Norkhame
ຄູແຫ່ງຊາດ ຄູແຫ່ງຊາດ
ໃຜໆກໍ່ຮູ້ວ່າຊີວິດຄູນັ້ນລຳບາກ. ໂດຍສະເພາະໃນເຂດນອກ. ແລ້ວມີໃຜແດ່ຈະຮູ້ສຶກເຖິງຄວາມສຸກຂອງການເປັນຄູ? ຜູ້ທີ່ເປັນຫວ່າງເປັນໄຍນຳນັກຮຽນໃນຫ້ອງ. ຈິ່ງຕ້ອງຫາທຸກໆວິທີໄດ້ເປັນຄູ ແລະ ເຮັດໜ້າທີ່ສຸດຂີດ. ມີການຄົ້ນພົບວ່າ: ວຽກຫຼາຍໆອັນ ຈະຖືກທົດແທນດ້ວຍເຄື່ອງຈັກ. ຄວາມຕ້ອງການແຮງງານມະນຸດຈະມີນ້ອຍລົງ. ໝາຍວ່າ: ວຽກທີ່ເຮັດໃນປະຈຸບັນອາດບໍ່ມີໃນອານາຄົດຕໍ່ໜ້າ. ເປັນຕົ້ນພະນັກງານຕ້ອນຮັບໜ້າຮ້ານອາຫານ, ແມ່ນຖືກທົດແທນດ້ວຍຫຸ່ນຍົນ. ໃນບາງຮ້ານ, ພະນັກ ງານຮັບລາຍການອາຫານ, ກັບກາຍເປັນການ ສັ່ງຜ່ານເຄື່ອງຈັກຫາພໍ່ຄົວ. ເວລາພໍ່ຄົວເຮັດອາຫານແລ້ວໆ, ຈິ່ງບອກໃຫ້ລູກຄ້າມາຮັບເອົາໄປຮັບປະທານ. ເຖິງຈະມີກົນຈັກຫຼາຍຂື້ນ, ຄົນກໍ່ຍັງຕ້ອງໄດ້ມີການພັດທະນາທັກສະຂີດຄວາມສາມາດໃໝ່ໆ.... ຄູແຫ່ງຊາດ

ໃຜໆກໍ່ຮູ້ວ່າຊີວິດຄູນັ້ນລຳບາກ. ໂດຍສະເພາະໃນເຂດນອກ. ແລ້ວມີໃຜແດ່ຈະຮູ້ສຶກເຖິງຄວາມສຸກຂອງການເປັນຄູ? ຜູ້ທີ່ເປັນຫວ່າງເປັນໄຍນຳນັກຮຽນໃນຫ້ອງ. ຈິ່ງຕ້ອງຫາທຸກໆວິທີໄດ້ເປັນຄູ ແລະ ເຮັດໜ້າທີ່ສຸດຂີດ.

ມີການຄົ້ນພົບວ່າ: ວຽກຫຼາຍໆອັນ ຈະຖືກທົດແທນດ້ວຍເຄື່ອງຈັກ. ຄວາມຕ້ອງການແຮງງານມະນຸດຈະມີນ້ອຍລົງ. ໝາຍວ່າ: ວຽກທີ່ເຮັດໃນປະຈຸບັນອາດບໍ່ມີໃນອານາຄົດຕໍ່ໜ້າ. ເປັນຕົ້ນພະນັກງານຕ້ອນຮັບໜ້າຮ້ານອາຫານ, ແມ່ນຖືກທົດແທນດ້ວຍຫຸ່ນຍົນ. ໃນບາງຮ້ານ, ພະນັກ ງານຮັບລາຍການອາຫານ, ກັບກາຍເປັນການ ສັ່ງຜ່ານເຄື່ອງຈັກຫາພໍ່ຄົວ. ເວລາພໍ່ຄົວເຮັດອາຫານແລ້ວໆ, ຈິ່ງບອກໃຫ້ລູກຄ້າມາຮັບເອົາໄປຮັບປະທານ. ເຖິງຈະມີກົນຈັກຫຼາຍຂື້ນ, ຄົນກໍ່ຍັງຕ້ອງໄດ້ມີການພັດທະນາທັກສະຂີດຄວາມສາມາດໃໝ່ໆ. ເປັນຕົ້ນແມ່ນການ ຄົ້ນຄິດທີ່ຊານສະຫຼາດ. ກົນຈັກ ບໍ່ອາດສາມາດຄົ້ນຄິດນອກເໜືອຈາກກອບການສັ່ງງານ ຂອງຄົນທີ່ໄດ້ລະບຸໄວ້. ແນວໃດກໍ່ຍັງຈະແມ່ນຄົນຄືເກົ່າໃນການຄົນຄິດຫຸ່ນຍົນ ຫຼື ວິທີແບບໃໝ່ໆໃນການພັດທະນາສັງຄົມ.

ການສິດສອນຄົນຈິ່ງຍັງເປັນສິ່ງທີ່ຈຳເປັນ, ລະບົບການສຶກສາ ແລະ ຄວາມສາມາດຂອງອາຈານສອນ ໃນແຕ່ລະລະດັບ ນັບແຕ່ສູນກາງຮອດທ້ອງຖີ່ນ, ປະຖົມຮອດມະຫາວິທະຍາໄລ ແມ່ນມີຄວາມຈຳເປັນຈະຕ້ອງໄດ້ມີການດັດປັບໃຫ້ທັນ ກັບສະພາບຄວາມຕ້ອງການຂອງຕະຫຼາດແຮງງານ. ເພື່ອເຮັດແນວໃດ, ເວລາຈົບມາ ແມ່ນໃຫ້ເຂົາເຈົ້າມີ ຄວາມສາມາດຮັບໃຊ້ຕາມໜ້າທີ່ທີ່ນາຍຈ້າງຕ້ອງ ການ. ຂະບວນການສອນຄູໃຫ້ມີຄວາມສາມາດສອນຄົນ ຈິ່ງເປັນວຽກງານທີ່ສະຫຼັບສັບຊ້ອນ ແລະ ຕ້ອງອາໃສເວລາເປັນເຄື່ອງພິສູດ. ການກະຕຸກຊຸກຍູ້ໃຫ້ແກ່ຄູອາຈານ ໃນທຸກໆລະດັບ ໃຫ້ມີຄວາມຮູ້ໃໝ່ໆໃນການສິດສອນນັກຮຽນ ເພື່ອພັກດັນໃຫ້ເຂົາເຈົ້າໄດ້ມີການ ຄົ້ນຄິດທີ່ຊານສະຫຼາດ ເປັນສິ່ງທີ່ຫຼາຍໆອົງການພາກລັດ ກໍ່ຄືອົງການຈັດຕັ້ງສາກົນໃຫ້ຄວາມສຳຄັນ.

ຫາກມາເບິ່ງລະດັບການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຂອງບັນດາປະເທດມະຫາອຳນາດ, ຫຼື ບັນດາປະເທດນຳໜ້າໃນຂົງເຂດປະເທດອາຊຽນ ເປັນຕົ້ນ ສິງກະໂປ, ດ້ານການສຶກສາແມ່ນບໍ່ເປັນຮອງໃຜ. ປະເທດອອດສະເຕຼເລຍ ເປັນຕົວຢ່າງໜຶ່ງທີ່ ທາງພາກລັດຂອງເພີ່ນໄດ້ໃຫ້ຄວາມໃສ່ໃຈໃນການພັດທະນາຊັບພະຍາ ກອນມະນຸດໃນປະເທດຕົນເອງ ແລະ ຊ່ວຍເຫຼືອບັນດາປະເທດອ້ອມຂ້າງ. ອັນສຳຄັນກວ່ານັ້ນ, ຂະແໜງການສຶກສາຂອງປະເທດອອດສເຕຼເລຍ ກາຍເປັນທຸລະກິດທີ່ສ້າງລາຍຮັບແກ່ປະເທດເຂົາເຈົ້າ. ໝາຍວ່າ: ເຂົາເຈົ້າສາມາດສ້າງຄູທີ່ສົ່ງຄວາມຮູ້ແກ່ນັກຮຽນ ໃນລະດັບສາກົນ. ສ ປ ປ ລາວອາດຍັງບໍ່ທັນຮອດຈຸດນັ້ນ, ຫຼື ເປົ້າໝາຍການສຶກສາ ລາວເຮົາໃນອີກ 10 ຄົງຈະບໍ່ແມ່ນການສ້າງລາຍຮັບເຂົ້າປະເທດ, ຫາກແມ່ນການຍົກລະດັບຄວາມສາມາດ ແລະ ສ້າງສະພາບແວດລ້ອມໃຫ້ແກ່ຄູອາຈານ ສາມາດໃຊ້ຄວາມສາມາດຂອງຕົນເອງ ຕາມອຸດົມການ ທີ່ຢາກສິດສອນຄົນ ໄດ້ຢ່າງມີປະສິດທິພາບ.

ໃນບາງໂອກາດກໍ່ໄດ້ພົບຄູສອນສະໃໝປະຖົມ. ຫຼາຍຄົນເຫັນນັ່ງຂາຍຜັກ, ເຮັດຄ້າຂາຍ, ເປັນແມ່ບ້ານ ຫຼື ປະກອບອາຊີບທີ່ສາມາດກຸ້ມຄອບຄົວຕົນເອງໄດ້. ບາງຄົນທີ່ຢູ່ຕໍ່ໄດ້ກໍ່ແມ່ນຕ້ອງໄດ້ສູ້ຊົນເຮັດຫຼາຍໆ ອາຊີບເພື່ອໃຫ້ຕົນເອງໄດ້ເປັນຄູ ຫຼື ອາດມີຜົວ-ເມຍປະກອບອາຊີບທີ່ສ້າງລາຍຮັບພໍລ້ຽງຄອບຄົວ. ໃນສາຍຕາຂອງມະຫາຊົນ, ເຮົາອາດຕີລາຄາວ່າ: ຄູທີ່ລາອອກ ບໍ່ມີຫຼັກໜັ້ນ ແລະ ເຫັນແກ່ປາກ ທ້ອງຕົນເອງຫຼາຍກວ່າຄູທີ່ອົດທົນສອນຕະຫຼອດຊີວິດ. ຫາກຄິດແນວນັ້ນ, ກໍ່ໝາຍວ່າ: ເຮົາຈັ່ງແມ່ນປິດກັ້ນຕົນເອງ ແບບບໍ່ເບິ່ງສະພາບການຕົວຈິງທີ່ເກີດຂື້ນ. ແທນດ້ວຍການຕິ, ໜ້າຈະເຮັດການສຶກສາປັນຫາ ແລະ ຊອກຫາຊ່ອງທາງແກ້ ກ່ອນຈະສະຫຼຸບບັນຫາ ແລະ ຕີລາຄາການຕັດສິນໃຈຂອງຄົນ.

ໃນປະຈຸບັນ, ມີຂ່າວຫຼາຍໆສື່ຈາກພາກລັດຖະບານເຊິ່ງຍາມໃດກໍ່ເອົາໃຈໃສ່ການສຶກສາລາວ ໄດ້ແຈ້ງອອກມາໃນລັກສະນະສົ່ງເສີມຊີວິດຄູ. ໂດຍຈະພະຍາຍາມສ້າງນະໂຍບາຍເຮັດໃຫ້ຄູບໍ່ຕ້ອງປ່ຽນອາຊີບເພາະຕໍ່ແໜ່ງຄູອາດຂາດເຂີນໃນຕໍ່ໜ້າ. ເປັນຕົ້ນແມ່ນຈະໃຫ້ສະຫວັດດີການຄູດີກວ່າຂະແໜງອື່ນ (ໂດຍສະເພາະຄູເຂດນອກ) ແລະ ມີຫຼາຍໆກິດຈະກຳເຝິກອົບຮົບຄູອາຈານໃຫ້ມີຄວາມຊໍານານໃນການສິດສອນ. ສິ່ງດັ່ງກ່າວເປັນນິມິດໝາຍອັນດີໃຫ້ແກ່ຂະແໜງການສຶກສາລາວ, ການສິດສອນຄົນລາວໃຫ້ມີຄວາມສາມາດ ຄົນທີ່ຈະສ້າງຄວາມໜັ້ນຄົງໃຫ້ແກ່ຊາດໃນອານາຄົດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.