Norkhame
ສ້າງແຜນ ກ້າວສູ່ຄວາມສຳເລັດ ສ້າງແຜນ ກ້າວສູ່ຄວາມສຳເລັດ
ຫຼາຍຄົນກາຍເປັນນັກຝັນກາງວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ ມຸ້ງຫວັງ. ອາດເປັນຍ້ອນວ່າພວກເພີ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດ ໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ. ເພື່ອເຮັດໃຫ້ຕົນເອງອອກຈາກສິ່ງທີ່ມັກເຮັດເປັນປະຈຳ ແລະ ເລີ່ມເຮັດສິ່ງໄໝ່ໆ, ຕ້ອງໄດ້ຕັ້ງເປົ້າໝາຍ. ໃນນີ້ ການສ້າງເປົ້າໝາຍມັນແມ່ນຂະບວນການຕັ້ງເປົ້າ ໂດຍມີການລະບຸຈຸດທີ່ຕ້ອງໄດ້ໃສ່ໃຈ ໃນການປະຕິບັດກິດຈະ ກຳທີ່ຕ້ອງ ການໃຫ້ເກີດຂື້ນ. ການຕັ້ງເປົ້າ ແລະ ບັນລຸເປົ້າໝາຍເປັນລະດັບ... ສ້າງແຜນ ກ້າວສູ່ຄວາມສຳເລັດ

ຫຼາຍຄົນກາຍເປັນນັກຝັນກາງວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ ມຸ້ງຫວັງ. ອາດເປັນຍ້ອນວ່າພວກເພີ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດ ໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ.

ເພື່ອເຮັດໃຫ້ຕົນເອງອອກຈາກສິ່ງທີ່ມັກເຮັດເປັນປະຈຳ ແລະ ເລີ່ມເຮັດສິ່ງໄໝ່ໆ, ຕ້ອງໄດ້ຕັ້ງເປົ້າໝາຍ. ໃນນີ້ ການສ້າງເປົ້າໝາຍມັນແມ່ນຂະບວນການຕັ້ງເປົ້າ ໂດຍມີການລະບຸຈຸດທີ່ຕ້ອງໄດ້ໃສ່ໃຈ ໃນການປະຕິບັດກິດຈະ ກຳທີ່ຕ້ອງ ການໃຫ້ເກີດຂື້ນ. ການຕັ້ງເປົ້າ ແລະ ບັນລຸເປົ້າໝາຍເປັນລະດັບ ຈະເປັນການສ້າງຄວາມກ້າວໜ້າ ຫາເປົ້າໝາຍ ໃຫຍ່ ໆ. ດັ່ງນັ້ນຕ້ອງໄດ້ໜັ່ນກວດສອບຄວາມຄືບໜ້າ ແລະ ສັງລວມເບິ່ງວ່າມັນກ້າວໄປຫາເປົ້າ ໝາຍໃຫຍ່ທີ່ໄດ້ວາງໄວ້ຫຼືບໍ່.

ວິທີການຕັ້ງເປົ້າໝາຍມັນກໍ່ຄືກັນກັບການສ້າງແຜນທີ່ທີ່ລະອຽດໃນການກ້າວເຂົ້າສູ່ຄວາມສຳເລັດຂອງທ່ານ. ມັນກໍ່ ບໍ່ຕ່າງຫຍັງກັບການເດີນທາງໄປແຫ່ງໃດໜຶ່ງເປັນໄລຍະໄກໆຮ່ວມກັບເພື່ອນຂອງທ່ານ. ສ່ວນໃຫຍ່ແລ້ວ ທ່ານຮູ້ວ່າ ບັ້ນທ້າຍມັນແມ່ນຈຸດໃດ, ແຕ່ເນື່ອງຈາກວ່າທາງມັນໄກ ດັ່ງນັ້ນການຍຸດພັກຕະຫຼອດຫົນທາງໃນ ຍາມຈຳເປັນນັ້ນເປັນ ສິ່ງສຳຄັນ.

ກ່ອນການເດີນທາງ ທ່ານອາດຈະວາງແຜນຢຸດໃນຈຸດໃດໜຶ່ງເພື່ອກິນອາຫານ, ເຕີມນຳ້ມັນ ເປັນຕົ້ນ.

ການປະສົບຜົນສຳເລັດໃນສິ່ງນ້ອຍໆ ມັນຈະເປັນການສ້າງເປົ້າໝາຍ ແລະ ຄວາມອຸດສາຫະໃນການໄດ້ມາ ເປົ້າ ໝາຍໃຫຍ່.

ສິ່ງທີ່ທ່ານພິຈາລະນາໃນການສ້າງແຜນທີ່ ເພື່ອເດີນໄປເຖິງຈຸດໝາຍຕ້ອງການນັ້ນ ທ່ານຄວນຕັ້ງເປົ້າໝາຍ ດັ່ງນີ້:

1. ຕັ້ງເປົ້າໄລຍະຍາວ

ເລີ່ມຕົ້ນຕັ້ງເປົ້າໝາຍລວມ, ເຊິ່ງເປັນຈຸດປະສົງໃນໄລຍະຍາວ ທີ່ຈະຕ້ອງໃຊ້ເວລາເປັນປີໆເພື່ອໃຫ້ໄດ້ມັນມາ. ໃຫ້ທ່ານ ຕັ້ງເປົ້າໝາຍລວມ ໃຫ້ເປັນສິ່ງທີ່ຕ້ອງໄດ້ເຮັດກ່ອນອື່ນໝົດ ເພາະວ່າມັນຈະສ້າງອິດທິພົນ ໃນການ ຄັດເລືອກເປົ້າ ໝາຍໄລຍະກາງ ແລະ ສັ້ນ.

ເປົ້າໝາຍໄລຍະຍາວ ເປັນເປົ້າໝາຍທີ່ມີຂະໜາດໃຫຍ່. ບາງເທື່ອມັນອາດມີລັກສະນະສະເພາະ ເຈາະຈົງ ຫຼາຍກວ່າ ເປົ້າໝາຍອື່ນໆ. ເຊັ່ນ: ບາງຄົນອາດຕັ້ງເປົ້າໄວ້ວ່າຢາກເປັນ ຜູ້ບໍລິຫານງານຂັ້ນສູງຂອງບໍລິສັດ Google ຫຼື ເປົ້າໝາຍ ບາງຄົນໃນໄລຍະຍາວອາດຈະມີລັກສະນະລວມໆເຊັ່ນ: ຢາກເປັນຜູ້ຜະລິດລາຍການ ໂທລະພາບ ຫຼື ສິ່ງທີ່ມີລັກສະນະ ລວມໆທີ່ສຸດແມ່ນ: ການເຮັດວຽກໃນອຸສາຫະກຳກົນຈັກ ເຊິ່ງບໍ່ໄດ້ບອກວ່າ ມັນແມ່ນກົນຈັກໃດ.

ແນວໃດກໍ່ຕາມ ມັນເປັນສິ່ງທີ່ຕ້ອງໄດ້ສ້າງຂື້ນມາ ແລະ ຜູ້ກ່ຽວອາດຈະຕ້ອງໄດ້ສ້າງ ຄຳຕອບໃຫ້ແກ່ຕົນເອງ ຕາມທີ່ ຫຼັງ.

ການສ້າງເປົ້າໝາຍໄລຍະຍາວໃຫ້ມີຄວາມລະອຽດມັນຈະເຮັດໃຫ້ງ່າຍຕໍ່ການດັດປັບເປົ້າໝາຍ. ໃນເມື່ອທ່ານ ກຳນົດ ເປົ້າໝາຍລວມແລ້ວ ທ່ານຈະສາມາດ ກວດສອບເບິ່ງຈຸດສຳຄັນສຳຄັນຕ່າງໆໃນການຈັດຕັ້ງປະຕິບັດ.

2. ຕັ້ງເປົ້າໝາຍ ໄລຍະສັ້ນ

ເປົ້າໝາຍໃນໄລຍະສັ້ນ ມັນເປັນກິດຈະກຳນ້ອຍໆທີ່ມີເປົ້າໝາຍໃນການກ້າວຫາເປົ້າໝາຍໄລຍະຍາວ ໃນນັ້ນ ມັນຈະ ມີກິດຈະກຳສະເພາະ ພ້ອມທັງກຳນົດເວລາໃນການຈັດຕັ້ງປະຕິບັດ. ແນະນຳວ່າ ເປົ້າໝາຍໄລຍະສັ້ນ ໆ ເປັນວິທີໃນ ການສ້າງເປົ້າໝາຍ ກາຍເປັນກິດຈະກຳປະຈຳອາທິດ ຫຼືເດືອນ ທີ່ທ່ານຕ້ອງການໃຫ້ມັນເກີດຂື້ນມາ.

ທ່ານ ຄວນເລີ່ມຖາມຕົນເອງວ່າ, ສິ່ງໃດທີ່ທ່ານຕ້ອງໄດ້ເຮັດໃນອາທິດນີ້ໃຫ້ສຳເລັດ ເພື່ອກ້າວຫາເປົ້າໝາຍ ລວມທີ່ ທ່ານຕ້ອງການໃຫ້ມັນເກີດຂື້ນມາ ແລະ ມັນຈະເປັນແຜນແຕ່ລະອາທິດ.

ຕົວຢ່າງ ການຂຽນຂອງຂ້າພະເຈົ້າ ປະຈຳອາທິດກໍ່ຈະມີ ປະລິມານຫົວຂໍ້ທີ່ຕ້ອງໄດ້ຂຽນໃນແຕ່ລະວັນ  ແລະ ໃນອາ ທິດໜຶ່ງ. ມີບາງມື້ຈະພະຍາຍາມຂຽນສອງຫົວຂໍ້ ແລະ ຕັດກິດຈະກຳທີ່ບໍ່ສຳຄັນ ອອກເຊັ່ນ: ການ ເຂົ້າຮ່ວມງານ ຕ່າງ ໆ. ໃນນັ້ນ ຍັງໄດ້ວາງແຜນກາານໃນການສຶກສາ ຫຼາຍໆຫົວຂໍ້ເພື່ອສ້າງ ຄວາມເຂົ້າໃຈ ແລະ ເຮັດໃຫ້ ການຂຽນໄວ ຂື້ນ. ແນ່ນອນແຕ່ລະຄົນຈະມີຄວາມສາມາດຕ່າງກັນ. ດັ່ງນັ້ນ ການຕັ້ງເປົ້າໝາຍໃຫຍ່ເກີນ ຄວາມສາ ມາດຂອງຕົນ ເອງ ມັນຈະເຮັດໃຫ້ໝົດກຳລັງໃຈໃນການເຮັດວຽກ ເພາະເຮັດຫຍັງກໍ່ບໍ່ໄດ້ດັ່ງທີ່ຫວັງ. ການປະສົບຜົນ ສຳເລັດໃນສິ່ງ ທີ່ວາງແຜນໄວ້ ເປັນສິ່ງພື້ນຖານຂອງການກ້າວໄປ ສູ່ການພັດທະນາເປົ້າໝາຍຫຼັກໆ ແລະ ການເຕີບໂຕ ເປັນບາດ ກ້າວຢ່າງແນ່ນອນ.

3. ເປົ້າໝາຍໄລຍະກາງ

ເປົ້າໝາຍໄລຍະກາງເປັນສິ່ງທີ່ມີລັກສະນະກ້ວາງກວ່າເປົ້າໝາຍໄລຍະສັ້ນ ເຊິ່ງມັນອາດຈະເປັນປະຈຳເດືອນ ຫຼື ປີ ເພື່ອໃຫ້ປະສົບຜົນສຳເລັດ.

ບາງເທື່ອເປົ້າໝາຍໄລຍະກາງອາດຈະເປັນກິດຈະກຳການເຝິກອົບຮົມ ຫຼື ການເຝິກງານໃນສະຖານທີ່ໃດໜຶ່ງ. ເຊັ່ນ: ຖ້າຫາກທ່ານຄິດວ່າຕ້ອງການຄວາມຮູ້ໄໝ່ໆເພື່ອເຮັດໃຫ້ທ່ານເຮັດວຽກເພື່ອເປົ້າໝາຍໃນໄລຍະຍາວ ໄດ້ຮັບຜົນດີ ດັ່ງນັ້ນການວາງແຜນການຮຽນ, ປ່ຽນງານ, ຫຼື ປ່ຽນທີ່ຢູ່ ອາດຈະເປັນສິ່ງທີ່ເຮັດໃນແຜນເວລາທີ່ແນ່ນອນ.

ຄວາມສຳເລັດທີ່ບັນລຸໄດ້ໃນແຕ່ລະໄລຍະ ຈະຊ່ວຍໃຫ້ທ່ານເຫັນໄດ້ວ່າການເດີນທາງຂອງທ່ານໃນແຕ່ລະໄລຍະ ມີທ່າ ກ້າວຄືແນວໃດ. ແຕ່ລະເປົ້າໝາຍທີ່ເຮັດໄດ້ ອາດເປັນສິ່ງທີ່ເຮັດໃຫ້ທ່ານ ເຮັດໃນສິ່ງທີ່ທ່ານບໍ່ເຄີຍເຮັດ ແລະ ມີຄວາມ ສຳເລັດກັບສິ່ງນັ້ນໆ ແນ່ນອນມັນເປັນເລື່ອງດີ ເພາະມັນໝາຍວ່າທ່ານມີຄວາມກ້າວໜ້າ, ມີການຮຽນຮູ້ ເພື່ອເຮັດ ແລະ ສ້າງໃຫ້ຕົນເອງກາຍເປັນໃນສິ່ງທີ່ຕົນເອງຢາກເປັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.