ຄົ້ນຫາຈຸດປະສົງຊີວິດ

ມີຫຼາຍຄັ້ງ, ຄົນເຮົາຄິດວ່າ ຕົນເອງໄດ້ພົບເປົ້າໝາຍການດຳລົງຊີວິດຕັ້ງແຕ່ຕອນເປັນເດັກນ້ອຍ 5ປີ. ພວກເຂົາເລີ່ມ ສະແດງທັກສະ, ແລະ ບອກມາດ້ວຍປາກເປົ່າວ່າເຂົາຢາກເປັນຫຍັງເວລາໃຫຍ່ຂື້ນມາ. ເຊັ່ນ: ບາງຄົນມີຄວາມປະ ທັບໃຈ ໃນອາຊີບນາຍໝໍທີ່ໄດ້ຊ່ວຍຄົນເຈັບ ອັນເປັນທີ່ຮັກຂອງຄົນອື່ໆນ ໄດ້ມີຊີວິດຍືນຍາວ. ບາງຄົນຢາກໃຫຍ່ ມາເປັນແມ່-ພໍ່ພິມຂອງຊາດ ຄອຍສັກສອນເຍົາວະຊົນໃຫ້ກາຍເປັນຜູ້ໃຫຍ່ທີ່ດີໃນອານາຄົດ.

ເມື່ອເວລາຜ່ານໄປ, ມີຫຼາຍຄົນເວລາໃຫຍ່ມາ ເຮັດອາຊີບທີ່ແຕກຕ່າງອອກໄປ ກວ່າຕອນທີ່ຝັນໄວ້ແຕ່ໄວເດັກ. ຖ້າເຮົາຈະເຮັດ ຕາມ ຄວາມຝັນທີ່ມີໃນໄວເດັກ, ພວກເຮົາອາດກຳລັງເຮັດສິ່ງຜິດພາດໃນຊີວິດ. ມີການຄົ້ນພົບວ່າ ຄົນເຮົາຈະຮຽນຮູ້ວ່າ ຕົນເອງມັກຫຍັງ? ມີຈຸດປະສົງການດຳລົງຊີວິດແບບໃດ? ອັນໃດເປັນຄວາມສຸກ ແລະ ອັນໃດເປັນວຽກທີ່ຕົນເອງ ຕ້ອງການເຮັດແທ້ໆ ແມ່ນຕອນທີ່ເຮົາເລີ່ມເຮັດວຽກປະຈຳວັນ.

ສິ່ງທີ່ທ່ານຈະໄດ້ຮັບ

  • ຮູ້ຈັກໃຈ້ແຍກຄວາມສຳຄັນ ຂອງເງິນທີ່ໄດ້ຮັບ ແລະ ໜ້າທີ່ວຽກງານ. ການເບິ່ງຄຸນຄ່າວຽກງານຫຼາຍ ກວ່າເງິນ ເຊິ່ງບໍ່ໄດ້ໝາຍວ່າວຽກຄຸນຄ່າບໍ່ແມ່ນວຽກທີ່ບໍ່ຫາເງິນ. ຕ້ອງໄດ້ດຸ່ນດ່ຽງກັນ.
  • ທົບທວນຄືນການກຳວຽກງານໃນອຸດົມການ ທີ່ທ່ານຕ້ອງການເຮັດໃນປະຈຸບັນ ແລະ ອານາຄົດ. ເພື່ອບໍ່ໄດ້ເຮັດໃນສິ່ງທີ່ບໍ່ມັກຕະຫຼອດຊີວິດ.
  • ຫາກເຮັດວຽກໃນສິ່ງທີ່ມັກ, ແລະມັ ກພົບຄົນທີ່ມີແຕ່ຕິກັບຕິກັຍຜົນງານ, ຈະແກ້ແນວໃດ? ມີວິທີຮັບມື ເພື່ອບໍ່ໃຫ້ຄົນມັກຕິເຫຼົ່ານັ້ນມາປ່ຽນເປົ້າໝາຍການເຮັດວຽກທີ່ທ່ານຢາກເຮັດ.
  • ວິທີການເບິ່ງຄຸນຄ່າ ຂອງໜ້າວຽກ ທີ່ໄດ້ຮັບຜົນຈາກການເຮັດວຽກແບບມີອຸດົມການຂອງທ່ານ. ແນະນຳການເຊື່ອມໂຍງຄວາມຕ້ອງການຂອງຄົນໄດ້ຮັບຜົນປະໂຫຍດ ແລະ ສິ່ງທີ່ເຮົາເຮັດວຽກຕາມອຸດົມການ. ໄດ້ຍົກຂື້ນໃນທາງທຸລະກິດ ໂດຍຈະແນະນຳວິທີ່ເຂົ້າໃຈລູກຄ້າ ແລະ ນຳເອົາຄວາມຕ້ອງການຂອງເຂົາເຈົ້າມາສ້າງເປັນເປົ້າໝາຍໃນການເຮັດວຽກຕາມອຸດົມການ.
  • ໃຈ້ແຍກສິ່ງສຳຄັນໃນການເຊື່ອມໂຍງຊີວິດການເຮັດວຽກ ໄປກັບການດຳລົງຊີວິດປະຈຳວັນ
  • ເຂົ້າໃຈການດຳລົງຊີວິດ ແລະ ການເຮັດວຽກແບບມີຊີວິດຊີວາ

ທ່ານຄວນເຂົ້າຫຼັກສູດນີ້ບໍ່?

ສຳລັບຄົນທີ່ກຳລັງເຮັດວຽກ ແລະ ບໍ່ແນ່ໃຈວ່າກຳລັງເຮັດໃນສິ່ງທີ່ຕົນເອງມັກຫຼືບໍ່? ຈະເຮັດຕໍ່ກະອາດເສຍເວລາ. ແທນທີ່ຈະມາຊອກແນວເຮັດຕາມອຸດົມການຂອງທ່ານ ກະຢ້ານເປັນສິ່ງທີ່ບໍ່ມັກ. ໃນຫຼັກສູດນີ້ ຈະເຮັດໃຫ້ທ່ານ ສາມາດເບິ່ງສະພາບທີ່ຕົວທ່ານເອງກະລັງພົບພໍ້ໃນຊີວິດການງານ, ການດຳລົງຊີວິດ ແລະ ສາຍພົວພັນຈາກໜ້າທີ່.

ສຳລັບນັກຮຽນ ແລະ ໄວໜຸ່ມ ທີ່ກຳລັງຈະສະໜັກເຂົ້າຮຽນວິຊາຊີບ, ຕໍ່ມະຫາວິທະຍາໄລ ຫຼື ຍັງບໍ່ແນ່ໃຈວ່າຕົນເອງ ເໜາະກັບອັນໃດ? ວຽກງານໃດທີ່ຕົນຢາກເຮັດເພື່ອສ້າງສິ່ງມີຄຸ່ນຄ່າກັບຕົນເອງ ແລະ ສັງຄົມ. ສຳລັບນ້ອງນັກຮຽນ, ບໍ່ຢາກໃຫ້ເບິ່ງການເລືອກອາຊີບ ທີ່ມີຜົນຕອບແທນທາງການເງິນຢ່າງດຽວ. ທັງນີ້ກະບໍ່ໄດ້ໝາຍວ່າ ຕ້ອງໄປເຮັດ ວຽກການກຸສົນຈິ່ງຈະຖືວ່າ ເປັນການໃຊ້ຊີວິດທີ່ມີຄຸນຄ່າ. ຫາກແມ່ນການໄດ້ນຳໃຊ້ເວລາທີ່ມີ ສ້າງຜົນປະ ໂຫຍດ ແກ່ສັງຄົມທັງທາງດ້ານວັດຖຸ ແລະ ຈິດໃຈ.

ສຳລັບແມ່ຍິງ ກະເປັນກຸ່ມທີ່ຢາກໃຫ້ເຂົ້າມາຮ່ວມ. ເພາະຫຼາຍຄົນຖືວ່າແມ່ຍິງເກີດມາເພື່ອຢູ່ເຮືອນ. ບາງຄົນອາດ ແມ່ນ. ເຂົາອາດມີແນວທາງຢາກບົວລະບັດຄອບຄົວ, ລູກ, ຜົວ ແລະ ຍາດພີ່ນ້ອງ. ຫາກຕ້ອງອອກໄປເຮັດວຽກ ໃນສັງຄົມ, ທ່ານຈະເລືອກເຮັດຫຍັງດີ? ຂໍເຊີນມາມີສ່ວນຮ່ວມນຳກັນ.

ບົດແນະນຳ

1
ເປັນຫຍັງຊີວິດຕ້ອງມີ “ຈຸດປະສົງ”?
5 ນາທີ
2
ຊີວິດທ່ານເພື່ອໃຜແດ່?
5 ນາທີ

ບົດທີ 1: “ຈຸດປະສົງ” ແມ່ນຫຍັງ?

1
ຜົນເສຍຫຍັງແດ່, ຖ້າມີຊີວິດ “ບໍ່ມີຈຸດປະສົງ”?
3 ນາທີ
2
ເງິນ ແລະ ຄວາມໝາຍຂອງໜ້າທີ່
10 ນາທີ
3
ສົມທຽບ “ຈຸດປະສົງ ກັບ ອາຊີບ”
5 ນາທີ
4
ການເຮັດວຽກຄືກັບງານສິນລະປະ
5 ນາທີ

ບົດທີ 2: ເວດມົນຈາກຊີວິດປະຈຳວັນ

1
ບໍ່ປະລະຈຸດປະສົງ
5 ນາທີ
2
ເລືອກຄວາມສຸກ
5 ນາທີ
3
ເຊື່ອມຕໍ່ຊີວິດ ແລະ ການງານ
10 ນາທີ

ບົດທີ 3: “ຈຸດປະສົງ” ໃນໂລກປະຈຸບັນ

1
ການພົບປະກັບຊີວິດຫຼາກຫຼາຍ
4 ນາທີ
2
ລົມກັບຜູ້ນຳ
4 ນາທີ
3
ຮູ້ຈັກ “ຈຸດປະສົງ” ຂອງຜູ້ນຳລະດັບສູງ
4 ນາທີ
4
ເວລາພົບກັບຄົນຄິດທໍ້ແທ້
3 ນາທີ
5
10 ວິນາທີ, ເກມປ່ຽນຊີວິດ

ບົດທີ 4: ໃຊ້ຊີວິດແບບມີ “ຈຸດປະສົງ”

1
ສະແດງ “ຈຸດປະສົງ” ຂອງຕົນເອງ ໃນສັງຄົມ
3 ນາທີ
2
ແລກປ່ຽນ “ຈຸດປະສົງ” ກັບຄອບຄົວ ແລະ ໝູ່ເພື່ອນ
3
ບໍ່ປະລະ “ຈຸດປະສົງ” ໃນຊີວິດ
3 ນາທີ

ບົດສະຫຼຸບ

1
ບາດກ້າວຕໍ່ໄປ
4 ນາທີ
ການຮຽນບໍ່ມີຄຳວ່າແກ່. ສາມາດຮຽນໄປສອນລູກຫຼານຕໍ່ໄດ້.

ເຂົ້າເປັນສະມາຊິກດ້ວຍວິທີງ່າຍໆ

1.    ເລືອກຫຼັກສູດທີ່ທ່ານຕ້ອງການ

2.   ຈ່າຍເຊິນຜ່ານ BCEL One

3.   ສົ່ງໃບຈ່າຍເງິນທາງ ວອດແອ໋ບ: 020​ 299 888 42

ເປັນຄົນທຳອິດສະແດງຄຳຄິດເຫັນ.

ກະລຸນາກົດ, ເຂົ້າລະບົບ ເພື່ອໃຫ້ສາມາດມີຄຳເຫັນ
ຊື້ຫຼັກສູດນີ້
ຄົນເຂົ້າຮຽນ: 0 ຄົນ
ການບັນຍາຍ: 18
ລະດັບ: ເລີ່ມຕົ້ນ

ຫົວຂໍ້ຜ່ານມາ