ເກືອບເປັນເວລາ 100 ປີ ກ່ອນການປະຕິຫວັດຊາດ 1975, ບັນພະບູຣຸດຄົນລາວໄດ້ເກີດມາເພື່ອຕໍ່ສູ້ ໃຫ້ຊາດລາວເປັນອິດສະຫຼະພາບຈາກການຂູດຮີດ ແລະ ມອບຜືນແຜນດິນ ແກ່ຄົນລາວຄົນລຸ້ນປະຈຸບັນໄດ້ສ້າງສາ ແລະ ສືບສານປະເພນີ.
Category Archives: ການນຳພາ
ຜູ້ນຳໂລກ?
ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈີ້ນພີ່ງ, ໄດ້ຂື້ນປາໃສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ.”
ລ້ຽງໂຈນ
ຫາກເດົາບໍ່ຜິດ, ພໍ່ແມ່ຕ່າງຢາກມອບສິ່ງທີ່ດີທີ່ສຸດໃຫ້ລູກຕະຫຼອດການມີຊີວິດ. ກົງກັນຂ້າມ, ພໍ່ແມ່ຜູ້ໃຫ້ກຳເນີນ ແນ່ໃຈແລ້ວບໍ່ວ່າ: ລູກທີ່ຕົນເອງເກີດອອກມານັ້ນ ຈະສ້າງຜົນປະໂຫຍດ ແກ່ຕົນເອງ ໂດຍບໍ່ບຽດບຽນສັງຄົມໄດ້ຫຼາຍເທົ່າໃດ.
ຊອກຫາງານ
ຫຼັງຈົບຈາກການສຶກສາ, ວຽກເຮັດເປັນອີກສິ່ງໜື່ງພໍ່ແມ່ຕ້ອງໄດ້ຊ່ວຍກັນຊອກຫາໃຫ້ແກ່ລູກໆ. ການມີວຽກເຮັດມີຄວາມສຳຄັນບໍ່ສະເພາະແຕ່ບຸກຄົນເທົ່ານັ້ນ, ຫາກຍັງສຳຄັນຕໍ່ຄວາມໜັ້ນຄົງເສດຖະກິດຂອງຊາດ ແລະ ການພັດທະນາຊັບພະຍາກອນມະນຸດ.
ຜູ້ພິທັກໂລກ
ຫຼາຍຄົນເບິ່ງປະເທດມະຫາອຳນາດ ຄ້າຍໆກັບຄົນສອດຮູ້ສອດເຫັນ ປັນຫາຂອງປະເທດອື່ນໆ. ຫວ່າງໝໍ ໆມານີ້, ບັນຫາແຫຼມເກົາຫຼີ ກັບກາຍມາເປັນບັນຫາການເມືອງທີ່ຮ້ອນແຮງຄ້າຍໆກັບບັນຫາ ໄອຊີດ ຫຼື ສົ່ງຄາມກາງເມືອງທີ່ປະເທດຊີເຣຍ.
ຄູແຫ່ງຊາດ
ໃຜໆກໍ່ຮູ້ວ່າຊີວິດຄູນັ້ນລຳບາກ. ໂດຍສະເພາະໃນເຂດນອກ. ແລ້ວມີໃຜແດ່ຈະຮູ້ສຶກເຖິງຄວາມສຸກຂອງການເປັນຄູ? ຜູ້ທີ່ເປັນຫວ່າງເປັນໄຍນຳນັກຮຽນໃນຫ້ອງ. ຈິ່ງຕ້ອງຫາທຸກໆວິທີໄດ້ເປັນຄູ ແລະ ເຮັດໜ້າທີ່ສຸດຂີດ.
ນາຍຮັກ
“ຈົ່ມຂັວນນາຍ, ພາຍຖົງໜີ” ເປັນຄຳເວົ້າບູຮານທີ່ໜ້າຄິດ ແລະ ໃຊ້ໄດ້ກັບສະພາບການຕົວຈິງ. ນາຍກັບ ລູກນ້ອງກໍ່ບໍ່ຕ່າງຫຍັງກັບຄູ່ຜົວເມຍ ຫຼື ອາດຈະຫຼາຍກວ່າ. ແຕ່ລະວັນຕ້ອງພົບກັນ ຢ່າງນ້ອຍ 8 ຊົວໂມງ, ຈະເຮັດແນວໃດໃຫ້ນາຍມີຄວາມພໍໃຈ ກັບສິ່ງທີ່ຕົນເອງເຮັດລົງໄປ.
ຍິງສະທ້ານໂລກ
ແມ່ຍິງຕ້ອງເຊົານ້ອຍໜ້າແລະຜູ້ຊາຍຕ້ອງຢ້ານຫາກຮູ້ວ່າແມ່ຍິງຂື້ນນຳໂລກແລ້ວຈະເປັນແນວໃດ? ແນ່ນອນຝ່າຍຊາຍເປັນນາຍຫຼາຍກວ່າຍິງ. ຕົວຈິງມີແມ່ຍິງເປັນການນຳລະດັບປະເທດ, ພູມິພາກ, ແລະ ໂລກມາຫຼາຍຄົນແລ້ວ. ຫຼາຍຄົນໂລກຈົດຈຳ.
ລາວໄດ້ 1000 ລ້ານ
ກະບໍ່ແມ່ນຄວາມເພີ້ຟັນ. ກ່ອນໜ້ານີ້ໄດ້ຕັ້ງຄຳຖາມວ່າ: ຖ້າມີເງິນພັນລ້ານ ທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງບັນດາຜູ້ນຳເຂົ້າຮ່ວມກອງປະຊຸມອາຊຽນ, ທ່ານຈະໃຊ້ໃນຂະແໜງການພັດທະນາໃດກ່ອນໜູ່ ເພື່ອພັດທະນາສ້າງສາ.
ຜູ້ພັກດີ
ການນຳທີ່ມີລູກນ້ອງຈົງຮັກພັກດີ ເປັນເງື່ອນໄຂໜຶ່ງເຮັດໃຫ້ປະເທດຊາດມີການພັດທະນາຢ່າງບໍ່ຢຸດຢັ້ງ. ໃນວັນທີ່ 2 ທັນວາ ປີ 2015, ຄົນລາວຈະສະແດງຄວາມຈົງຮັກພັກດີ, ອວຍພອນ ແລະ ສະຫຼອງຜົນສຳເລັດການນຳ 40 ປີ ຢ່າງຍິງໃຫຍ່, ສົມກຽດ ແລະ ສະງ່າງາມ.