500 ເປັນ 55000 500 ເປັນ 55000
ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ.  ເມື່ອເບິ່ງສິງກະໂປໃນວັນນີ້, ຫຼາຍໆຄົນອາດບໍ່ເຊື່ອວ່າເຂົາເຈົ້າໄດ້ເຈີ້ບັນຫາຫຍັງແດ່ໃນການສ້າງສາປະເທດຊາດ. ຕອນຖືກແຍກປະເທດໃນປີ 1965, ລາຍຮັບສະເລ່ຍຂອງພົນລະເມືອງ ແມ່ນ 500 ດອນລາ/ຄົນ. ພຽງໄລຍະເວລາກວ່າ 50ປີ, ປະເທດໄດ້ກາຍມາເປັນໜຶ່ງປະເທດພັດທະນາ ໂດຍມີລາຍຮັບສະເລ່ຍກວ່າ... 500 ເປັນ 55000

ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ. 

ເມື່ອເບິ່ງສິງກະໂປໃນວັນນີ້, ຫຼາຍໆຄົນອາດບໍ່ເຊື່ອວ່າເຂົາເຈົ້າໄດ້ເຈີ້ບັນຫາຫຍັງແດ່ໃນການສ້າງສາປະເທດຊາດ. ຕອນຖືກແຍກປະເທດໃນປີ 1965, ລາຍຮັບສະເລ່ຍຂອງພົນລະເມືອງ ແມ່ນ 500 ດອນລາ/ຄົນ. ພຽງໄລຍະເວລາກວ່າ 50ປີ, ປະເທດໄດ້ກາຍມາເປັນໜຶ່ງປະເທດພັດທະນາ ໂດຍມີລາຍຮັບສະເລ່ຍກວ່າ 55,000 ດອນລາ/ຄົນ. ເຮົາອາດຄິດວ່າ, ຍ້ອນເຂົາເຈົ້າມີທາງອອກສູ່ທະເລ, ຈິ່ງເຮັດໃຫ້ມີການຄ້າຂາຍໄດ້ງ່າຍ. ແຕ່ມາເບິ່ງຫຼາຍໆປະເທດທີ່ມີທາງອອກສູ່ທະເລ, ກໍ່ຍັງບໍ່ສາມາດສ້າງໃຫ້ປະເທດຕົນເອງມີການພັດທະນາທັງສັງຄົມ ແລະ ເສດຖະກິດໄປພ້ອມໆກັນ ໄດ້ຄືກັບສິງກະໂປ.

ມີບົດວິໄຈຫຼາຍໆອັນ ແລະ ບົດຂຽນຂອງນັກຊ່ຽວຊານດ້ານການພັດທະນາເສດຖະກິດແລະສັງຄົມ, ຊ່ວຍຄົ້ນຄ້ວາວ່າປັດໃຈໃດ ທີ່ເຮັດໃຫ້ເກາະນ້ອຍໆບໍ່ມີຊັບພະຍາກອນທຳມະຊາດໃນພື້ນດີນ ກັບກາຍເປັນປະເທດຮັ່ງມີ. ເລີ່ມຈາກການນຳຂອງປະເທດສິງກະໂປ – ທ່ານ ລີ ຄວນ ຢູ, ເຊິ່ງເປັນການນຳຊຸດທຳອິດເຂົ້າມາບໍລິຫານປະເທດ, ເພີ່ນໄດ້ເນັ້ນເອົາການພັດທະນາບຸກຄະລາກອນເປັນວຽກງານສຳຄັນໃນການພັດທະນາປະເທດ.

ບໍ່ແມ່ນສະເພາະແຕ່ລາຍຮັບເພີ່ມເທົ່ານັ້ນ, ການວັດແທກປະເທດພັດທະນາຫຼືບໍ່ ແມ່ນເບິ່ງທີ່ການພັດທະນາທາງສັງຄົມໄປພ້ອມໆກັນ.  ເຊັ່ນ: ດ້ານສາທາລະນະສຸກ ມີການພັດທະນາລໍ້າໜ້າ. ນັກຮຽນອາຍຸ 15 ປີ ໂດຍສະເລ່ຍ ແມ່ນຖືກຈັດໃນແຖວໜ້າ ຂອງກຸ່ມປະເທດພັດທະນາ. ເຂົາເຈົ້າມີຄວາມສາມາດ ແລະ ທັກສະໃນການຄົ້ນຄິດທີ່ເປັນເລີດ. ສຳຄັນກວ່ານັ້ນ, ປະຊາຊົນຫຼາຍກວ່າ 90% ມີບ້ານເປັນຂອງຕົນເອງ. ເຊິ່ງປະເທດພັດທະນາຫຼາຍບ່ອນຍັງເຮັດບໍ່ໄດ້. ອັນສຳຄັນ, ໃນອົງກອນແລະບັນດາບໍລິສັດ, ຕ່າງຍຶດຖືຄະຕິອັນດຽວໃນການບໍລິຫານງານ, ນັ້ນຄື: ເລືອກຄົນມີຜົນງານ, ເຮັດວຽກຕິດພັນກັບຕົວຈິງ, ແລະ ມີຄວາມຈົງຮັກພັກດີ. ຮູບແບບແນວຄວາມຄິດການບໍລິຫານງານດັ່ງກ່າວ, ຍັງຖືກຈັດຕັ້ງປະຕິບັດກັນໃນຍຸກປະຈຸບັນ.

ການເລືອກເອົາຄົນມີຜົນງານດີ ເປັນສ່ວນໜຶ່ງສ້າງໃຫ້ສິງກະໂປ ສາມາດແຂ່ງຂັນ ແລະ ສ້າງນະວັດຕະກຳໃໝ່ໆອອກມາໄດ້. ທຸກໆການເຮັດວຽກງານແມ່ນມີລະບົບ ແຕ່ບໍ່ຢຶດຕິດກັບທິດສະດີ. ອັນໃດບໍ່ສາມາດສ້າງໃຫ້ເກີດຜົນປະໂຫຍດແລ້ວຈະມີການປ່ຽນແປງສະເໜີ. ຕິດພັນກັບບັນຫາຄວາມຊື່ສັດ, ເປັນສິ່ງໜຶ່ງທີ່ທ້າທາຍການນຳໃນຍຸກຕົ້ນໆ. ເນື່ອງຈາກປະເທດທຸກຍາກຫຼາຍ ແລະ ການທີ່ຈະເຮັດໃຫ້ຈິດໃຈຢູ່ເໜືອວັດຖຸເປັນສິ່ງເກືອບວ່າຈະເປັນໄປບໍ່ໄດ້. ເພາະຈິດຕະສາດຂອງຄົນແລ້ວແມ່ນຈະຄິດໃຫ້ຕົນເອງມີກີນກ່ອນອື່ນໝົດ. ມີການບັນທຶກວ່າ ກຸ່ມຄົນທີ່ສ້າງປະເທດສິງກະໂປໃນຍຸກຕົ້ນ ແມ່ນເປັນບຸກຄົນແບບຢ່າງເລື່ອງຄວາມຈົງຮັກພັກດີຕໍ່ປະເທດ ແລະ ບໍລິຫານປະເທດແບບລະບົບກົດໝາຍ. ຈົນເປັນແບບຢ່າງໃຫ້ຄົນສິງກະໂປລຸ້ນຕໍ່ໆມາ.

ເຖິງປະເທດສິງກະໂປຈະເລີ່ມຕົ້ນປະເທດຈາກປະເທດທຸກຍາກມາເປັນປະເທດຮັ່ງມີ ພາຍໃນ 50 ປີ, ຈຸດທີ່ເຮັດໃຫ້ມີການຫັນປ່ຽນໄວວາ ອີກປັດໃຈໜຶ່ງ ກໍ່ຄືພື້ນຖານຂອງຄົນສິງກະໂປ. ມີທິດສະດີການພັດທະນາໜຶ່ງໄດ້ເວົ້າວ່າ: ຍິ່ງປະເທດມີການເປີດສູ່ພາຍນອກຫຼາຍເທົ່າໃດ, ກໍ່ຈະເຮັດໃຫ້ຄົນໃນຊາດມີການແລກປ່ຽນ ແລະ ຄ້າຂາຍ. ສິ່ງນີ້ຈະເຮັດໃຫ້ປະຊາຊົນມີໂອກາດສ້າງລາຍຮັບແລະຊີວິດການເປັນຢູ່ທີ່ດີຂື້ນ.  ປະເທດເຄີຍເປັນຈຸດຄ້າຂາຍມາກ່ອນ ແລະ ມີການພົວພັນກັບພາຍນອກ ເປັນຕົ້ນແມ່ນຕາເວັນຕົກມາເປັນເວລານັບ 100 ປີ. ຄົນອົບພະຍົກມາທີ່ສິງກະໂປ ບໍ່ວ່າຈະມາຈາກຈີນແຜນດີນໃຫຍ່ ເຂົ້າມາທີ່ສິງກະໂປແມ່ນລ້ວນແລ້ວແຕ່ເປັນຄົນຄິດຊອກຫາຈາກການຄ້າຂາຍສິນຄ້າ. ມູນເຊື້ອດັ່ງກ່າວໄດ້ຕິດພັນມາກັບຄົນສິງກະໂປແຕ່ໃດໆມາ.

ສຳລັບ ສ ປ ປ ລາວ, ກໍ່ມີພື້ນຖານການພັດທະນາອີກແບບ. ປະຊາຊົນແຕ່ເກົ່າກໍ່ບໍ່ໄດ້ເປັນຄົນມີຄວາມຮູ້ປານ ໃດ. ຕົກເປັນຫົວເມື່ອງຂື້ນນັບ100ປີ. ຖືກກົດໜ່ວງແຮງງານ ແລະ ບໍ່ໄດ້ຖືກການສົ່ງເສີມໃນການຜະລິດຈາກເຈົ້າອານານິຄົມພໍປານໃດ. ເຮັດໃຫ້ຂາດຫົວຄິດປະດິດສ້າງ ແລະ ເອົາຊີວິດຕິພັນກັບທຳມະຊາດ. ເນື້ອທີ່ຂອງປະເທດລາວມີຫຼາກຫຼາຍດ້ວຍຊົນຊາດຊົນເຜົ່າທີ່ຕ່າງກໍ່ມີຮີດຄອງປະເພນີມາແຕ່ເກົ່າ. ບໍ່ມີການຄ້າຂາຍ ແລະ ເປີດປະຕູສູ່ພາຍນອກຄືກັບສິງກະໂປ. ປະຈຸບັນ, ທາງລັດຖະບານລາວໄດ້ດຳເນີນ ນະໂຍບາຍການເຊື່ອມໂຍງສາກົນ ແລະ ການສ້າງສິ່ງອຳນວຍຄວາມສະດວກການເຊື່ອມຕໍ່ທາງດ້ານທາງໜ້າດິນ ເປັນຕົ້ນທາງລົດໄຟ ກໍ່ຈະເປັນການສ້າງໃຫ້ຄົນລາວເຮົາມີການພົວພັນຄ້າຂາຍຫຼາຍຂື້ນ.

ຄົນລາວຍຸກນີ້ບໍ່ຄວນເບິ່ງພຽງຄວາມແຕກຕ່າງຂອງເສດຖະກິດ ແລະ ການພັດທະນາຂອງປະເທດອື່ນ. ເພາະປະຫວັດສາດຄວາມເປັນມາຂອງແຕ່ລະປະເທດສ້າງສິ່ງທີ່ມີໃນປະຈຸບັນ. ເຮົາຕ້ອງໄດ້ເບິ່ງປະຫັວດຂອງເຂົາເຈົ້າເປັນແນວໃດ? ຫາກເຮົາເບິ່ງຍ້ອນຫຼັງວ່າເຮົາມີຫຍັງແດ່, ກໍ່ຈະເຫັນວ່າລາວເຮົາມີການພັດທະນາກວ່າແຕ່ເກົ່າ. ແທ່ນທີ່ຈະມານັ່ງຈົ່ມວ່າຢາກໃຫ້ປະເທດລາວເປັນຄືປະເທດນັ້ນປະເທດນີ້, ເຮົາຄວນມາຮຽນແລະສຶກສາການພັດທະນາທີ່ມີປະສິດທິຜົນ. ຊອກເບິ່ງອັນໃດທີ່ເຮົາເຮັດໄດ້ ແລະ ຕ້ອງໄດ້ເຮັດເພື່ອໃຫ້ມີການພັດທະນາທຽບເທົ່າກັບປະເທດອື່ນ. ຕາມສະພາບການຂອງໂລກ, ໄພພິບັດຈາກສົງຄາມ ແລະ ການສູນເສຍອຳນາດການບໍລິຫານປະເທດໃຫ້ແກ່ຕ່າງຊາດ ມີນ້ອຍຫຼາຍ ໃນອານາຄົດຂ້າງໜ້າ. ດັ່ງນັ້ນ, ການອອກແຮງພັດທະນາສ້າງສາຂອງແຕ່ລະຄົນ, ອົງການພາກລັດ ແລະ ທຸລະກິດ ຈະເປັນຕົວຊີ້ວັດຂີດຄວາມສາມາດໃນການພັດທະນາຂອງ ສ ປ ປ ລາວໃນຊຸມປີຂ້າງໜ້າ ຕາມແນວທາງຂອງພັກ-ລັດ. ນັ້ນກໍ່ຄືກ້າວສູ່ສັງຄົມນິຍົມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

ຍັງບໍ່ທັນມີຄຳເຫັນເທື່ອ

ເປັນຄົນທຳອິດທີ່ມີຄຳເຫັນ

Your email address will not be published. Required fields are marked *