Norkhame
ຜູ້ພັກດີ ຜູ້ພັກດີ
ການນຳທີ່ມີລູກນ້ອງຈົງຮັກພັກດີ ເປັນເງື່ອນໄຂໜຶ່ງເຮັດໃຫ້ປະເທດຊາດມີການພັດທະນາຢ່າງບໍ່ຢຸດຢັ້ງ. ໃນວັນທີ່ 2 ທັນວາ ປີ 2015, ຄົນລາວຈະສະແດງຄວາມຈົງຮັກພັກດີ, ອວຍພອນ ແລະ ສະຫຼອງຜົນສຳເລັດການນຳ 40 ປີ ຢ່າງຍິງໃຫຍ່, ສົມກຽດ ແລະ ສະງ່າງາມ. ທຸກອາຊີບ ແລະ ຊັ້ນຄົນໄດ້ເດີນສວນສະໜາມຢ່າງສົມກຽດ ເພື່ອສະເຫຼີມສະຫຼອງຄວາມສຳເລັດການນຳພາປະເທດຊາດອອກຈາກຄວາມທຸກຈົນ ແລະ ສິ່ງທ້າທາຍ ທາງເສດຖະກິດ,... ຜູ້ພັກດີ

ການນຳທີ່ມີລູກນ້ອງຈົງຮັກພັກດີ ເປັນເງື່ອນໄຂໜຶ່ງເຮັດໃຫ້ປະເທດຊາດມີການພັດທະນາຢ່າງບໍ່ຢຸດຢັ້ງ. ໃນວັນທີ່ 2 ທັນວາ ປີ 2015, ຄົນລາວຈະສະແດງຄວາມຈົງຮັກພັກດີ, ອວຍພອນ ແລະ ສະຫຼອງຜົນສຳເລັດການນຳ 40 ປີ ຢ່າງຍິງໃຫຍ່, ສົມກຽດ ແລະ ສະງ່າງາມ.

ທຸກອາຊີບ ແລະ ຊັ້ນຄົນໄດ້ເດີນສວນສະໜາມຢ່າງສົມກຽດ ເພື່ອສະເຫຼີມສະຫຼອງຄວາມສຳເລັດການນຳພາປະເທດຊາດອອກຈາກຄວາມທຸກຈົນ ແລະ ສິ່ງທ້າທາຍ ທາງເສດຖະກິດ, ສັງຄົມ ແລະ ຄວາມໜັ້ນຄົງ. ໜັ້ນຍືນ, ໜັ້ນຍືນ, ໜັ້ນຍືນ! ເປັນນຳ້ສຽງທີ່ເປັ່ງອອກມາຈາກທຸກໆຫຼອດຄໍດ້ວຍພະລັງນັບພັນໆຊີວິດ ເພື່ອສະແດງຄວາມຮັກແພງ, ນັບຖື ແລະ ຊົມເຊີຍ ການນຳພັກ-ລັດ ທີ່ຍາດແຍ່ງໜາກຜົນອັນຍິງໃຫຍ່ມາ ໃຫ້ແກ່ ຄົນລາວ ໃນ 40 ປີທີ່ຜ່ານມາ.

ບັນດາ ກ້ອນກຳລັງທະຫານ, ຕຳຫຼວດ, ພະນັກງານ, ນັກຮຽນນັກສຶກສາ, ແລະ ພໍ່ແມ່ພີ່ນ້ອງທຸກຊົນຊາດ ຊົນເຜົ່າ ຕື່ນແຕ່ເຊົ້າ ເພື່ອເດີນທາງມາທີ່ສະໜາມຫຼວງ ໃນວັນທີ 2 ທັນວາ 2015 ສະເຫຼີມສະຫຼອງຮ່ວມ ກັບຄົນທັງຊາດ. ການກະກຽມດັ່ງກ່າວ ໄດ້ມີມານັບເດືອນ ຫຼື ນັບປີ ສຳລັບບາງກຸ່ມ. ນັບສິບພັນຄົນ ໄດ້ມີການສິດສ້ອມ ການສວນສະໜາມເພື່ອສະເຫຼີມສະຫຼອງ ຄວາມສຳເລັດຂອງຊາດ ພາຍໃຕ້ການນຳຂອງພັກ ແລະ ລັດ ໃນຕະຫຼອດ 40 ປີ. ໃນນີ້ ຍັງເປັນການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ. ນອກຈາກການປົດປ່ອຍໃຫ້ປະຊາຊົນລາວ ມີສິດເສລີພາບ ອອກຈາກການເປັນລ່າເມື່ອງຂື້ນ, ການສະຫຼອງວັນຊາດໃນປີນີ້ ຍັງເປັນການເອກອ້າງ ຄວາມອາດສາມາດຂອງພັກ ແລະ ລັດ ໃນການພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ມີຫຼາຍໆກິດຈະກຳທາງສັງຄົມ ແລະ ເຫດການສຳຄັນເພື່ອຄຳນັບຮັບຕ້ອນເນື່ອງໃນໂອກາດອັນດີນີ້ ເຊັ່ນ: ການປ່ອຍດາວທຽມລາວຂື້ນສູ່ອາວະກາດ. ຄວາມຄືບໜ້າຂອງຫຼາຍໆໂຄງການ ໂດຍສະເພາະ ທາງລົດໄຟ ທີ່ຈະເຊື່ອມຕໍ່ເຂດສຳຄັນໆ ກັບອີກຫຼາຍໆປະເທດ. ການປ່ຽນແປງດັ່ງກ່າວ ຈະນຳຜົນທາງເສດຖະກິດມາໃຫ້ແກ່ປະຊາຊົນທຸກທົ່ວໜ້າ. ນອກນັ້ນ ບ້ານເຮືອນຍັງມີການປະດັບປະດາຢ່າງສ່ວຍສົດງົດງາມ. ມີງານເທດສະການສະແດງ ແລະ ຫຼາຍກິດຈະກຳ ບັນເທີງຈັດຂື້ນໃນໄລຍະຕົ້ນເດືອນ 12 ຂອງປີນີ້.

ການ ເຂົ້າຮ່ວມສວນສະໜາມຂອງຂ້າພະເຈົ້າຄັ້ງນີ້ ເປັນຄັ້ງທີ່ສອງ ເຊິ່ງຖືວ່າມີຄວາມສຳຄັນຫຼາຍ ແລະ ຮູ້ສຶກເປັນກຽດທີ່ ໄດ້ຮ່ວມກັບຫຼາຍໆຄົນທີ່ມີໂອກາດດີແນວນີ້ສ້າງບັນຍາກາດໃຫ້ສັງຄົມເຫັນຄວາມ ເບີກບານ ແລະ ພ້ອມພຽງ ຂອງຄົນລາວທຸກໆຊົນຊັ້ນ. ຄວາມຮູ້ສຶກຄັ້ງນີ້ຕ່າງຈາກຕອນຍັງນ້ອຍຄືວ່າ: ຕົນເອງກຳລັງເປັນສ່ວນປະກອບໜຶ່ງໃນການພັດທະນາປະເທດຊາດ ຮ່ວມກັບພີ່ນ້ອງ ແລະ ອົງການຈັດຕັ້ງສາກົນ ເພື່ອພັດທະນາປະເທດ; ສິ່ງນີ້ເປັນຄວາມຝັນໜຶ່ງໃນເວລາຍັງນ້ອຍ ແລະ ເປັນນັກສຶກສາວ່າ ຈະຕັ້ງໜ້າເຮັດທຸກໜ້າທີ່ໃຫ້ສຳເລັດ. ໃນການສະເຫຼີມສະຫຼອງຄັ້ງໜ້າອາດຈະ ເປັນການຄົບຮອບ 50 ຫຼື 60 ຫຼື 80 ປີກໍ່ແລ້ວແຕ່ ຂ້າພະເຈົ້າຫວັງວ່າຕົນເອງ ແລະ ຫຼາຍໆຄົນໃນຊາດຈະຍິງມີຜົນງານອັນໄໝ່ໆ. ແຕ່ສິ່ງທີ່ແນ່ນອນຄືວ່າ ພັກ ແລະ ລັດ ຈະນຳພາປະເທດຊາດໃຫ້ມີຄວາມກ້າວໜ້າ, ມີສະເຖຍລະພາບທາງດ້ານເສດຖະກິດ-ສັງຄົມ ແລະ ມີຄວາມຮັກແພງສາມະຄີ. ທີ່ແນ່ນອນ ປະເທດຊາດຈະຍິ່ງມີຄວາມຈະເລີນກ້າວໜ້າ ໃນຊຸມປີຕໍ່ໜ້າ.

ໃຜຈະຮູ້ວ່າຈະມີ ປະກົດການຫຍັງເດັ່ນໆເກີດຂື້ນ ຫຼື ປະຊາຊົນລາວຈະສ້າງຫຍັງເພື່ອຄຳນັບຮັບຕ້ອນ ໃນຕໍ່ໜ້າ. ບາງເທື່ອປະເທດລາວ ອາດມີນັກວິທະຍາສາດທີ່ເກັ່ງກ້າທີ່ໄດ້ຮັບລາງວັນຈາກສາກົນ, ນັກກິລາທີ່ໄດ້ ຫຼຽນຄຳຈາກ ໂອລຳປິກ, ນັກອາວະກາດຄົນທຳອິດ, ຫຼື ລາວອາດກາຍເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ນ້ອຍ, ແຕ່ຮັ່ງມີ ແລະ ເຂັ້ມແຂງ ຫຼື ຫຼາຍຄົນອາດຈະທຽບ ສ ປ ປ ລາວໃນຕໍ່ໜ້າວ່າເປັນ ປະເທດ “ສະວິດເຊີແລນໃນອາຊີ”. ສິ່ງທີ່ກ່າວມານັ້ນ, ຕ້ອງການທຸກຄົນໃນຊາດ, ທຸກຂົງເຂດ, ແລະ ທັງການສະໜັບສະໜູນຈາກສາກົນ ເພື່ອສ້າງຝັນໃຫ້ເປັນຈິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.