ຊະນະກ່ອນແຂ່ງ

ທ້າຊິງຕຳແໜ່ງປະທານາທິບໍດີອາເມລິກາ ໃນທ້າຍປີ 2020, ນຳໂດຍທ່ານ ໂຈ ໄບເດັນ ຈາກພັກເດໂມເຄຼດ, ຄາດວ່າຈະຊະນະແບບຖະຫຼົ່ມທະລາຍເໜື່ອທ່ານ ທຼໍາ. ສາເຫດທີ່ເຮັດໃຫ້ທີມງານເຊື່ອແນວນັ້ນ ເປັນເພາະການຮັບມືລະບາດ ໂຄວິດຂອງທ່ານ ທຼໍາ ເປັນທີ່ບໍ່ພໍໃຈຂອງ ຄົນອາເມລິກາ. ແມ່ນແຕ່ຄົນໃນ ພັກດຽວຍັງມີ ຫາງສຽງບໍ່ມັກ.

ສືບຕໍ່ປິດລ້ອມ

ເມື່ອງ ຈີ່ລີ່ນ ຂອງຈີນ ເລີ່ມມີການລະບາດ. ທາງການ ເມືອງຂອງຈີນໄດ້ອອກຂໍ້ຫ້າມຈຳກັດການເດີນທາງ, ປິດເຂດທີ່ຢູ່ອາໄສ ແລະ ຫ້າມການຊຸມນຸມ ຫລັງຈາກມີການຢືນຢັນວ່າມີກໍລະນີຕິດເຊື້ອພະຍາດ ໂຄວິດ ຈຳນວນໜຶ່ງ ໃນເມືອງທາງທິດຕາເວັນອອກສຽງເໜືອ.

ຈາກຟ້າສູ່ໜ້າດິນ

ຈົບຍ້ອນໂຄວິດ. ຜູ້ໃຫ້ບໍລິການສາຍການບິນ Avianca ຂອງບໍລິສັດການບິນ Colombian, ສາຍການບິນທີ່ມີອາຍຸຍືນທີ່ສຸດອັນດັບສອງຂອງໂລກ ຫາກໍ່ລົ້ມລະລາຍຍ້ອນໂຣກລະບາດໂຄວິດ19, ຫລັງຈາກບໍ່ໄດ້ຮັບປະກັນການຊ່ວຍເຫລືອຈາກລັດຖະບານໃນການຈ່າຍໜີ້.

ຍິ່ງໃຫຍ່ຍິ່ງເຈັບ

ເສດຖະກິດຂອງສະຫະລັດ, ທີ່ໃຫຍ່ເປັນອັນດັບ 1 ຂອງໂລກ ກໍາລັງກະທົບໜັກ. ຄົນຕົກງານ 20,5 ລ້ານຄົນ ໃນເດືອນເມສາ. ການປິດລ້ອມໂຣກ ໂຄວິດເຮັດໃຫ້ອັດຕາການຫວ່າງງານຂອງສະຫະລັດເພີ່ມຂື້ນຢ່າງໄວວາທີ່ບໍ່ເຄີຍມີມາ ນັບແຕ່ ປີ 1930.

ສືບຕໍ່ລະບາດ

ໃຫ້ຈະຮອດກາເງປີ, ເບິ່ງຊົງວ່າ ການລະບາດໃນແຕ່ລະເຂດໂລກ ຍັງບໍ່ມີທ່າເພີ່ມຂື້ນ. ໃນແຖບຢູໂຣບ, ອາເມລິກາ, ຕາເວັນອອກກາງ ກໍລະນີຄົນເປັນໂຣກເພີ່ມຂື້ນ. ເຮັດໃຫ້ກິດຈຳກຳສຳຄັນຫຼາຍງານຕ້ອງເລື່ອນໄປ, ເປັນຕົ້ນ ການເລືອກຕັ້ງທີ່ປະເທດໂປແລນ.

ໝໍອົດພັກ

ເນື່ອງໃນວັນ ກຳມະກອນສາກົນ, ໄດ້ເກັບກຳ ການເຮັດວຽກຂອງນາຍໝໍ ແລະ ພະຍາບານທົ່ວໂລກ ທີ່ເຮັດວຽກບໍ່ຢຸດຢອນ ໃນການປີ່ນປົວ ແລະ ຮັກສາ ຄົນຕິດເຊື້ອຈາກພະຍາດໂຄວິດ. ນອກນັ້ນຍັງພະນັກງານອານາໄມ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງອອກເຮັດວຽກບໍ່ຢຸດຢ່ອນ.

ອາເມລິກາ 1 ໃນ 3

ບໍ່ເປັນຕາເຊື່ອ, ປະຈຸບັນ ຄົນອາເມລິກາຕິດເຊື້ອ ໂຄວິດຫຼາຍເປັນທີ່ 1 ໃນໂລກ. ທຸກໆ 3 ຄົນຕິດເຊື້ອໃນໂລກ, ມີ 1 ຄົນອາເມລິກາໃນນັ້ນ, ລວມມີ 1 ລ້ານຄົນຕິດເຊື້ອ. ງານໜັກແກ່ປະທານາທິບໍດີ ໃນການປົກປ້ອງຊີວິດປະຊາຊົນ. ການສູນເສຍຂອງປະຊາຊົນຈາກໂຄວິດ19 ຫຼາຍກວ່າສົງຄາມອິນດູຈີນ ແລະ ຄາດວ່າຈະຍັງເພີ່ມຕົວເລກຂື້ນອີກ.

ຍັງຢູ່ຍັງດີ

ມີຫຼາຍແຫຼ່ງຂ່າວປອມ ແລະ ການສົງໃສຂອງທາງການສາກົນ ກ່ຽວກັບການເສີຍຊີວິດຂອງ ປະທານປະເທດ ເກົາຫຼີ ເໜື່ອ. ເມື່ອໝໍ່ໆມານີ້, ທ່ານ ຄີມ ຈອງອຸງ ພ້ອມດ້ວຍພັນລະຍາ ໄດ້ອອກມາປະກົດຕົວ ແລະ ສະແດງໃຫ້ສື່ມວນຊົນເຫັນວ່າ ຍັງມີຊີວິດ ແລະ ສຸກກະພາບຍັງດີ ບໍ່ຄືກັບຂ່າວລືກ່ຽວກັບຄິມຈອງອຶນ ກ່ອນໜ້ານີ້.

ຜູ້ນໍາໂລກລົມກັນ

ນຳໂດຍອົງການສະຫະປະຊາຊາດ, ໄດ້ຊຸກຍູ້ໃຫ້ຜູ້ນຳທົ່ວໂລກ ເລັ່ງໃສ່ວຽກງານການປິ່ນປົວ. ບັນດາຜູ້ນຳໂລກ ໄດເໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງພັດທະນາຢາ ແລະ ການຮັກສາທີ່ມີປະສິດຕິຜົນ. ລວມທັງການກວດກາເຊື້ອ ທີ່ວ່ອງໄວ.

ຍົນຕົກງານ

ອຸດສາຫະກຳການບິນໄດ້ເປັນໜຶ່ງໃນຂະແໜງທຸລະກິດ ທີ່ກຳລັງໄດ້ຮັບຜົນກະທົບຈາກໂຄວິດຢ່າງໜັກ. ບໍ່ວ່າຈະໃຫຍ່ຊໍາໃດ, ໂຄວິດກະບໍ່ໃຫ້ບິນຂື້ນໜ່ານຟ້າໄດ້. ເນື່ອງຈາກ ຄົນເດີນທາງທີ່ບໍ່ມີການກວດສອບ ສາມາດແຜ່ພະຍາດໃນປະເທດທີ່ຍົນໄປຮອດ. ມາເບິ່ງນຳກັນວ່າທຸລະກິດການບິນໃດແດ່ກຳລັງຈອດຍົນຄ້າງສາງ.

Copy Protected by Chetan's WP-Copyprotect.