Norkhame
ເລືອກງານເປັນສຸກ ເລືອກງານເປັນສຸກ
ຊີວິດມັກຈະມີທາງເລືອກສະເໜີ. ຫຼັງຈົບການສຶກສາ, ທ່ານຈະຕ້ອງເລືອກວ່າ ຈະເປັນເຈົ້າຂອງທຸລະກິດ ຕົນເອງ ຫຼື ໄປເປັນພະນັກງານໃນບໍລິສັດ ຫຼື ອົງການ. ມີຫຼາຍອັນຕ້ອງໄດ້ຄົ້ນຄິດກ່ອນການຕັດສິນໃຈ. ຖ້າທ່ານເລືອກທີ່ຈະເປັນພະນັກງານໃນບໍລິສັດ ຫຼື ອົງກອນ, ໝາຍວ່າທ່ານຍອມທີ່ຈະເຮັດວຽກຕາມຄຳສັ່ງ ແລະ ຮັບນະໂຍບາຍໃນນາມພະນັກງານອົງການ. ເປັນຕົ້ນ: ຄ່າຈ້າງປະຈຳເດືອນ, ສະຫວັດດີການ. ກົງກັນຂ້າມ ການມີທຸລະກິດເປັນຂອງຕົນເອງ ຫຼື ປະກອບອາຊີບລ້ຽງຕົນເອງ ທ່ານຈະຕ້ອງໄດ້ສ້າງຜະລິດຕະພັນ... ເລືອກງານເປັນສຸກ

ຊີວິດມັກຈະມີທາງເລືອກສະເໜີ. ຫຼັງຈົບການສຶກສາ, ທ່ານຈະຕ້ອງເລືອກວ່າ ຈະເປັນເຈົ້າຂອງທຸລະກິດ ຕົນເອງ ຫຼື ໄປເປັນພະນັກງານໃນບໍລິສັດ ຫຼື ອົງການ. ມີຫຼາຍອັນຕ້ອງໄດ້ຄົ້ນຄິດກ່ອນການຕັດສິນໃຈ.

ຖ້າທ່ານເລືອກທີ່ຈະເປັນພະນັກງານໃນບໍລິສັດ ຫຼື ອົງກອນ, ໝາຍວ່າທ່ານຍອມທີ່ຈະເຮັດວຽກຕາມຄຳສັ່ງ ແລະ ຮັບນະໂຍບາຍໃນນາມພະນັກງານອົງການ. ເປັນຕົ້ນ: ຄ່າຈ້າງປະຈຳເດືອນ, ສະຫວັດດີການ. ກົງກັນຂ້າມ ການມີທຸລະກິດເປັນຂອງຕົນເອງ ຫຼື ປະກອບອາຊີບລ້ຽງຕົນເອງ ທ່ານຈະຕ້ອງໄດ້ສ້າງຜະລິດຕະພັນ ແລະ ການບໍລິການຂື້ນ ຕາມຄວາມສາມາດ ແລະ ຫົວຄິດປະດິດສ້າງຕົນເອງ. ທ່ານຕ້ອງສ້າງກຳໄລ ຈາກການຂາຍສິນຄ້າ ແລະ ການບໍລິການ ເພື່ອຄວາມຢູ່ລອດ.

ໃນຂະນະທີ່ທ່ານເປັນພະນັກງານອົງການຈັດຕັ້ງລັດ ແລະ ສາກົນ, ຄວາມກົດດັນ ຂອງການສ້າງຍອດກຳໄລທາງ ການເງິນ ອາດບໍ່ເປັນບັນຫາສຳຄັນ. ເຖິງການເປັນເຈົ້າຂອງກິດຈະ ການຕົນເອງຈະມີອິດສະຫຼະໃນການເຮັດວຽກ, ແຕ່ຄວາມກົດດັນເພື່ອໃຫ້ທຸລະກິດຢູ້ລອດ ເປັນສິ່ງທີ່ເຮັດໃຫ້ເຈົ້າ ຂອງກິດຈະການເຈັບຫົວຕາມໆກັນ. ເຂົາເຈົ້າ ຕ້ອງຍອມຮັບຄວາມສ່ຽງທັງທາງດ້ານ ເສດຖະກິດປ່ຽນແປງ, ການເມືອງ ພາຍໃນ, ພາກພື້ນ ແລະ ສາກົນ.

ເປັນຕົ້ນການປ່ຽນແປງຄ່າເງິນບາດປະຈຸບັນ, ເຮັດໃຫ້ທຸລະກິດທີ່້ເຮັດການຊື້ຂາຍສິນຄ້າໃຊ້ເງິນບາດ ຕ່າງໄດ້ຮັບຜົນ ກະທົບ. ເມື່ອເງິນບາດແຂງຕົວຂື້ນ, ໝາຍວ່າ ຄ່າເງິນກີບເລີມນ້ອຍລົງ (ອ່ອນຄ່າລົງ), ນັ້ນໝາຍວ່າການຈະຊື້ນສິນຄ້າ ຈາກປະເທດໄທ ຕ້ອງໄດ້ໃຊ້ເງິນກີບເພີ່ມຂື້ນ. ສົມມຸດ 1 ບາດ ເທົ່າກັບ 250 ກີບ ແລະ ສະບູກ້ອນໜຶ່ງ ຈາກປະເທດໄທ 250 ກີບ.  ເມື່ອໃດອັດຕາແລກປ່ຽນເງິນບາດເພີ່ມເປັນ 1 ບາດ ເທົ່າກັບ 300 ກີບ, ເພື່ອໃຫ້ໄດ້ ສະບູກ້ອນໜຶ່ງ, ທ່ານຕ້ອງໄດ້ ເພີ່ມເງີນຂື້ນອີກ 50 ກີບ.  ການຊົມໃຊ້ຕ້ອງຫຼາຍກວ່າສະບູແນ່ນອນ, ເມື່ອນັ້ນ ທ່ານຕ້ອງໄດ້ເພີ່ມເງິນກິບຂື້ນອີກ. ຫາກທ່ານເຮັດການຄ້າຂາຍ-ນຳເຂົ້າ-ສົ່ງອອກ, ທຸລະກິດຂອງທ່ານຕ້ອງກະທົບແນ່ ນອນ.

ຈະພິຈາກລະນາທີ່ວ່າ, ການເຮັດທຸລະກິດຕົນເອງມີອິດສະຫຼະ ຕົວຈິງທຸກໆກິດຈະການ ຕ່າງມີກົດເກນ ໃນການດຳ ເນີນທຸລະກິດ. ທ່ານຕ້ອງປະຕິບັດຕາມກ ກົດໝາຍທຸລະກິດ ອາດເປັນຕົວຂັບເຂື່ອນກິດຈະການຂອງທ່ານ ໃຫ້ເຕີບ ໃຫຍ່ຂະຫຍາຍຕົວໄດ້ ເຊິ່ງບໍ່ສະເໜີໄປວ່າ ທ່ານຈະສາມາດນຳພາທຸລະກິດໃຫ້ມີຜົນທາງກຳໄລ. ໃນບາງທຸລະກິດ, ການຊື້ຂາຍ ຕ້ອງມີການແຂ່ງຂັນກັບຜູ້ຜະລິດຈາກທົ່ວທຸກສາລະທິດ. ບີບໃຫ້ທ່ານຕ້ອງນຳໃຊ້ຫົວຄິດປະດິດສ້າງ ໃນການຄົ້ນຄິດສິນຄ້າ ທີ່ມີຄຸນນະພາບ, ລາຄາແຂ່ງຂັນໄດ້ ແລະ ນຳໃຊເຕັກນິກການຕະຫຼາກຫຼາກ ຫຼາຍຮູບແບບ ໃນການໂຄສະນາ.

ໃນຂະນະດຽວກັນ, ພະນັກງານໃນອົງການຈັດຕັ້ງ ຕ້ອງເຂັ້ມງວດກັບການປະຕິບັດລະບຽບອົງກອນ, ການຊີ້ນຳ ແລະ ການເຮັດວຽກເປັນທີມ. ຮູບແບບການນຳຜົນປະໂຫຍດທີ່ຈັບຕ້ອງໄດ້ ແລະ ບໍ່ໄດ້ມາສູ່ອົງການເປັນຕົວຕັດ ສິນຄຸນນະພາບວຽກງານ. ໃນບາງວຽກງານ, ທ່ານອາດບໍ່ສາມາດຕັ້ງເປັນທຸລະກິດຕົນເອງໄດ້. ເປັນຕົ້ນ ເມື່ອໃດທ່ານ ຝັນຢາກເປັນນາຍພົນທະຫານ ປົກປ້ອງປະເທດ ທ່ານຕ້ອງໄປເປັນທະຫານໃນກອງທັບ. ກໍລະນີນີ້ ທ່ານບໍ່ສາມາດ ຕັ້ງກອງທັບຂື້ນມາເອງ ແລະ ແຕ່ງຕັ້ງຕົນເອງເປັນນາຍພົນ. ທ່ານຕ້ອງຮ່ວມກຸ່ມ ແລະ ຂະບວນການທາງທະຫານ. ສິ່ງທີ່ເປັນທຸລະກິດໄດ້ ຕິດພັນກັບທະຫານ ໜ້າຈະແມ່ນການຜະລິດອາວຸດ, ບໍລິສັດປ້ອງກັນຄວາມສະຫງົບ ຫຼື ທຸລະກິດ ປ້ອງກັນຄວາມປອດໄພ.

ຈະມາຕັດສິນວ່າທ່ານຄວນເຮັດວຽກໃຫ້ກິດຈະການຕົນເອງ ຫຼື ເປັນພະນັກງານອົງກອນ ຫຼັງຈາກການສຶກສາ ທ່ານຄວນຕັ້ງຄຳຖາມວ່າ: ອຸດົມການຂອງທ່ານແທ້ໆແມ່ນເປັນຫຍັງ ແລະ ຢາກໄດ້ຫຍັງ? ຫາກເມື່ອໃດ ທ່ານພົບ ຄຳຕອບແຕ່ວ່າ: ທ່ານຢາກໄດ້ເງິນ ຫຼື ຢາກເປັນນາຍ; ຄຳຕອບດັ່ງກ່າວ ອາດປິດກັ້ນ ໃຫ້ທ່ານເຫັນເປົ້າ ໝາຍທີ່ ທ່ານຕ້ອງການດຳເນີນໃນຊີວິດ. ເພື່ອສົ່ງເສີມໃຫ້ບັນດາທ່ານໄດ້ພົບຄຳຕອບ ແລະ ຊຸກຍູ້ໃຫ້ທ່ານທີ່ເຮັດ ທຸລະກິດ ຕົນເອງ ແລະ ສຳລັບທ່ານທີ່ເປັນພະນັກງານ, ທີ່ເວັບໄຊ໊ www.nokrkhame.com ໄດ້ນຳເອົາຫຼາຍໆແນວຄິດ ແບບໃໝ່ ມາສະເໜີເປັນແນວທາງແກ່ທ່ານໄດ້ພິຈາລະນາ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.