວພັນທີ່ດີກັບໝູ່ເພື່ອນ, ສະມາຊິກໃນ ຄອບຄົວ, ຄົນແປກໜ້າ ແລະ ກັບຄົນອື່ນໆໃນສັງຄົມ. ຄວາມສຸກເຮັດໃຫ້ຄົນເຮັດວຽກ, ແລະ ຮຽນໄດ້ດີຂື້ນ. ຈາກ ເງື່ອນໄຂນັ້ນ, ແນ່ນອນມັນຈະເພີ່ມຄວາມສາມາດໃນການຜະລິດ ແລະ ມີຫົວຄິດປະດິດສ້າງ. ໃນນີ້, ມີຫຼາຍຮູບ ແບບກົດເກນເກືອບເຄິ່ງ 100 ຫຼັກການ ມານຳສະເໜີ ໃຫ້ທ່ານໄດ້ມີທາງເລືອກ, ເນັ້ນໃຫ້ເຫັນພາບລວມຂອງການ ດຳລົງຊີວິດ, ມີຄວາມເພີ່ງພໍໃຈ, ມີປະສົບການທີ່ໜ້າຈົດຈຳ, ມີເວລາໃນການເລືອກເຮັດສິ່ງທີ່ທ່ານມັກ ແລະ ຍັງມີຫຼາຍຢ່າງທີ່ບໍ່ສາມາດແນະນຳໃນນີ້. ທ່ານຕ້ອງເຂົ້າມາຮຽນປະສົບການໃນຫຼັກສູດນີ້ນຳກັນ.

ສິ່ງທີ່ທ່ານຈະໄດ້ຈາກຫຼັກສູດ

  • ຢຸດເຊື່ອການຄວາມສຸກແບບເຄີຍມີ
  • ເນັ້ນສ້າງສິ່ງດີງາມ ແລະ ເປັນສຸກ
  • ເພີ່ມຄວາມພໍໃຈ ໃນວຽກງານ, ສາຍພົວພັນ ແລະ ການດຳລົງຊີວິດ
  • ປະລະແຫຼ່ງຄວາມທຸກທີ່ມີມາແຕ່ກີ້ໆ
  • ລົດລະຄວາມຕືງຄຽດ
  • ມີຊີວິດແບບເກົ່າ ແບບເປັນສຸກຂື້ນ

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ບໍ່ເມື່ອໃດທ່ານກຳລັງຕົກທຸກ, ຄວາມສຸກເປັນສິ່ງທີ່ຂາດຫາຍໄປແມ່ນບໍ່? ຂ້າພະເຈົ້າບໍ່ຢາກແນະນຳສະເພາະຄົນກຸ່ມ ທີ່ກຳລັງປະເຊີນກັບປັນຫາຫຸຍ້ງຍາກໃນຊີວິດມາເຂົ້າໃນຫຼັກສູດນີ້. ເປັນຕົ້ນ ໃນຍາມທີ່ເຂົາເຈົ້າຜິດຫວັງ ບໍ່ວ່າຈະ ເປັນຈາກການງານ, ຄົນຮັກ, ການຈາກໄປຂອງພີ່ນ້ອງ, ໝູ່ເພື່ອນ ແລະ ພໍ່ແມ່. ເຊື່ອແນ່ວ່າ ທຸກໆຫົວຂໍ້ໃນນີ້ ຈະພາກຄວາມທຸກໂສກອອກຈາກຊີວິດ ຖ້ານຳມາປະຕິບັດ.

ໃນບາງຄັ້ງ ຄົນເຮົາກະຍັງເປັນທຸກ ໃນຂະນະທີ່ເຮົາມີຫຼາຍກວ່າຄົນອື່ນໆ ແຕ່ພັດຍັງນ້ອຍກວ່າຄົນຜູ້ໃດໜຶ່ງ. ການປຽບທຽບ ແລະ ແຂ່ງຂັນກັນໃຫ້ມີ ເປັນວິທີຄົ້ນຄິດເຮັດໃຫ້ຄົນເຮົາຮູ້ສຶກດ້ອຍ, ບໍ່ພໍໃຈກັບສິ່ງທີ່ມີ ແລະ ກໍ່ໃຫ້ເກີດມີຄວາມກັງວົນ. ສຳລັບຍິງສາວ, ຄວາມງາມຂອງຮູບຮ່າງໜ້າຕາ ສ້າງໃຫ້ແມ່ຍິງເກີດມີການປຽບທຽບ ຈົນເຮັດໃຫ້ບໍ່ສະບາຍໃຈ. ແນວຄວາມຄິດເຫຼົ່ານີ້ເອງ ທີ່ພາໃຫ້ຊີວິດຄົນເຮົາ ໄປຕົກໃນສະຖານະການແຫ່ງ ການມີຊີວິດແບບບໍ່ເປັນສຸກກັບສິ່ງທີ່ມີ. ນັກຮຽນທີ່ອ່ອນໃນຫ້ອງຮຽນ ກະອາດມີຄວາມກັງວົນກັບຜົນການຮຽນ, ການສອບເສັງເລື່ອນຊັ້ນ, ແລະ ການເສັງເຂົ້າສະຖາບັນຫຼັງການສຶກສາ.

ໃນຫຼັກສູດນີ້, ຈະເປັນທາງໜຶ່ງໃຫ້ທ່ານໄດ້ທົບທວນຊີວິດທີ່ມີ ແລະ ສືບຕໍ່ດຳລົງຊີວິດແບບມີແຮງບັນດານໃຈ ແລະ ເປັນສຸກໃນໜ້າທີ່ການງານ.

ແນະນຳ

1
ຫ້າວິທີທີ່ຄົນເຮົາ ດຳລົງຊີວິດ
5 ນາທີ

ບົດທີ 1: ຄວາມເຂົ້າໃຈຜິດທົ່ວໄປກ່ຽວກັບຄວາມສຸກ

1
ທິດສະດີດ້ານການ ນຳ ໃຊ້: ມັນແມ່ນຄວາມເຫັນແກ່ຕົວທີ່ຈະມີຄວາມສຸກບໍ?
3 ນາທີ
2
ຄວາມສົມດຸນລະຫວ່າງການວາງແຜນ ສຳ ລັບອະນາຄົດແລະການ ດຳ ລົງຊີວິດໃນປະຈຸບັນ
10 ນາທີ
3
ຄວາມສຸກຂອງເຈົ້າມາຈາກໃສ?
4 ນາທີ

ບົດທີ 2: ສຸມໃສ່ສິ່ງທີ່ດີແລະສ້າງຄວາມກະຕັນຍູ

1
ເຈົ້າມີເປົ້າ ໝາຍ ຫຍັງໃນຊີວິດ?
5 ນາທີ
2
ເອົາແຫຼ່ງທີ່ບໍ່ສະບາຍມາ
3 ນາທີ
3
ຫຼຸດຜ່ອນຄວາມກົດດັນ
5 ນາທີ
4
ອະນຸຍາດຂອບຄວາມປອດໄພຫລືຄວາມປ້ອງກັນ
5 ນາທີ
5
ເປັນຫຍັງພວກເຮົາເລືອກອາລົມທາງລົບຂອງພວກເຮົາ
3 ນາທີ

ບົດທີ 3: ທ່ານສາມາດຮັບຜິດຊອບແລະຄວບຄຸມອາລົມຂອງທ່ານໄດ້ບໍ?

1
ຊີວິດຊີວິດໂດຍຜ່ານສະຕິ
3 ນາທີ
2
ວິທີທີ່ຈະເອົາຊະນະຄວາມຮູ້ສຶກຜິດ
5 ນາທີ
3
ກຳ ຈັດຄວາມກັງວົນຂອງທ່ານ
3 ນາທີ
4
ປ່ຽນຄວາມຄິດ, ປ່ຽນນິໄສ
4 ນາທີ
5
ຊອກຫາຄວາມສຸກຈາກວຽກບ້ານ
3 ນາທີ

ບົດທີ 4: ຊອກຫາຄວາມສຸກຈາກວຽກບ້ານ

1
ສ້າງຄວາມເຂັ້ມແຂງໃຫ້ສະຫມອງຂອງທ່ານໂດຍຜ່ານການສະມາທິ
5 ນາທີ
2
ຄວາມສຸກຂອງການຖິ້ມສິ່ງຂອງໄປ
5 ນາທີ
3
‘ກະທັດລັດ’ ໄດ້ອະທິບາຍ
3 ນາທີ

ບົດສະຫລຸບ

1
ຂັ້ນຕອນຕໍ່ໄປ
3 ນາທີ
ຈາກປະສົບການຕົວຈິງ. ຈາກການປະຕິບັດຕົວຈິງຕາມແນວຄິດພຸດທະສາດສະໜາ, ນັກວິທະຍາສາດ, ແລະ ຄົນຫຼາກຫຼາຍວົງການອາຊີບ
ການຮຽນເປັນການຮູ້. ຈະເປັນສຸກຕ້ອງໄດ້ປະຕິບັດ. ຂ້າພະເຈົ້າບອກປະສົບການ ສ່ວນການຈະເປັນສຸກ ແມ່ນຂື້ນກັບການເຮັດໃຈໄດ້ແຕ່ລະຄົນ ຕາມກົດເກນທີ່ຍົກຂື້ນ.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 9 ຄົນ
ຄວາມຍາວຫຼັກສູດ: 2 ຊົວໂມງ
ການບັນຍາຍ: 18
ວີດີໂອ: 1 ຊົວໂມງ
ລະດັບ: ເລີ່ມຕົ້ນ

ຫົວຂໍ້ຜ່ານມາ