ສູດເດັດສູດສຳເລັດການຕະຫຼາດ

ຄວາມສຳເລັດທາງທຸລະກິດ ບໍ່ໄດ້ຂື້ນກັບຂະໜາດບໍລິສັດ, ເງິນທຶນ ແລະ ແຮງງານ. ບໍ່ໄດ້ໝາຍວ່າບໍລິສັດໃຫຍ່ຈະ ສຳເລັດສະເໜີໄປ. ວຽກງານການຕະຫຼາດ ແລະ ສື່ສານກັບລູກຄ້າ ເປັນສິ່ງຈຳເປັນສຳລັບຄວາມສຳເລັດຂອງທຸກໆ ຂະໜາດບໍລິສັດ. ຈຸດດີຂອງການເປັນບໍລິສັດຂະໜາດນ້ອຍ ແມ່ນການມີຄວາມຄ່ອງຕົວ ໃນການຕັດສິນໃຈ. ບໍ່ມີ ຂັ້ນຂອດໃນການ ພິຈາລະນາບັນຫາ. ນີ້ເປັນອັນດີແກ່ວຽກງານງານຕະຫຼາດ ທີ່ຈະມີການປັບປ່ຽນໃຫ້ໄວທັນກັບສະ ພາບການປ່ຽນ ແປງຂອງຕະຫຼາດ. ໂດຍສະເພາະການຂະຫຍາຍຕົວຂອງປະເພດສື່ສັງຄົມອອນໄລ ເຮັດໃຫ້ທຸລະ ກິດມີຊ່ອງທາງ ໃນການໂຄສະນາເປັນຂອງຕົນເອງແບບງ່າຍດ່າຍ ແລະ ບໍ່ຈຳເປັນຕ້ອງຈ່າຍຄ່າໂຄສະນາ ແກ່ສື່ອື່ນ ໆຄືເມື່ອກ່ອນ.

ໃນຫຼັກສູດນີ້ໄດ້ບັນຈຸເອົາທຸກໆເທັກນິກທີ່ເປັນຜົນດີແກ່ທຸລະກິດອື່ນໆມາແລ້ວ ມານຳສະເໜີ ເພື່ອຊ່ວຍໃຫ້ທ່ານສາ ມາດໂຄສະນາຜະລິດຕະພັນ ແລະ ການບໍລິການຂອງທ່ານ ໄດ້ຢ່າງມີປະສິດທິຜົນ ບໍ່ວ່າທີມງານ ງົບປະມານຈະມີ ຂະໜາດນ້ອຍປານໃດກໍ່ຕາມ. ໄດ້ອະທິບາຍວິທີກຳນົດ ແລະ ໂຄສະນາສູ່ເປົ້າໝາຍຕະຫຼາດ ແລະ ຄູ່ແຂ່ງ, ສ້າງຂໍ້ຄວາມໂຄສະນາຍີ່ຫໍ້ຂອງສິນຄ້າ ແລະ ບໍລິການຂອງທ່ານ, ຊອກຫາກຊ່ອງທາງການຕະຫຼາດທີ່ດີທີ່ສຸດ, ກຳນົດຫົນທາງໃນການໂຄສະນາ ແລະ ການປະເມີນຜົນ. ໃນຕອນທ້າຍ, ຈະໄດ້ແນະນຳວິທີຕັດສິນໃຈວ່າທ່ານ ຄວນໃຊ້ພະນັກງານພາຍໃນ ຫຼື ຈ້າງມືອາຊີບໃນການເຮັດວຽກການຕະຫຼາດຫຼືບໍ່?

ສິ່ງທີ່ຈະໄດ້ຮັບຈາກຫຼັກສູດນີ້

  • ເປັນຫຍັງການຕະຫຼາດສຳລັບທຸລະກິດຂະໜາດນ້ອຍຈິ່ງແຕກຕ່າງ
  • ກຳນົດຕະຫຼາດແກ່ຍີ່ຫໍ້ຂອງທ່ານ
  • ກ້າວເຂົ້າສູ່ເວທີການແຂ່ງຂັນ
  • ປະເມີນຍີ່ຫໍ້ຂອງທ່ານ
  • ຄັດສັນຊ່ອງທາງການຕະຫຼາດ
  • ເລີ່ມຄົ້ນຄິດສ້າງສັນ
  • ເຮັດວຽກງານໂຄສະນາ
  • ວິທີຮ່ວມງານກັບຊ່ຽວຊານການຕະຫຼາດ
  • ວັດແທກຜົນການເຮັດວຽກ

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ສຳລັບຄົນທີ່ມີທຸລະກິດ, ຮ້ານຄ້າຂາຍຍ່ອຍ, ການຜະລິດຂາຍຕົງ ແລະ ຄົນທີ່ເຮັດການຄ້າຂາຍອອນໄລ ແມ່ນ ຢາກໃຫ້ເຂົ້າມາຮ່ວມນຳກັນ. ເພາະຫຼັກສູດນີ້ ຈະເປີດກ້ວາງແນວຄິດໃຫ້ທ່ານໄດ້ຮຽນຮູ້ທັກສະ ແລະ ປະສົບ ການໃໝ່ໆ ທີ່ທ່ານອາດຍັງບໍ່ທັນຮູ້. ທີ່ສຳຄັນທ່ານສາມາດນຳໄປປະຍຸກ ແລະ ນຳໃຊ້ພັດທະນາ ເປັນບົດຮຽນ ໃໝ່ໆຕົວຈິງ. ໃຜໆກະຍິງໂຄສະນາໄດ້. ຈຸດປະສົງຂອງຫຼັກສູດນີ້ ບໍ່ໄດ້ສອນເຕັກນິກການຈ່າຍຄ່າໂຄສະນາທາງສື່ ຫາກໄດ້ນຳເອົາວິທີການໂຄສະນາອັນທີ່ຈະສ້າງຄວາມໜ້າເຊື່ອຖື, ແລະ ເຮັດໃຫ້ຄົນທີ່ເປັນລູກຄ້າເປົ້າໝາຍແກ່ ທຸລະກິດຂອງທ່ານຕັດສິນໃຈຊື້ໃນຕໍ່ໜ້າ. ໃນຫຼັກສູດ ຈະຊ່ວຍໃຫ້ທ່ານສ້າງການໂຄສະນາທີ່ແຕກຕ່າງກວ່າຄູ່ແຂ່ງ, ສ້າງຄວາມໜ້າສົນໃຈແກ່ລູກຄ້າ ແລະ ໃຫ້ຄົນໃນວົງກ້ວາງຮັບຮູ້ທຸລະກິດຂອງທ່ານ.

ສຳລັບນັກສຶກສາ ແລະ ໄວໜຸ່ມທີ່ສົນໃຈສຶກສາ ຮູບແບບການເຮັດການຕະຫຼາດ, ຫຼັກສູດນີ້ຈະເປັນປະ ຕູດ່ານທຳ ອິດ ໃຫ້ເຂົາເຈົ້າໄດ້ສຳພັດກັບວິທີສ້າງການໂຄສະນາ ໃນສື່ສັງຄົມອອນໄລ. ສຳລັບໄວໜຸ່ມ, ເຊື່ອແນ່ວ່າ ແນວຄິດ ໃນນີ້, ຈະເປີດກວ້າງຈິນຕະນາການໃນການສ້າງເນື້ອໃນ, ສ້າງພາບ ແລະ ວີດີໂອ້ ໄດ້ແບບມີເອກະລັກແກ່ທຸລະກິດ ຂອງຕົນເອງ, ຂອງພໍ່ແມ່, ແລພ ພີ່ນ້ອງ. ຫຼື ຫາກໃຜສົນໃນການເຮັດອາຊີບການຕະຫຼາດ, ຫຼັກສູດນີ້ ເປັນຈຸດເລີ່ມ ຕົ້ນທີ່ທ່ານບໍ່ຄວນພາດ.

ບົດທີ 1: ເຂົ້າໃຈວິທີການຕະຫຼາດທຸລະກິດຂະ ໜາດ ນ້ອຍແຕກຕ່າງກັນ

1
ການພັດທະນາວິທີການຕະຫຼາດ
3 ນາທີ

ບົດທີ 2: ພື້ນຖານ

1
ການ ກຳ ນົດແລະແຍກສ່ວນຂອງຕະຫຼາດເປົ້າ ໝາຍ ຂອງທ່ານ
8 ນາທີ
2
ກຳ ນົດການສະ ເໜີ ຄຸນຄ່າຂອງທ່ານ
6 ນາທີ
3
ຂະ ໜາດ ການແຂ່ງຂັນ
5 ນາທີ
4
ການປະເມີນສ່ວນແບ່ງຕະຫລາດຂອງທ່ານ
8 ນາທີ

ບົດທີ 3: ຍີ່ຫໍ້ຂອງທ່ານ

1
ການກວດສອບການຕະຫຼາດທີ່ມີຢູ່ຂອງທ່ານ
5 ນາທີ
2
ເຂົ້າໃຈຄວາມ ສຳ ຄັນຂອງການສ້າງຍີ່ຫໍ້
6 ນາທີ

ບົດທີ 3: ຊ່ອງທາງການຕະຫລາດ

1
ກຳ ນົດແນວຄວາມຄິດຂອງການຫາມາໄດ້, ເປັນເຈົ້າຂອງແລະໄດ້ຮັບຄ່າຈ້າງ
6 ນາທີ
2
ກຳ ນົດແນວຄວາມຄິດຂອງການຫາມາໄດ້, ເປັນເຈົ້າຂອງແລະໄດ້ຮັບຄ່າຈ້າງ
6 ນາທີ
3
ເລືອກຊ່ອງທາງກາລະຕະຫຼາດໃດທີ່ຈະໃຊ້
3 ນາທີ

ບົດທີ 4: ຫັດຖະ ກຳ ຄວາມຄິດສ້າງສັນຂອງທ່ານ

1
ການເລືອກຂໍ້ມູນ ສຳ ລັບຄວາມຄິດສ້າງສັນຂອງທ່ານ
5 ນາທີ
2
ການພັດທະນາປະຕິທິນການຕະຫຼາດ
8 ນາທີ

ບົດສະຫຼຸບ

1
ຂັ້ນຕອນຕໍ່ໄປ
5 ນາທີ
ມີເຕັກນິກໃໝ່ທີ່ບໍ່ມີໃນຫຼັກສູດອື່ນ

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

4
4 out of 5
6 ຄົນໃຫ້ຄະແນນ

ຄະແນນຄຳຄິດເຫັນ

ຄະແນນ 5
3
ຄະແນນ 4
0
ຄະແນນ 3
3
ຄະແນນ 2
0
ຄະແນນ 1
0

{{ review.user }}

{{ review.time }}
 

Show more
ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ຄວາມຍາວຫຼັກສູດ: 2 ຊົວໂມງ
ການບັນຍາຍ: 13
ວີດີໂອ: 1,5 ຊົວໂມງ
ລະດັບ: ມືອາຊີບ

ຫົວຂໍ້ຜ່ານມາ