Norkhame
ຄາດຫວັງການຄ້າອອນໄລ ຄາດຫວັງການຄ້າອອນໄລ
ການ​ຊື້ ແລະ ການ​ຂາຍ​ ທາງອອນໄລ ​​​ປະກອບ​ມີ​ສອງ​ພາກ​ສ່ວນ​ ຫຼື ຫຼາຍກວ່າ​ນັ້ນ​ເຂົ້າມາ​ມີ​ສ່ວນຮ່ວມ​ໃນ​ການ​ຊື້ຂາຍ. ແຕ່​ລະພາກສ່ວນ, ມີ​​ບົດບາດ ແລະ ມີ​ກົດ​ເກນ​ຂອງ​ຕົນ​ເອງ. ເວລາມີບັນຫາ, ຫຼາຍຝ່າຍ​ຕ້ອງການຮ່ວມມືກັນ​ຊອກ​ຫາ ທາງ​ແກ້ໄຂບັນຫາຮ່ວມກັນ ເພື່ອອຳນວຍຄວາມສະດວກ ໃນການຄ້າ. ການຊໍາລະທາງອອນໄລເປັນໜຶ່ງສິ່ງສຳຄັນຫຼາຍ. ຕ້ອງມີລະບົບແນ່ນອນ ເພື່ອກີດກັ້ນໂອກາດ​ໃຫ້​ຂອງຄົນຂາຍ ​ຜູ້​ບໍ່​ຊື່ສັດ ໄດ້ຕົວະຍົວະ. ທຸກໆການ​ຊຳລະ​ທາງ​ການ​ຄ້າ, ​ກາຍ​ເປັນ​ສິ່ງ​ທີ່​ຍາກ​ຂື້ນ ແລະ... ຄາດຫວັງການຄ້າອອນໄລ

ການ​ຊື້ ແລະ ການ​ຂາຍ​ ທາງອອນໄລ ​​​ປະກອບ​ມີ​ສອງ​ພາກ​ສ່ວນ​ ຫຼື ຫຼາຍກວ່າ​ນັ້ນ​ເຂົ້າມາ​ມີ​ສ່ວນຮ່ວມ​ໃນ​ການ​ຊື້ຂາຍ. ແຕ່​ລະພາກສ່ວນ, ມີ​​ບົດບາດ ແລະ ມີ​ກົດ​ເກນ​ຂອງ​ຕົນ​ເອງ. ເວລາມີບັນຫາ, ຫຼາຍຝ່າຍ​ຕ້ອງການຮ່ວມມືກັນ​ຊອກ​ຫາ ທາງ​ແກ້ໄຂບັນຫາຮ່ວມກັນ ເພື່ອອຳນວຍຄວາມສະດວກ ໃນການຄ້າ.

ການຊໍາລະທາງອອນໄລເປັນໜຶ່ງສິ່ງສຳຄັນຫຼາຍ. ຕ້ອງມີລະບົບແນ່ນອນ ເພື່ອກີດກັ້ນໂອກາດ​ໃຫ້​ຂອງຄົນຂາຍ ​ຜູ້​ບໍ່​ຊື່ສັດ ໄດ້ຕົວະຍົວະ. ທຸກໆການ​ຊຳລະ​ທາງ​ການ​ຄ້າ, ​ກາຍ​ເປັນ​ສິ່ງ​ທີ່​ຍາກ​ຂື້ນ ແລະ ສາມາດ​ກາຍ​ເປັນ​ສິ່ງ​ທີ່ບໍ່​ໄດ້ຮັບຄວາມ​ໄວ້​ວາງ​ໃຈ ໃນຍຸກທີ່ມີການຈໍລະກຳທາງອອນໄລເພີ່ມຂື້ນ.

E-​commerce ຍັງ​ເປັນ​ສິ່ງ​​ໃໝ່ສຳລັບ​ຫຼາຍຄົນ, ຈິ່ງ​ເຮັດ​ໃຫ້ຜູ້​ທີ່​ເຂົ້າມາ​ຊົມ​ໃຊ້ ຕ້ອງ​ໄດ້​ພະຍາຍາມສຶກສາ​ກົດ​ລະບຽບການຈັດຕັ້ງປະຕິບັດ ​ໃນ​ການ​ເຮັດການ​ຄ້າຜ່ານ​ທາງ​ເອ​ເລັກ​ໂທ​ນິກ ​ເພື່ອ​ຈະຍົກ​ລະດັບ ​ການ​ພົວພັນການຄ້າຂື້ນສູ່ບາດກ້າວ​ໃໜ່. ໄລຍະຂ້າມ​ຜ່ານຂອງການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ຂຶ້ນ​ກັບ​ກຳມະສິດ​ຂອງ​ຜູ້​ສ້າງ​ເວັບ ​ແລະ ​ເຈົ້າຂອງເວັບ​ໄຊ​ທາງ​ການ​ຄ້າ, ຍ້ອນ​ວ່າ: ​ເມື່ອ​ໃດ​ກໍ່ຕາມການ​ຊຳລະ​ທາງ​ການ​ຄ້າມີ​ຄວາມຜິດພາດ ​ເຊິ່ງ​ເກີດ​ຂຶ້ນຍ້ອນ​ການ​ບໍ່ເຂົ້າ​ໃຈ ຫຼື ບໍ່ມີ​ຄວາມ​ເຊື່ອໜັ້ນ, ໂດຍ​ທົ່ວ​ໄປຜູ້​ຊື້ ຈະ​ບໍ່​ໃຊ້​ເວລາ​ໃນ​ການຄົ້ນຄິດ ຂໍ້ຄວາມ​ທີ່​ສະ​ແດງ​ໃນ​ເວັບ​ໄຊ ຫຼື ຈະບໍ່​ສົນ​ໃຈ​ກັບ​ສິ່ງ​ທີ່​ເຈົ້າ​ຂອງ​ເວັບ​​ໄຊ​ໃຫ້​ຄຳໝັ້ນສັນຍາ​ໄວ້​ກ່ອນ​ການ​ຊື້​ຂາຍ. ຖ້າ​ຫາກ​ລູກ​ຄ້າທ່າ​ແຮງມີ​ຄວາມ​ສົງໃສ ເຂົາ​ເຈົ້າ​ຈະ​ອອກ​ຈາກ​ການ​ຊື້ຂາຍ​ເລີຍ; ​ເຈົ້າ​ຂອງ​ເວັບ​ໄຊ​ຕ້ອງ​ໄດ້​ລົງທຶນ​ໃນ​ການ​ສ້າງຄວາມເຊື່ອ ໜັ້ນ ​ກັບ​ລູກ​ຄ້າ​ກຸ່ມ​ນັ້ນ, ​ເຊິ່ງຕ້ອງ​ໄດ້​ເຂົ້າ​ໃຈ​ກົນ​ໄກ​ການ​ສ້າງສາ​ຍພົວພັນ​ທີ່​ດີ​ຂື້ນ ໂດຍ​ເລີ່​ມຈາກຮູບ​ແບບ​​ແລະ ບົດບາດຂອງ​ທຸລະ​ກິດທີ່ສະໜອງ​ໃຫ້​ລູກ​ຄ້າ. ມາເບິ່ງແນວຄວາມຄິດຂອງແຕ່ລະພາກສ່ວນທີ່ມີສ່ວນຮ່ວມໃນການຊື້ຂາຍທາງອອນໄລ:​

1.  ຄວາມຄາດຫວັງ ຜູ້​ຊື້

ຜູ້​ຊື້ ມີ​ສາມ​ສິ່ງ​ທີ່​ສຳ​ຄັນ​ທີ່ຄາດ​ຫວັງ​ພາຍຫຼັງການ​ຊຳລະ; ສິ່ງ​ໃດ​ກໍ່ຕາມ​ທີ່ມາ​ກະທົບ​ໃສ່​ສາມ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້ ຈະ​ເປັນ​ການ​ລັງເລໃນ​ການ​ຕັດສິນ​ໃຈ​ຂອງ​ຜູ້​ຊື້;​ ເຊິ່ງມີ​ດັ່ງ​ຕໍ່​ໄປ​ນີ້:

  • ຢາກ​ຕັດສິນ​ໃຈ​ຊື້ສິ່ງ​ໃດໜຶ່ງ (ສິ່ງ​ໃດ, ​ເມື່ອ​ໃດ, ງົບປະມານ, ຄວາມ​ໄວ້​ວາງ​ໃຈ, ​ແລະ ອື່ນໆ.)
  • ຢາກ​ໃຫ້​ມີ​ການ​ຈ່າຍ​ເງິນ​ທີ່​ມີປະສິດທິ​ຜົນ (ການ​ເກັບ​ເງິນ​ທີ່​ຖືກຕ້ອງ, ຄວາມ​ປອດ​ໄພ, ການ​ປົກ​ປ້ອງ, ​ແລະ ອື່ນໆ.)
  • ຢາກ​ເປັນ​ເຈົ້າຂອງ​ໃນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຊື້​ແລ້ວຕາມການສະແດງຂໍ້ມູນຕົວຈິງ (ສະຖານະພາບ​ຂອງ​ການ​ສັ່ງ, ການສົ່ງ​​ແລະ ອື່ນໆ.)

ຖ້າຫາກພໍ່ຄ້າຫາກບໍ່ສາມາດຕອບສະໜອງໄດ້ຕາມການຄາດຫັວງຂອງຜູ້ຊື້ດັ່ງກ່າວໄວ້ໄດ້ ຫຼືວ່າ​ເຮັດ​ໃຫ້​ເຂົາ​ເຈົ້າ​ຜິດຫັວງ ຫຼື ບໍ່ມີ​ຄວາມ​​ໂປ່​ງ​ໃສ  ຜູ້ຊື້ຈະບໍ່ມີ​ຄວາມເພິ່ງພໍໃຈທັນທີ. ການບໍ່ປະຕິບັດ​ຕາມ​ການ​ສັ່ງ​ຊື້ເຄື່ອງ ຈະເປັນສາເຫດຂອງການຍົກເລີກການເຮັດທຸລະກິດ.   

ຜູ້ຊື້​ເຄື່ອງທາງອອນໄລ ມັກຈະຊອກຫາຄຸນລັກສະນະທົ່ວໆໄປດັ່ງຕໍ່ໄປນີ້:

  • ຊອກລາຄາທີ່ຖືກທີ່ສຸດ. ມີການສຶກສາຫຼາຍອັນໄດ້ສະແດງໃຫ້ເຫັນວ່າ: ຄົນມັກຈະປຽບທຽບລາຄາໃນເວລາທີ່ມີ ການຊື້ທາງອອນໄລ ເພື່ອເລືອກລາຄາທີ່ຖືກທີ່ສຸດ.
  • ສາມາດ​ແລກປ່ຽນຄຳຄິດເຫັນກັບຄົນອື່ນໄດ້: ຄົນສາມາດສອບຖາມປະສົບການ ການຊື້ຂາຍຜ່ານມາ ກັບຄົນອື່ນໆໄດ້. ຈຳເປັນຫຼາຍທີ່ຕ້ອງສ້າງ​ຄວາມເປັນມິດ​ໃຫ້​ແກ່​ລູກ​ຄ້າ.
  • ຄວາມໄວ້ວາງໃຈໄດ້: ລູກ​ຄ້າມັກ​ເລືອກ​ເວັບ​ໄຊ​ໃຫ້​ບໍລິການ e​-commerce ທີ່ໄວ້ວາງໃຈ​​ໄດ້, ກ່ອນທີ່ຈະ ຕັດ ສິນໃຈຊື້ ແລະ ການຕັດສິນໃຈດັ່ງກ່າວແມ່ນ​ອີງຕາມຄວາມ​ເຂົ້າ​ໃຈຂໍ້ຄວາມ ແລະ ຮູບແບບການນຳ ສະເໜີພາບພົດດີໆຕາມຄວາມເປັນຈິງ.
  • ເວັບໄຊ໊ເປັນຖານທຸລະກິດທາງອອນໄລ. ການສ້າງຄວາມຮັບຮູ້ເວັບໄຊ​ໃຫ້​ແກ່​ຜູ້ນຳ​ໃຊ້ ມີຜົນໃນການຕັດສິນໃຈຊື້ສິນຄ້າຈາກເວັບໄຊ. ທ່ານສາມາດ ນຳເອົາສື່ການໂຄສະນາ, ການປະຊາສຳພັນ, ແລະ ການໃຊ້ສື່ໂຄສະນາຕ່າງໆ ຈະມີບົດບາດ ໃນການເພີ່ມ ຄວາມຮັບຮູ້​ໃຫ້​ແກ່ຜູ້ນຳໃຊ້ເວັບໄຊ໊.

2.  ຄວາມຄາດຫວັງ​ ຜູ້ຂາຍ

ເວັບໄຊທີ່ສະໜອງການຄ້າຜ່ານທາງເອເລັກໂທຼນິກ ມັກຈະເກັບສະຖິຕິຂອງຜູ້ຊື້ແຕ່ລະຄົນ. ການນັບຈຳນວນທີ່ຂາຍໄດ້ເປັນການຮັບຮູ້ທິດທາງຄວາມ​ຕ້ອງການ: ​ການເຂົ້າມາໃນເວັບໄຊຫຼາຍຂື້ນ, ໜ້າ​ເວັບ​ໄຊ​ໃດທີ່ມີຄົນເຂົ້າຊົມຫຼາຍຂື້ນ, ການເຂົ້າ-ອອກເວັບໄຊມີຫຼາຍກໍ່ໝາຍເຖິງ ການມີ​ໂອກາດ ​ໄດ້ຮັບລາຍ​ໄດ້​ເພີ່ມ. ການສ້າງໃຫ້ຜູ້ຊົມໃຊ້ ຮັບຮູ້ຍີ່ຫໍ້ໃດໜຶ່ງໃນເວັບໄຊຂອງຕົນເອງ ເປັນສິ່ງທີ່ຕ້ອງເຮັດກ່ອນສິ່ງອື່ນໝົດ, ເຖິງແນວໃດກໍ່ຕາມ, ການທີ່ຈະເຮັດ ໃຫ້ເປັນທີ່ຮູ້ຈັກກັນດີຕ້ອງໃຊ້ເວລາເປັນປີ ແລະ ມີຫຼາຍເທັກນິກຜ່ານສື່ສັງຄົມອອນໄລ ສາມາດນຳມາໃຊ້ໄດ້ຜົນດີ.

ຄົນຂາຍເຄື່ອງທາງ ເວັບໄຊ e​-commerce  ແມ່ນ​ສ້າງຂື້ນເພື່ອເປົ້າໝາຍທາງກຳໄລການເງິນ. ເພື່ອໃຫ້ໄດ້ ຕາມຈຸດປະສົງດັ່ງກ່າວຕ້ອງ: ການເພີ່ມຄົນເຂົ້າຊົມເວັບໄຊ​ໃຫ້ຫຼາຍຂື້ນ, ເປັນການປຸກ​ລະດົມ​ໃຫ້​ຄົນ​ສົນ​ໃຈ​ເຂົ້າ​ມາ​ເບິ່ງເວັບໄຊຈິ່ງເປັນສິ່ງຈຳເປັນ.  ການໂຄສະນາ, ການຖະ​ແຫຼງຂ່າວ, ການສະແດງຕາມສື່ ຕ່າງໆ, ສະເໜີເວັບໄຊ໊ໃຫ້​ແກ່​ຄູ່ຮ່ວມການຄ້າຮູ້ແລະເຊື່ອໜັ້ນ. ນີ້ເປັນສິ່ງທີ່ມີຄວາມສຳຄັນຢ່າງຍິ່ງ, ສຳລັບການສ້າງ ແລະ ການຄົງຄວາມຮັບຮູ້​ເວັບໄຊ໊ໃນສາທາລະນະຊົນ. ສິ່ງທີ່​ສຳ​ຄັນ​ ໃນ​ການ​ຄວບ​ຄຸມ​ຂະ​ບວນການ​ຕັດສິນ​ໃຈກໍ່ຄື: ອົງ​ປະກອບ​ທີ່​ນຳ​ເຂົ້າ​ມາ​ໃນ​ເວັບ​ໄຊ​ໃໝ່ ຈະ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ເວັບ​ໄຊ ​ແລະ ​ສິ່ງ​ໃໝ່ໆດັ່ງກ່າວ ມັນຈະເປັນສິ່ງ​ທີ່ລົບກວນການຊື້ຈາກເວັບໄຊຫຼືບໍ່?

3. ຄວາມຄາດຫວັງ ພໍ່ຄ້າຄົນກາງ  

ຍັງມີຫຼາຍເວັບໄຊ໊ເຮັດເປັນສື່ກາງ ໃນການຊື້ຂາຍ ຫຼື ອ້ານເອີ້ນໄດ້ວ່າເປັນພໍ່ຄ້າຄົນກາງ. ບົດບາດໃນໂລກຂອງ e​business/e​commerce ຖືເປັນຜູ້ທີ່ຢູ່​ໃນ​ຂະ​ບວນການ​ຊື້​, ອາດຈະຊື້ໃນສາງເກັບເຄື່ອງ, ອາດຈະຈັດສົ່ງ ສິນຄ້າທາງເຮືອ, ຈັດສົ່ງທາງ​ໄປສະນີ, ອາດຈະເຮັດການຊຳລະ, ຫຼື ອາດຈະໃຫ້ການບໍລິການຫຼັງຂາຍ, ອື່ນໆ. ເວັບສື່ກາງໃນການໂຄສະນາຂາຍເຄື່ອງປາກົດມີຫຼາຍ. ເປັນຕົ້ນ Amazon.com. ເຂົາເຈົ້າເຮັດວຽກໃນການໂຄສະນາ ແລະ ສ້າງຮູບແບບການຊື້ຂາຍທີ່ໜ້າເຊື່ອຖື. ທັງຍັງເປັນຝ່າຍກວດສອບ ແລະ ຢັ້ງຢືນຄຸນນະພາບສິນຄ້າ, ເປັນຕົ້ນ.

ຮູແບບການການເຂົ້າມາຮ່ວມຕົວກັນຂອງ ຜູ້ຊື້, ຜູ້ຂາຍ ແລະ ພໍ່ຄ້າຄົນກາງ (ເວັບກາງ) ເປັນການສົ່ງເສີມໃຫ້ມີ ການຊື້ຂາຍ ໂດຍກົງລະຫວ່າງຜູ້ຊື້-ຂາຍ, ກາຍເປັນຊຸມຊົນຊື້ຂາຍທາງອອນໄລຂະໜາດໃຫຍ່ ເຊັ່ນ: eBay, ເປັນການເຂົ້າຫາລູກຄ້າໂດຍກົງໃນວົງກວ້າງ ແລະ ກະເຮັດໃຫ້ຜູ້ຊື້ສາມາດເຫັນຜູ້ຂາຍຫຼາຍຄົນໄດ້ຄືກັນ.  

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.