Norkhame
ຢາກແລະບໍ່ຢາກເຮັດ
ຄວາມຕ້ອງການຢາກເຮັດ ຄວາມຕ້ອງການບໍ່ຢາກເຮັດ ມັກເກີດຂື້ນກັບທຸກໆຄົນ. ຄົນສ່ວນຫຼາຍມັກຄິດວ່າ ຄວາມຕ້ອງການຈະຕ້ອງເປັນສິ່ງທີ່ກໍ່ໃຫ້ເກີດຄວາມກະຕືລືລົ້ນ. ຄວາມຮູ້ສຶກຢາກລົງມືເຮັດເພື່ອກ້າວໄປຂ້າງໜ້າ ເຊັ່ນ “ຢາກເຮັດ…” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງສະເໝີໄປວ່າຈະຕ້ອງເປັນເຊັ່ນນີ້. ອ່ານເພີ່ມ
ເປັນສຸກຍຸກໂຄວິດ
ຖ້າທ່ານໃສ່ໃຈສິ່ງທີ່ບໍ່ມີ, ທ່ານກໍ່ຈະບໍ່ໄດ້ຄຸນຄ່າຫັຍງ. ເປັນຕົ້ນຂ່າວປອມຊ່ວງໂຄວິດ19. ຂໍ້ຄວາມອອກມາຫຼາຍທຸກໆສື່ ທັງທາງການ ແລະ ໃຫ້ລະວັງຂ່າວບໍ່ເປັນທາງການຈາກຄົນບໍ່ຫວັງດີ. ເຊິ່ງມັກເວົ້າກ່ຽວກັບການລະບາດໃນທຸກໆປະເທດ. ອ່ານເພີ່ມ
ໂອກາດຈາກວິກິດ
ບໍ່ມີວຽກງານໃດບໍ່ມີຄວາມສ່ຽງ. ການບໍລິຫານວິກິດ, ເປັນວິທີການສະແດງຄວາມສາມາດ ນຳໄປສູ່ຄວາມສຳເລັດໃນທຸລະກິດໄດ້ແນວໃດ? ບັນດາຜູ້ນຳອົງກອນ ແລະ ທຸລະກິດ ຕ້ອງມີທັກສະ ໃນການຮັບມື ແລະ ແກ້ໄຂສະຖານະການດັ່ງກ່າວ. ອ່ານເພີ່ມ
ລະກ່ອນບິນ
ຄົນອື່ນມັກເວົ້າແນວບໍ່ດີໃສ່ກັນແລະກັນຢູ່ແລ້ວ. ທ່ານບໍ່ຄວນເປັນຄົນເວົ້າແນວບໍ່ດີໃສ່ຕົນເອງ. ຄຳເວົ້າບໍ່ດີ, ຢ່າເວົ້າໃຫ້ຕົນເອງເດັດຂາດ. ມັນເປັນການພາວະນາເອົາແນວບໍ່ດີມາໃນຊີວິດຕົນເອງ. ​ຄົ​ນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ເຂົາບໍ່​ເຄີຍ​ເວົ້າ​ກັບ​ຕົວ​ເອງໃນດ້ານລົບ. ໄດ້ຍົກເອົາສິ່ງສຳຄັນທີ່ສຸດ ທີ່ບໍ່ຄວນເວົ້າມີຄື: ອ່ານເພີ່ມ
ຄາຖານຳໂຊກ
ຈົ່ງ​ຮູ້​ວ່າ​ທ່ານ​ໂຊກ​ດີ. ຄົນ​ບາງ​ຄົນ​ຕາບອດມືດ​ມິດ​ບໍ່​ສາ​ມາ​ດ​ເບິ່ງ​ເຫັນ​ວັນ​ທີ່​ສວຍ​ງາມ​ໄດ້. ສ່ວນ​ຄົນ​ຕາ​ດີ​ມາແຕ່ເກີດຢ່າງ​ທ່ານ ຢ່າໄດ້ຄິດ​ວ່າ​ຊີ​ວິດ​ທ່ານ​ບໍ່​ດີ​ແບບ​ໃດ? ທ່າານໜ້າຈະ ເບິ່ງ​ໄປ​ອ້ອມໆ​ ເບິ່ງໃຫ້​ເຫັນ​ວັນ​ທີ່​ສວຍງ​າມ ​ແລະ ​ຮູ້​ສຶກ​ເຖິງ​ສິ່ງເກີດຂື້ນດ້ວຍ​ຄວາມ​ຮັກ ​ແລະ ​ຄວາມ​ໃສ່​ໃຈ. ບໍ່ເພັ້ງສິ່ງທີ່. ​ຢ່າໄປເບິ່ງ​ແຕ່​ສິ່ງ​ບໍ່​ດີ​ທີ່​ເຮັດ​ໃຫ້​ທ່ານ​ຂຸ້ມ​ມົວ. ອ່ານເພີ່ມ
ຄົ້ນສິງລີ້ລັບ
ທ່ານອາດຕະລືງ, ຫາກໄດ້ຍິນຄົນເລົ່າປະສົບການເຮັດວຽກໃນອາດີດ. ອາດມີຄຳຖາມວ່າ: ເຂົາເກັ່ງແບບນີ້ສະເຫມີເລີຍຫວາ? ເຮັດໄດ້ແນວໃດ? ເຂົາເຮັດໄດ້ຍ້ອນມີພອນສະຫວັນ? ທ່ານເຄີຍເຂົ້າຮ່ວມສຳມະນາ ແລະ ພົບປະກັບບັນຍາຍ ຜູ້ເລົ່າປະສົບການ ຫຼື ສອນທັກສະໃດໜຶ່ງບໍ່? ໃນຊີວິດຈິງ, ບໍ່ແມ່ນຈະໄດ້ຮັບຟັງ ຫາກຍັງເປັນຊີວິດການເປັນຢູ່ຂອງ ຜູ້ບໍລິຫານຈໍານວນຫນຶ່ງ ທີ່ປະສົບຜົນສຳເລັດ ແລະ ມີຊື່ສຽງໜ້າເຫຼື້ອມໃສຈົນບໍ່ຫນ້າເຊື່ອ ວ່າສິ່ງທີ່ເຂົາເຈົ້າຜ່ານຜ່າເຂົ້າມານັ້ນ ສາມາດແກ້ໄຂໄດ້ແນວໃດ? ເຄີຍເຂົ້າໄປຮ່ວມການສຳມະນາຂອງນັກຮົົບເກົ່າ ໃຫ້ກຽດມາບັນຍາຍ ການຕໍ່ສູ້, ໄດ້ຟັງແລ້ວ ເປັນຕາໜ້າປະທັບໃຈ. ຫລັງຈາກການບັນຍາຍ ຂ້າພະເຈົ້າມີຄໍາຖາມໃຫມ່ແທນວ່າ “ເຂົາເກັ່ງແບບນີ້ສະເຫມີເລີຍຫວາ?” ພາຍໃຕ້ເວລາສັ້ນໆພຽງຫນຶ່ງຊົ່ວໂມງ, ອາດີດ ນາພົນ ສະແດງໃຫ້ເຫັນວ່າເຂົາມີພອນສະຫວັນພິເສດໃນການເປັນຜູ້ເວົ້າໃນທີ່ສາທາລະນະ, ລາວດຶງເຮົາເຂົ້າໄປເບິ່ງການເມືອງໃນຫ້ອງ ທີມີນັກສຳມະນາກອນມາຮັບຟັງ. ລາວພາເຮົາໄປສູ່ເຫດການການຕໍ່ສູ້ອັນດຸເດືອດ. ປະກາດນະໂຍບາຍ ເປເຣສຕອຍກ້າ ດ້ວຍການແຈ້ງ “ວ່າທ່ານນາຍພົນຕ້ອງໄປຫາສັດຕູລາຍໃຫມ່ແລ້ວລະ” ລາວວາດພາບໃຫ້ເຮົາເຫັນສະພາບການ ໂຈມຕີທາງອາກາດຮອບທໍາອິດໃນຍຸກ ຕໍ່ສູ້ປົດປ່ອຍຊາດ, ສະພາບການເຄັ່ງຕືງຂອງການນຳ ໃນການຊີ້ນຳ ໃນເວລາອັນຂ້ຽວຂາດ. ລາວເວົ້າແບບເປັນກັນເອງ, ບໍ່ແມ່ນສູດສໍາເລັດທີ່ທ່ອງຈໍາແບບນັກການເມືອງ ບໍ່ແມ່ນເວົ້າຍາກໆ,... ອ່ານເພີ່ມ
ຄົນຜິດ, ຄົນງາມ
ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ. ອ່ານເພີ່ມ
ອີກມູມຂອງຊີວິດ
ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ. ອ່ານເພີ່ມ
ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ. ອ່ານເພີ່ມ
ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.