Norkhame
ສົ່ງມອບໜ້າທີ່ ສົ່ງມອບໜ້າທີ່
ການໝອບໝາຍວຽກເປັນທັກສະໜຶ່ງທີ່ສໍາຄັນ ແລະ ຈໍາເປັນຫຼາຍໃນການບໍລິຫານງານຢ່າງມີປະສິດທິພາບ ຖ້າເຮົາບໍ່ມີຄວາມສາມາດໝອບໝາຍວຽກໄດ້ຢ່າງມີປະສິດທິພາບ ເຮົາຄົງບໍ່ມີ ທັກສະທີ່ຈະເປັນຜູ້ບໍລິຫານທີ່ດີໄດ້. ປື້ມຫົວ ນີ້, ເໜາະສຳລັບ ຫົວໜ້າອົງການ ແລະ ໝ່ວຍງານ. ເຖິງວ່າທ່ານຈະບໍ່ໄດ້ເປັນຫົວໜ້າອົງການໃດ, ການຈັດ ສັນວຽກ ງານສ່ວນບຸກຄົນເປັນສິ່ງຈຳເປັນຫຼາຍ. ເມື່ອໃດທ່ານສາມາດແບ່ງວຽກງານໄດ້ດີ, ທ່ານຈະສາມາດບໍລິຫານໄດ້ ຕາມເປົ້າທີ່ວາງໄວ້. ດ້ວຍເຫດນີ້, ນັກສຶກສາ ແລະ ບຸກຄົນທີ່ມີທຸລະກິດເປັນຂອງຕົນເອງ ກໍ່ຄວນມີຄວາມສາ... ສົ່ງມອບໜ້າທີ່

ການໝອບໝາຍວຽກເປັນທັກສະໜຶ່ງທີ່ສໍາຄັນ ແລະ ຈໍາເປັນຫຼາຍໃນການບໍລິຫານງານຢ່າງມີປະສິດທິພາບ ຖ້າເຮົາບໍ່ມີຄວາມສາມາດໝອບໝາຍວຽກໄດ້ຢ່າງມີປະສິດທິພາບ ເຮົາຄົງບໍ່ມີ ທັກສະທີ່ຈະເປັນຜູ້ບໍລິຫານທີ່ດີໄດ້. ປື້ມຫົວ ນີ້, ເໜາະສຳລັບ ຫົວໜ້າອົງການ ແລະ ໝ່ວຍງານ.

ເຖິງວ່າທ່ານຈະບໍ່ໄດ້ເປັນຫົວໜ້າອົງການໃດ, ການຈັດ ສັນວຽກ ງານສ່ວນບຸກຄົນເປັນສິ່ງຈຳເປັນຫຼາຍ. ເມື່ອໃດທ່ານສາມາດແບ່ງວຽກງານໄດ້ດີ, ທ່ານຈະສາມາດບໍລິຫານໄດ້ ຕາມເປົ້າທີ່ວາງໄວ້. ດ້ວຍເຫດນີ້, ນັກສຶກສາ ແລະ ບຸກຄົນທີ່ມີທຸລະກິດເປັນຂອງຕົນເອງ ກໍ່ຄວນມີຄວາມສາ ມາດທີ່ຈະກ່າວ ໃນທີ່ນີ້.

ພວກເຮົາຈະ ນິຍາມ “ການບໍລິຫານ” ຄື: “ການໄດ້ຮັບຜົນວຽກງານຕາມເປົ້າໝາຍ ໂດຍການນໍາໃຊ້ເພື່ອນຮ່ວມ ງານຄົນອື່ນ” ແນວຄິດການມອບໝາຍວຽກ, ໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ກັບບຸກຄະລາກອນ, ເປັນໜຶ່ງທັກ ສະຂອງຜູ້ຈັດການອົງການ ແລະ ລວມທັງບຸກຄົນ ທີ່ກຳລັງເຮັດວຽກເພື່ອເປົ້າໝາຍ. ໃນນີ້ບໍ່ໄດ້ໝາຍວ່າເປັນການ ປະຄວາມຮັບຜິດຊອບໃຫ້ຄົນອື່ນເຮັດ, ຫາກແມ່ນການ ກະຈາຍໜ້າທີ່ທີ່ແທດ ເໜາະກັບຄວາມສາມາດຂອງຄົນໃນທີມ, ເປັນການເປີດໂອກາດໃຫ້ທຸກໆຄົນໄດ້ສະແດງທັກສະ ທີ່ຫົວໜ້າອົງການ ຂາດ ຫຼື ບໍ່ຊຳນານງານ, ແລະ ທັງເປັນການ ສ້າງລົບການເຮັດວຽກທີ່ມີປະສິດທິພາບຮ່ວມກັນ.

ຫຼາຍໆທ່ານ ທີ່ພົບບັນຫາເລື່ອງການມອບໝາຍວຽກ. ອາດເປັນການປິດກັ້ນໂອກາດຄວາມກ້າວໜ້າຂອງຕົນເອງ ແລະ ອົງການ.  ເພາະນີ້ຄືສາເຫດຂອງການບໍ່ເປີດໂອກາດໃຫ້ ຄົນໃນທີມງານ ສະແດງຄວາມອາດສາ ມາດທີ່ເຂົາເຈົ້າ ມີອອກມາ. ໃນທີ່ສຸດ, ເຮົາກໍ່ຕ້ອງເຮັດວຽກນັ້ນໆເອງ. ໃນກໍລະນີໜຶ່ງ, ຫາກຫົວໜ້າມີອະຄະຕິ ໃນການກີດກັ້ນ ຄວາມ ກ້າວໜ້າ ຂອງວິຊາການເອກໃດໜຶ່ງ ກໍ່ຈະເປັນການກີດກັ້ນເອົາສິ່ງທີ່ດີທີ່ສຸດຈາກທີມງານ. ຜູ້ຈັດການເຫຼົ່ານີ້ຈຶ່ງລົງເອີຍດ້ວຍການແບກພາລະຮັບຜິດຊອບຢ່າງຫຼວງຫຼາຍ ແລະ ຕ້ອງເຮັດວຽກຢ່າງຫຼວງຫຼາຍດ້ວຍຕົນເອງ. ໃນທີ່ສຸດ, ກໍ່ຈະບໍ່ສາ ມາດເຮັດໃຫ້ອົງການສ້າງສັນຜົນງານດີທີ່ສຸດທີ່ຄວນເປັນ.

ທີ່ເວັບໄຊ໊ www.norkhame.com ຈະເນັ້ນທັກສະການບໍລິຫານສຳລັບບຸກຄົນ ແລະ  ການເຮັດ ວຽກເປັນທີມ ເພື່ອໃຫ້ອົງການສາມາດບັນລຸເປົ້າໝາຍການເຮັດວຽກ. ທ່ານສາມາດຕິດຕາມ ແລະ ແລກປ່ຽນ ບົດຮຽນການເຮັດວຽກ ຮ່ວມກັນໃນຕໍ່ໜ້າ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.