Norkhame
ຮຽນຮູ້ຈາກຜູ້ນຳໃນອະດີດ ຮຽນຮູ້ຈາກຜູ້ນຳໃນອະດີດ
ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ການນຳບັນຈຸ ອົງປະກອບສຳຄັນແນວໃດແດ່? ຈຳເປັນຕ້ອງໄດ້ ວິໃຈເບິ່ງຄົນ ທີ່ມີປະສົບການການ ນຳພາມາກ່ອນ. ເຊິ່ງບັນຈຸທັງກຸ່ມທີ່ສ້າງຕົນເອງຈາກແຕ່ລະຈຸດ ແລະ ຄຸນລັກສະນະພື້ນຖານ ຂອງການນຳທີ່ແຕ່ລະຄົນມີໃນຕົວ.ບັນດາທ່ານການນຳ ໄດ້ ນຳໃຊ້ຫຼາຍວິທີການນຳເພື່ອໃຫ້ພວກເພີ່ນປະສົບຜົນສຳເລັດ ໃນຫຼາຍໆສະຖານນະການ. ຕົວຢ່າງທີ່ດີ ອັນໜຶ່ງ ທີ່ສະແດງບົດຮຽນການນຳທີ່ດີກໍ່ຄື ການສ້າງໃຫ້ຄົນຫຼາຍໆຄົນມີແຮງບັນດານໃຈເດີນຕາມແນວທາງ ແລະ ຍົກລະດັບການເປັນຢູ່ຂອງຄົນ ອື່ນດີຂື້ນ. ດັ່ງທີ່ການນຳຂອງປະເທດລາວໄດ້ເຮັດມາຫຼາຍຍຸກສະໄໝ. ການນຳເປັນການເຮັດວຽກທີ່ໃຊ້ເວລາ, ຄວາມອຸດສາຫະ... ຮຽນຮູ້ຈາກຜູ້ນຳໃນອະດີດ

ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ການນຳບັນຈຸ ອົງປະກອບສຳຄັນແນວໃດແດ່? ຈຳເປັນຕ້ອງໄດ້ ວິໃຈເບິ່ງຄົນ ທີ່ມີປະສົບການການ ນຳພາມາກ່ອນ. ເຊິ່ງບັນຈຸທັງກຸ່ມທີ່ສ້າງຕົນເອງຈາກແຕ່ລະຈຸດ ແລະ ຄຸນລັກສະນະພື້ນຖານ ຂອງການນຳທີ່ແຕ່ລະຄົນມີໃນຕົວ.ບັນດາທ່ານການນຳ ໄດ້ ນຳໃຊ້ຫຼາຍວິທີການນຳເພື່ອໃຫ້ພວກເພີ່ນປະສົບຜົນສຳເລັດ ໃນຫຼາຍໆສະຖານນະການ. ຕົວຢ່າງທີ່ດີ ອັນໜຶ່ງ ທີ່ສະແດງບົດຮຽນການນຳທີ່ດີກໍ່ຄື ການສ້າງໃຫ້ຄົນຫຼາຍໆຄົນມີແຮງບັນດານໃຈເດີນຕາມແນວທາງ ແລະ ຍົກລະດັບການເປັນຢູ່ຂອງຄົນ ອື່ນດີຂື້ນ. ດັ່ງທີ່ການນຳຂອງປະເທດລາວໄດ້ເຮັດມາຫຼາຍຍຸກສະໄໝ.

ການນຳເປັນການເຮັດວຽກທີ່ໃຊ້ເວລາ, ຄວາມອຸດສາຫະ ແລະ ຄວາມຕັ້ງໃຈ້ສະເພາະຕົວ, ທ່ານຈະຮູ້ ວ່າການຫັນ ປ່ຽນຕົນເອງ ໄປສູ່ການນຳທີ່ດີນັ້ນເປັນສິ່ງທີ່ຄຸ້ມຄ່າ ກັບຄວາມອຸດສາຫະທີ່ທ່ານໃຊ້ໄປ.

1. ສືບຕໍ່ການຮຽນຮູ້ຕະຫຼອດເວລາ

ທ່ານ ໄອສະຕາຍ ໄດ້ມີທັດສະນະຕໍ່ກັບການຮຽນໃນໂຮງຮຽນວ່າ: ການສຶກສາເປັນສິ່ງທີ່ຫຼົງເຫຼືອໄວ້ ພາຍຫຼັງສຳລັບ ຄົນທີ່ລືມວ່າໄດ້ຮຽນຫຍັງແດ່ໃນໂຮງຮຽນ.

ທ່ານ ໄອສະຕາຍ ເກີດໃນເມືອງ ແຫ່ງໜຶ່ງທີ່ປະເທດເຍຽຍລະມັນ ໃນປີ 1879. ຊື່ຂອງລາວ ມັກເປັນ ສິ່ງທີ່ ຫຼາຍໆຄົນ ເອີ້ນວ່າ: ອັດສະລີຍະ ແຕ່ການສຶກສາຂອງທ່ານ ໄອສະຕາຍ ບໍ່ໄດ້ເປັນສິ່ງທີ່ຫຼາຍໆຄົນຄິດໄວ້ ແລະ ກໍ່ບໍ່ມີຫຍັງພິດສະ ດານ. ລາວເຂົ້າຫຼັກ ສູດສາມັນ ໃນຕອນອາຍຸ 6 ປີ. ການຮຽນຂອງ ລາວຢູ່ໃນລະດັບທີ່ເໜືອກວ່ານັກຮຽນລະດັບກາງ ໜ້ອຍໜຶ່ງ, ນອກນັ້ນລາວ ຍັງເປັນຄົນທີ່ມິດງຽບ ແລະ ມັກຈະຕີຕົວອອກຫ່າງຈາກໜູ່ເພື່ອນ. ໃນອາຍຸ 11 ປີ ລາວຕ້ອງ ໄດ້ອອກຈາກ ໂຮງຮຽນເພື່ອ ສຶກສາດ້ວຍຕົນເອງ ຈາກປື້ມ ທີ່ສະມາຊິກໃນຄອບຄົວຊອກຢືມໃຫ້.

ລາວບໍ່ສາມາດເສັງເຂົ້າໂຮງຮຽນ ໂປລີເຕັກນິກ ທີ່ເມືອງ ຊູລິກ. ຈົນກະທັ້ງໃນປີ 1901 ເຊິ່ງເປັນປີທີ່ ໄອສະຕາຍ ໄດ້ເລີ່ມເຮັດວຽກ ເຊິ່ງເຮັດວຽກກ່ຽວກັບການຄົ້ນຄ້ວາທິດສະດີຟີຊິກ.

ເຖິງວ່າຈຸດເລີ່ມຕົ້ນຂອງລາວຈະບໍ່ຄ່ອຍດີ ແລະ ມີເສັ້ນທາງທີ່ບໍ່ຄືກັບຄົນອື່ນ, ທ່ານ ໄອສະຕາຍ ໄດ້ພັດ ທະນາທິດສະດີ ທີ່ມີຄວາມສຳຄັນໃນສາຂາຟິຊິກສາດ ເຊິ່ງເຮັດໃຫ້ລາວ ໄດ້ຮັບລາງວັນ ໂນເບວ ໃນປີ 1921 ໃນສາຂາ ຟີຊິກ ແລະ ກໍ່ໄດ້ ມີຄວາມສຳຄັນໃນການພັດທະນາຟີຊິກໃນຫຼາຍໂຄງການ. ທຸກມື້ນີ້ ເມື່ອຄົນສົນທະນາກ່ຽວກັບຄວາມເປັນອັດສະລີຍະ ໃນໄລຍະເວລາປະມານ 5 ນາທີ່ ຄົນມັກຈະກ່າວ ເຖິງ ຫຼື ລຳລຶກ ຄຳວ່າ “ໄອສະຕາຍ”.

2. ສືບຕໍ່ແກ້ໄຂບັນຫາ

ທ່ານ ວິນສະຕັນ ເຊີດຫິວ ໄດ້ກ່າວໄວ້ວ່າ:  ຄວາມສຳຄັນການມີຈຸດດີຫຼາຍດ້ານ ຫຼື ຄວາມສະຫຼາດສະເພາະຕົວ ກໍ່ຍັງ ບໍ່ເທົ່າກັບການມີຄວາມອຸດສາຫະຢ່າງເຫຼືອລົ້ນ ເພາະມັນມັນເປັນສິ່ງສຳຄັນ ໃນການ ສ້າງໃຫ້ຕົນເອງໄປສູ່ຄວາມສຳ ເລັດ.

ຫຼາຍຄົນຖືວ່າ ທ່ານ ເຊີດຫິວ ເປັນຜູ້ນຳນັກຮົບເຂົ້າສູ່ສົງຄາມດີທີ່ສຸດຄົນໜຶ່ງ ທີ່ມີມາໃນປະຫວັດສາດຍຸກໄໝ່. ຜົນງານ ອັນໂດດເດັ່ນແມ່ນການນຳພາກອງທັບອັງກິດ ຊະນະເໜືອກອງທັບເຍຽຍລະມັນໃນ ສົງຄາມໂລກຄັ້ງທີ່ສອງ.

ລັກສະນະທີ່ເປັນທີ່ຮັບຮູ້ຂອງຄົນຫຼາຍໆຄົນ ໃນການນຳພາກອງທັບອັງກິດ ໂຈມຕີເຍຽຍລະມັນແມ່ນ ໃນໄລຍະທີ່ກອງ ທັບ ເຍຽຍລະມັນ ໃຊ້ກຳລັງທາງອາກາດ ບຸກຖະລົ່ມ ກອງທັບອັງກິດ ເຊິ່ງທຳລາຍ ເດີນບິນ, ສິ່ງອຳນວຍຄວາມສະ ດວກພື້ນຖານ ແລະ ຂ້າປະຊາຊົນເປັນຈຳນວນຫຼວງຫຼາຍ ໃນຊຸມປີ 1940. ເຖິງວ່າຈະມີການສູນເສຍຢ່າງຫຼວງຫຼາຍ ແລະ ເປັນການເປີດ ໂອກາດໃຫ້ເຍຽຍລະມັນບຸກ ໂຈມຕີໜັກເຂົ້າໄປອີກ, ທ່ານ ເຊີດຫີວ ປະຕິເສດການເຈລະຈາກັບ ຝ່າຍເຍຽຍລະມັນ ເພາະລາວ ຮູ້ດີວ່າ ໃຜເປັນຝ່າຍທີ່ລາວຈະຕ້ອງໄດ້ຮ່ວມມື ແລະ ໃຜບໍ່ຄວນຮ່ວມມື. ໃນທີ່ສຸດລາວ ກໍ່ເຈລະຈາຮ່ວມ ມືກັບພັນທະມິດອື່ນໆ ແລະ ໃນທີ່ສຸດກໍ່ມີຫຼາຍຊາດເຂົ້າຮ່ວມການໂຈມຕີຕ້ານກັບເຍຽຍລະມັນ.

ໃນລະຫວ່າງທີ່ ປະເທດອັງກິດຖືກຖະລົມໜັກ ໂດຍສະເພາະໃນເຂດ ລອນດອນ ທ່ານ ເຊີດຫີວ ກໍ່ລະດົມໃຫ້ປະຊາຊົນ ຢູ່ ໃນບ້ານເຮືອນ ແລະ ລາວກໍ່ລົງຢາມສະຖານທີ່ທີ່ປະຊາຊົນ ອາໃສເປັນປະຈຳ. ໃນຊ່ວງເວລາທີ່ມີຄວາມສັບສົນຕ້ອງ ມີທາງອອກ ທັງໃນໄລຍະສັ້ນ ແລະ ຍາວ.

3. ມີຄວາມສາມາດກະຕຸ້ນຄົນອື່ນ ໃຫ້ມີກຳລັງໃຈຕະຫຼອດເວລາ

ທ່ານ ແຊມ ວໍຕັນ ເຊິງເປັນ ຜູ້ກໍ່ຕັ້ງ ຫ້າງສັບພະສິນຄ້າ ວໍມາກ ໄດ້ກ່າວໄວ້ວ່າ: ຜູ້ນຳທີ່ໂດດເດັ່ນຈະມີວິ ທີໃນການກະ ຕຸ້ນ ຄວາມເຊື່ອໜັ້ນໃນຕົນເອງໃຫ້ແກ່ພະນັກງານຮ່ວມທີມ. ຖ້າຫາກຄົນມີຄວາມເຊື່ອ ໜັ້ນໃນຕົວການນຳແລ້ວມັນ ເປັນສິ່ງທີ່ດີເລີດ ເຊິ່ງຈະເຮັດໃຫ້ທີມງານກ້າວເຂົ້າສູ່ເປົ້າໝາຍທີ່ກຸ່ມຕ້ອງ ການຢ່າງແນ່ນອນ.

ເນື່ອງຈາກວ່າ ທຸລະກິດຂອງ ທ່ານ ວໍຕັນ ລວມມີສິນຄ້າລາຄາຖືກ ແລະ ເນັ້ນການບໍລິການ ທີ່ດີແກ່ ລູກຄ້າ, ມັນມີ ຄວາມສຳຄັນທີ່ຕ້ອງໄດ້ສ້າງພະນັກງານໃຫ້ມີຄວາມກະຕືລືລົ້ນ, ມີແຮງບັນດານໃຈໃນ ການເຮັດວຽກ ທຸກໆຕຳແໜ່ງ ງານ ແລະ ທຸກໆສະຖານທີ່.

ເພື່ອໃຫ້ແນ່ໃຈວ່າ ພະນັກງານ ບໍລິສັດວໍມາກແຕ່ລະຄົນມີຄວາມຕັ້ງໃຈເຮັດວຽກໃນລະດັບສູງ, ທາງບໍລິສັດຈະຖືແນວ ຄວາມຄິດທີ່ວ່າ: ພະນັກງານບໍລິສັດແມ່ນ ເປັນຄືກັນກັບເພື່ອນຮ່ວມ ທຸລະກິດຂອງເພີ່ນ. ທາງບໍລິສັດ ໄດ້ດຶງດູດພະນັກ ງານທຸກໆລະດັບເຂົ້າມາມີສ່ວນຮ່ວມໃນກາານຈັດຕັ້ງປະຕິບັດ ແຜນການເປົ້າໝາຍຜົນກຳໄລຂອງບໍລິສັດຮ່ວມກັນ ແລະ ພັກດັນໃຫ້ແຕ່ລະຄົນເປັນເຈົ້າການ.  ທາງບໍລິສັດໄດ້ກຳນົດເປົ້າໝາຍຕາມບົດບາດ ແລະ ໜ້າທີ່ໃຫ້ແກ່ພະນັກ ງານນັບແຕ່ລະດັບຕໍ່າຫາສູງ, ແລະ ພັກດັນໃຫ້ມີການແຂ່ງຂັນໃນທຸກໆລະດັບ ເພື່ອສ້າງຄວາມຄືບໜ້າ ໂດຍເລີ່ມຈາກ ແຕ່ລະບຸກຄົນ.

ແນວຄວາມຄິດປັດສະຍາ ທີ່ລາວຍຶດຖື ກໍ່ຄືວ່າຄົນທີ່ສ້າງຜົນປະໂຫຍດໃຫ້ແກ່ບໍລິສັດ ຄວນໄດ້ຮັບການຍ້ອງຍໍສັນເສີນ ແລະ ມັນຈະເປັນການສ້າງແນວຄວາມຄິດແກ່ຄົນອື່ນໆໄດ້ມີການເຮັດວຽກທີ່ດີຂື້ນ ໃນອານາຄົດ. ໃນກໍລະນີທີ່ຕຳ ແໜງໃດບໍ່ສາມາດຂັບເຄື່ອນວຽກງານໄດ້ດີ, ກໍ່ຈະມີການສັບປ່ຽນພະນັກງານຫຼາຍລະດັບ ເພື່ອສ້າງໃຫ້ພະນັກງານ ມີສິ່ງທ້າທ່າຍໃນການເຮັດວຽກຕະຫຼອດເວລາ.

ສາມຕົວຢ່າງທີ່ຍົກຂື້ນມານັ້ນ ມັນເປັນບົດຮຽນຂອງການນຳຕົວຈິງ ທີ່ມີໃນຕົວສາມບຸກຄົນ ເຊິ່ງຫັນຕົນເອງກາຍເປັນ ການນຳທີ່ອັດສະລີຍະ ໃນສາຂາວຽກງານຂອງຕົນເອງ.

ແນ່ນອນທຸກໆຄົນອາດຈະບໍ່ສາມາດເປັນຄືກັນກັບ ສາມຄົນທີ່ກ່າວມານັ້ນ ເຊິ່ງມັນກໍ່ບໍ່ແມ່ນເລື່ອງ ແປກ. ແນວໃດກໍ່ ຕາມ ທຸກຄົນສາມາດຮຽນຮູ້ຈາກຕົວຢ່າງຂອງປະຫວັດການນຳຂອງພວກເພີ່ນ ແລະ ເຊັ່ນດຽວກັນກັບການນຳຄົນ ອື່ນໆເພື່ອໃຊ້ເຂົ້າໃນການດຳລົງຊີວິດ. ການຮຽນຮູ້ ແລະ ນຳສິ່ງດີໆຂອງ ແຕ່ລະຄົນເຂົ້າມາໃຊ້ໃນຊີວິດການເຮັດວຽກ ປະຈຳວັນຈະເປັນການສ້າງ ໃຫ້ຕົນເອງກາຍເປັນຄົນທີ່ ໜ້າສົນໃຈ ແລະ ອາດມີຫຼາຍໆຄົນເດີນທາງຕາມ.

ການຮຽນຮູ້ປະຫວັດຈາກຄົນອື່ນ ມັນອາດບໍ່ສາມາດເຮັດໃຫ້ກາຍເປັນຄົນໆນັ້ນໄດ້ ຫຼື ສ້າງສິ່ງທີ່ພວກ ເພີ່ນໄດ້ສ້າງຂື້ນ ມາ ເຊັ່ນ: ຊະນະໃນສົງຄາມໂລກ, ຫຼື ປະດິດຮ້ານຄ້າທີ່ປະສົບຜົນສຳເລັດເງິນພັນລ້ານ,  ແຕ່ທ່ານຈະເຫັນວ່າການ ເຮັດວຽກເປັນປະຈຳຂອງການນຳທີ່ທ່ານໄດ້ສຶກສາ ມັນສ້າງການ ຮຽນຮູ້ວິທີການປະສົບຜົນສຳເລັດ ໃນສິ່ງທີ່ພວກ ເພີ່ນຕັ້ງໃຈ ແລະ ບົດຮຽນດັ່ງກ່າວມັນເປັນການສ້າງ ເປົ້າໝາຍໃຫ້ແກ່ຕົວທ່ານເອງວ່າ ທ່ານຈະລົງເອີຍດ້ວຍການ ກາຍເປັນການນຳປະເພດໃດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.