Norkhame
ຜົນປະໂຫຍດທີ່ຈະໄດ້ ຈາກການສ້າງຍີ່ຫໍ້ ຜົນປະໂຫຍດທີ່ຈະໄດ້ ຈາກການສ້າງຍີ່ຫໍ້
ຜູ້ປະກອບການຫຼາຍຄົນ ຄວນໃຫ້ຄວາມສົນໃຈ ກັບການສ້າງຍີ່ຫໍ້ຫຼາຍຂື້ນ. ມາເບິ່ງນຳກັນວ່າ ການສ້າງຍີ່ຫໍ້ ຈະໄດ້ຮັບ ຜົນປະໂຫຍດຫຍັງ ແດ່ທາງດ້ານທຸລະກິດ. ໂອກາດສ້າງຍອດຂາຍ ຍີ່ຫໍ້ກະຕຸ້ນໃຫ້ມີທາງເລືອກ. ກ່ອນການຕັດສິນຊື້ ຜູ້ຊື້ມັກຈະມີຂໍ້ສົງໃສ ຫຼື ປຽບທຽບຄຸນປະໂຫຍດຂອງ ສິນຄ້າ ຫຼື ປຽບທຽບທາງເລືອກຕ່າງ ໆຂອງສິນຄ້າປະເພດດຽວກັນ. ຖ້າຫາກທ່ານເຮັດ ການໂຄສະນາຊວນ ເຊື່ອຂອງ ຍີ່ຫໍ້ສິນຄ້າຫຼືການບໍລິການໃຫ້ແກ່ກຸ່ມລູກຄ້າ ເປົ້າໝາຍທີ່ ທ່ານຄາດຫວັງໄວ້ແລ້ວ... ຜົນປະໂຫຍດທີ່ຈະໄດ້ ຈາກການສ້າງຍີ່ຫໍ້

ຜູ້ປະກອບການຫຼາຍຄົນ ຄວນໃຫ້ຄວາມສົນໃຈ ກັບການສ້າງຍີ່ຫໍ້ຫຼາຍຂື້ນ. ມາເບິ່ງນຳກັນວ່າ ການສ້າງຍີ່ຫໍ້ ຈະໄດ້ຮັບ ຜົນປະໂຫຍດຫຍັງ ແດ່ທາງດ້ານທຸລະກິດ.

  1. ໂອກາດສ້າງຍອດຂາຍ

ຍີ່ຫໍ້ກະຕຸ້ນໃຫ້ມີທາງເລືອກ. ກ່ອນການຕັດສິນຊື້ ຜູ້ຊື້ມັກຈະມີຂໍ້ສົງໃສ ຫຼື ປຽບທຽບຄຸນປະໂຫຍດຂອງ ສິນຄ້າ ຫຼື ປຽບທຽບທາງເລືອກຕ່າງ ໆຂອງສິນຄ້າປະເພດດຽວກັນ. ຖ້າຫາກທ່ານເຮັດ ການໂຄສະນາຊວນ ເຊື່ອຂອງ ຍີ່ຫໍ້ສິນຄ້າຫຼືການບໍລິການໃຫ້ແກ່ກຸ່ມລູກຄ້າ ເປົ້າໝາຍທີ່ ທ່ານຄາດຫວັງໄວ້ແລ້ວ ຈະເຮັດໃຫ້ສິນຄ້າຂອງທ່ານຍີ່ງມີລັກສະນະເດັ່ນ ແລະ ເປັນການສ້າງຄວາມຮັບຮູ້ໃຫ້ແກ່ລູກຄ້າໄດ້ເຫັນຄຸນຄ່າການ ໃຊ້ຜະລິດຕະພັນຂອງທ່ານ. ສິ່ງນີ້ມັນຈະຊ່ວຍໃຫ້ຜູ້ຊົມໃຊ້ຕັດສິນໃຈຊື້ໄດ້ໄວຂື້ນ. ເນື່ອງຈາກວ່າຍີ່ຫໍ້ ສ້າງໃຫ້ມີຄວາມແຕກຕ່າງ ເຊັ່ນ: ການ ຫຸ້ມຫໍ່, ເຄື່ອງໝາຍການຄ້າ ແລະ ຊື່, ສິ່ງນີ້ຈະເຮັດໃຫ້ລູກຄ້າເຫັນ ໄດ້ຄວາມແຕກຕ່າງ, ສາມາດຈຳແນກໄດ້ ແລະ ພາບພົດທີ່ທ່ານໄດ້ໂຄ ສະນາ ຈະເປັນການຊ່ວຍໃຫ້ຜູ້ຊື້ ສາມາດຕັດສິນໃຈໄດ້ໄວຂື້ນ.

  1. ຍີ່ຫໍ້ເປັນການສ້າງ ຄວາມໜ້າເຊື່ອຖື ແລະ ຊວນເຊືອ

ການສ້າງຍີ່ຫໍ້ຈະກ້າວເຂົ້າໄປຫາຂັ້ນຕອນໃນການສ້າງ ແນວຄວາມຄິດໃນຈິດ ສຳນຶກຂອງຜູ້ຊົມໃຊ້. ຍີ່ຫໍ້ເປັນການສ້າງ ໃຫ້ຄົນມີມະໂນພາບ ທີ່ດີຖ້າຫາກໄດ້ມີການນຳໃຊ້ສິນຄ້າຍີ່ຫໍ້ນັ້ນໆ. ຜົນປະໂຫຍດ ຂອງການສື່ສານຍີ່ຫໍ້ໃນສັງຄົມໃຫ້ຜົນປະໂຫຍດທີ່ບໍ່ສາມາດວັດແທກໄດ້. ດັ່ງນັ້ນ, ແຜນການຕະຫຼາດ ທີ່ໂຄສະນາສິນຄ້າຍີ່ຫໍ້ ມີຄວາມສຳຄັນຫຼາຍເພື່ອສົ່ງຂໍ້ຄວາມທີ່ດີຂອງຜະລິດຕະພັນ, ຄຸນນະພາບ ແລະ ການນຳໃຊ້ ທີ່ຈະຊ່ວຍໃຫ້ ຊີວິດການເປັນຢູ່ຂອງຜູ້ຊົມໃຊ້ ດີຂື້ນ.

  1. ຍີ່ຫໍ້ຊ່ວຍໃຫ້ທ່ານສາມາດກຳນົດລາຄາທີ່ດີຂື້ນ

ທຸກໆການແຂ່ງຂັນ ບໍ່ວ່າຈະເປັນສິນຄ້າປະເພດໃດກໍ່ຕາມ, ຈະມີຜູ້ທີ່ຍອມຂາຍສິນຄ້າ ປະເພດດຽວກັນ ນັ້ນໃນລາຄາຖືກທີ່ສຸດ. ກົນລະຍຸດ ການສ້າງຍີ່ຫໍ້ ຈະຊ່ວຍໃຫ້ທ່ານຊອກຫາຫົນທາງ ໃນການສ້າງຄວາມ ແຕກຕ່າງໃຫ້ມີຫຼາຍກວ່າຄູ່ແຂ່ງຄົນອື່ນໆ. ການສ້າງຍີ່ຫໍ້ທີ່ດີ ຈະຊ່ວຍ ໃຫ້ຮັກສາ ແລະ ເຂົ້າຫາລູກຄ້າກຸ່ມ ໄໝ່ໆເຊິ່ງຈະຊ່ວຍໃຫ້ ພັກດັນລູກຄ້າຂອງທ່ານຍອມ ຈ່າຍເງິນເພື່ອເຮັດໃຫ້ຊີວິດຂອງຕົນເອງມີຄວາມ ສະດວກສະບາຍຂື້ນ. ດັ່ງນັ້ນ, ຜູ້ປະກອບການ ຄວນເຂົ້າໄປມີສ່ວນຮ່ວມຄົ້ນຄິດ ໃນການສ້າງຍີ່ຫໍ້ ທີ່ເຮັດ ໃຫ້ຜູ້ທີ່ຊົມໃຊ້ສິນຄ້າ ເຫັນຍີ່ຫໍ້ສິນ ຄ້າຂອງທ່ານເປັນສິ່ງທີ່ໜ້າສົນໃຈ, ມີລັກສະນະສະເພາະຕົວ, ທັນສະໄໝ ຫຼື ສະຫຼາດຂື້ນຖ້າຫາກພວກເພີ່ນໄດ້ຊົມໃຊ້. ຖ້າຫາກທ່ານສາ ມາດສ້າງສິ່ງໄໝ່ໆຂື້ນມາແລ້ວ, ທ່ານຈະສາມາດຢູ່ໃນຕະຫຼາດໄດ້ດົນ ແລະ ສາມາດຂາຍຕາມລາຄາທີ່ສ້າງຜົນກຳໄລ ໃນໄລຍະຍາວ.

  1. ຍີ່ຫໍ້ເປັນສິ່ງພັກດັນໃຫ້ທຸລະກິດມີການຂະຫຍາຍຕົວ

ຍີ່ຫໍ້ທີ່ມີການບໍລິຫານດີ ຈະງ່າຍໃນການຂະຫຍາຍຕົວໄປທົ່ວທຸກຫົນແຫ່ງໃນວົງກວ້າງ. ໃນເມື່ອສັງຄົມ ຮັບຮູ້ວ່າຍີ່ຫໍ້ຂອງບໍລິສັດທ່ານສະ ໜອງຄຸນຄ່າສະເພາະໃດໜຶ່ງແກ່ລູກຄ້າແລ້ວ ກໍ່ຈະເປັນການງ່າຍ ທີ່ຈະຂະຫຍາຍຕະຫຼາດ ຫຼື ສ້າງຜະລິດຕະພັນແບບໄໝ່ໆຂື້ນມາເພີ່ມ ເຕີມ. ເມື່ອທຽບກັບບໍລິສັດທີ່ຍັງ ບໍ່ທັນມີຍີ່ຫໍ້ທີ່ເປັນທີ່ຮູ້ຈັກ ແລະ ບໍລິສັດທີ່ມີສິນຄ້າຍີ່ຫໍ້ທີ່ໄດ້ຮັບການຮັບຮອງມາກ່ອນ ຈະເຫັນວ່າບໍລິ ສັດທີ່ ມີຍີ່ຫໍ້ດີໆມາກ່ອນ ຈະໄດ້ຮັບການຍອມຮັບງ່າຍຂື້ນຖ້າສ້າງຍີ່ຫໍ້ໄໝ່ໆຂື້ນມາແທ່ນ.

  1. ຍີ່ຫໍ້ຊ່ວຍສ້າງແນວທາງການເຮັດທຸລະກິດ

ແນວຄວາມຄິດທີ່ລະອຽດກ່ຽວກັບຍີ່ຫໍ້ໃນຕອນຕົ້ນ ຈະເປັນການສ້າງຄວາມຊັດເຈນ ໄດ້ງ່າຍຂື້ນກ່ຽວກັບ ຮູບແບບການດຳເນີນທຸລະກິດ. ຈະຊ່ວຍໃຫ້ຜູ້ປະກອບການ ມີແນວຄວາມຄິດທີ່ຊັດເຈນໃນການສະເໜີ ຍີ່ຫໍ້. ຈະຊ່ວຍໃຫ້ການຄົ້ນຄິດລາຍລະອຽດຂອງຍີ່ຫໍ້ ເຊັ່ນ: ຮູບຊົງ ຂອງເຄື່ອງໝາຍການຄ້າຈະ ເປັນແນວໃດ, ສີ, ຫຼື ຄຳຂັວນສົ່ງເສີມການຂາຍ. ມີຫຼາຍໆບໍລິສັດໄດ້ພົບກັບບັນຫາ ຈາກການສ້າງຍີ່ຫໍ້ໃນຕອນ ຕົ້ນ – ຫຼາຍຄັ້ງທີ່ເຈົ້າຂອງກິດຈະການມີບັນຫາ ໃນການຄັດເລືອກ ລາຍລະອຽດທີ່ຈະນຳສະເໜີກ່ຽວກັບ ຍີ່ຫໍ້. ເປັນຕົ້ນເວລາ ທີ່ຕ້ອງໄດ້ສ້າງ ແຜ່ນພັບ, ພິມນາມບັດໄໝ່, ຫຼື ສ້າງບົດສະເໜີ ຍີ່ຫໍ້ຂອງບໍລິສັດ, ສ້າງເຄື່ອງໜາຍການຄ້າ, ສ້າງສີສະ ເພາະຍີ່ຫໍ້, ແລະ ສ້າງຄຳເວົ້າທີ່ອາດ ຈະກາຍເປັນມະໂນພາບ ແບບ ລວມໆຂອງຍີ່ຫໍ້. ບາງຄັ້ງ ການຄົ້ນຄິດ ລາຍລະອຽດ ຂອງການສ້າງຍີ່ຫໍ້ນັ້ນອາດບໍ່ມີຄວາມຊັດເຈນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.