Norkhame
ຜູ້ພິທັກໂລກ ຜູ້ພິທັກໂລກ
ຫຼາຍຄົນເບິ່ງປະເທດມະຫາອຳນາດ ຄ້າຍໆກັບຄົນສອດຮູ້ສອດເຫັນ ປັນຫາຂອງປະເທດອື່ນໆ. ຫວ່າງໝໍ ໆມານີ້, ບັນຫາແຫຼມເກົາຫຼີ ກັບກາຍມາເປັນບັນຫາການເມືອງທີ່ຮ້ອນແຮງຄ້າຍໆກັບບັນຫາ ໄອຊີດ ຫຼື ສົ່ງຄາມກາງເມືອງທີ່ປະເທດຊີເຣຍ. ໃນປະຈຸບັນ, ຫາກມາຊັ່ງຊາເບິ່ງຫຼາຍໆດ້ານ, ປະເທດມະຫາອຳນາດທາງດ້ານການທະຫານ ໜ້າຈະແມ່ນ ສາມປະເທດຄື: ສະຫະລັດອາເມລິກາ, ຈີນ ແລະ ລັດເຊຍ. ທັງສາມປະເທດຕ່າງມີສ່ວນຮ່ວມໃນການ ແກ້ໄຂບັນຫາຫຼາຍໆດ້ານໃນຂົງເຂດທົ່ວໂລກ. ອັນໜຶ່ງກໍ່ມີບົດບາດໃນເວທີສາກົນ ເປັນຕົ້ນແມ່ນ ທັງສາມ... ຜູ້ພິທັກໂລກ

ຫຼາຍຄົນເບິ່ງປະເທດມະຫາອຳນາດ ຄ້າຍໆກັບຄົນສອດຮູ້ສອດເຫັນ ປັນຫາຂອງປະເທດອື່ນໆ. ຫວ່າງໝໍ ໆມານີ້, ບັນຫາແຫຼມເກົາຫຼີ ກັບກາຍມາເປັນບັນຫາການເມືອງທີ່ຮ້ອນແຮງຄ້າຍໆກັບບັນຫາ ໄອຊີດ ຫຼື ສົ່ງຄາມກາງເມືອງທີ່ປະເທດຊີເຣຍ.

ໃນປະຈຸບັນ, ຫາກມາຊັ່ງຊາເບິ່ງຫຼາຍໆດ້ານ, ປະເທດມະຫາອຳນາດທາງດ້ານການທະຫານ ໜ້າຈະແມ່ນ ສາມປະເທດຄື: ສະຫະລັດອາເມລິກາ, ຈີນ ແລະ ລັດເຊຍ. ທັງສາມປະເທດຕ່າງມີສ່ວນຮ່ວມໃນການ ແກ້ໄຂບັນຫາຫຼາຍໆດ້ານໃນຂົງເຂດທົ່ວໂລກ. ອັນໜຶ່ງກໍ່ມີບົດບາດໃນເວທີສາກົນ ເປັນຕົ້ນແມ່ນ ທັງສາມ ປະເທດນອນໃນ ສະມາຊິກຖາວອນ ຂອງອົງການສະຫະປະຊາຊາດ, ເຊິ່ງລວມມີຝຣັງ ແລະ ສະຫະຣາດ ອັງກິດ.

ເປັນຫຍັງບັນດາປະເທດໃຫຍ່ໆຈິ່ງມັກກ່ຽວຂ້ອງກັບບັນຫາພາກພື້ນໃນຫຼາຍໆຂົງເຂດທົ່ວໂລກ? ທຸກໆ ການປ່ຽນແປງໃນມູມໂລກໃດໜຶ່ງ, ອາດສົ່ງຜົນກະທົບແກ່ວຽກງານການເມືອງ, ເສດຖະກິດ ແລະ ສັງຄົມ ຂອງປະເທດມະຫາອຳນາດເຊັ່ນດຽວກັນ. ໂດຍສະເພາະແຫຼມເກົາຫຼີ ເຊິ່ງມີຊາຍແດນ ຕິດຈອດກັບ ປະ ເທດຈີນ ແລະ ລັດເຊຍ. ຫາກຄວາມບໍ່ສະຫງົບເກີດຂື້ນໃນຂົງເຂດນີ້ກໍ່ຈະສົ່ງຜົນກະທົບໃສ່ ປະເທດຈີນ ແລະ ລັດເຊຍເຊັ່ນດຽວກັນ. ໃນຂະນະດຽວກັນ, ອາເມລິກາ ກໍ່ຢາກປົກປ້ອງບັນດາປະເທດ ພັນທະມິດ ຄືເກົາຫຼີໃຕ້, ຍີ່ປຸ່ນ ແລະ ແຖມບັນດາປະເທດ ແລະ ໝູ່ເກາະອາຊີປາຊີປິກ ໃຫ້ມີຄວາມແນ່ນອນທາງ ດ້ານຄວາມໜັ້ນຄົງ.

ເມື່ອມາເບິ່ງດ້ານເສດຖະກິດ ແລະ ສັບພະຍາກອນທີ່ມີຢູ່ໃນໂລກກໍ່ເປັນປັດໃຈສຳຄັນ. ສຳລັບຈີນ, ທະເລ ຈີນໃຕ້ ເປັນດິນແດນທີ່ສຳຄັນຫຼາຍ. ອັນສຳຄັນແມ່ນເສັ້ນທາງໃນການເຊື່ອມຕໍ່ໂລກ. ຫາກເສັ້ນ ທາງນີ້ ຖືກໄພພິບັດ, ຫຼື ເສຍສິດໃນການຄຸ້ມຄອງແລ້ວ, ກໍ່ຈະເປັນການປິດຕົນເອງອອກສູ່ໂລກ. ແນ່ນອນ, ອາດ ເຮັດໃຫ້ກະທົບແກ່ການສົ່ງອອກ ແລະ ຄ້າຂາຍກັບບັນດາປະເທດທີ່ຢູ່ຫ່າງໄກອອກໄປ, ເປັນຕົ້ນກັບປະ ເທດລາຕີ່ນ ແລະ ອຼາບຟຣິກາ. ອາດເສຍອຳນາດໃນການເຈລະຈາການເມື່ອງໃນຂົງເຂດອື່ນໆ. ຄົງເພາະ ເຫດນີ້, ການມີອິດທິພົນ ແລະ ທຸກໆບັນຫາໃນເຂດທະເລປາຊີຝິກຊີ້ຂາດຄວາມເປັນມະຫາ ອຳນາດ ໃນຕໍ່ໜ້າ.

ສຳລັບປະເທດນ້ອຍໆ ແມ່ນຕ້ອງໄດ້ຕິດຕາມທິດທາງການປ່ຽນແປງຂອງບັນດາ ປະເທດມະຫາອຳນາດ ເຊັ່ນດຽວກັນ. ເຖິງວ່າຈະບໍ່ສາມາດໄປປ່ຽນແປງທັດສະນະການເມືອງ ຂອງປະເທດເຂົາເຈົ້າ, ແຕ່ຄວາມສາ ມາດດັດປັບນະໂຍບາຍການຕ່າງປະເທດໃຫ້ເທດເໜາະແຕ່ລະໄລຍະ ຈະຊ່ວຍໃຫ້ຫຼຸດ ຜ່ອນການປະທະ ທີ່ຮຸ່ນແຮງ ຫຼື ກໍ່ໃຫ້ເກີດໄພໃນປະເທດ.

ສ ປ ປ ລາວ, ຫາກໍ່ມີສາຍພົວພັນເສດຖະກິດກັບ ປະເທດເກົາຫຼີໃຕ້ຫວ່າງບໍ່ດົນມານີ້, ເຄື່ອງເຕັກໂນໂບຍີ່ ທັນສະໃໝ ແລະ ຍານພາຫະນະດີ-ລາຄາປານກາງ ເປັນທີ່ນິຍົມສຳລັບປະຊາຊົນລາວ. ຜົນກະທົບຈາກ ແຫຼມເກົາຫຼີ ອາດຈະສົ່ງຜົນກະທົບໃຫ້ແກ່ການນຳເຂົ້າ ແລະ ການຄ້າລະຫວ່າງລາວ ແລະ ກັບບັນດາປະ ເທດນອນໃນຂົງເຂດດັ່ງກາວ. ຍີ່ປຸ່ນເປັນອີກປະເທດໜຶ່ງທີ່ມີສາຍພົວພັນທາງດ້ານເສດຖະກິດ ແລະ ການພັດທະນາສັງຄົມລາວເຮົາ. ສຳລັບສາຍພົວພັນການທູດລະຫວ່າງລາວແລະເກົາຫຼີເໜືອກໍ່ມີມາແຕ່ ດົນນານ.

ສ ປ ປ ລາວ, ເປັນປະເທດນ້ອຍ ແລະ ອາດເບິ່ງວ່າບໍ່ມີຄວາມສຳຄັນຫຍັງ. ຫາກເບິ່ງເປັນຈຸດເຊື່ອມຕໍ່ ກັບຫ້າປະເທດ, ແລະ ຕິດກັບ ຈີນແລ້ວ. ລາວ ຈະມີບົດບາດຫຼາຍໃນຄວາມສຳຄັນ ຂົງເຂດພາກພື້ນນີ້. ແນວທາງຂອງລັດຖະບານລາວ, ຄົງຈະບໍ່ສ້າງຕົນເອງໃຫ້ກາຍເປັນປະເທດມະຫາອຳນາດ ຫາກກາຍ ເປັນປະເທດເພື່ອນມິດກັບທຸກໆປະເທດມະຫາອຳນາດ ເພື່ອຮ່ວມກັນສ້າງ ແລະ ຮັກສາສັນຕິພາບໃນລຸ່ມ ແມ່ນໍ້າຂອງໃຫ້ແສນຍືນຍາວນານແກ່ລູກຫຼານທີ່ອາໃສ ແລະ ທໍາມາຫາກິນໃນຂົງເຂດນີ້.

ສໍາລັບປະຊາຊົນລາວ, ອາດມີຫຼາຍຢ່າງບໍ່ເຂົ້າໃຈນະໂຍບາຍຫຼາຍອັນຂອງລັດຖະບານ, ແຕ່ເຊື່ອແນ່ວ່າ: ການນຳຂອງພັກປະຊາຊົນປະຕິ ວັດລາວຄົງຈະບໍ່ຢາກໃຫ້ປະຫວັດສາດກັບໄປຕົກໃນສົງຄາມຄືດັ່ງເມື່ອກ່ອນ. ຈິ່ງໄດ້ສ້າງຫຼາກຫຼາຍນະໂຍບາຍການຮ່ວມມືທຸກໆດ້ານ ກັບບັນດາປະເທດທີ່ບໍ່ຫວັງມ້າງເພສ້າງຄວາມແຕກແຍກພາຍໃນ. ຈິ່ງຂໍເຊີນບັນດາທ່ານມາຮ່ວມກັນຈັດຕັ້ງແນວທາງນະໂຍບາຍຮ່ວມກັນ. ເພື່ອວ່າເຮັດໃຫ້ ການພັດທະນາສ້າງສາຂອງປະເທດລາວມີຄວາມກ້າວໜ້າ ແລະ ຂະຫຍາຍຕົວທົ່ວທຸກຂົງເຂດຂອງປະເທດ ຮ່ວມກັບບັນດາປະເທດອື່ນໆໃນໂລກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.