Norkhame
ຄຳວ່າ “ຜູ້ນຳ”
ຄວາມເປັນຜູ້ນໍາ ມີຄວາມສຳຄັນ ສໍາລັບນັກບໍລິຫານ. ແນວຄິດດັ່ງກ່າວນັ້ນຖືກກຳນົດຂື້ນຫຼາຍກຸ່ມຄົນ ທີ່ເຮັດວຽກ ສຶກສາກ່ຽວກັບການສຶກສາ ການເປັນຜູ້ນຳ. ບາງທິດສະດີທີ່ຖືວ່າ: ຜູ້ນໍານັ້ນຖືກສ້າງຂຶ້ນມາຈາກສະຖານະການ. ສໍາລັບການຜູ້ທີ່ຍຶດໃນຫຼັກຈິດຕະວິທະຍາແລ້ວຖືວ່າ: ຄວາມເປັນຜູ້ນໍານັ້ນມາຈາກບຸກຄະລິກສ່ວນຕົນຂອງແຕ່ລະຄົນ. ຄຳນິຍາມກ່ຽວກັບການກຳນົດ ລັກສະນະຜູ້ນຳ ມີຫຼາຍທັດສະນະ. ອ່ານເພີ່ມ
ຊອກຄົນຮັບຜິດ
ມັກພົບເຫັນໃນສັງຄົມ. ເວລາຜິດພາດ ພວດເຮົາມັກຕຳນິຄົນອື່ນ ຫຼື ສະຖານະການ. ຄວາມລົ້ມເຫຼວຂອງຜູ້ບໍລິຫານ ຫຼື ຜູ້ນໍານັ້ນມີສາເຫດອັນເນື່ອງມາຈາກພຶດຕິກໍາຂອງຕົວເອງ, ເພາະທຸກໆຢ່າງຂື້ນກັບການຕັດສິນໃຈຂອງເຂົາເຈົ້າ; ບໍ່ແມ່ນວ່າຈະເກີດຂຶ້ນເອງ ຫຼື ວ່າເປັນຜົນມາຈາກວິກິດການທາງເສດຖະກິດ ຫຼື ເກີດເພາະປັດໄຈອື່ນໆທີ່ເຮົາບໍ່ສາມາດຄວບຄຸມມັນໄດ້. ອ່ານເພີ່ມ
500 ເປັນ 55000
ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍປັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໜັ້ນຄົງທາງດ້ານການເມື່ອງ ແລະ ເສດຖະກິດທີ່ເຂັ້ມແຂງ.  ອ່ານເພີ່ມ
ຮ່ວມຝັນ
ຫາກ​ຊີວິດ​ຄົນ​ເຮົາໜູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອາ​ດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່​ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ. ອ່ານເພີ່ມ
ຄືນສິດສູ່ມານດາ
ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ່ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່​ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາ​ດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ. ອ່ານເພີ່ມ
ໃຊ້ຄົນແກ່
ຄົນສູງອາຍຸໃນບາງປະເທດໃຊ້ເວລາຊ່ວງສຸດທ້າຍ ໃນການທ່ອງທ່ຽວ, ພັກຜ່ອນ ແລະ ເບິ່ງແຍງຫຼານ. ແຕ່ຍັງມີຄົນແກ່ທີ່ຫຼາຍໆມູມໂລກ ເຮັດວຽກຄືກັບໄວໜຸ່ມ. ຫຼາຍໆຄົນເຮັດເພື່ອລ້ຽງຊີບ, ແຕ່ກໍ່ມີຫຼາຍຄົນເຮັດເພາະບໍ່ຢາກຢູ່ບ້ານລ້າໆ. ອ່ານເພີ່ມ
ເຫັນໃຈນາງ
ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ. ອ່ານເພີ່ມ
ໜູ່…ຜູ້ພາສູ່ຄວາມສຳເລັດ
ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໜູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ. ອ່ານເພີ່ມ
ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນກການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ.  ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນການ ຄວາມໜັ້ນຄົວຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະ ຫຍາຍຕົວໄລຍະຍາວ. ອ່ານເພີ່ມ
ວິທີຫາຄະນະບໍລິຫານບໍລິສັດ
ຈະຫາຄະນະບໍລິຫານງານທີ່ມີຄວາມສາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານນະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ.​  ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິ ຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.​ ອ່ານເພີ່ມ
Copy Protected by Chetan's WP-Copyprotect.