Norkhame
ສຸກເພາະຄິດສຸກ ສຸກເພາະຄິດສຸກ
ຄວາມ​ສຸກ​ຂອງ​ຊີ​ວິດ​ຂຶ້ນ​ຢູ່​ກັບ​ຄຸນ​ນະ​ພາບ​ຂອງ​ຄວາມ​ຄິດ. ເຊື່ອວ່າໃຜໆທຸກຄົນກະເປັນ. ລວມທັງຕົວຂ້າພະເຈົ້າ. ເມື່ອເຮົາບໍ່ເອົາທຸກໆຢ່າງທີ່ເຫັນເຂົ້າມາໃນຄວາມຄິດ ​ເມື່ອນັ້ນທ່ານກໍ່ຈະອອກໃກຈາກເຫດການທີ່ບໍ່ປາດຖະໜາ ມາເຮັດໃຫ້ຕົວທ່ານຕ້ອງຄິດເປັນທຸກ. ບາງຄັ້ງມັນກະບໍ່ງ່າຍທີ່ຈະບໍ່ໃຫ້ຈິດໄປຕິດພັນກັບເຫດການຮ້າຍ. ຖ້າຂີ່ລົດກາຍຄົນເກີດອຸບັດຕິເຫດເຈັບໜັກຕາມ ທາງຫຼວງ, ລົດຢຽບແມວຕາຍ, ຫຼື ສະພາບຄົນທຸກຈົນ. ສິ່ງດັ່ງກ່າວ ມັນຈະສ້າງພາບ ແນວຄິດອີດູຕົນ, ເຫັນຄວາມແຕກໂຕນ ແລະ ຕ່າງໆນ່າໆເກີດເປັນຄຳຖາມ ທີ່ທ່ານອາດບໍ່ເປັນຄົນຮັບຜິດຊອບຕ້ອງຕອບ. ເຮົາອາດເບິ່ງໄປວ່າ ໂລກນີ້ມັນບໍ່ຢຸດຕິທຳ. ອາດຖາມສິ່ງສັກສິດວ່າເປັນຫຍັງ? ຄືສ້າງຄົນເຮົາໃຫ້ມີຄວາມທຸກ. ເບິ່ງອີກດ້ານໜຶ່ງ,... ສຸກເພາະຄິດສຸກ

ຄວາມ​ສຸກ​ຂອງ​ຊີ​ວິດ​ຂຶ້ນ​ຢູ່​ກັບ​ຄຸນ​ນະ​ພາບ​ຂອງ​ຄວາມ​ຄິດ. ເຊື່ອວ່າໃຜໆທຸກຄົນກະເປັນ. ລວມທັງຕົວຂ້າພະເຈົ້າ. ເມື່ອເຮົາບໍ່ເອົາທຸກໆຢ່າງທີ່ເຫັນເຂົ້າມາໃນຄວາມຄິດ ​ເມື່ອນັ້ນທ່ານກໍ່ຈະອອກໃກຈາກເຫດການທີ່ບໍ່ປາດຖະໜາ ມາເຮັດໃຫ້ຕົວທ່ານຕ້ອງຄິດເປັນທຸກ.

ບາງຄັ້ງມັນກະບໍ່ງ່າຍທີ່ຈະບໍ່ໃຫ້ຈິດໄປຕິດພັນກັບເຫດການຮ້າຍ. ຖ້າຂີ່ລົດກາຍຄົນເກີດອຸບັດຕິເຫດເຈັບໜັກຕາມ ທາງຫຼວງ, ລົດຢຽບແມວຕາຍ, ຫຼື ສະພາບຄົນທຸກຈົນ. ສິ່ງດັ່ງກ່າວ ມັນຈະສ້າງພາບ ແນວຄິດອີດູຕົນ, ເຫັນຄວາມແຕກໂຕນ ແລະ ຕ່າງໆນ່າໆເກີດເປັນຄຳຖາມ ທີ່ທ່ານອາດບໍ່ເປັນຄົນຮັບຜິດຊອບຕ້ອງຕອບ. ເຮົາອາດເບິ່ງໄປວ່າ ໂລກນີ້ມັນບໍ່ຢຸດຕິທຳ. ອາດຖາມສິ່ງສັກສິດວ່າເປັນຫຍັງ? ຄືສ້າງຄົນເຮົາໃຫ້ມີຄວາມທຸກ. ເບິ່ງອີກດ້ານໜຶ່ງ, ຖ້າເຮົາຄິດວ່າ: ຄົນທຸກໆຄົນຕ່າງມີເສັ້ນທາງເດີນສູ່ຄວາມສຸກ ທີ່ແຕກຕ່າງກັນ. ການຜ່ານ ຜ່າອຸປະສັກຄວາມຍາກທີ່ເຂົາເຈົ້າກຳລັງປະເຊີນ, ເປັນຫົນທາງ ທີ່ເຂົາເຈົ້າຕ້ອງໄດ້ເຮັດວຽກບ້ານ. ຊີວິດເຮົາກະ ມີແນວຕ້ອງໄດ້ຜ່ານຜ່າຄືກັນ.

ເຫດການໄດ້ຈັດ​ສາກລະຄອນຊີວິດໃຫ້ຄົນໄດ້ເບິ່ງ. ໃນມູມມອງທີ່ທ່ານເຫັນຄົນຕົກທຸກ, ອາດບໍ່ແມ່ນຄວາມ​​ຈິງ. ມັນອາດເປັນພາບ​​ບ່ຽງ​ເບນ​ໄປ​ຫລອກ​ຕາ. ໃຜຈະຮູ້ຄວາມສຸກ ຫຼື ທຸກຂອງຄົນອື່ນ. ຖ້າເຮົາເຫັນສອງຄົນແກ່ຫາເງິນ ນຳທາງ ແລ້ວເບິ່ງຄືເຂົາເຈົ້າຕົກທຸກໄດ້ຍາກ, ຕົວຈິງເຂົາເຈົ້າອາດເປັນສຸກກວ່າຄົນທີ່ມີບ້ານຫຼັງໃຫຍ່ ແຕ່ລູກຫຼານພັດ ຕິດໄພສັງຄົມ, ຜົວມີບ້ານໃໝ່ ຫຼື ເມຍຕິດໄພ້.

ໃນສື່ສັງຄົມອອນໄລຄືກັນ. ຢ່າ​ເຊື່ອ​ສິ່ງ​ທີ່​ໄດ້​ອ່ານ. ຈົ່ງ​ກວດສອບ​ຂໍ້​ມູນ​ຢ່າ​ງ​ລະ​ອຽດ ກ່ອນ​ຈະ​​ເຊື່ອ. ຖ້າ​ຍັງ​ບໍ່​ແນ່​ໃຈ​ຢ່າ​ສົ່ງ​ຕໍ່​ຂໍ້​ມູນ. ຢ່າ​ເຊື່ອ​ຫ​ຍັງ​ທີ່​ເຮັດ​ໃຫ້​ທ່ານ​ຢ້ານ​ ແລ​ະ ​ກັງ​ວົນ​ຫລື​ສື່​ທີ​ໂຄ​ສະ​ນາ​ເກີນ​ຈິງ. ຢ່າ​ເຊື່ອ​ໂດຍ​ສະ​ເພາະ​ເລື່ອງ​ທີ່​ພິ​ສູດ​ທາງວິ​ທະ​ຍາ​ສາດ​ບໍ່​ໄດ້. ຈົ່ງ​ໃຫ້​ໃຊ້​ວິ​ຈາ​ລະ​ນະ​ຍານ ຈົ່ງ​ຮູ້​ທັນ​ຈົ່ງ​ລະ​ວັງ​ການ​ເສບ​ທຸກ​ສື່. ​ຈົ່ງ​ຄິດ ໄຕ່​ຕອງ​ດ້ວຍ​ສາ​ມັນ​ສຳ​ນຶກ​ຂອງ​ທ່ານ. ບໍ່​ໃຫ້​ເຊື່ອ​ສິ່ງ​ໃດ​ຢ່າງ​ງົມ​ງາຍ​ໂດຍ​ບໍ່​ໃຊ້​ປັນ​ຍາ​ພິ​ຈາ​ລະ​ນາ​ແລ້ວ​ທ່ານ​ຈະ​ບໍ່​ຕົກ​ເປັນ​ເຄື່ອງ​ມື​ຂອງ​ໃຜ ແລ້​ວ​ທ່ານ​ຈະ​ຫມັ້ນ​ໃຈ​ຂຶ້ນ ບໍ່​ຫວັ່ນ​ໄຫວ ຕື່ນ​ຕົກ​ໃຈ​ກັບ​ຂ່າວ​ທີ່​ເກີດ​ຂຶ້ນ​ທຸກວັນ.

ເວ​ລາ​ຂອງ​ທ່ານ​ມີ​ຈຳ​ກັດ ຈົ່ງ​ຢ່າ​ເສຍ​ເວ​ລາ​ໃຊ້​ຊີ​ວິດ​ຕາມ​ແບບ​ຂອງ​ຄົນ​ອື່ນ. ເມື່ອໃດເຮົາເຫັນຄົນອື່ນທາງອອນໄລ ເປັນສຸກ, ທ່ານອາດຮູ້ສຶກວ່າຊີວິດຕົນເອງຄືເປັນແນວນີ້? ເຮົາກະຕ້ອງເກີດມີການປຽບທຽບ. ຕົວຈິງ, ພາບທີ່ເຫັນວ່າເຂົາເຈົ້າກຳລັງເປັນສຸກ ນັ້ນເປັນພຽງສ້ຽງວິນາທີ່. ກ່ອນໜ້າຖ່າຍພາບ ແລະ ຫຼັງຖ່າຍພາບໂຊ ເຂົາອາດຫ້ອງໃຫ້ ແລະ ເປັນທຸກກັບຫຼາຍໆບັນຫາ.

ຈົ່ງ​ຢ່າ​ຕິດ​ຢູ່​ໃນ​ຄວາມ​ເຊື່ອ​ເກົ່າໆ​ຫລື​ສິ່ງ​ທີ່​ປະ​ຕິ​ບັດ​ຕາມ​ກັນ​ມາ. ເວົ້າແນວນີ້ບໍ່ໄດ້ໝາຍວ່າບໍ່ໃຫ້ດຳເນີນຊີວິດເໜືອຮີດ ຄອງປະເພນີ. ຈົ່ງ​ເຊົາ​ໃຊ້​ຊີ​ວິດ​ຕາມ​ຜູ້​ອື່ນມັກ. ຢ່າ​ຍອມ​ໃຫ້​ສຽງ​ຈາກ​ຄວາມ​ຄິດ​ຂອງ​ຄົນ​ອື່ນ​ມາທັບຖົມ ສຽງ​ຄວາມຕ້ອງການຂອງ​ຕົວ​ເອງ ​ທີ່​ຊີ່ມບອກ​ຢູ່​ພາຍ​ໃນ​ຄວາມ​ຄິດ​ຂອງ​ທ່ານ​. ຈົ່ງ​ມີ​ຄວາມ​ກ້າ​ພໍ​ທີ່​ຈະ​ເຮັດ​ຕາມ​ໃຈ​ (ບໍ່ບຽດບຽນຄົນ)​ ແລະ​ ເຊື່ອ​ໃນ​ສັນ​ຊາດ​ຕະ​ຍານ​ຂອງ​ຕົວ​ເອງ ຈົ່​ງ​ກ້າ​ພໍ​ທີ່​ຈະ​ອອກ​ຈາກ​ມຸມ​ສະ​ບາຍ​ຂອງ​ທ່ານ​ໄປ​ເຮັດ​ເລື່ອງ​ໃຫ່​ມໆ. ​ຍິ່ງ​ທ່ານ​ຫລົງ​ທາງ​ຫລາຍ​ເທົ່າ​ໃດ ທ່ານ​ຈະ​ເຈີ​ຕົວ​ເອງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ເມື່ອທ່ານຮູ້ປ່ອຍວາງ ຄວາມກັງວົນໃນອານາຄົດ. ແນວຄິດແບບນັ້ນ, ຈະເຮັດໃຫ້ທ່ານມີອຳນາດໃນການຄອບຄຸມແນວຄິດດີ ແລະ ການ ກະທຳ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.