Norkhame
ເລືອກສິ່ງສຳຄັນ ເລືອກສິ່ງສຳຄັນ
ເປັນ​ຫ​ຍັງ​ການ​ເລືອກ​ຈຶ່ງ​ເປັນ​ເລື່ອງ​ສຳ​ຄັນ. ສຳລັບຊີວິດທ່ານ, ຈຳເປັນຕ້ອງໄດ້ຄັດສັນສິ່ງທີ່ທ່ານຕ້ອງການ ຫຼື ເດີນຕາມ ທາງທີ່ຈະພາໃຫ້ຕົນເອງໄປສູ່ເປົ້າໝາຍ. ຄົນ​ຈະ​ເຄົາ​ລົບ​ໃນ​ຄວາມ​ເປັນ​ທ່ານ​ຫລາຍ​ຂຶ້ນ​ບໍ່​ວ່າ​ເຂົາ​ຈະ​ເຫັນ​ດີ​ກັບ​ທ່ານ​ຫລື​ບໍ່​ເຫັນ​ກໍ​ຕາມ. ຄົນ​ມັກ​ຊື່ນ​ຊົມ​ຄົນ​ທີ່​ມີ​ຄວາມ​ເຫັນ​ຫລາຍ​ກວ່າ​ຄົນ​ທີ່​ບໍ່​ມີ​ຄວາມ​ເຫັນ​ຫ​ຍັງ​ເລີຍ. ​ເຊັ່ນ: ຄົນ​ທີ່​ຕອບ​ວ່າ ແລ້ວ​ແຕ່​ທ່ານ ກິ​ນ​ຫ​ຍັງ​ກະ​ໄດ້ ເຮັດ​ຫ​ຍັງ​ກະ​ໄດ້. ຄົນ​ທີ່​ບໍ່​ມີ​ຄວາມ​ເຫັນ​ມັກ​ຈະ​ຖືກ​ເບິ່ງ​ຂ້າມ​ຫລາຍກວ່າ​ຄົນ​ທີ່​ມີ​ຄວາມ​ເຫັນ. ນອນນັ້ນ, ທ່ານ​ຈະ​ຮູ້​ສຶກວ່າ​ຕົວ​ເອງ​ມີ​ຄຸນ​ຄ່າ​ຫລາຍ​ຂຶ້ນ​ເພາະ​ໄດ້​ເລືອກ​ສິ່ງ​ທີ່​ທ່ານ​ມັກ ເວົ້າ​ສິ່ງ​ທີ່​ທ່ານ​ຄິດ ແທ້​ກັບ​ຄວາມ​ຮູ້​ສຶກ​ຕົວ​ເອງ​ໃນ​ຄະ​ນະ​ທີ່​ຄົນ​ທີ່​ບໍ່​ຍອມ​ເລືອກ​ມັກ​ເຮັດ​ຕົວ​ເປັນ​ເຍື່ອ. ທ່ານ​ຈະມີຄວາມກັງວົນ​ນ້ອຍ​ລົງ ​ເພາະ​ທ່ານ​ເປັນ​ຄົນ​ເລືອກ​ສິ່ງ​ທີ່​ຢາກ​ຈະ​ເຮັດ​ດ້ວຍຕົນເອງ. ຖ້າ​ທ່ານ​ບໍ່​ເລືອກ​ຄົນ​ອື່ນ​ຈະ​ເລືອກ​ໃຫ້ແລະ​ແນ່ນອນ​ວ່າ​ຈະ​ບໍ່​ແມ່ນ​ທາງ​ເລືອກ​ທີ່​ໃຫ້​ຜົນ​ດີ​ແລະ​ເປັນ​ປະ​ໂຫຍດ​ກັບ​ທ່ານ. ທ່ານ​ມີ​ສິດ​ທີ່​ຈະ​ເລືອກ​ ເລືອກວ່າ​ຈະ​ຍອມ​ໃຫ້​ໃຜ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ. ທ່ານ​ເລືອກວ່າ​ຈະ​ເຮັດ​ແບບ​ໃດ​ກັບ​ສິ່ງ​ໃດ​ໄດ້,... ເລືອກສິ່ງສຳຄັນ

ເປັນ​ຫ​ຍັງ​ການ​ເລືອກ​ຈຶ່ງ​ເປັນ​ເລື່ອງ​ສຳ​ຄັນ. ສຳລັບຊີວິດທ່ານ, ຈຳເປັນຕ້ອງໄດ້ຄັດສັນສິ່ງທີ່ທ່ານຕ້ອງການ ຫຼື ເດີນຕາມ ທາງທີ່ຈະພາໃຫ້ຕົນເອງໄປສູ່ເປົ້າໝາຍ. ຄົນ​ຈະ​ເຄົາ​ລົບ​ໃນ​ຄວາມ​ເປັນ​ທ່ານ​ຫລາຍ​ຂຶ້ນ​ບໍ່​ວ່າ​ເຂົາ​ຈະ​ເຫັນ​ດີ​ກັບ​ທ່ານ​ຫລື​ບໍ່​ເຫັນ​ກໍ​ຕາມ. ຄົນ​ມັກ​ຊື່ນ​ຊົມ​ຄົນ​ທີ່​ມີ​ຄວາມ​ເຫັນ​ຫລາຍ​ກວ່າ​ຄົນ​ທີ່​ບໍ່​ມີ​ຄວາມ​ເຫັນ​ຫ​ຍັງ​ເລີຍ. ​ເຊັ່ນ: ຄົນ​ທີ່​ຕອບ​ວ່າ ແລ້ວ​ແຕ່​ທ່ານ ກິ​ນ​ຫ​ຍັງ​ກະ​ໄດ້ ເຮັດ​ຫ​ຍັງ​ກະ​ໄດ້.

ຄົນ​ທີ່​ບໍ່​ມີ​ຄວາມ​ເຫັນ​ມັກ​ຈະ​ຖືກ​ເບິ່ງ​ຂ້າມ​ຫລາຍກວ່າ​ຄົນ​ທີ່​ມີ​ຄວາມ​ເຫັນ. ນອນນັ້ນ, ທ່ານ​ຈະ​ຮູ້​ສຶກວ່າ​ຕົວ​ເອງ​ມີ​ຄຸນ​ຄ່າ​ຫລາຍ​ຂຶ້ນ​ເພາະ​ໄດ້​ເລືອກ​ສິ່ງ​ທີ່​ທ່ານ​ມັກ ເວົ້າ​ສິ່ງ​ທີ່​ທ່ານ​ຄິດ ແທ້​ກັບ​ຄວາມ​ຮູ້​ສຶກ​ຕົວ​ເອງ​ໃນ​ຄະ​ນະ​ທີ່​ຄົນ​ທີ່​ບໍ່​ຍອມ​ເລືອກ​ມັກ​ເຮັດ​ຕົວ​ເປັນ​ເຍື່ອ.

ທ່ານ​ຈະມີຄວາມກັງວົນ​ນ້ອຍ​ລົງ ​ເພາະ​ທ່ານ​ເປັນ​ຄົນ​ເລືອກ​ສິ່ງ​ທີ່​ຢາກ​ຈະ​ເຮັດ​ດ້ວຍຕົນເອງ. ຖ້າ​ທ່ານ​ບໍ່​ເລືອກ​ຄົນ​ອື່ນ​ຈະ​ເລືອກ​ໃຫ້ແລະ​ແນ່ນອນ​ວ່າ​ຈະ​ບໍ່​ແມ່ນ​ທາງ​ເລືອກ​ທີ່​ໃຫ້​ຜົນ​ດີ​ແລະ​ເປັນ​ປະ​ໂຫຍດ​ກັບ​ທ່ານ. ທ່ານ​ມີ​ສິດ​ທີ່​ຈະ​ເລືອກ​ ເລືອກວ່າ​ຈະ​ຍອມ​ໃຫ້​ໃຜ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ. ທ່ານ​ເລືອກວ່າ​ຈະ​ເຮັດ​ແບບ​ໃດ​ກັບ​ສິ່ງ​ໃດ​ໄດ້, ເລືອກວ່າ​ທ່ານຈະ​ອອກ​ແບບ​ຊີ​ວິດ​ແບບ​ໃດ​ໃຫ້​ກັບ​ຕົວ​ເອງ​ໄດ້. ດັ່ງ​ນັ້ນ​, ຈົ່ງເລືອກ​ແຕ່​ເລື່ອງ​ດີໆ​ເລືອກ​ທີ່​ຈະ​ເບິ່ງ​ໂລກ​ໃນ​ແງ່​ດີ, ​ຄິດ​ໃນດ້ານບວກ, ເລືອກ​ປະຕິບັດດີ​ກັບ​ທຸກໆຄົນ ​ແລະ ​ຕົວ​ເອງ ​ເພາະ​ມັນ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ດີ ​ແລະ ​ມີ​ຄວາມ​ສຸກ​ຫລາຍກວ່າ. ຈົ່​ງ​ບອກ​ກັບ​ຕົວ​ເອງ​ສະ​ເຫມີວ່າ: ​

  • ສາ​ມາດ​ເລືອກ​ສິ່ງ​ທີ່​ມີ​ຜົນ​ກະ​ທົບ​ຕໍ່ຕົນເອງ; ​
  • ສາ​ມາດ​ເລືອກ​ທີ່​ຈະ​ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ
  • ​ສາ​ມາດ​ເລືອກ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ສິ່ງ​ທີ່​ຮ້າຍໆ​ກົດ​ດັນ​ຄວາມ​ຮູ້​ສຶກ​, ​
  • ສາ​ມາດ​ເລືອກ​ທີ່​ຈະ​ເກັບ​ຄວາມ​ຜິດ​ພາດ​ໃຫ້​ເປັນ​ບົດ​ຮຽນ​ແລະ​ປະ​ສົບ​ການ ແຕ່​ບໍ່​ເກັບ​ໄວ້​ໃຫ້​ທຸກ​ໃຈ
  • ສາ​ມາດ​ເລືອກ​ທີ່​ຈະ​ມີ​ຄວາມ​ຫມັ້ນ​ໃຈ​ແທນ​ການ​ໄຮ້​ຕົວ​ຕົນ
  • ສາ​ມາດ​ເລືອກ​ທີ່​ຈະ​ກ້າ​ແທນ​ການ​ຢ້ານ​ໄປ​ທຸກ​ເລື່ອງ
  • ສາ​ມາດ​ເລືອກ​ທີ່​ຈະ​ມີ​ຄວາມ​ສຸກ​ຫລາຍກວ່າ​ທຸກ
  • ສາ​ມາດ​ເລ​ືອກ​ທີ່​ຈະ​ຮູ້​ສຶກ​ຮັກ​ແທນ​ການ​ກຽດ​ຊັງ​ຄຽດ​ແຄ້ນ​
  • ​ສາ​ມາດ​ທີ່​ຈະ​ສູ້​ຫລາຍກວ່າ​ຍອມ​ແພ້
  • ສາມາດ​ເລືອກ​ທີ່​ຈະ​ໃສ່​ໃຈ​ດູ​ແລ​ຕົວ​ເອງ​ຫລາຍກວ່າ​ປ່ອຍ​ຕົວ​
  • ສາ​ມາດ​ທີ່​ຈະ​ຄິດ​ແລະ​ຄວບ​ຄຸມ​ຫລາຍກວ່າ​ປ່ອຍ​ໃຈ
  • ​ສາ​ມາດ​ເລືອກ ຈົ່ງ​ເປັນ​ຄົນ​ທີ່​ທ່ານ​ເລືອກ​ທີ່​ເປັນ ບໍ່​ແມ່ນ​ຄົນ​ທີ່​ຜູ້​ຄົນ​ຢາກ​ຈະ​ເຫັນ

ຢ່າ​ເລືອກ​ຄົນ​ທີ່​ບໍ່​ໄດ້​ຄິດ​ເລືອກ​ທ່ານ ຈົ່ງ​ເລືອ​ກ​ຄົນ​ທີ່​ຊ່ວຍ​ຍົກ​ທ່ານ ໃຫ້​ເປັນ​ຄົນ​ດີ​ໃຫ້​ຮູ້​ສຶກ​ດີ​ໃຫ້​ມີ​ສຸ​ຂະ​ພາບ​ດີ, ໃຫ້​ມີ​ຄວາມ​ຄິດ​ດີ,​ ໃຫ້​ກຽດ​ດີ ແລະ ເບິ່ງແຍງ​ດີ.

ຈົ່ງ​ເລືອກ​ໃຊ້​ຊີ​ວິດ​ດ້ວຍ​ການ “ເລືອກ” ບໍ່​ແມ່ນ ຖ້າໂອ​ກາດ​. ເລືອກ​ທີ່​ຈະ​ປ່ຽນ​ແປງ​ບໍ່​ແມ່ນ​ຫາ​ຂໍ້​ອ້າງ​. ເລືອກ​ທີ່​ຈະ​ສ້າງ​ແຮງ​ຈູງ​ໃຈ​ບໍ່​ແມ່ນຖ້າ​ຕໍານິວ່າ​ຄົນອື່ນບໍ່ດີ. ເລືອກ​ທີ່​ຈະ​ເປັນ​ປະ​ໂຫຍດ ບໍ່​ແມ່ນ​ເປັນ​ຈະເຮັດຕາມ​ຄວາມນິດໃສເກົ່າໆ. ເລືອກ​ທີ່​ຈະ​ນັບ​ຖື​ໂຕ​ເອງ ບໍ່​ແມ່ນ​ອີດູສົງສານ​ຕົວ​ເອງ​. ເລືອກ​ທີ່​ຈະ​ຟັງ​ສຽງ​ພາຍ​ໃນ​ຫົວ​ໃຈ​ຂອງ​ຕົວ​ເອງ​ບໍ່​ແມ່ນ​ສຽງ​ຈາກ​ຄົນອ້ອມ​ຂ້າງ.

ຄຳ​ທີ່​ຄົນ​ມັກ​ອ້າງ​ເມື່ອ​ຕ້ອງ​ເຮັດ​ຫລື​ເລືອກ. ຂໍ້​ອ້າງ​ທີ່​ຄົນ​ໄປ​ບໍ່​ຮອດ​ຝັນ​ມັກ​ໃຊ້​ເປັນ​ຄຳ​ແກ້​ຕົວ. ຜູ້​ຄົນ​ມັກ​ໃຫ້​ເຫດ​ຜົນ​ໃຫ້​ຕົວ​ເອງວ່າ ຂ້ອຍ​ບໍ່​ສາ​ມາດ​ເລືອກ​ໄດ້​ເພາະ​ຂ້ອຍ​ບໍ່​ໄດ້​ມີ​ການ​ສຶກ​ສາ​ພໍ. ​ຂ້ອຍ​ຈຳ​ເປັນ​ຕ້ອງ​ເບິ່ງແຍງຄອບ​ຄົວ​ຂອງ​ຂ້ອຍ.​ຂ້ອຍ​ບໍ່​ມີ​ເງິນ​ຫລາຍ​ພໍ. ​ຂ້ອຍ​ບໍ່​ມີ​ໂອ​ກາດ​. ຂ້ອຍ​ເປັນ​ຄົນ​ບໍ່​ມີ​ໂຊກ. ຂ້ອຍ​ບໍ່​ມີ​ເວ​ລາ. ຂ້ອຍ​ບໍ່​ພ້ອມ. ຂ້ອຍ​ບໍ່​ກ້າ​ ເພາະມັນ​ເກີນ​ຄວາມ​ສາ​ມາດ. ​ຂ້ອຍ​ເຖົ້າ​ເກີນ​ໄປ​. ເວ​ລາ​ຂອງ​ຂ້ອຍ​ຫມົດ​ແລ້ວ. ​ສຸ​ຂະ​ພາບ​ຂອງ​ຂ້ອຍ​ບໍ່​ດີ​. ຂ້ອຍ​ເລືອກ​ບໍ່​ໄດ້​. ຂ້ອຍ​ບໍ່​ເກັ່ງ​ຄື​ຄົນ​ອື່ນ​ໄດ້​ຊ່ຳ​ນິ້​ກໍ​ພໍ​ແລ້ວ.

ທ່ານອາດຈະເຫັນແລ້ວວ່າ: ຄົນເຮົາ​ມີ​ທາງ​ເລືອກ​ໃນ​ທຸກ​ຊ່ວງ​ຂອງ​ຊີ​ວິດ. ຄົນ​ສ່ວນ​ໃຫ່​ຍ​ມັກ​ກຈະ​ຄິດ​ວ່າ​ເຮົາ​ບໍ່​ມີ​ສິດ​ທິ​ໃນ​ການ​ເລືອກ. ເຮົາ​ມີ​ອຳ​ນາດ​ເຕັມ​ທີ່​ທີ່​ຈະ​ເລືອກ​ສິ່ງ​ດີໆ​ໃຫ້​ຊີ​ວິດ​ຂອງ​ທ່ານ. ​ບາງ​ຄົນ​ເຄີຍ​ເວົ້າໄວ້​ວ່າ​ເລື່ອງ​ແບບ​ນີ້​ມັນ​ຢູ່​ທີ່​ວິ​ທີ​ການ​ຄິດ ​ແລະ​ການ​ລົງ​ມືກະທຳ. ຖ້າ​ຄິດບວກ​ແລ້ວຈະ​ຮູ້​ຈັກ​ເລືອກ ແລະ ​​ລົງ​ມື​ເຮັດ​. ຄວາມ​ສຳ​ເລັດ​ຍ່ອມ​ຢູ່​ບໍ່​ໄກ​ເກີນ​ໄປ. ຂື້ນກັບ​ວ່າທ່ານ​ຈະ​ເລືອກ​ຄິດ​ຫລື​ເຮັດ​ແນວ​ໃດ? ໃຜ​ວ່າ​ແຂ່ງ​ບຸນ​ແຂ່ງວາດ​ສະ​ຫ​ນາ​ບໍ່​ໄດ້, ​ທ່ານ​ເລືອກ​ຊີ​ວິດ​ແລະ ​ເລືອກ​ທີ່​ຈະ​ເຝິກ​ຝົນ​ໃຫ້​ທ່ານ​ມີ​ໂອ​ກາດ​ດີໆ​ໄດ້​ສະ​ເຫມີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.