Norkhame
ບອກຄຸນຜ່ານຈໍ ບອກຄຸນຜ່ານຈໍ
ການໂຄສະນາທາງອິນເຕີເນັດເປັນສິ່ງທີ່ປະບໍ່ໄດ້ຢູ່ແລ້ວ. ທ່ານຕ້ອງມາຊອກວິທີ ເຮັດແນວໃດໃຫ້ຮູບການໂຄສະນາໄດ້ ຮັບຜົນດີ. ເຕັກນິກຕົວຈິງມີຫຼາຍກວ່ານີ້ ແລະ ຈະຖືກນຳສະເໜີເປັນໄລຍະ. ໃຜເປັນຄົນຮັບຂໍ້ມູນການໂຄສະນາ? ເຮົາຈະເຫັນວ່າ ກຸ່ມຫຼັກໆຂອງການການໂຄສະນາ ແມ່ນການສື່ສານລະຫວ່າງ: ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາລູກຄ້າຄົນປະຈຸບັນ ທີ່ມີຢູ່ ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາລູກຄ້າເປົ້າໝາຍ ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາບັນດາອາດີດລູກຄ້າ ເພື່ອໃຫ້ມີປະສິດທິຜົນ, ບໍລິສັດຄວນ ຫຼື... ບອກຄຸນຜ່ານຈໍ

ການໂຄສະນາທາງອິນເຕີເນັດເປັນສິ່ງທີ່ປະບໍ່ໄດ້ຢູ່ແລ້ວ. ທ່ານຕ້ອງມາຊອກວິທີ ເຮັດແນວໃດໃຫ້ຮູບການໂຄສະນາໄດ້ ຮັບຜົນດີ. ເຕັກນິກຕົວຈິງມີຫຼາຍກວ່ານີ້ ແລະ ຈະຖືກນຳສະເໜີເປັນໄລຍະ.

ໃຜເປັນຄົນຮັບຂໍ້ມູນການໂຄສະນາ? ເຮົາຈະເຫັນວ່າ ກຸ່ມຫຼັກໆຂອງການການໂຄສະນາ ແມ່ນການສື່ສານລະຫວ່າງ:

  1. ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາລູກຄ້າຄົນປະຈຸບັນ ທີ່ມີຢູ່
  2. ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາລູກຄ້າເປົ້າໝາຍ
  3. ບໍລິສັດ/ອົງການຈັດຕັ້ງ ກັບ ບັນດາບັນດາອາດີດລູກຄ້າ

ເພື່ອໃຫ້ມີປະສິດທິຜົນ, ບໍລິສັດຄວນ ຫຼື ອົງກອນຄວນສົ່ງຂໍ້ຄວາມ ທີ່ແຕກຕ່າງກັນ ໃຫ້ກັບແຕ່ລະພາກສ່ວນ ເພື່ອສື່ສານກັບບັນດາລູກຄ້າເຫຼົ່ານັ້ນໄດ້ພ້ອມໆກັນ. ຕາມທຳມະດາແລ້ວ ການໂຄສະນາທາງອິນເຕີເນັດມີການປ່ຽນແປງໄວ ແລະ ມີຫຼາຍຮູບ ແບບຜ່ານທາງສື່ສັງຄົມອອນໄລ. ມັນເປັນໂອກາດໃໝ່ສຳລັບ ທຸລະກິດ ເພື່ອສ້າງສາຍພົວພັນກັບ ລູກຄ້າກຸ່ມໃໝ່, ຮັກສາຄວາມເຊື່ອໜັ້ນ ໃຫ້ແກ່ລູກຄ້າທີ່ມີຢູ່ ແລະ ເຂົ້າຫາ ກຸ່ມລູກຄ້າຄົນໃໝ່. ມັນກວມເອົາທຸກໆໜ້າທີ່ ແລະ ຜົນປະໂຫຍດທີ່ຈະໄດ້ກັບຄືນມາ ຫຼາຍກ່ວາຮູບການໂຄສະນາແບບເກົ່າ. ບໍ່ແມ່ນແຕ່ຈະປະຫັຍດຄ່າໃຊ້ຈ່າຍ, ໄປພ້ອມໆກັບການສ້າງຄວາມເປັນ ຕົວຕົນແກ່ລູກຄ້າ ທີ່ທ່ານຕ້ອງການສື່ສານ. ເອົາຫຍັງລົງໃນເວັບໄຊ໊:

  1. ສິ່ງພິມ: ທຸກສິ່ງສາມາດຂຽນ ຫຼື ສະແດງ ໃນຮູບແບບຂອງການພິມ, ເຊັ່ນ ວາລະສານ, ເຈ້ຍຂ່າວ, ສິ່ງດັ່ງກ່າວສາມາດຖືກນຳສະເໜີໃນອິນຕີເນັດ ແທນການພິມແຈກຍາຍ.
  2. ສຽງອໍດິໂອ ແລະ ພາບວີດີໂອ: ແຫຼ່ງທີ່ມາຂອງເຕັກໂນໂລຢີ່ຂອງສຽງອໍດີໂອ ແລະ ພາບວີດີໂອ ສາມາດເຂົ້າຫາລູກຄ້າໄວຂຶ້ນທາງອອນໄລ ກວ່າການແຈກຍາຍແບບເກົ່າ. ຄົນສາມາດກົດເບິ່ງ ແລະ ຟັງໂດຍກົງ. ການສົ່ງຂໍ້ຄວາມເຂົ້າຫາ ຊ່ອງຫວ່າງຕ່າງໆທາງສື່ສັງຄົມອອນໄລ ແລະ ເວັບຂອງບໍລິສັດ ເປັນເຕັກນິກທີ່ບໍລິສັດ ຫຼືນັກດົນຕີ ຕ້ອງນຳໃຊ້. ເຂົາເຈົ້ານຳເອົາ ສຽງດົນຕີ ແລະ ຮູບພາບ (ທັງພາບນິ່ງ ແລະ ພາບເໜັງ) ສະແດງອອກໃນສັງຄົມອອນໄລ ງ່າຍຂຶ້ນກວ່າການໂຄສະນາຜ່ານໂທລະທັດ ແລະ ກໍ່ມີການເພີ່ມຈຳນວນເຂົ້າຫາຄົນຂຶ້ນຢ່າງໄວວາ. ຍອດຄົນຊົມ ແລະ ການກວດສອບຄົນເຂົ້າເບິ່ງສາມາດປະເມີນຄຸນນະ ພາບຂອງສື່ນັ້ນໆ.
  3. ໂຄສະນາສິນຄ້າຍີ່ຫໍ້: ເມືອລູກຄ້າ ເຫັນປ້າຍໂຄສະນານຳ ອິນເຕີເນັດ, ບໍ່ວ່າຈະເປັນປ້າຍໂຄສະນາຍີ່ຫໍ້, ຫຼື ໃຊ້ຕົວສະແດງອື່ນໆ, ປ້າຍດັ່ງກ່າວຈະຕ້ອງພະຍາຍາມສ້າງຄວາມປະທັບໃຈໃຫ້ຫຼາຍ ເທົ່າທີ່ຈະເປັນໄປໄດ້. ຖ້າວ່າເຂົາເຈົ້າເຫັນປ້າຍໂຄສະນາຜະລິດຕະພັນ ໃນອິນເຕີເນັດ ນອກຈາກຈະເຫັນຕາມຫົນທາງ ຫຼື ວ່າເຫັນນຳໂທລະທັດ ສິ່ງດັ່ງກ່າວ ແມ່ນເຮັດຂຶ້ນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຍີ່ຫໍ້. ຂໍ້ດີຂອງການໂຄສະນາປ້າຍທາງອອນໄລແມ່ນສາມາດກວດສອບ ຄົນກົດເຂົ້າເບິ່ງໄດ້.
  4. ໂຄສະນາໄຮ້ພົມແດນ.​ ການເຂົ້າເຖິງໃນປະຈຸບັນກວມເອົາທົ່ວທຸກມູມໂລກ. ທີ່ໆມີອິນເຕີເນັດ ສາມາດເຂົ້າຊົມການໂຄສະ ນາຂອງທ່ານໄດ້. ໃນ ສ ປ ປ ລາວ ປະຈຸບັນ, ບໍ່ວ່າຈະເປັນເຂດພູສູງ, ພູດອຍ ແລະ ຕົວເມືອງນ້ອຍ ກໍ່ມີອິນເຕີເນັນຳໃຊ້ແລ້ວ, ດ້ວຍເຫດນີ້ ເຮັດໃຫ້ການໂຄສະນາສິນຄ້າພາຍໃນ ຈິ່ງກາຍເປັນສິ່ງງ່າຍດ່າຍຂື້ນ. ແທນການສົ່ງສິ່ງພິມໂຄສະນາ, ທ່ານສາມາດ ສົ່ງຂໍ້ຄວາມຫາກຸ່ມນັ້ນໆ ທາງອອນໄລ. ແລະບໍ່ຕ້ອງສົງໃສ, ປະເທດພັດທະນາອື່ນໆໃນໂລກກໍ່ສາມາດເຂົ້າຊົມສິນຄ້າ ແລະ ການບໍລິການຂອງທ່ານໄດ້.
  5. ການຕັ້ງເປົ້າໝາຍໂຄສະນາ: ອິນເຕີເນັດ ສາມາດຖືກນໍາໃຊ້ໄດ້ຢ່າງມີປະສິດທິຜົນ ຫຼາຍກວ່າການສົ່ງສິ່ງພິມ ຫຼື ເຕັກນິກການເຂົ້າສູ່ກຸ່ມລູກຄ້າໃດໜຶ່ງ ເປັນຕົ້ນຕັ້ງປ້າຍໂຄສະນາ. ມັນສາມາດເພີ່ມຂຶ້ນໃນຫຼາຍໆເວັບໄຊ, ໂດຍໃຫ້ຜູ້ຊົມໃຊ້ສະໜອງຂໍ້ມູນໃນນາມສະມາຊິກ ແລະ ຄວາມຕ້ອງການຂອງຕົນເອງ.
  6. ພົວພັນໄດ້ໂດຍກົງ. ການຕອບ ກັບຄືນໂດຍກົງ ບໍ່ຄືກັນກັບການໂຄສະນາ ທາງກົງຈາກໂທລະທັດ ແລະ ວິທະຍຸ. ການຕອບຮັບກັບຄືນທັນທີ່ຂອງລູກຄ້າ. ສິ່ງດັ່ງກ່າວນັ້ນ ອິນເຕີເນັດສາມາດເຮັດໄດ້ ແລະ ອິນເຕີເນັດ ສາມາດໃຫ້ບໍລິການການສັ່ງແບບອັດຕາໂນມັດ ຕາມຂໍ້ຜູກມັດ ແລະ ເງື່ອນໄຂຊື້ຂາຍທີ່ທັງສອງຝ່າຍເຫັນດີ. ເຮົາເຫັນໄດ້ຄວາມໄວທັນໃຈ. ປ້າຍໂຄສະນາຕາມອິນເຕີເນັດສາມາດຖືກແທນທີ່ດ້ວຍປ້າຍອື່ນ ແລະ ປ່ຽນໄດ້ຢ່າງ ໄວເຊັ່ນດຽວກັນ. ຖ້າຈະປ່ຽນປ້າຍໂຄສະນາ ຕາມທາງ, ຕ້ອງໃຊ້ງົບຫຼາຍ ແລະ ອາໃສເວລາໃນການປ່ຽນແທນ ຫຼື ຕ້ອງມີການຮັບຮອງຈາກອົງການໃດໜຶ່ງ.
  7. ເບິ່ງປະຕິກິຍາຕອບໂຕ້: ການໂຄສະນາທາງອິນເຕີນເນັດ ສາມາດທ້ອນໂຮມເອົາລູກຄ້າ ທີ່ສື່ອື່ນໆບໍ່ສາມາດເຮັດໄດ້. ມັນສາມາດສົ່ງການສື່ສານ ກັບຄືນກັບບັນດາລູກຄ້າໄດ້. ບໍລິສັດສາມາດກວດເບິ່ງພຶດຕິກຳຂອງລູກຄ້າ ວ່າມີຄວາມັກໃນສິນຄ້າ ຫຼາຍປານໃດ. ໃນເຄື່ອງມືການໂຄສະນາ ມີເຄື່ອງມີສະຖິຕິກວດສອບ ແລະ ປະເມີນຜົນ ໃນການສ້າງສິນຄ້າ ແລະ ຮູບແບບ ການສື່ສານມວນຊົນ. ຈາກການກວດສອບໄດ້ເຖິງພຶດຕິກຳຄົນມັກ, ເຮັດໃຫ້ມີການປັບປຸງທີ່ວ່ອງໄວ ໃນຮູບແບບການໂຄສະ ນາທາງອິນເຕີເນັດ. ທ່ານສາມາດປັບປ່ຽນຕາມເວລາອັນສົມຄວນ, ຕາມຮູບແບບຂອງຄວາມຕ້ອງການຂອງຜູ້ນຳໃຊ້ ຫຼື ອົງປະ ກອບອື່ນໆ.
  8. ສ້າງເນື້ອໃນທີ່ສາມາດດຶງດູດໄດ້: ການໂຄສະນາທາງອິນເຕີເນັດ ສາມາດສົ່ງໄປຕາມຂໍ້ຄວາມທີ່ກ່ຽວພັນກັບ ຄວາມຕ້ອງການຂອງລູກຄ້າ. ສິ່ງນີ້ເຮັດໃຫ້ລະດັບການສະແດງຄວາມຄິດເຫັນ ແລະ ສາມາດສ້າງຜົນກຳໄລໄດ້ຫລາຍຂື້ນ; ເຮັດໃຫ້ການລົງໂຄສະນາໃນເວັບໄຊມີປະສິດທິຜົນຫາຍຂຶ້ນ ແລະ ເຮັດໃຫ້ອັດຕາຜະລິດຕະພັນສູງຂຶ້ນກ່ວາສື່ໂຄສະນາອື່ນໆແບບເກົ່າ.

ບໍ່ແມ່ນແຕ່ສາມາດໂຄສະນາໃນປະເທດ, ໃນສື່ສັງຄົມອອນໄລ, ທ່ານສາມາດເລືອກປະເທດ, ກຸ່ມລູກຄ້າ, ແລະ ແຂວງ ທີ່ສິນຄ້າຂອງທ່ານຕ້ອງການ ສົ່ງໄປຂາຍ. ຮູບແບບການໂຄສະນາກະຈາຍຂໍ້ຄວາມ ຈິ່ງເຮັດໄດ້ໂດຍກົງ ແລະ ງ່າຍຂື້ນ. ສຳລັບຕ່າງປະເທດ, ກໍ່ສາມາດເຂົ້າມາຫາ ສ ປ ປ ລາວໄດ້ງ່າຍຂື້ນຄືກັນ. ເຂົາເຈົ້າສາມາດ ໂຄສະນາຜະລິດຕະພັນ ແລະ ການບໍລິການ ຫາເຂດແຂວງຕ່າງໆ ໂດຍກົງ. ສິນຄ້າລາວກະຕ້ອງນຳໃຊ້ເຄື່ອງມືດັ່ງກ່າວ ໃຫ້ຫຼາຍຂື້ນເພື່ອເຮັດໃຫ້ສັງຄົມ ຮັບຮູ້ສິນຄ້າລາວຫຼາຍຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.