Norkhame
ເຮັດເອງ ເຮັດເອງ
ບາງວຽກດ່ວນ, ທ່ານອາດບໍ່ມີເວລາພໍທີ່ຈະມອບໝາຍວຽກ. ໃນບາງເທື່ອເຮົາມັກຈະຫຍຸ້ງ ແລະ ມີພາລະໜ້າທີ່ຕ້ອງຮັບຜິດຊອບຫຼວງຫຼາຍຈົນພວກເຮົາຄິດວ່າ ຕົນເອງບໍ່ມີເວລາພໍສໍາລັບການມານັ່ງອະທິບາຍວຽກໃຫ້ຄົນອື່ນຟັງ. ຄົນເຫຼົ່ານີ້ພຽງແຕ່ຕ້ອງການຈະເຮັດວຽກຂອງຕົນເອງຕໍ່ໄປໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ເທົ່ານັ້ນ. ໃນບາງເທື່ຶອ, ພວກເຮົາມອບໝາຍໃຫ້ຄົນອື່ນເຮັດ ແຕ່ບໍ່ມີເວລາທີ່ຈະອະທິບາຍໃຫ້ຄົນທີ່ໄດ້ຮັບມອບໝາຍວຽກ. ເພາະເຮົາເດົາວ່າ ພວກເຂົາຮູ້ດີວ່າຕ້ອງເຮັດຫຍັງແດ່? ການມອບໝາຍວຽກແບບນີ້ ຖືວ່າບໍ່ມີ ຄວາມຮັບຜິດຊອບ. ເຮົາອາດເຄີຍໄດ້ຍິນຄໍາບູຮານທີ່ວ່າ “ບໍ່ມີເວລາພໍທີ່ຈະເຮັດໃຫ້ຖືກຕ້ອງ ພັດມີເວລາພໍສະເໝີທີ່ຈະມາເຮັດສິ່ງໃໝ່” ເບິ່ງຄືວ່າ ໃນອົງກອນ ຫຼື ໜ່ວຍງານທີ່ບໍລິຫານວຽກໄດ້ບໍ່ດີ ມີເວລາຢູ່ສະເໝີທີ່ຈະມານັ່ງເຮັດຄືນວຽກເກົ່າໆ, ວຽກ... ເຮັດເອງ

ບາງວຽກດ່ວນ, ທ່ານອາດບໍ່ມີເວລາພໍທີ່ຈະມອບໝາຍວຽກ. ໃນບາງເທື່ອເຮົາມັກຈະຫຍຸ້ງ ແລະ ມີພາລະໜ້າທີ່ຕ້ອງຮັບຜິດຊອບຫຼວງຫຼາຍຈົນພວກເຮົາຄິດວ່າ ຕົນເອງບໍ່ມີເວລາພໍສໍາລັບການມານັ່ງອະທິບາຍວຽກໃຫ້ຄົນອື່ນຟັງ. ຄົນເຫຼົ່ານີ້ພຽງແຕ່ຕ້ອງການຈະເຮັດວຽກຂອງຕົນເອງຕໍ່ໄປໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ເທົ່ານັ້ນ.

ໃນບາງເທື່ຶອ, ພວກເຮົາມອບໝາຍໃຫ້ຄົນອື່ນເຮັດ ແຕ່ບໍ່ມີເວລາທີ່ຈະອະທິບາຍໃຫ້ຄົນທີ່ໄດ້ຮັບມອບໝາຍວຽກ. ເພາະເຮົາເດົາວ່າ ພວກເຂົາຮູ້ດີວ່າຕ້ອງເຮັດຫຍັງແດ່? ການມອບໝາຍວຽກແບບນີ້ ຖືວ່າບໍ່ມີ ຄວາມຮັບຜິດຊອບ. ເຮົາອາດເຄີຍໄດ້ຍິນຄໍາບູຮານທີ່ວ່າ “ບໍ່ມີເວລາພໍທີ່ຈະເຮັດໃຫ້ຖືກຕ້ອງ ພັດມີເວລາພໍສະເໝີທີ່ຈະມາເຮັດສິ່ງໃໝ່” ເບິ່ງຄືວ່າ ໃນອົງກອນ ຫຼື ໜ່ວຍງານທີ່ບໍລິຫານວຽກໄດ້ບໍ່ດີ ມີເວລາຢູ່ສະເໝີທີ່ຈະມານັ່ງເຮັດຄືນວຽກເກົ່າໆ, ວຽກ ໃໝ່ ຫຼື ແກ້ໄຂຂໍ້ຜິດພາດ ຫຼື ສິ່ງທີ່ເຂົ້າໃຈຜິດທີ່ເກີດຈາກການມອບໝາຍວຽກທີ່ບໍ່ມີປະສິດທິພາບໃນຕອນທໍາອິດ.

ໃນຄວາມເປັນຈິງນັ້ນ ເຮົາມີເວລາຫຼາຍພໍສະເໝີ ທີ່ຈະມອບວຽກຢ່າງມີປະສິດທິພາບ ນັບຈາກນີ້ໄປ ເຊົາເວົ້າຄໍາວ່າ“ເຮົາບໍ່ມີເວລາມອບໝາຍວຽກ ແລະ ອະທິບາຍຊັດເຈນໄດ້” ຄຳນຶງໄວ້ວ່າ ການໃຊ້ເວລາໃນການມອບໝາຍວຽກໃຫ້ດີ ເປັນການໃຊ້ເວລາຢ່າງມີປະສິດທິພາບຫຼາຍທີ່ສຸດ ແລະ ເປັນການໃຊ້ເວລາທີ່ເຮົາຈະໄດ້ວຽກຫຼາຍຂຶ້ນ. ແຖມຍັງໄດ້ຮັບຜົນງານທີ່ດີຍິ່ງຂຶ້ນອີກດ້ວຍ.

ກໍລະນີເບິ່ງຄົນອື່ນບໍ່ເກັ່ງພໍເປັນບັນຫາໜຶ່ງ. ຫຼາຍເທື່ອທີ່ຜູ້ຈັດການຫຼາຍຄົນປະເມີນຄວາມສາມາດຂອງບຸກຄະລາກອນຕໍ່າເກີນໄປ ໂດຍບໍ່ເຄີຍຮູ້ເລີຍວ່າ ວິທີດຽວທີ່ເຮົາສາມາດທົດສອບຄວາມສາມາດທີ່ແທ້ຈິງຂອງເຮົາໄດ້ກໍ່ຄື ການໃຫ້ພວກເຂົາມີໂອກາດຮັບຜິດຊອບວຽກຫຼາຍກວ່າທີ່ເຮັດມາກ່ອນ ຈາກນນັ້ນກໍ່ອະນຸຍາດໃຫ້ພວກເຂົາເຮັດຜິດພາດໄດ້ ແລະ ຮຽນຮູ້ຈາກຂໍ້ຜິດພາດເຫຼົ່ານັ້ນ.

ພວກເຂົາຈະເຮັດໃຫ້ເຮົາປະຫຼາດໃຈ ທີ່ບຸກຄະລາກອນຂອງເຮົາອາດຈະມີຄວາມສາມາດທີ່ເຮົາບໍ່ເຄີຍຮູ້ມາກ່ອນ. ເມື່ອເຮົາຮຽນຮູ້ທີ່ຈະເຂົ້າເຖິງຄວາມສາມາດຂອງພວກເຂົາ ບໍ່ພຽງແຕ່ບຸກຄະລາກອນຂອງເຮົາຈະມີຄວາມສຸກຫຼາຍຂຶ້ນຈາກການເຮັດວຽກ. ໃນຖານະຜູ້ຈັດການ ເຮົາຈະໄດ້ວຽກຫຼາຍຂຶ້ນ ຊຶ່ງຈະຊ່ວຍເກື້ອກູນອາຊີບຂອງເຮົາຕໍ່ໄປອີກ.

ຮ່ວມວຽກກັບຄົນອື່ນເພື່ອເຮັດສິ່ງທີ່ຖືກຕ້ອງ. ຖ້າເຮົາຕ້ອງການໃຫ້ເຮັດຢ່າງຖືກບໍ່ຕ້ອງເຮົາຕ້ອງເຮັດດ້ວຍຕົນເອງສະ ເໜີໄປ.ຄວາມເຂົ້າໃຈຜິດໃນເລື່ອງນີ້ເຮັດໃຫ້ໄດ້ຂໍ້ສະຫຼຸບທີ່ຕາມມາຄື ຮັບປະກັນຄວາມຫຼົ້ມເຫຼວໃນການບໍລິຫານ. ຖ້າເຮົາຕ້ອງເຮັດທຸກຢ່າງດ້ວຍຕົນເອງ ເພາະຕ້ອງການເຮັດໃຫ້ວຽກແລ້ວທັນເວລາ ຕ້ອງການໃຫ້ວຽກມີຄຸນນະພາບເປັນທີ່ຍອມຮັບຕາມມາດຕະຖານທົ່ວໄປ. ສຸດທ້າຍແລ້ວ ເຮົາຈະຕ້ອງລົງເອີຍດ້ວຍການເຮັດວຽກຫຼາຍຂຶ້ນ ແລະ ມີເວລາໜ້ອຍລົງ. ຄວາມເຂົ້າໃຈໃນເລື່ອງນີ້ຈະຂັດຂວາງບໍ່ໃຫ້ເຮົາເຮັດວຽກໄດ້ຢ່າງຕໍ່ເນື່ອງ ແລ ບໍລິຫານວຽກບໍ່ໄດ້ຕາມມາດຖານໃນທີ່ສຸດ.

ຖ້າເຮົາບໍ່ສາມາດປ່ຽນຈາກການເຮັດວຽກເປັນການບໍລິຫານວຽກເທົ່າກັບວ່າ ເຮົາລົ້ມເຫຼວໃນການບໍລິຫານວຽກ. ໂດຍທໍາມະຊາດແລ້ວຄົນທົ່ວໄປມັກຈະກັບໄປເຮັດສິ່ງທີ່ຕົວເອງເຄີຍ ແລະ ເລີ່ມເຮັດເອງ ແທນທີ່ຈະມອບໝາຍໃຫ້ຄົນອື່ນ. ໃຫ້ເຕືອນຕົວເອງຢູ່ຕະຫຼອດເວລາວ່າ ວຽກຂອງຜູ້ຊີ້ນຳ ຄືການບໍລິຫານ ບໍ່ແມ່ນລົງມືເຮັດມັນເອງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.