Norkhame
ດີຕໍ່ຂະໜາດນ້ອຍແນວໃດ? ດີຕໍ່ຂະໜາດນ້ອຍແນວໃດ?
ການ​ປັບປຸງ​ຄວາມໄວຂອງ​ອິນ​ເຕີ​ເນັດ ແລະ ເຕັກ​ໂນ​ໂລ​ຢີ່ E-​Commerce  ເປີດໂອກາດ​ໂອ​ກາດທີ່ດີຂື້ນ ໃຫ້ແກ່(SMEs) ໃຫ້ສາມາດນຳໃຊ້ໃຫ້ເກີດຜົນ​ປະ​ໂຫຍ​ດຈາກ​ການຈັດຕັ້ງປະຕິບັດ ຍຸດທະສາດການຄ້າທາງອອນໄລ. ບາງຜົນປະໂຫຍດໃນການນຳໃຊ້ເຕັກນິກການຄ້າທາງອອນໄລມີຄື: ຫຼຸດຕົ້ນທຶນ 1. ຫຼຸດຜ່ອນ​ຄ່າ​ເດີນທາງ – ດ້ວຍ​ການ​ນ້ຳ​ໃຊ້ມື​ຖື, ອີ​ເມ​ວ ​ແລະ ອຸປະກອນການສື່ສານອື່ນ ແທນການເດີນທາງພົບປະ.  ຫຼຸດຄ່າ​ນຳ​ໃຊ້​ອຸປະກອນ ເປັນຕົ້ນ ຄ່າພິມເອກະສານ. ຂໍ້​ມູນ​ມີຫຼາຍຂຶ້ນ ໃນຮູບແບບໄຟເອກະສານ ໂດຍບໍ່ຕ້ອງພິມ.... ດີຕໍ່ຂະໜາດນ້ອຍແນວໃດ?

ການ​ປັບປຸງ​ຄວາມໄວຂອງ​ອິນ​ເຕີ​ເນັດ ແລະ ເຕັກ​ໂນ​ໂລ​ຢີ່ E-​Commerce  ເປີດໂອກາດ​ໂອ​ກາດທີ່ດີຂື້ນ ໃຫ້ແກ່(SMEs) ໃຫ້ສາມາດນຳໃຊ້ໃຫ້ເກີດຜົນ​ປະ​ໂຫຍ​ດຈາກ​ການຈັດຕັ້ງປະຕິບັດ ຍຸດທະສາດການຄ້າທາງອອນໄລ.

ບາງຜົນປະໂຫຍດໃນການນຳໃຊ້ເຕັກນິກການຄ້າທາງອອນໄລມີຄື:

ຫຼຸດຕົ້ນທຶນ

1. ຫຼຸດຜ່ອນ​ຄ່າ​ເດີນທາງ – ດ້ວຍ​ການ​ນ້ຳ​ໃຊ້ມື​ຖື, ອີ​ເມ​ວ ​ແລະ ອຸປະກອນການສື່ສານອື່ນ ແທນການເດີນທາງພົບປະ.  ຫຼຸດຄ່າ​ນຳ​ໃຊ້​ອຸປະກອນ ເປັນຕົ້ນ ຄ່າພິມເອກະສານ. ຂໍ້​ມູນ​ມີຫຼາຍຂຶ້ນ ໃນຮູບແບບໄຟເອກະສານ ໂດຍບໍ່ຕ້ອງພິມ.

2. ຫຼຸດຕົ້ນທຶນ​ກາ​ນຕະຫຼາດ ​ແລະ ການ​ຈຳໜ່າຍ – ຕົວ​ຢ່າງ, ການຈັດ​ພິມ ​ແຜ່ນ​ພັບ​ທາງ​ອອນ​ລາຍ ສາມາດ​ສົ່ງ​ຫາ​ລູກ​ຄ້າ​ ທ່າ​ແຮງ​ໃນ​ທຸກ​ຂົງ​ເຂດ ​ແລະ ສາມາດ​ດັດ​ແປງ​ໄດ້​ເປັນ​ປະຈຳ. ສຳລັບເຈ້ຍໂຄສະນາ ກະບໍ່ຈຳເປັນພິມຫຼາຍຄືເກົ່າ ເມື່ອທ່ານອອກແບບ ແລະ ປ້ອນຂໍມູນລົງໃນເວັບ ຫຼື ຊ່ອງສື່ສັງຄົມອອນໄລ ໃຫ້ຄົນເບິ່ງ ແລະ ກົບປີ້ເອົາໄດ້.

3. ຫຼຸດຕົ້ນທຶນ​ການ​ຕັ້ຮ້ານຂາຍ – ອິນ​ເຕີ​ເນັດ​ສະໜອງ  ກາລະ​ໂອກາດ​ສາ​ລັບ​ທຸລະ​ກິດ   ເພື່ອຫຼຸດຜ່ອນລາຄາ ​ໃນ​ການ​ເຮັດການ​ຄ້າ​ຢູ່​ໃນ​ເຂດ​ທ້ອງ​ຖິ່ນ ແລະ ​ແຖບ​ຊາຍ​ແດນ. ທ່ານສາມາດໂຄສະນາໄດ້ທຸກໆທີ່ ແລະ ບອກທີ່ຢູ່ທາງອອນໄລໃຫ້ຄົນເຂົ້າເບິ່ງ. ຫາກສົນໃຈ, ການສັ່ງຊື້ກະຈະໄວຂື້ນ.  

4. ຕ່ອງ​ໂສ້​ການສະໜອງທີ່​ມີ​ປະສິດທິພາ​ບຫຼາຍຂຶ້ນ – ສາມາດ​ຕັດ​ພໍ່ຄ້າ​ຄົນ​ກາງ ​ແລະ ການ​ເຮັດທຸລະ​ກິດ​ທີ່​ມີ​ລາຄາ​ຕໍ່າລົງ​(​ເຊິ່ງລວມມີ​ການ​ຕະຫຼາດ, ການ​ຂາຍ, ຂະ​ບວນການ​ທາງ​ທຸລະ​ກິດ), ຫຼຸດຄ່າ​ໃຊ້​ຈ່າຍ​ສ່ວນ​ເກີນ, ບັນຊີ​ສາງ​ເຄື່ອງ ​ແລະ ຫລຸດຄ່າ​ແຮງງານ​ລົງ.

5. ປັບປຸງໜ້າທີ່ພາຍ​ໃນຂອງອົງການຈັດຕັ້ງ – ຕັດ​ການ​ພົບ​ປະ​,  ຍົກ​ລະດັບ​ການ​ແລກປ່ຽນຄວາມຮູ້ທີ່​ສຳຄັນ, ລຶບລ້າງ ສິດ​ທິພິ​ເສ​ດການ​ເຮັດການ​ຄ້າ ​ແລະ  ສ້າງ​ການ​ສື່ສານ​ທີ່​ວ່ອງ​ໄວ​ຂຶ້ນ.

ຜົນ​ປະ​ໂຫຍ​ດທາງ​ການ​ຕະຫຼາດ

1. ການ​ເຂົ້າ​ເຖິງກຸ່ມລູກຄ້າ​ທີ່​ຫຼາກຫຼາຍກຸ່ມລາຍຮັບ – ການ​ຄົງ​ຕົວ​ຂອງ​ເວັບໄຊ ​ເຮັດ​ໃຫ້ ຜູ້​ປະກອບ​ການ​ ຊອກ​ຫາ​ລູກ​ຄ້າ​ທີ່ຢູ່​ຫາງ​ໄກ​ຈາກ​ສະຖານ​ທີ່​ເຂົາ​ຢູ່ ໄດ້ງ່າຍຂຶ້ນ.

2. ຍີ່​ຫໍ້​ຈະ​ມີ​ການຮັບຮູ້ຫຼາຍຂຶ້ນ – ການສະໜອງ ທາງ​ເລືອກ​ໃໝ່​ ໃນ​ການ​ໂຄສະນາ​ຜະລິດ​ຕະພັນ ແລະ ການ​ບໍລິການ.

3. ປັບປຸງ​ການ​ບໍລິການ​ລູກ​ຄ້າ – ການ​ສັ່ງ​ທີ່​ມີ​ການຮັບຕອບ​ທີ່​ດີ​ກວ່າ ແລະ ການບໍລິການ  ຫຼັງການ​ຂາຍ​ແກ່​ລູກ​ຄ້າ, ສິ່ງ​ນີ້ຈະ​ເພີ່ມຄວາມໜ້າ​ເຊື່ອ​ຖື​ຂອງ​ລູກ​ຄ້າ.

4. ເພີ່ມ​ຄວາມຮັບຮູ້ກ່ຽວກັບ​ຕະຫຼາດ – ຜູ້​ປະກອບ​ການຈະຮັບຮູ້ການ​ແຂ່ງຂັນ​ໄດ້​ດີ​ຂຶ້ນ  ກັບ​ບັນດາ​ຕະຫຼາດຕ່າງໆ ແລະ   ຮູ້ການ​ ປ່ຽນ​ແປງ ທີ່​ສາມາດ​ນຳ​ໄປ​ສູ່​ການ ປ່ຽນ​ແປງ​ຜະລິດ​ຕະພັນ/ການ​ບໍລິການໃໝ່ ຫຼື ການປັບປຸງ​ຄຸນ​ນະພາ​ບ.

ຜົນ​ປະ​ໂຫຍ​ດຈາ​ກການ​ແຂ່ງຂັນ​ອື່ນໆ

1. ເພີ່ມປະສິດທິພາບ – E-Commerce ບໍ່ພຽງ​ແຕ່​ຈະ​ຫຼຸດຕົ້ນທຶນ ແຕ່​ຍັງ​ເພີ່ມ​ຄວາມ​ໄວ​ໃນ​ການຊຳລະ; ເຊິ່ງລວມມີ​ການ​ຊື້ ແລະ ການ​ຂາຍ.

2. ການ​ຄ້າ​ທີ່​ຕໍ່​ເນື່ອງ – ຜູ້​ສະໜອງ ​ແລະ ລູກ​ຄ້າ, ​ເຂົາ​ເຈົ້າສາມາດ ຂາ​ຍບໍລິ​ການ​ໄດ້ 24 ຊົ່ວ​ໂມງ / 7ມື້ ຖ້າ​ພວກ​ເຂົາຢາກ​ເຮັດ,  ມີ​ຄວາມ​ສຳຄັນ​ໂດຍ​ສະ​ເພາະ​ການ​ເຮັດການ​ຄ້າ ​ໃນ​ບ່ອນ​ທີ່​ມີ​ເວລາ​ແຕກ​ຕ່າງ​ກັນ.  ​

3. ຄວາມ​ຊຳນິ​ຊຳນານ – E-Commerce ສາມາດ​ຊ່ວຍ​ຜູ້​ປະກອບ​ການ​ດຳ​ເນີນ​ກິດຈະການຢ່າງ​ເຕັມທີ ເຮັ​ດ​ໃຫ້ມັນ​ມີ​ຄວາມ​ງ່າຍດາຍ​ຂຶ້ນ ເພື່ອ​ສ້າງສາ​ຍພົວພັນກັບ​ວິ​ສາຫະກິດອື່ນ ແລະ ການຕິດຕໍ່ກັບອົງການຈັດຕັ້ງທີ່ໃຫ້ການຊ່ວຍເຫລືອ ທຸລະກິດຂອງເຂົາເຈົ້າໄດ້ດີຂຶ້ນ​.

ກັບຜົນປະໂຫຍດຂ້າງເທິງທີ່ຍົກມາ, ຍັງບໍ່ຄົບ. ຍັງມີຫຼາຍອັນທີ່ ດີແກ່ທຸລະກິດທຸກໆຂະໜາດ. ທ່ານຕ້ອງບໍ່ພາດນຳໃຊ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.