Norkhame
ຄົນຄິດເປັນເຫດ ຄົນຄິດເປັນເຫດ
ລອງມາທົດສອບຄວາມຄິດການເບິ່ງໂລກນຳກັນເບິ່ງ. ຖ້າຫາກມີຂ່າວທີ່ແນ່ນອນແຈ້ງມາວ່າ ມື້ອື່ນຄືວັນສູນພັນມະນຸດໂລກ ເພາະຈະມີດາວຫາງມາຕຳ. ທ່ານຄິດວ່າ ຄົນເຮົາໃນທຸກໆມູມໂລກຈະເປັນແນວໃດ? ຫຼື ຄົນຈະມີປະກົດການແນວໃດກັບຂ່າວ ດັ່ງກ່າວ? 1. ເຮົາອາດວາດພາບການສົນລະວົນຂອງມວນມະນຸດ ເພື່ອເອົາຊີວິດ ຈົນເຮັດໃຫ້ສັງຄົມ ບໍ່ມີລະບຽບ ແລະ ວຸ້ນວາຍໄປໝົດ ເພາະທຸກໆຄົນຕ່າງກໍ່ຢາກມີຊີວິດ ຫຼື ປົກປັກຮັກສາຄົນເປັນທີ່ຮັກໃຫ້ຢູ່ຕໍ່ໄປ. ອາດມີການຍາດແຍ່ງອາຫານ ແລະ ສິ່ງໃຊ້ສອຍ. ນັ້ນເປັນສັງຄົມທີ່ໜ້າຈະສັບສົນຫຼາຍ. 2.... ຄົນຄິດເປັນເຫດ

ລອງມາທົດສອບຄວາມຄິດການເບິ່ງໂລກນຳກັນເບິ່ງ. ຖ້າຫາກມີຂ່າວທີ່ແນ່ນອນແຈ້ງມາວ່າ ມື້ອື່ນຄືວັນສູນພັນມະນຸດໂລກ ເພາະຈະມີດາວຫາງມາຕຳ. ທ່ານຄິດວ່າ ຄົນເຮົາໃນທຸກໆມູມໂລກຈະເປັນແນວໃດ? ຫຼື ຄົນຈະມີປະກົດການແນວໃດກັບຂ່າວ ດັ່ງກ່າວ?
1. ເຮົາອາດວາດພາບການສົນລະວົນຂອງມວນມະນຸດ ເພື່ອເອົາຊີວິດ ຈົນເຮັດໃຫ້ສັງຄົມ ບໍ່ມີລະບຽບ ແລະ ວຸ້ນວາຍໄປໝົດ ເພາະທຸກໆຄົນຕ່າງກໍ່ຢາກມີຊີວິດ ຫຼື ປົກປັກຮັກສາຄົນເປັນທີ່ຮັກໃຫ້ຢູ່ຕໍ່ໄປ. ອາດມີການຍາດແຍ່ງອາຫານ ແລະ ສິ່ງໃຊ້ສອຍ. ນັ້ນເປັນສັງຄົມທີ່ໜ້າຈະສັບສົນຫຼາຍ.
2. ແຕ່ເປັນໄປໄດ້ບໍ່ທີ່ຈະຄິດວ່າ: ຫາກມື້ອື່ນຄືວັນສຸດທ້າຍຂອງໂລກເຮົາແລ້ວ, ຄົນຈະເຂົ້າມາຮ່ວມຊີວິດນຳກັນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ອາດມີການຈັດງານສົນທະນາ, ພົບປະ ແລະ ຮັກກັນຫຼາຍຂື້ນກວ່າທີ່ເປັນໃນແຕ່ລະວັນ.

ສຳລັບຂ້າພະເຈົ້າແລ້ວ ຄິດວ່າຈະເລືອກຄວາມຄິດທີ່ສອງ ໂດຍການສະແດງຄວາມຮັກຫຼາຍຂື້ນ, ມວ່ນກັບສິ່ງທີ່ມີອ້ອມໆຕົວ ແລະ ເບິ່ງທິວທັດທຳມະຊາດທີ່ສ່ວຍງາມ. ຖ້າຫາກເຮົາຮູ້ວ່າເວລາຄົນ ເຮົາມີຈຳກັດແລ້ວ, ແຕ່ລະຄົນຈະມີຄວາມລະມັດລະວັງ ແລະ ຈັດສັນສິ່ງທີ່ດີໆທີ່ສຸດໃຫ້ແກ່ຊີວິດຕົນເອງ ແລະ ຄົນອ້ອມຂ້າງສະເໜີ.

ທ່ານເຄີຍພົບຄົນທີ່ມີໂທດປະຫານ ຫຼື ຄົນປວຍໂລດຮ້າຍບໍ່ວ່າ ເຂົາເຈົ້າມີມູມມອງແນວໃດສຳລັບການໃຊ້ຊີວິດປະຈຳວັນ. ຄົນເຫຼົ່ານັ້ນ ຈະບໍ່ຕ້ອງ ການຫຍັງຫຼາຍກັບຊີວິດ ນອກຈາກການມີຊີວິດກັບສິ່ງທີ່ຕົນເອງມີເວລາເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ນັກໂທດປະຫານກໍ່ຈະກິນອາຫານທີ່ຕົນເອງຕ້ອງການຫຼາຍທີ່ສຸດ.

ການຮູ້ສຶກມີຊີວິດເປັນສິ່ງທີ່ເຮັດໃຫ້ເຮົາ ພ້ອມທີ່ຈະສ້າງຄວາມສຸກ. ຖ້າຫາກຖືວ່າຊີວິດຈົບວັນໃດບໍ່ຮູ້ແລ້ວ, ເຮົາກໍ່ບໍ່ຕ່າງຫຍັງກັບນັກໂທດປະຫານ ຫຼື ຜູ້ຕິດເຊື້ອພະຍາດຮ້າຍແຮງທີ່ອາດຕາຍໃນເວລາບໍ່ດົນ. ຖ້າຫາກຄົນເຮົາຖືວ່າວັນສຸດທ້າຍອາດແມ່ນໃນແຕ່ລະວັນແລ້ວ, ຄົນເຮົາຈະມີການກຽມຕົວຫຼາຍຂື້ນ ແລະ ມ່ວນກັບການມີຊີວິດ. ສິ່ງສຳຄັນຂອງການມີຊີວິດກໍ່ຄືການຫາປະສົບການຈາກການດຳລົງຊີວິດໃນແຕ່ລະວັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.