Norkhame
ຜູ້ນຳໂລກ? ຜູ້ນຳໂລກ?
ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈີ້ນພີ່ງ, ໄດ້ຂື້ນປາໃສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ.” ທົ່ວໂລກຕ່າງກັນຈັບຕາເບິ່ງການປາໄສ ທີ່ຍາວເຖິງ 3 ຊົວໂມງເຄິ່ງ. ຄ້າຍໆກັບວ່າ: ເປັນຍຸກທີ່ຈີນຈະສ້າງຄວາມເຂັ້ມແຂງ ເຊິ່ງຄັ້ງໜຶ່ງເຄີຍມີມາໃນສະໃໝບູຮານ. ສິ່ງທີ່ເວົ້າອອກມາ ມັນຫຼາຍກວ່າຄຳເວົ້າ, ຫາກແມ່ນແນວທາງການເມືອງຂອງຈີນ ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດໃຫ້ເກີດຜົນໃນຕໍ່ໜ້າ. ບົດສູນທອນ ພົດ, ຕິດພັນກັບວຽກງານການເມື່ອງມີຫຼາຍອັນ... ຜູ້ນຳໂລກ?

ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈີ້ນພີ່ງ, ໄດ້ຂື້ນປາໃສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ.”

ທົ່ວໂລກຕ່າງກັນຈັບຕາເບິ່ງການປາໄສ ທີ່ຍາວເຖິງ 3 ຊົວໂມງເຄິ່ງ. ຄ້າຍໆກັບວ່າ: ເປັນຍຸກທີ່ຈີນຈະສ້າງຄວາມເຂັ້ມແຂງ ເຊິ່ງຄັ້ງໜຶ່ງເຄີຍມີມາໃນສະໃໝບູຮານ. ສິ່ງທີ່ເວົ້າອອກມາ ມັນຫຼາຍກວ່າຄຳເວົ້າ, ຫາກແມ່ນແນວທາງການເມືອງຂອງຈີນ ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດໃຫ້ເກີດຜົນໃນຕໍ່ໜ້າ. ບົດສູນທອນ ພົດ, ຕິດພັນກັບວຽກງານການເມື່ອງມີຫຼາຍອັນ ທັງການພັດທະນາພາຍໃນ ແລະ ການສ້າງສາຍພົວພັນກັບບັນດາປະເທດໃນໂລກ. ຂາດບໍ່ໄດ້ແມ່ນທາງດ້ານການທະຫານ, ນະໂຍບາຍຕ່າງປະເທດ ແລະ ບັນຫາໃຕ້ຫວັນ. ຂໍ້ຄວາມສຳຄັນໃນບົດຄວາມຄືການນຳບົດບາດຈີນສູ່ສາກົນ ໂດຍຈະຕ້ອງໄດ້ປັບປຸງວຽກງານການນຳຂອງພັກຄອມມູນິດສຈີນ. ມີການຄາດເດົາວ່າ: ການມີບົດບາດຂອງຈີນ, ຈະເປັນການບັນທອນອຳນາດຂອງປະເທດມະຫາອຳນາດໃນປະຈຸບັນ. ຈະບໍ່ມີປະເທດໃດຜູກຂາດອີກຕໍ່ໄປ. ນັ້ນໝາຍວ່າ ບັນຫາສຳຄັນຂອງໂລກ, ເປັນຕົ້ນ ສະພາບອາກາດປ່ຽນແປງ, ເສດຖະກິດ, ສັນຕິພາບ ຈະຖືກຕັດສິນຈາກຫຼາຍໆປະເທດມະຫາອຳນາດ.

ມີຫຼາຍຂໍ້ຄວາມສຳຄັນທີ່ເນັ້ນໃສ່ຊີວິດການເປັນຢູ່ຂອງປະຊາຊົນຈີນໃຫ້ດີຂື້ນ, ປະເທດຊາດເຂັ້ມແຂງ ແລະ ຮ່ວມນຳພາຈີນສູ່ເວທີການເມື່ອງເພື່ອປະກອບສ່ວນເຂົ້າໃນວຽກງານອັນສຳຄັນທົ່ວໂລກ. ບົດຄວາມໄດ້ກາຍເປັນແນວທາງ ຫຼື ຄວາມຟັນຂອງປະເທດຈີນອີກຫຼາຍ 10 ປີຂ້າງໜ້າທີ່ປະຊາຊົນຕ້ອງໄດ້ອອກແຮງ ແລະ ກຽມຕົວປະກອບສ່ວນ. ອັນສຳຄັນ, ເພື່ອໃຫ້ວຽກງານບັນບຸ, ທ່ານ ສີ່ ຈີ່ນພີງ ໄດ້ຮຽກຮ້ອງໃຫ້ການນຳພັກມີການນຳພາທີ່ເຂັ້ມແຂງ ແລະ ບໍ່ລົດລະການມີສ່ວນຮ່ວມແກ້ໄຂທຸກສິ່ງທ້າທາຍ.

ໃນສູນທອນພົດ ຍົກໃຫ້ເຫັນວ່າ “ປະເທດຈີນ ແລະ ປະຊາຊົນຈີນ ໄດ້ຜ່ານຜ່າຫຼາຍໆປະກົດການທີ່ສັບສົນ. ປະຊາຊົນຈີນເປັນບຸກຄົນດີ, ມີຫົວຄິດປະດິດສ້າງ ແລະ ກ້າຫານ ເຊິ່ງບໍ່ເຄີຍຢຸດຢ່ອນການພັກດັນຄວາມກ້າວໜ້າ” ນອກນັ້ນ, ຍັງໄດ້ສັນເສີນພັກຄອມມູນນີດສຈີນ ເປັນພັກທີ່ເລີດລໍ້າ “ທຸກໆການຕໍ່ສູ້ ແມ່ນສູ້ເພື່ອໄຊຊະນະ.” ຕໍ່ກັບການສໍ້ໂກງ, ປະທານາທິບໍດີຈີນ ຈະໄດ້ດຳເນີນຮູບການລົບລ້າງ ແລະ ຕໍ່ຕ້ານການສໍ້ໂກງຢ່າງຈິງຈັງ. ໄດ້ມີຄຳເດັດຂາດວ່າ “ພວກເຮົາໃຫ້ເປັນຄືດັ່ງກ້ອນຫີນ…ແລະ ຄ້ວາທຸກໆໄຊຊະນະ ຕໍ່ກັບຄົນທີ່ມັກຊອກຄວາມເພີດເພີ່ນໃຈ, ແຕ່ບໍ່ເຮັດຫຍັງ ແລະ ເສີຍຊາຕໍ່ກັບການພັດທະນາ. ສິ່ງດັ່ງກ່າວຈະບໍ່ເປັນທີ່ຖືກຍອມຮັບອີກຕໍ່ໄປ. ພວກເຮົາຕ້ອງກຳຈັດທຸກໆເຊື້ອໂລກທີ່ເຮັດໃຫ້ສຸກກະພາບພັກອ່ອນແອລົງອອກໃຫ້ໝົດ”

ຈາກບົດສູນທອນພົດດັ່ງກ່າວ, ໄດ້ສະແດງຄວາມອາດສາມາດຂອງການນຳຈີນ ວ່າມີຄວາມພ້ອມທີ່ຈະນຳພາປະເທດສູ່ຄວາມສີວິໄລ, ໂດຍເກາະຕິດກັບການພັດທະນາຂອງໂລກ. ການນຳພາຂອງພັກການເມື່ອງມີຄວາມສຳຄັນໃນທຸກໆຂົງເຂດວຽກງານ. ແຕ່ລະປະເທດຈະມີພັກການເມື່ອງທີ່ກຳອຳນາດໃນການສ້າງນະໂຍບາຍ ໂດຍມີອົງກອນລັດພັກດັນ ພ້ອມທັງມີປະຊາຊົນໃຫ້ການຮ່ວມມື. ການນຳຈີນຊຸດນີ້ ເປັນທີ່ຈັບຕາແຕ່ຕອນມີການປ່ຽນແປງ. ໂດຍໄດ້ມີການປາບປາມຫຼາຍໆປະກົດການຫຍໍ້ທໍ້ພາຍໃນພັກ. ເປັນຕົ້ນການສໍ້ໂກງຂອງພະນັກງານລັດ ທີ່ປະຕິບັດຜິດລະບຽບ. ຕັ້ງແຕ່ຂື້ນກຳອຳນາດ, ມີພະນັກງານ 1,000,000 ຄົນຖືກປະຕິບັດລະບຽບ, ຂໍ້ຫາສໍ້ໂກງ. ການເຄັ່ງຄັດໃນລະບຽບແນວນັ້ນ, ອາດຈະສ້າງຄວາມບໍ່ພໍໃຈໃນບາງກຸ່ມ, ແຕ່ຈະເປັນການສ້າງຄວາມເຊື່ອຖືໃນມະຫາຊົນໃນວົງກ້ວາງ. ສິ່ງຄາດຫັວງຫຼາຍທີ່ສຸດຂອງມະຫາຊົນຈາກພັກການເມື່ອງ ກໍ່ຄືຄວາມປອດໃສໃນການບໍລິຫານບ້ານເມື່ອງ ເພື່ອຜົນປະໂຫຍດສ່ວນລວມ.

ສຳລັບ ສ  ປ ປ ລາວ, ເກືອບຈະເວົ້າໄດ້ວ່າທຸກໆນະໂຍບາຍຂອງ ສ ປ ຈີນ ຈະມີຜົນແກ່ວຽກງານສ້າງນະໂຍບາຍ ແລະ ການພັດທະນາສັງຄົມໃນທຸກໆຂົງເຂດ. ເນື່ອງຈາກເປັນປະເທດໜຶ່ງທີ່ຮ່ວມຊາຍແດນ. ທຸກໆນະໂຍບາຍ ແລະ ການເໜັ່ງຕີງວຽກງານການເມືອງຂອງຈີນ ບໍ່ວ່າຈະເປັນເສດຖະກິດ ຫຼື ຄວາມໜັ້ນຄົງຂອງຈີນ ກໍ່ຈະກະທົບໃສ່ກັບລາວເຮົາ. ໃນປີ 2017, ສ ປ ຈີນ, ໄດ້ກາຍເປັນປະເທດທີ່ລົງທືນອັນດັບໜຶ່ງໃນ ສ ປ ປ ລາວ. ລົດໄຟສາຍດ່ວນ ເປັນໜຶ່ງນະໂຍບາຍການເຊື່ອມຕໍ່ຈີນກັບໂລກພາຍນອກ. ຕົວຢ່າງດັ່ງກ່າວເປັນຜົນຂອງວຽກງານການເມື່ອງ ຕິດພັດພັນກັບການພັດທະນາເສດຖະກິດແລະສັງຄົມ ຈາກ ສ ປ ຈີນ. ຜົນຂອງການລົງທຶນ, ເມື່ອສຳເລັດ, ຄາດວ່າ ຈະສ້າງໃຫ້ມີການຂົນສົ່ງສີນຄ້າ ແລະ ເຮັດໃຫ້ການເຊື່ອມຕໍ່ລາວ ໃນບັນດາປະເທດພາກພື້ນໄດ້ດີຂື້ນ.

ໃນລາວ ບໍ່ສະເພາະແຕ່ພາກລັດ, ບຸກຄົນ ກໍ່ຕ້ອງໄດ້ມີການຮັບມືເພື່ອເຮັດໃຫ້ໄດ້ຜົນປະໂຫຍດຈາກການພັດ ທະນາໃຫ້ຫຼາຍທີ່ສຸດ. ຄວາມສາມາດບຸກຂະລາກອນ ທີ່ຈະຮັບຮູ້ເຕັກນິກການຜະລິດ, ການນຳໃຊ້ຮູບແບບການສື່ສານ ແລະ ມີໃຫວພິກເຂົ້າໃຈແນວທາງການຫັນປ່ຽນເພື່ອການພັດທະນາໄດ້ດີຂື້ນ. ຄາດວ່າຈະມີຫຼາຍໂຄງການພັດທະນາ ແລະ ການລົງທຶນຈາກຈີນ. ເພື່ອໃຫ້ຄົນລາວໄດ້ຜົນປະໂຫຍດດັ່ງກ່າວ, ຄົນລາວເຮົາບໍ່ຄວນຢຸດການພັດທະນາຄວາມສາມາດຂອງຕົນເອງ ແລະ ຮ່ວມກັນຍາດແຍ່ງແນວດີໆມາສູ່ປະເທດຊາດອັນແສນຮັກຂອງພວກເຮົາ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.