Norkhame
ເກີດເປັນຄົນລາວ ເກີດເປັນຄົນລາວ
ເກືອບເປັນເວລາ 100 ປີ ກ່ອນການປະຕິຫວັດຊາດ 1975, ບັນພະບູຣຸດຄົນລາວໄດ້ເກີດມາເພື່ອຕໍ່ສູ້ ໃຫ້ຊາດລາວ​ເປັນ​ອິດສະຫຼະພາບ​ຈາ​ກການ​ຂູດ​ຮີດ ​ແລະ ມອບຜືນ​ແຜນ​ດິນ ແກ່ຄົນລາວຄົນລຸ້ນປະຈຸບັນໄດ້ສ້າງສາ ແລະ ສືບສານປະເພນີ.ການປະຕິຫວັດຊາດ, ໄດ້ນຳເອົາສິດເປັນເຈົ້າປະເທດຊາດມາສູ່ຄົນລາວຢ່າງເຕັມຕົວ. ຂັບໄລ່ການກົດຂີ່ຂູດຮີດຂອງເຈົ້າລ່າອານານິຄົມອອກຢ່າງບໍ່ມີວັນຈະຫວນກັບມາ. ທຸກໆອຳນາດການຕັດສິນໃຈ ໃນວຽກງານບໍລິຫານ ແຕ່ສູງສຸດຮອດຂັ້ນລຸ່ມ ໃນຂອບເຂດທົ່ວປະເທດ ຂື້ນກັບການນຳພາຂອງຄົນລາວ. ຈິ່ງ​ເວົ້າ​ໄດ້​ວ່າ: ສະ​ຕາ​ກຳ​ຂອງ​ວຽກງານ​ການ​ພັດທະນາ​ຂື້ນກັບໝາກຜົນ​ການ​ເຮັດ​ວຽກຂອງ​ຄົນ​ລາວໃນຍຸກນີ້. ວັນຊາດປີ 2018, ພໍດີຄົບຮອບ... ເກີດເປັນຄົນລາວ

ເກືອບເປັນເວລາ 100 ປີ ກ່ອນການປະຕິຫວັດຊາດ 1975, ບັນພະບູຣຸດຄົນລາວໄດ້ເກີດມາເພື່ອຕໍ່ສູ້ ໃຫ້ຊາດລາວ​ເປັນ​ອິດສະຫຼະພາບ​ຈາ​ກການ​ຂູດ​ຮີດ ​ແລະ ມອບຜືນ​ແຜນ​ດິນ ແກ່ຄົນລາວຄົນລຸ້ນປະຈຸບັນໄດ້ສ້າງສາ ແລະ ສືບສານປະເພນີ.ການປະຕິຫວັດຊາດ, ໄດ້ນຳເອົາສິດເປັນເຈົ້າປະເທດຊາດມາສູ່ຄົນລາວຢ່າງເຕັມຕົວ. ຂັບໄລ່ການກົດຂີ່ຂູດຮີດຂອງເຈົ້າລ່າອານານິຄົມອອກຢ່າງບໍ່ມີວັນຈະຫວນກັບມາ. ທຸກໆອຳນາດການຕັດສິນໃຈ ໃນວຽກງານບໍລິຫານ ແຕ່ສູງສຸດຮອດຂັ້ນລຸ່ມ ໃນຂອບເຂດທົ່ວປະເທດ ຂື້ນກັບການນຳພາຂອງຄົນລາວ. ຈິ່ງ​ເວົ້າ​ໄດ້​ວ່າ: ສະ​ຕາ​ກຳ​ຂອງ​ວຽກງານ​ການ​ພັດທະນາ​ຂື້ນກັບໝາກຜົນ​ການ​ເຮັດ​ວຽກຂອງ​ຄົນ​ລາວໃນຍຸກນີ້.

ວັນຊາດປີ 2018, ພໍດີຄົບຮອບ 43 ປີ ຂອງການປົດປ່ອຍປະເທດ. ສ ປ ປ ລາວ ຍັງຖືກຈັດໃນກຸ່ມປະເທດດ້ອຍພັດທະນາໃນໂລກ. ການນໍາພາປະເທດອອກຈາກຄວາມດ້ອຍພັດທະນາ ກາຍເປັນເຄື່ອງທົດສອບຄວາມສາມາດ ແລະ ສາມັກຄີຂອງຄົນລາວຍຸກໃໝ່ທຸກໆຄົນ. ​ຮຽກຮ້ອງ​ໃຫ້​ຄົນ​ທຸກໆສາຂາ​ອາຊີບ ​ແລະ ຄົນລາວທຸກໆຊົນ​ເຜົ່າ ຕ້ອງ​ໄດ້​ອອກ​ແຮງ​ທຸ້ມ​ເທ ​ແລະ ​ເສຍສະຫຼະ​ໃນ​ວຽກງານ​ສ້າງສາ. ປາດ​ສະ​ຈາ​ກຄວາມອຸດສາຫະຂອງ​ຄົນ​ລາວ ຄື​ດັ່ງ​ສະ​ໃໝປະຕິ​ຫວັດ​ຊາດ, ພາລະກິດ​ການ​ພັດທະນາຊາດ​ຄົງ​ບໍ່​​ໄດ້​ຮັບໝາກຜົນ ​ໃນ​ປີ 2024.

ຕະຫຼອດ​ໄລຍະ​ການປົດປ່ອຍຊາດ, ໄດ້ເກີດມີວິຣະຊົນຜູ້ກ້າ. ບໍ່ແມ່ນພຽງແຕ່ກຸ່ມໃດໜຶ່ງ ຫາກແມ່ນຄົນລາວທຸກໆຊົນຊາດຊົນເຜົ່າຮ່ວມກັນ. ພາຍໃຕ້ການນຳພາຂອງພັກ-ລັດ. ຮູບແບບການຕໍ່ສູ້ຂອງບັນພະບູຣຸດລາວ, ເມື່ອເຮົານຳເອົາມາເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່​ໃນ​ຍຸກ​ປະຈຸ​ບັນ, ພວກເຮົາຈະສາມາດຄົ້ນຄິດວິທີການພັດທະນາ​ແບບ​ໃໝ່ ແລະ ເອົາຊະນະສິ່ງທ້າທາຍທີ່ກີດຂວງ.

43 ປີ ຂອງ​ການ​ພັດທະນາ, ​ເບິ່ງ​ຄື​ວ່າ​ດົນ​ເກີນ​ໄປ. ​ເມື່ອ​ຫວນ​ເບິ່ງ​ການ​ປະຕິ​ຫວັດ​ຊາດ, ຕ້ອງ​ໄດ້​ໃຊ້​ເວລາ​ນັບ 100 ປີ, ຈາກ​ລຸ້ນສູ່​ລຸ້ນ. ຄວາມໝາຍການ​ມີ​ຊີວິດ ຂອງ​ຄົນ​ລາວ ​ໃນ​ຍຸກ​ປະຈຸ​ບັນ, ແມ່ນຮຽກຮ້ອງ​ໃຫ້​ພວກ​ເຮົາ​ໄດ້​ສືບຕໍ່ວຽກງານ​ການ​ສ້າງສາ​ພັດທະນາ​ໃຫ້​ຈະ​ເລີ​ນກ້າວໜ້າ ​ແລະ ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​​. ​ໃນຍຸກກ່ອນ, ສັງຄົມໄດ້ຈາລຶກບຸນຄຸນບຸກຄົນ ແລະ ຄອບຄົວທີ່ຍອມເສຍຊິວິດລູກຮັກຫຼານແພງຂອງຕົນເພື່ອການປະຕິຫວັດຊາດ. ສຳລັບຍຸກນີ້, ສັງຄົມພ້ອມທີ່ຈະຈົດຈຳນັກວິທະຍາສາດ, ນັກທຸລະກິດ​​ຜູ້ສ້າງຜົນກຳໄລແກ່ຕົນເອງ ທັງສ້າງຄຸນຄ່າແກ່ສັງຄົມ ແລະ ຜູ້​ສ້າງ​ນະ​ວັດຕະ​ກຳໃໝ່, ນາຍໝໍອັດ​ສະລີ​ຍະ​ຊ່ວຍ​ຊີວິດ, ພະນັກງານຜູ້ຫ້າວຫັນ, ນາຍຄູ​ຜູ້​ຮອບ​ຮູ້, ຜູ້​ບໍລິຫານ​ທີ່ດີ​ເລີດ ​ແລະ ອີກ​ຫຼາຍໆສາຂາ​ອາຊີບ. ຫາກ​ທ່ານ​ຝາກຄວາມເປັນ​ເລີດ​ ຜ່ານສາຂາ​ອາຊີບ​ຕົນ​ເອງຮັບຜິດຊອບ ສັງຄົມຈະ​ບໍ່ມີ​ວັນ​ຈະ​ລື່ມຜົນງານ​ທີ່​ທ່ານ​ປະຕິບັດຕະຫຼອດການມີຊີວິດ.

​​​ປະຈຸບັນ, ຫຼາຍໆວຽກງານ​ເສດ​ຖະກິດ-ສັງຄົມ ​ໃນ​ປະ​ເທດ​ເຮົາຍັງນອນ​ໃນ​ແຖວ​ຫຼັງເມື່ອທຽບກັບປະເທດອື່ນໆ. ຈົນເຮັດໃຫ້ຄົນລາວອາດເກີດມີຄວາມນ້ອຍໜ້າ-ນ້ອຍໃຈ, ບໍ່ມີຄວາມພູມໃຈ ແລະ ສົງໃສກັບຄວາມເປັນລາວ, ເພາະ​ບໍ່ມີ​ແນວ​ເອກອ້າງ​​ຄວາມ​ກ້າວໜ້າ​ເທົ່າ​ປະ​ເທດ​ອື່ນ. ຄົນລາວຍຸກນີ້, ຍັງບໍ່ແມ່ນຍຸກ ​ການສະ​ແດງ​ຄວາມ​ສຳ​ເລັດ​ໃນ​ວຽກງານ​ການ​ພັດທະນາເທື່ອ. ຄວາມໝາຍຂອງການມີຊີວິດຂອງຄົນລາວຍຸກນີ້: ຄືການເກີດມາເພື່ອສ້າງຄຸ່ນຄ່າແກ່ສັງຄົມຮ່ວມກັນເພື່ອຄົນລຸ້ນນີ້ແລະລຸ້ນໜ້າ. ພວກເຮົາທຸກໆຄົນທີ່ມີຊີວິດຮ່ວມກັນບົນຜືນແຜນດິນອັນອຸດົມສົມບູນໃນທີ່ນີ້, ບໍ່ຄວນປ່ອຍໜ້າທີ່ອັນສຳຄັນດັ່ງກ່າວແກ່ຄົນລຸ້ນຕໍ່ໄປ, ຫາກຕ້ອງໄດ້ອອກແຮງທັງກາຍ ແລະ ສະຕິປັນຍາເພື່ອຄວາມກ້າວໜ້າຂອງຕົນເອງ ກໍ່ຄືສັງຄົມໃຫ້ສຳເລັດໃນປີ 2024 ແລະ ຕໍ່ໆໄປ.

ທຸກໆການເສຍສະຫຼະຕໍ່ພາລະກິດນຳພາອອກຈາກຄວາມທຸກຈົນ ເປັນວຽກງານອັນຊົງກຽດທີ່ຄົນລາວເຮົາຄວນພູມໃຈ; ເພາະນັ້ນໝາຍເຖິງການເສຍສະຫຼະຂອງພວກເຮົາທັງໝົດໃນຊາດ ແກ່ຜືນແຜນດິນເກີດ ແລະ ສຸມທຸກລົມຫາຍໃຈເພື່ອການພັດທະນາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິຫວັດລາວ ຜູ້ທີ່ຈະນຳພາຮູບແບບການພັດທະນາລໍ້າສະໄໝ ແບບໃໝ່ສູ່ສັງຄົມລາວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.