Norkhame
ຄົນຈະມີປັນຫາ ຄົນຈະມີປັນຫາ
ເມື່ອຄົນເຮົາດຳເນີນກິດຈະການ ຫຼື ເຮັດວຽກໃດໜຶ່ງ, ບັນຫາກໍ່ມັກຈະເກີດກັບທຸກໆສິ່ງທີ່ຄົນເຮົາກຳລັງດຳເນີນ. ຄູ່ບ່າວ ສາວກໍ່ຈະພົບຫຼາຍບັນຫາໃນການກະກຽມງານແຕ່ງດອງ. ນັກຮຽນຕ້ອງໄດ້ເຈັບຫົວກັບບົດເສັງ ຫຼື ບົດເຝິກຫັດ. ພໍ່ແມ່ກໍ່ມັກຈະຂຸ້ນຂ້ຽວກັບການຫາເງີນລ້ຽງຄອບຄົວ. ເຈົ້ານາຍອາດມີບັນຫາກັບການຈ່າຍເງິນເດືອນໃຫ້ແກ່ລູກນ້ອງ. ລູກນ້ອງອາດມີບັນຫາກັບການເຮັດວຽກງານທີ່ສັບສົນ ແລະ ອື່ນໆ. ແນ່ນອນ ການເຮັດວຽກງານ ຫຼື ເລີ່ມກິດຈະການໃດໜຶ່ງ ຈະມັກມີບັນຫາໃໝ່ໆເຂົ້າມາໃຫ້ເຮົາໄດ້ຮຽນຮູ້. ແທ່ນທີ່ຈະຄິດວ່າ ເສັດແລ້ວບາດນີ້, ໝົດຄັກໆ, ຫຼື ນີ້ແຫຼະຄືຈຸດຈົບ.... ຄົນຈະມີປັນຫາ

ເມື່ອຄົນເຮົາດຳເນີນກິດຈະການ ຫຼື ເຮັດວຽກໃດໜຶ່ງ, ບັນຫາກໍ່ມັກຈະເກີດກັບທຸກໆສິ່ງທີ່ຄົນເຮົາກຳລັງດຳເນີນ. ຄູ່ບ່າວ ສາວກໍ່ຈະພົບຫຼາຍບັນຫາໃນການກະກຽມງານແຕ່ງດອງ. ນັກຮຽນຕ້ອງໄດ້ເຈັບຫົວກັບບົດເສັງ ຫຼື ບົດເຝິກຫັດ. ພໍ່ແມ່ກໍ່ມັກຈະຂຸ້ນຂ້ຽວກັບການຫາເງີນລ້ຽງຄອບຄົວ. ເຈົ້ານາຍອາດມີບັນຫາກັບການຈ່າຍເງິນເດືອນໃຫ້ແກ່ລູກນ້ອງ. ລູກນ້ອງອາດມີບັນຫາກັບການເຮັດວຽກງານທີ່ສັບສົນ ແລະ ອື່ນໆ.

ແນ່ນອນ ການເຮັດວຽກງານ ຫຼື ເລີ່ມກິດຈະການໃດໜຶ່ງ ຈະມັກມີບັນຫາໃໝ່ໆເຂົ້າມາໃຫ້ເຮົາໄດ້ຮຽນຮູ້. ແທ່ນທີ່ຈະຄິດວ່າ ເສັດແລ້ວບາດນີ້, ໝົດຄັກໆ, ຫຼື ນີ້ແຫຼະຄືຈຸດຈົບ. ສິ່ງດັ່ງກ່າວເມືອເຂົ້າໄປໃນຈິດໃຕ້ສຳນຶກແລ້ວ ຈະແຮງບໍ່ເຫັນທາງອອກ ແລະ ມືດແປດດ້ານ.

ເພື່ອເຮັດໃຫ້ເປັນສຸກ, ເຮົາບໍ່ຄວນຄິດວ່ປັນຫາເປັນສິ່ງບໍ່ດີ. ກົງກັນຂ້າມ, ເຮົາຄວນຄິດວ່າບັນຫາມີເຂົ້າມາ ກໍ່ເນື່ອງຈາກວ່າຈະຊ່ວຍເຮັດໃຫ້ເຮົາມີການຄົ້ນຄິດ ແລະ ຊອກທາງແກ້ໄຂ. ຖ້າຫາກທ່ານບໍ່ລົງເລິກຄົ້ນຄິດຫາທາງແກ້ ແລະ ທາງອອກ ກໍ່ຈະເຮັດໃຫ້ທ່ານຂັງຢູ່ກັບບັນຫາ ແລະ ຄວາມທຸກຈະຕາມມາ. ແລ້ວທ່ານຈະຫາຄວາມສຸກໄດ້ແນວໃດ?

ຍ້ອນຄົນຄິດເຫັນບັນຫາ ຕໍ່ມາຈິ່ງເກີດມີຄວາມຢ້ານ ເຊິ່ງຈະຢຸດສະງັກຫຼາຍໆວຽກງານ ແລະ ບໍ່ກ້າເດີນໜ້າ. ຄືດັ່ງທີ່ຂ້າພະເຈົ້າຢ້ານກ່ຽວກັບການຂຽນມາຫຼາຍປີ. ແຕ່ເມື່ອປະເຊີນກັບຄວາມຈິງແລ້ວ, ຕົວຈິງບໍ່ຄືກັບຄວາມຄິດ.

ໂດຍສະເພາະໃນການເຮັດວຽກງານ ຫຼື ປະເຊີນໜ້າກັບບັນຫາໃດໜຶ່ງທີ່ທຸກໆຄົນຕ້ອງມີແລ້ວ, ການສ້າງຄວາມຄິດເພື່ອແກ້ໄຂບັນຫາ ຕ້ອງການການຄົ້ນຄິດທີ່ມີວິທະຍາສາດ ແລະ ຫຼັກການເພື່ອຊອກຫາສາເຫດ ແລະ ການແກ້ໄຂ.

ສະນັ້ນ ຖ້າຫາກທ່ານເຫັນບັນຫາ, ຫຼື ມີຄວາມຮູ້ສຶກແນວບໍ່ດີເຂົ້າມາໃນຫົວຂອງເຮົາແລ້ວ, ເຮົາຄວນສ້າງຈິນຕະນາການໃນດ້ານບວກເພື່ອແກ້ໄຂ. ເພາະຄວາມຄິດດ້ານລົບນອກຈາກຈະບໍ່ຊ່ວຍຫຍັງໃຫ້ດີຂື້ນແລ້ວ ຍັງຈະເປັນການສ້າງຄວາມວິຕົກ, ສ້າງພາບທີ່ບໍ່ດີ, ສ້າງຄວາມທຸກໃຈ, ແລະ ກັງວົນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.