
ເຖິງສື່ສັງຄົມອອນໄລ, ທ່ານສາມາດນຳສະເໜີຜະລິດຕະພັນ ແລະ ການບໍລິການ ໂດຍບໍ່ເສຍຄ່າ, ການມີເວັບໄຊ໊ເປັນຂອງຕົນ ເອງ ປຽບສະເໜືອນການມີບ້ານເປັນຂອງຕົນເອງ. ທ່ານສາມາດບໍລິຫານ ແລະ ອອກແບບເວັ້ບໄຊ໊ໄດ້ຕາມຄວາມຕ້ອງການ ທີ່ເໜາະສົມກັບບໍລິສັດຂອງທ່ານ. ເວລາຄົນເຂົ້າມາເບິ່ງ, ລູກຄ້າກໍ່ຈະຍິ່ງມີຄວາມສົນໃຈ ໃນຜະລິດຕະພັນ ແລະ ການບໍລິການ ຫຼາຍຂື້ນ. ການບໍລິການລວມເອົາ:
- ອອກແບບເວັບໄຊ໊
ຖ້າທ່ານຍັງບໍ່ທັນມີເວັບ, ພວກເຮົາຈະອອກແບບໜ້າເວັບໄຊ໊ໃຫ້ ຫຼື ຫາກທ່ານມີເວັບໄຊ໊ຢູ່ແລ້ວ, ພວກເຮົາສາມາດຊ່ວຍອອກ ແບບໃຫ້ທັນກັບຍຸກ, ເຮັດໃຫ້ເປັນທີ່ໜ້າສົນໃຈ, ໃຊ້ງ່າຍ.
- ສ້າງເນື້ອໃນ ເວັບໄຊ໊
ຂໍ້ຄວາມໃນເວັບໄຊ໊ ເປັນໜຶ່ງຈຸດດຶງດູດ ໃຫ້ຄົນສົນໃຈ. ພວກເຮົານຳໃຊ້ ຂໍ້ຄວາມເຂົ້າໃຈງ່າຍ, ໃຫ້ຂໍ້ມູນ ກ່ຽວກັບທຸລະກິດ, ສ້າງຄວາມສົນໃຈ, ມີເນື້ອໃນຄົບຖ້ວນ, ສ້າງຄວາມໜ້າເຊື່ອຖື ແລະ ເບິ່ງເປັນມືອາຊີບ.
- ເຝິກການນຳໃຊ້ເວັ້ບ
ພຽງແຕ່ທ່ານມີຄວາມຮູ້ນຳໃຊ້ Microsoft Office ໝາຍວ່າທ່ານສາມາດຮຽນຮູ້ການນຳໃຊ້ເວັບໄຊ໊ໄດ້ດ້ວຍຕົນເອງ. ຫຼັງການເຝິກ, ທ່ານສາມາດສອບຖາມຜ່ານທາງໂທລະສັບ ແລະ ອີເມວ.
- ໂຄສະນາເວັບໄຊ໊
ພວກເຮົາສາມາດຊ່ວຍທ່ານໃນການໂຄສະນາ ເວັບໄຊ໊ ແລະ ປະຊາສຳພັນ. ເບິ່ງການບໍລິການໄດ້ທີ່: ບໍລິຫານການສື່ສານ.