Norkhame
ລາວໄດ້ 1000 ລ້ານ ລາວໄດ້ 1000 ລ້ານ
ກະບໍ່ແມ່ນຄວາມເພີ້ຟັນ. ກ່ອນໜ້ານີ້ໄດ້ຕັ້ງຄຳຖາມວ່າ: ຖ້າມີເງິນພັນລ້ານ ທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງບັນດາຜູ້ນຳເຂົ້າຮ່ວມກອງປະຊຸມອາຊຽນ, ທ່ານຈະໃຊ້ໃນຂະແໜງການພັດທະນາໃດກ່ອນໜູ່ ເພື່ອພັດທະນາສ້າງສາ. ຫຼາຍທ່ານໄດ້ມີຄຳເຫັນ ແລະ ສຽງສ່ວນຫຼາຍແມ່ນໄດ້ໃຫ້ຄວາມສຳຄັນແກ່ການພັດທະນາສັບ ພະຍາກອນມະນຸດ, ເນັ້ນທີ່ການສຶກສາແບບສາມັນ ໂດຍສ້າງໂອກາດໃຫ້ທຸກຄົນໄດ້ເຂົ້າໂຮງຮຽນ. ຕໍ່ມາກໍ່ແມ່ນເລື່ອງໂຮງໜໍ, ແລະ ການສ້າງຖະໜົນຫົນທາງ. ໃຜຊ່ວຍລາວແດ່? ກະແມ່ນແທ້. ໃນກອງປະຊຸມ ປະທານປະເທດສະຫະລັດ ອາເມລິການ, ທ່ານ ບາລັກ ໂອບາມ໊າ, ໄດ້ປະກາດ... ລາວໄດ້ 1000 ລ້ານ

ກະບໍ່ແມ່ນຄວາມເພີ້ຟັນ. ກ່ອນໜ້ານີ້ໄດ້ຕັ້ງຄຳຖາມວ່າ: ຖ້າມີເງິນພັນລ້ານ ທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງບັນດາຜູ້ນຳເຂົ້າຮ່ວມກອງປະຊຸມອາຊຽນ, ທ່ານຈະໃຊ້ໃນຂະແໜງການພັດທະນາໃດກ່ອນໜູ່ ເພື່ອພັດທະນາສ້າງສາ.

ຫຼາຍທ່ານໄດ້ມີຄຳເຫັນ ແລະ ສຽງສ່ວນຫຼາຍແມ່ນໄດ້ໃຫ້ຄວາມສຳຄັນແກ່ການພັດທະນາສັບ ພະຍາກອນມະນຸດ, ເນັ້ນທີ່ການສຶກສາແບບສາມັນ ໂດຍສ້າງໂອກາດໃຫ້ທຸກຄົນໄດ້ເຂົ້າໂຮງຮຽນ. ຕໍ່ມາກໍ່ແມ່ນເລື່ອງໂຮງໜໍ, ແລະ ການສ້າງຖະໜົນຫົນທາງ.

ໃຜຊ່ວຍລາວແດ່?

ກະແມ່ນແທ້. ໃນກອງປະຊຸມ ປະທານປະເທດສະຫະລັດ ອາເມລິການ, ທ່ານ ບາລັກ ໂອບາມ໊າ, ໄດ້ປະກາດ ເງິນຈຳນວນ ຫຼາຍຮ້ອຍລ້ານ ເພື່ອນຳໃຊ້ເຂົ້າໃນການເກັບກູ້ລະເບີດ, ການສຶກສາເດັກຍິງ, ໂຄງການສາທາ, ການປັບປຸງຕາໜ່າງຈຳໜ່າຍໄຟຟ້າ, ໂຄງການອາຫານທ່ຽງ ແລະ ການເຝິກອົບຮົມພະນັກງານດ້ານພາສາອັງກິດ.  ໄລຍະຂອງໂຄງການມີປະມານ 3-10ປີ. ກ່ອນໜ້ານີ້ ທ່ານ ຈອນ ແຄຣີ, ລັດຖະມົນຕີກະຊວງການ ຕ່າງປະເທດກໍ່ໄດ້ປະການດການ ຊ່ວຍເຫຼືອໃນຫຼາຍຂົງເຂດແກ່ ສ ປ ປ ລາວ.

ປະເທດຍີ່ປຸ່ນກໍ່ໄດ້ສະໜອງການຊ່ວຍເຫຼືອບັນດາປະເທດອາຊຽນຫຼາຍໂຄງການ ໃນການພັດທະນາສັບພະຍາກອນມະນຸດ ແລະ ຊ່ວຍເຫຼືອດ້ານວິຊາການໃນຂົງເຂດການຄ້າ, ການສຶກສາ. ພິເສດ, ໃນການມາຢ້ຽມຢາມລາວຂອງທ່ານ ປະທານປະເທດເກົາຫຼີໃຕ້ ທີ່ ສປປລາວ, ເກົາຫຼີກໍ່ໄດ້ປະກາດຊ່ວຍໃນຂົງເຂດ ສາທາ, ກະສິກຳ, ວັດທະນະທຳ, ແລະ ໃນຂົງເຂດເສດຖະກິດ. ໄດ້ກະກຽມ 14 ໂຄງການເຊິງມີມູນຄ່າທັງໝົດປະມານ 70 ລ້ານດອນລ້າ. ໂອດສະຕາລີກໍ່ໄດ້ປະກາດການຊ່ວຍເຫຼືອກ່ອນໜ້ານີ້ໃນໂຄງການ ການສຶກສາ ແລະ ມີຫຼາຍໂຄງ ການກຳລັງຈັດຕັ້ງປະຕິບັດສົກປີ . ທ່ານ ຈອນຄີ, ນາຍົກ ນິວຊີແລນ ກໍ່ປະກາດການຊ່ວຍເຫຼືອ 11,5 ລ້ານ ດອນລ້າ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ, ອາຫານທ່ຽງ, ແລະ ເຕັກໂນໂລຍີ່. ລັດເຊຍ ກໍ່ໃຫ້ການຊ່ວຍເຫຼືອແກ່ອາຊຽນ ໃນຂົງເຂດການເງິນ, ພະລັງງານ, ສະພາບແວດລ້ອມ, ຕ້ານໄພພິບັດ, ສາທາລະນະສຸກ, ການສຶກສາ.  ອິນໂດເນເຊຍ ກໍ່ສະໜອງເງິນຊ່ວຍເຫຼືອລາວ ຈຳນວນ 1 ລ້ານດອນລ້າ ໃນການເປັນເຈົ້າພາບອາຊຽນ.

ນອກນັ້ນກໍ່ຍັງມີຫຼາຍ ໂຄງການທຸລະກີດທີ່ມີໂຄງການຫຼາຍລ້ານດອນລ້າໄດ້ເລີ່ມລົງສັນຍາ. ເຊັ່ນ: ໂຄງການຊື້-ຂາຍໄຟຟ້າ ລາວໄທ ທີ່ມີບໍລິມາດ 7000 ຫາ 9000 ເມກາວັດ. ລາວຍັງຈະໄດ້ຜົນຈາກທີ່ການຊ່ວຍເຫຼືອໃນກອບອາຊຽນ. ນອກຈາກການຊ່ວຍເຫຼືອເປັນເງິນ ກໍ່ຈະມີສິ່ງທີ່ບໍ່ສາມາດວັດແທກດ້ວຍເງິນໄດ້ເຊັ່ນດຽວກັນ. ເຊັ່ນ: ຂະແໜງ ທີ່ຈະໄດ້ຮັບຜົນດີກໍ່ຄືການທ່ອງທ່ຽວ ເພາະບັນດາປະເທດຜູ້ນໍາເຂົາ ເຈົ້າໄປໃສ ກໍ່ຈະມີການ ໂຄສະນາ ແລະ ປະກາດຕາມສື່ດັງທາງສິ່ງພີມແລະອີນເຕີເນັດ. ຈົນເຮັດໃຫ້ປະຊາຊົນຂອງບັນດາປະເທດຜູ້ນໍາຕ່າງປະເທດຢາກມາທ່ຽວຊົມ ສ ປ ປ ລາວຫຼາຍ ຂື້ນ.  ນອກນີ້, ບໍ່ມີສິ່ງກໍ່ກວນ, ປະທ້ວງ, ລະເບີດແຕກ ແລະ ປະຊາຊົນໃຫ້ຄວາມເປັນມິດຫຼາຍໃນຊ່ວງກອງປະຊຸມ. ເຮົາຕ່າງພາກັນປິດຫຼາຍເສັ້ນທາງໃຫ້ຜູ້ນຳໄດ້ໄປຖືກໂມງແລະມີເວລາລົມບັນຫາການພັດທະນາສັງຄົມໃນ ສ ປ ປ ລາວ ຕາມເວລາທີ່ກຳນົດ. ສິ່ງດັ່ງກ່າວນັ້ນເຮັດໃຫ້ສາຍຕາຊາວໂລກເຊື່ອໜັ້ນ ແລະ ເຫັນສິ່ງດີໆຂອງລາວ. ທັງໝົດນີ້ລວມກັນແລ້ວອາດຫຼາຍກວ່າພັນລ້ານ.

ການຊ່ວຍເຫຼືອລ້າກະມີທັງຫວັງຜົນ ແລະ ບໍ່ຫວັງຜົນ ຂອງບັນດາປະເທດໃຫ້ທຶນ. ການທີ່ລັດຖະບານຮັບເອົາກໍ່ແມ່ນຕ້ອງໃນເງື່ອນໄຂທີ່ເປັນການສ້າງສາ ແລະ ພັດທະນາ ໂດຍບໍ່ມີການມ້າງເພ ລະບອບການເມືອງ. ເຊັ່ນ: ການພັດທະນາກົດໝາຍ ຫຼື ສັບພະຍາກອນມະນຸດ ກໍ່ຈະສົ່ງຜົນໄລຍະຍາວ ແກ່ບັນດາປະເທດໃຫ້ທຶນເຊັ່ນດຽວກັນ. ເພາະເມື່ອປະຊາຊົນມີຄວາມສາມາດຫຼາຍຂື້ນ ອາດຈະ ດຶງດູດເອົາການລົງທຶນ, ສ້າງຄວາມເຊື່ອໜັ້ນໃຫ້ນັກທຸລະກິດຕ່າງຊາດ ແລະ ສົ່ງເສີມການເຮັດວຽກຮ່ວມກັນໃນຫຼາຍໆດ້ານງ່າຍຂື້ນ.

ການບໍລິຫານ ແລະ ຄວາມໂປ່ງໃສ
ການປະກາດໃຫ້ທຶນຫຼາຍຄົນກະສົງໃສເລື່ອງວິທີໃຊ້ເງິນທີ່ດີທີ່ສຸດ. ສິ່ງນີ້ບໍ່ຕ້ອງເປັນຫວ່າງ. ທາງປະເທດເຈົ້າພາບຈະບໍ່ໄດ້ໂອນເງິນເຂົ້າທະນາຄານລັດຖະບານລາວ. ແຕ່ລະປະເທດຈະມີອົງກອນພັດທະນາຂອງປະເທດຕົນເອງມາເຮັດວຽກງານຄຸ້ມຄອງ, ຂື້ນແຜນການ ແລະ ຈັດຕັ້ງຕົວຈິງຮ່ວມກັບ ສ  ປ ປ ລາວ. ເຊິ່ງມີລະບົບເຄັ່ງຄັດໃນເລື່ອງການໃຊ້ຈ່າຍ ເງິນ ໂດຍທີ່ເຮົາບໍ່ຕ້ອງກັງວົນວ່າເງິນຈະຮົ່ວໄຫຼ່.

ຄົນລາວຕ້ອງເຮັດຫຍັງແດ່?
ແນວໃດກໍ່ຕາມ, ໂຄງການຊ່ວຍເຫຼືອຂງອຕ່າງປະເທດກໍ່ເນັ້ນຊ່ວຍເຫຼືອຄົນລາວ. ແຕ່ຄົນລາວກະບໍ່ສາມາດປ່ອຍໃຫ້ເຂົາເຈົ້າເຮັດຜູ້ດຽວ.  ສຳຄັນສຸດ ແລະ ແມ່ນລາວເຮົາຕ້ອງໄດ້ອອກແຮງຄົ້ນຄິດ ວ່າຈະເອົາກິດຈະກຳໃດ ເພື່ອພັດທະນາ. ຕ່າງປະເທດອາດບໍ່ສາມາດຄົ້ນຄິດແບບມີວິໃສທັດແທນຄົນລາວໄດ້. ເຂົາເຈົ້າຈະເປັນຄົນຂັບເຄື່ອນວຽກງານດ້ານວິຊາການ ເພື່ອຊ່ວຍໃຫ້ຄວາມຟັນ ຂອງລາວເປັນຈິງ. ຊຽວຊານມັກຈະໃຫ້ບູລິມະສິດໃນການຄົ້ນຄິດວ່າຄົນເຮົາຢາກໄດ້ຫຍັງ. ຫາກຄົນລາວເຮົາບໍ່ຈັກຄົ້ນຄິດວ່າຢາກໄດ້ຫຍັງແຕ່ລະໄລຍະໂຄງການຊ່ວຍ ເຫຼືອກໍ່ຈະບໍ່ເກີດຜົນຫຍັງ. ອັນທີ່ສຳຄັນແມ່ນຕ້ອງຍາດແຍ່ງເອົາຄວາມຮູ້ການເຮັດວຽກນຳສາກົນ. ນີ້ເປັນໂອກາດໃນ ການສ້າງຕົນເອງໃຫ້ມີຄວາມສາມາດທັບທຽມກັບຊ່ຽວຊານຕ່າງປະເທດ ເຊິ່ງຄ່າຊ່ຽວຊານຈາກສາກົນທີ່ມີລາຄາເງິນເດືອນ ນັບໜື່ນໆດອນລາ.

ສິ່ງສຳຄັນທີ່ສຸດໃນການພັດທະນາກໍ່ແມ່ນເກີດຈາກຄວາມຢາກຂອງຄົນພາຍໃນຊາດ. ເຮົາບໍ່ ອາດນັ່ງລໍຖ້າໃຫ້ຄົນນັ້ນຄົນນີ້ຊ່ວຍ ຫຼື ບໍ່ມີໃຜຊ່ວຍເຮົາກໍ່ບໍ່ຕ້ອງຢຸດການພັດທະນາ. ອັນສຳຄັນ ກໍ່ຄືການນຳໃຊ້ ຄວາມສາມາດ, ທັກສະ ແລະ ງົບປະມານທີ່ມີຈາກການເກັບພາສີ ແລ້ວສຸມເຮືອເທແຮງຂອງຄົນ ລາວໝົດທຸກໆຄົນເຂົ້າໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດ. ເຮັດແນວນັ້ນ, ສ ປ ປ ລາວ ຈະກ້າວສູ່ຄວາມຈະເລີນຫຼາຍຂື້ນຢ່າງແນ່ນອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.