Norkhame
ຄົນມັກຄິດ ຄົນມັກຄິດ
ຄວາມຄິດຢ້ານ, ກັງວົນ, ແລະ ການຈິນຕະນາການສິ່ງທີ່ຍັງບໍ່ທັນເກີດນັ້ນ ຈະມີໃນທຸກໆໄວຄົນ. ນັກຮຽນມັກຈະກັງວົນກັບການເສັງ. ພະນັກງານຢາກໄດ້ຕຳແໜ່ງ. ເຈົ້ານາຍຕ້ອງການຜົນກຳໄລ ແລະ ການຂະຫຍາຍຕົວຂອງທຸລະກິດ. ນອກນັ້ນມີຄວາມຢ້ານຕາຍ, ອຸບັດຕິເຫດ ແລະ ເສຍຂອງຮັກເປັນຕົ້ນ ຫຼື ການເກີດຂື້ນສິ່ງທີ່ບໍ່ເປັນມົງຄົນ. ສິ່ງທີ່ກ່າວມານັ້ນ ຈະສ້າງຄວາມກົດດັນຫຼາຍ  ເພາະເປັນການຄິດທີ່ນອນໃນລັກສະນະດ້ານລົບ ຈະເຮັດໃຫ້ຕົນເອງນັ້ນບໍ່ເປັນສຸກ. ສຳລັບຕົນເອງແລ້ວ ກໍ່ບໍ່ຕ່າງຫຍັງຈາກຄົນອື່ນ. ກໍ່ຈະມີຄວາມຢ້ານສະເໜີ. ຂ້າພະເຈົ້າໄດ້ໃຊ້ເວລາຫຼາຍປີ... ຄົນມັກຄິດ

ຄວາມຄິດຢ້ານ, ກັງວົນ, ແລະ ການຈິນຕະນາການສິ່ງທີ່ຍັງບໍ່ທັນເກີດນັ້ນ ຈະມີໃນທຸກໆໄວຄົນ. ນັກຮຽນມັກຈະກັງວົນກັບການເສັງ. ພະນັກງານຢາກໄດ້ຕຳແໜ່ງ. ເຈົ້ານາຍຕ້ອງການຜົນກຳໄລ ແລະ ການຂະຫຍາຍຕົວຂອງທຸລະກິດ. ນອກນັ້ນມີຄວາມຢ້ານຕາຍ, ອຸບັດຕິເຫດ ແລະ ເສຍຂອງຮັກເປັນຕົ້ນ ຫຼື ການເກີດຂື້ນສິ່ງທີ່ບໍ່ເປັນມົງຄົນ.

ສິ່ງທີ່ກ່າວມານັ້ນ ຈະສ້າງຄວາມກົດດັນຫຼາຍ  ເພາະເປັນການຄິດທີ່ນອນໃນລັກສະນະດ້ານລົບ ຈະເຮັດໃຫ້ຕົນເອງນັ້ນບໍ່ເປັນສຸກ. ສຳລັບຕົນເອງແລ້ວ ກໍ່ບໍ່ຕ່າງຫຍັງຈາກຄົນອື່ນ. ກໍ່ຈະມີຄວາມຢ້ານສະເໜີ. ຂ້າພະເຈົ້າໄດ້ໃຊ້ເວລາຫຼາຍປີ ໃນການຂຽນ ແຕ່ກໍ່ມີຄວາມຢ້ານຫຼາຍໆຢ່າງ ເຊັ່ນ: ຢ້ານດີບໍ່ພໍ, ຢ້ານບໍ່ມີຄົນອ່ານ, ຢ້ານຄົນຫົວຂັວນ ແລະ ຕ່າງໆນ່າໆ. ຄວາມຢ້ານດັ່ງກ່າວເຮັດໃຫ້ຂ້າພະເຈົ້າ ບໍ່ກ້າເອົາບົດຂຽນ ແລະ ການຄົ້ນຄິດອອກມາສູ່ສາຍຕາສັງຄົມ. ຕອນທຳອິດທີ່ເອົາບົດອອກໃຫ້ຄົນອ່ານທາງສື່ອອນໄລ ເກີດຄວາມປະຫຼາດໃຈຫຼາຍເພາະໄດ້ຮູ້ວ່າຄົນລາວບໍ່ມັກອ່ານ. ສິ່ງນີ້ແຕກຕ່າງຈາກຄຳເວົ້າຂອງຄົນອື່ນທີ່ເວົ້າວ່າ: ຄົນລາວບໍ່ຮັກການອ່ານ.  ໃນຕໍ່ໆມາ, ກໍ່ຍິ່ງມີຄົນອ່ານຫຼາຍຂື້ນອີກ. ຈົນເຮັດໃຫ້ເຫັນໄດ້ວ່າ ສິ່ງທີ່ເຮົາເຄີຍຢ້ານນັ້ນບໍ່ເປັນຄວາມຈິງເລີຍ. ມັນເປັນແຕ່ແນວຄວາມຄິດ.

ລະບົບການຄິດມີອິດທິພົນໃນການດຳລົງຊີວິດຂອງຄົນເຮົາ. ເຊິ່ງເປັນຈຸດເລີ່ມຕົ້ນໃນການສ້າງປະສົບການໃນຊີວິດປະຈຳວັນ. ຈາກຄວາມຄິດ ເປັນການພັກດັນໃຫ້ມີການກະທຳ ແລະ ສ້າງຈິດສຳນຶກໃນການຈັດຕັ້ງປະຕິບັດ ແລະ ທີ່ແນ່ນອນແມ່ນການສ້າງມູມມອງການເບິ່ງໂລກຂອງເຮົາ.

ຄົນເຮົາມັກຈະຄິດຫາອາດີດ ຫຼື ໃສ່ອານາຄົດ ຈົນເຮັດໃຫ້ລືມໄປວ່າຕົນເອງກຳລັງເຮັດຫຍັງຢູ່ໃນປະຈຸບັນ ແລະ ແນ່ນອນຕົນເອງຈະບໍ່ພົບກັບຄວາມສຸກ ແຕ່ຈະເປັນການຊອກຫາໂອກາດທີ່ຈະມີໃນຂ້າງໜ້າ ຫຼື ທີ່ມີມາແລ້ວໃນອາດີດ. ດັ່ງນັ້ນ ການທີ່ຄົນເຮົາຄິດດີ ຫຼື ຮ້າຍກໍ່ຈະສົ່ງຜົນສະທ້ອນກັບຮູບແບບການດຳລົງຊີວິດຂອງຄົນເຮົາເຊັ່ນດຽວກັນ. ຈາກຄວາມຄິດກໍ່ມັກຈະພາໃຫ້ເກີດມີການກະທຳ ຫຼື ມີພະລັງສົ່ງໃຫ້ເຮົາຕົກໃນສະພາບແວດລ້ອມຄືທີ່ເຮົາຈິນຕະນາການ.

“ຄົບຄົນດີມີສີແກ່ຕົວ, ຄົບຄົນຊົ່ວພາຕົມມົ່ນໝອງ” ຫຼື “ຄົບຄົນຊົ່ວ, ຄົນຊົ່ວພາໄປຫາຜິດ; ຄົບບັນດິດ, ບັນດິດພາໄປຫາຜົນ” ຄົນຊົ່ວກໍ່ຈະມັກປະພຶດບໍ່ດີ. ເຂົາເຈົ້າກໍ່ມັກຈະຄິດແຕ່ເອົາປຽບ, ລັກໂລບຄົນອື່ນ. ໃນທາງກົງກັນຂ້າມ ຫາກເຮົາຄົບກັບຄົນທີ່ ມີຈັກຍາບັນ, ສິນທຳ, ແລະ ບໍ່ເອົາປຽບໜູ່ຄູ່ແລ້ວ, ເຂົາເຈົ້າກໍ່ຈະພາສ້າງສາ ສິ່ງທີ່ດີໆ ແລະ ເປັນປະໂຫຍດ. ຄວາມຄິດຂອງຄົນເຮົາກໍ່ເຊັ່ນດຽວກັນ. ຄວາມຄິດອະກຸສົນຈະກໍ່ໃຫ້ເກີດມີຄວາມທໍ້ແທ້ ແລະ ບໍ່ມີຄວາມສະຫງົບ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.