Norkhame
ນາຍຮັກ ນາຍຮັກ
“ຈົ່ມຂັວນນາຍ, ພາຍຖົງໜີ” ເປັນຄຳເວົ້າບູຮານທີ່ໜ້າຄິດ ແລະ ໃຊ້ໄດ້ກັບສະພາບການຕົວຈິງ. ນາຍກັບ ລູກນ້ອງກໍ່ບໍ່ຕ່າງຫຍັງກັບຄູ່ຜົວເມຍ ຫຼື ອາດຈະຫຼາຍກວ່າ. ແຕ່ລະວັນຕ້ອງພົບກັນ ຢ່າງນ້ອຍ 8 ຊົວໂມງ, ຈະເຮັດແນວໃດໃຫ້ນາຍມີຄວາມພໍໃຈ ກັບສິ່ງທີ່ຕົນເອງເຮັດລົງໄປ. ໃນລະບົບການຕັດສິນຄວາມສາມາດທີ່ນຳມາໃຊ້, ຫາກບໍ່ສາມາດນຳໄປວັດປະສິດທິພາບການ ເຮັດວຽກຂອງລູກນ້ອງແຕ່ລະຄົນແລ້ວ, ກໍ່ອາດຈະກໍ່ໃຫ້ເກີດຜິດພາດໃນການປະເມີນ ຄວາມອາດສາມາດຕົວຈິງ. ຫຼາຍຄົນບໍ່ມັກພັດທະນາຄວາມຮູ້ດ້ານວິຊາການ ແຕ່ກັບຊອກວິທີເຂົ້າຫານາຍ. ໂດຍການ ສ້າງຄວາມເພີ່ງພໍໃຈດ້ານອື່ນໆໃຫ້... ນາຍຮັກ

ຈົ່ມຂັວນນາຍ, ພາຍຖົງໜີ ເປັນຄຳເວົ້າບູຮານທີ່ໜ້າຄິດ ແລະ ໃຊ້ໄດ້ກັບສະພາບການຕົວຈິງ. ນາຍກັບ ລູກນ້ອງກໍ່ບໍ່ຕ່າງຫຍັງກັບຄູ່ຜົວເມຍ ຫຼື ອາດຈະຫຼາຍກວ່າ. ແຕ່ລະວັນຕ້ອງພົບກັນ ຢ່າງນ້ອຍ 8 ຊົວໂມງ, ຈະເຮັດແນວໃດໃຫ້ນາຍມີຄວາມພໍໃຈ ກັບສິ່ງທີ່ຕົນເອງເຮັດລົງໄປ.

ໃນລະບົບການຕັດສິນຄວາມສາມາດທີ່ນຳມາໃຊ້, ຫາກບໍ່ສາມາດນຳໄປວັດປະສິດທິພາບການ ເຮັດວຽກຂອງລູກນ້ອງແຕ່ລະຄົນແລ້ວ, ກໍ່ອາດຈະກໍ່ໃຫ້ເກີດຜິດພາດໃນການປະເມີນ ຄວາມອາດສາມາດຕົວຈິງ. ຫຼາຍຄົນບໍ່ມັກພັດທະນາຄວາມຮູ້ດ້ານວິຊາການ ແຕ່ກັບຊອກວິທີເຂົ້າຫານາຍ. ໂດຍການ ສ້າງຄວາມເພີ່ງພໍໃຈດ້ານອື່ນໆໃຫ້ ແທນການສ້າງຄວາມເພີ່ງພໍໃຈໃນໜ້າທີ່ວິຊາສະເພາະ. ການເຮັດດັ່ງກ່າວ ອາດເຮັດໃຫ້ນາຍທີ່ບໍ່ມີຫຼັກໜັ້ນ ເຫັນຄວາມດີຄວາມຊອບຂອງພະນັກງານຄົນໆນັ້ນ. ເວລາມີຫຍັງກໍ່ມັກຈະໃຫ້ຄົນທີ່ຕົນເອງມັກກ່ອນ. ລູກນ້ອງຫຼາຍຄົນຈິ່ງມັກເຮັດທຸກໆຢ່າງທີ່ນາຍມັກເພື່ອໃຫ້ກາຍເປັນທີ່ນິຍົມ, ຍ້ອນຢາກເປັນຄົນທີ່ມີສິດໄດ້ຮັບຜົນປະໂຫຍດອື່ນໆກ່ອນໃຜໆ. ບາງຄັ້ງຈົນຫຼົງເຮັດຜິດກໍ່ມີ.

ເບິ່ງແນວໜຶ່ງ, ການເອົາໃຈນາຍກໍ່ດີ ເພາະຈະເຮັດໃຫ້ເປັນທີ່ໜ້າຮັກ. ຄ້າຍກັບວ່າເປັນການເຂົ້າຈິດ ໃຈ ແລະ ການປະພຶດ. ພະພຸດທະເຈົ້າ, ກໍ່ມີສາວົກມາຊ່ວຍງານຫຼາຍ, ແລະ ສາວົກທີ່ເປັນທັງຄູບາກໍ່ມີ ໜ້າທີ່ຄ່ອຍຮັບໃຊ້, ໃຫ້ການຄົ້ນຄິດແລະ ຊ່ວຍການດຳລົງຊີວິດໃນແຕ່ລະວັນ. ພະເຣວັດຕະ ໄດ້ຊື່ວ່າເປັນພະທີ່ໃກ້ກັບພະພຸດທະເຈົ້າທີ່ສຸດອົງໜຶ່ງ. ນອກຈາກຈະເປັນພະທີ່ສະຫຼາດແລ້ວ, ຍັງຮູ້ວ່າພະພຸດທະເຈົ້າ ມີຈຸດພິເສດໃນການດຳລົງຊີວິດແຕ່ລະວັນເປັນແບບໃດ. ສິ່ງທີ່ພະເຮວັດຕະ ປະຕິບັດກໍ່ຄື ສະໜອງການເປັນເລຂາ ດ້ວຍຄວາມສາມາດ ແລະ ການເຂົ້າໃຈຕົວບຸກຄົນ. ເບິ່ງຢ່າງໜື່ງຄ້າຍຄືກັບການລູບແຂ່ງເລຍຂາ, ແຕ່ສິ່ງທີ່ພະເຮວັດຕະປະຕິບັດ, ເປັນການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນາຍ ເພື່ອທີ່ຈະໄດ້ສາມາດນຳພາວຽກງານໄດ້ດີ, ມີຄວາມສະດວກທັງກາຍ ແລະ ໃຈທີ່ສຸດ.

ການຈົ່ມຂັວນນາຍ, ເຖິງຈະແມ່ນຫຼືບໍ່ແມ່ນເລື່ອງຈິງ ກໍ່ເປັນສິ່ງທີ່ຕ້ອງຫ້າມ. ຫາກສົ່ງທີ່ຈະເວົ້າອອກໄປ, ບໍ່ສາມາດແກ້ໄຂໄດ້ແລ້ວ ໄພຂອງການຈົ່ມຂັວນບໍ່ໄດ້ເຮັດໃຫ້ນາຍຮັກເຮົາ. ສິ່ງທີ່ໜ້າຈະປະຕິບັດ ໃນການເຮັດວຽກນຳຫຼາກຫຼາຍຄວາມສາມາດ, ຄວາມເຂົ້າໃຈ ແລະ ການຕັດສິນໃຈທີ່ແຕກຕ່າງ ຂອງນາຍແຕ່ລະຄົນ, ອາດເຮັດໃຫ້ບໍ່ເປັນທີ່ມັກຂອງລູກນ້ອງ. ຫາກທ່ານເປັນລູກນ້ອງທີ່ບໍ່ ມັກນາຍແລ້ວ, ວັນໃດໜຶ່ງເພີ່ນກໍ່ອາດຮູ້. ດັ່ງນັ້ນ, ຄວາມສາມາດໃນການເກັບຄວາມຮູ້ສຶກບໍ່ມັກໄວ້ໃນໃຈ ຈະເປັນການດີທີ່ສຸດ ຫາກທ່ານຍັງມັກໃນວຽກທີ່ກຳລັງເຮັດ, ເຖິງຈະບໍ່ມັກການກະທຳຂອງນາຍກໍ່ຕາມ.

ໃຜແທ້ໆຄືນາຍສູງສຸດ? ເຮົາຄວນເຮັດໃຫ້ຜູ້ນັ້ນຮັກ ເພາະເຮົາຈະຢູ່ໄດ້ດົນ ທັງໃນຕອນມີຊີວິດ ແລະ ຫຼັງການເສຍຊີວິດ. ເມື່ອມາເບິ່ງກົດໝາຍລັດຖະທຳມະນູນຂອງ ສ ປ ປ ລາວ ແມ່ນຖືປະຊາຊົນ ເປັນເຈົ້າ ຂອງປະເທດຊາດ. ໂດຍໃນມາດຕາທີ່ 2 ກ່າວໄວ້ວ່າ: “ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງ ປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ” ດັ່ງນັ້ນ, ພະນັກງານທຸກໆຂັ້ນ ແລະ ນັກທຸລະກິດເຮັດການຜະລິດຮັບໃຊ້ສັງຄົມ, ບໍ່ຄວນລືມໜ້າທີ່ໃນການຮັບໃຊ້ປະຊາຊົນ  ແລະ ສ້າງຄວາມສາມັກຄີປ່ອງດອງກັບປະຊາຊົນທຸກຊົນຊາດຊົນເຜົ່າ ດ້ວຍຄວາມຈິງໃຈ. ເຮັດແນວໃນນັ້ນ, ພວກເຮົາທັງໝົດກໍ່ຈະເປັນທີ່ຮັກຂອງນາຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.