Norkhame
ຮູ້ວາງ, ແລ້ວຮູ້ສຸກ ຮູ້ວາງ, ແລ້ວຮູ້ສຸກ
ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ. ບໍ່ວ່າທ່ານຈະເປັນໃຜ, ທ່ານຈະຕ້ອງສູນເສຍການຄອບຄອງໃນວັນໃດໜຶ່ງ. ທ່ານອາດເສຍບ້ານ, ເສຍງານ, ຫຼຸບທຶນ, ຕົກຫ້ອງ, ເສຍຄວາມຮັກ, ເສຍສັບສິນ, ເສຍລູກ, ຕາຍຈາກຜົວເມຍ, ເສຍສຸກກະພາບ ແລະ ອື່ນໆ. ທ່ານຈະເສຍທຸກໆສິ່ງ ແລະ... ຮູ້ວາງ, ແລ້ວຮູ້ສຸກ

ຫຼາຍຄົນຄິດວ່າການມີ ຫຼື ການຄອບຄອງ ເປັນຫົນທາງຂອງຄວາມສຸກ. ພະພຸດທະເຈົ້າ ໄດ້ສະ ແດງໃຫ້ເຫັນວ່າ: ຄວາມສາມາດໃນການປ່ອຍວາງເປັນຫົນທາງທີ່ຈະເຮັດໃຫ້ຄົນເຮົາພົບຄວາມສຸກທີ່ ແທ້ຈິງ.

ບໍ່ວ່າທ່ານຈະເປັນໃຜ, ທ່ານຈະຕ້ອງສູນເສຍການຄອບຄອງໃນວັນໃດໜຶ່ງ. ທ່ານອາດເສຍບ້ານ, ເສຍງານ, ຫຼຸບທຶນ, ຕົກຫ້ອງ, ເສຍຄວາມຮັກ, ເສຍສັບສິນ, ເສຍລູກ, ຕາຍຈາກຜົວເມຍ, ເສຍສຸກກະພາບ ແລະ ອື່ນໆ. ທ່ານຈະເສຍທຸກໆສິ່ງ ແລະ ແຕ່ລະສິ່ງທີ່ທ່ານມີອາດສູນເສຍໃຫ້ແກ່ຄົນໃດໜຶ່ງ ໃນທຸກໆເວລາ.

ບາງຄົນອາດຖືວ່າມີຊີວິດສູງສົງກວ່າຄົນອື່ນໆໃນສັງຄົມ. ແຕ່ຕົວຈິງແລ້ວຄົນເຮົາບໍ່ສາມາດຈະມີພະລັງເໜືອ ພະລັງທຳມະຊາດ ທີ່ກຳນົດໃຫ້ຊີວິດຂອງຄົນເຮົາໃນໂລກນີ້ມີເວລາທີ່ຈຳກັດ.

ຫຼາຍໆຄົນເຮັດວຽກແຕ່ເຊົ້າຮອດແລງຕາມຕາຕະລາງ ແລະ ແຜນການ ຈົນເຮັດໃຫ້ຊີວິດກາຍເປັນວົງຈອນ ທີ່ຄາດເດົາໄດ້ວ່າຈະເຮັດຫຍັງໃນວັນຂ້າງໜ້າ. ຫຼາຍໆຄົນຊອກຫາຄວາມໜັ້ນຄົງໃນສາຍພົວພັນ, ການເງິນ ແລະ ສິ່ງອື່ນໆເພື່ອເຮັດໃຫ້ຕົນເອງປະກົດຕົວໃນໂລກນີ້ ຫຼື ສັງຄົມໄດ້ຕະຫຼອດການ.

ຫຼາຍໆຄົນທີ່ຢູ່ໃນສັງຄົມທີ່ຜາສຸກ ແລະ ພຽກພ້ອມທຸກໆຢ່າງ ແຕ່ກໍ່ຈະມີຍາມໃດໜຶ່ງທີ່ເກີດຂື້ນຈົນເຮັດ ໃຫ້ເຂົາເຈົ້າສູນເສຍສິດ, ວັດຖຸ ແລະ ສິ່ງຂອງທີ່ມີມາ. ການສູນເສຍສິ່ງດັ່ງກ່າວ ອາດເປັນການເຕື່ອນ ໃຫ້ຄົນເຮົາຊາບວ່າ: ບໍ່ມີສິ່ງໃດທີ່ໜັ້ນຄົງ ແລະ ແນ່ນອນ.

ສຳລັບຄົນທີ່ຮັ່ງມີ, ກໍ່ໃຫ້ລະລຶກສະເໜີວ່າ ສິ່ງທີ່ມີໃນວັນນີ້ ເຊັ່ນ: ຄອບຄົວ, ຄົນຮັກ, ແລະ ວັດຖຸ ອາດຈະບໍ່ມີໃນຕໍ່ໜ້າ. ທ່ານຄວນລຳລຶກ ແລະ ມີຄວາມສຸກກັບປະຈຸບັນໃຫ້ຫຼາຍທີ່ສຸດ ເພາະ ສິ່ງທີ່ທ່ານມີໃນປະຈຸບັນ ອາດຈະບໍ່ມີ ໃນອານາຄົດ.

ທ່ານອາດຈະພົບກັບສະພາບການນັ້ນ ສະພາບການນີ້ ທີ່ເກີດຂື້ນມາແບບບໍ່ໄດ້ຕັ້ງໃຈ. ເພື່ອເຮັດໃຫ້ທ່ານ ສາມາດ ພັກດັນວຽກງານໄປຂ້າງໜ້າ, ບໍ່ວ່າສິ່ງທີ່ເກີດຂື້ນໃນວັນນີ້ ຈະມີຄວາມເຈັບແສບ ຫຼື ສວຍງາມ ປານໃດກໍ່ຕາມ ມັນຈະເປັນສິ່ງສິດສອນໃນອານາຄົດ. ເຊັ່ນດຽວກັນ, ກັບຄົນທີ່ພົບພໍ່ກັບເຫດຮ້າຍໃນວັນນີ້ ກໍ່ຈະມີສິ່ງດີໆໃນຂ້າງໜ້າ.

ແທນທີ່ຈະຍຶດຖືກັບປະສົບການທີ່ບໍ່ດີ ທ່ານຕ້ອງຮູ້ຈັກປ່ອຍວາງ. ຫຼາຍໆຄົນຕົກຫຼຸມຮັກ ແລະ ມັກທີ່ຈະ ຫວງແຫນໄວ້ ແລະ ມັກຈະເສຍໃຈໃນເວລາທີ່ສູນເສຍ. ຄວາມຮັກປາດສະຈາກການຫວງແຫນເປັນ ຄວາມຮັກທີ່ບໍລິສຸດທີ່ສຸດ. ເພາະວ່າຄວາມຮັກທີ່ແທ້ຈິງຄືການທີ່ເຮົາມອບສິ່ງດີໆໃຫ້ຄົນອື່ນແບບບໍ່ມີ ເງື່ອນໄຂ ແລະ ບໍ່ຮຽກຮ້ອງສິ່ງຕອບແທນ. ເຮົາກຳລັງມອບສິ່ງທີ່ດີທີ່ສຸດທີ່ເຮົາມີເຫຼືອຫຼາຍ ໃຫ້ແກ່ຄົນທີ່ຂາດເຂີນ ແລະ ຕ້ອງການ. ການໃຫ້ຂອງທ່ານສະແດງໃຫ້ເຫັນວ່າທ່ານມີຫຼາຍພໍ.

ໃນເວລາທີ່ເຮົາມີຄວາມສຸກກັບຮັກ ສິ່ງໜຶງທີ່ຄົນມັກຈະມີກໍ່ຄືຄວາມຢ້ານ. ຢ້ານວ່າຈະເສຍຄົນຮັກ. ໃນສະຖານະການດັ່ງກ່າວ, ຈະເຮັດໃຫ້ເຮົາຢູ່ກັບຄວາມຮັກ ແລະ ຄວາມຢ້ານພ້ອມໆກັນ. ທາງທີ່ດີທີ່ສຸດກໍ່ຄືບໍ່ ໄປຄິດຫຍັງກັບອານາຄົດວ່າຈະເປັນແນວໃດ ຫຼື ຄິດຫາຄວາມຫຼັງ. ແຕ່ໃຫ້ໃຊ້ຊີວິດກັບຄົນທີ່ຮັກ ໃຫ້ຫຼາຍທີ່ສຸດ.

ການຍຶດໜັ້ນ ສ່ວນໜຶ່ງເກີດມາຈາກການຄິດຫາອານາຄົດ ແລະ ອາດີດ. ຄວາມຮັກທີ່ເກີດຂື້ນໃນປະຈຸບັນ ນັ້ນເປັນສິ່ງທີ່ຕ້ອງໄດ້ເອົາໃຈໃສ່. ການຍຶດໜັ້ນຍັງເປັນລັກສະນະຂອງການຄາດຫວັງ. ຄົນທີ່ຈະຢູ່ກັບ ຄວາມຮັກໄດ້ດີທີ່ສຸດແມ່ນການຍອມຮັບກັບສະພາບໃນປະຈຸບັນ.

ເຮົາຍຶດໜັ້ນກັບຄົນຮັກເນື່ອງຈາກວ່າຢ້ານເຂົາເຈົ້າຈາກໄປ, ເຈັບປ່ວຍ, ຕາຍໃນມື້ໃດໜຶ່ງ, ແລະ ເຮັດໃຫ້ ເຮົາຢູ່ຄົນດຽວອີກຄັ້ງ. ພວກເຮົາຍຶດໜັ້ນໃນໜ້າທີ່ການງານກໍ່ເນື່ອງຈາກວ່າ ພວກເຮົາ ຢ້ານຈະສູນເສຍ ຕຳແໜ່ງ ຈົນເຮັດໃຫ້ເຮົາຕ້ອງຕົກງານ ແລະ ບໍ່ມີລາຍໄດ້ລ້ຽງຄອບຄົວ.

ສິ່ງທີ່ກ່າວມານັ້ນບໍ່ແມ່ນເລື່ອງແປກ ຖ້າຫາກເຮົາຕ້ອງໄດ້ສູ້ຊົນເພື່ອເຮັດໃຫ້ຄອບຄົວເປັນສຸກ ແລະ ມີຊີວິດ; ບໍ່ມີສິ່ງໃດຜິດໃນການຕ້ອງການໃຫ້ຕົນເອງມີລາຍຮັບທີ່ຈະລ້ຽງຊີບ ແລະ ສົ່ງເສີມຄອບຄົວ.

ແຕ່ສິ່ງໜຶ່ງທີ່ຈະຕ້ອງໄດ້ຍອມຮັບກໍ່ຄືວ່າ ສິ່ງດັ່ງກ່າວນັ້ນຈະມີຈຸດຈົບຈັກວັນໜຶ່ງ. ຖ້າຫາກທ່ານຕ້ອງຮັກແລ້ວ ຈົ່ງຮັກ ແຕ່ຢ່າສ້າງການຍຶດໜັ້ນ. ຮັກເພື່ອຝູງ, ຮັກຄອບຄົວ: ຮັກວຽກ, ຮັກບ້ານ, ຮັກຊີວິດ, ແຕ່ບໍ່ໃຫ້ຍຶດຖື. ຈົ່ງໃຫ້ຮັກ ແລະ ໃຫ້ຮູ້ຈັກປ່ອຍວາງໃນຂະນະດຽວກັນ. ຊື່ນຊົມກັບສິ່ງທີ່ທ່ານມີໃນທຸກໆຂະນະ.

ຄວາມເຈັບປວດເປັນສິ່ງຊົວຄາວ ແລະ ການທົນທຸກເປັນທາງເລືອກ. ການທົນທຸກມາຈາກການສ້າງເລື່ອງ ທີ່ເຮົາໄດ້ຮັບຈາກຄວາມເຈັບປວດໃນເວລາໃດໜຶ່ງ. ສິ່ງທີ່ເກີດຂື້ນມາໃນມື້ວານກ່ອນນີ້, ຈົ່ງປ່ອຍໃຫ້ກາຍເປັນອາດີດ. ເພາະທ່ານໜ້າຈະຮູ້ດີວ່າ ບໍ່ວ່າຈະດີຊຳໃດ ວັນໜຶ່ງກໍ່ຈະຕ້ອງສູນເສຍ. ເມື່ອເປັນແນວນັ້ນ, ບໍ່ວ່າຈະມີຫຍັງຮ້າຍແຮງຊຳໃດ, ເຮົາກໍ່ຕ້ອງຮູ້ຈັກປ່ອຍວາງ.

ຖ້າຫາກທ່ານຢາກເປັນສຸກ, ທ່ານຕ້ອງຮູ້ຈັກປ່ອຍວາງ ແລະ ປ່ອຍໃຫ້ສິ່ງໃໝ່ ແລະ ດີໆເຂົ້າມາໃນຊີວິດ. ຄົນເຮົານັ້ນ ອາດໄດ້ທຸກໆສິ່ງທຸກຢ່າງໃນຊີວິດ, ເຊັ່ນ: ຄວາມຮັກ, ບົດບາດທາງສັງຄົມ, ສັບສີນລົ້ນຟ້າ, ເພື່ອນມິດທີ່ຈິງໃຈເປັນພັນໆ, ບ້ານພັກສວຍງາມປານພະລາດຊະວັງ. ໃນທີ່ສຸດແລ້ວ, ສິ່ງທີ່ມີຄວາມສຳຄັນທີ່ສຸດສຳລັບການມີຊີວິດຄືການໄດ້ຄອບຄອງ ແຕ່ຄວາມສຸກທີ່ແທ້ຈິງນັ້ນກໍ່ຄື ການຮູ້ຈັກປ່ອຍວາງສິ່ງຕ່າງທີ່ຜ່ານເຂົ້າມາໃນຊີວິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.