Norkhame
ນັກສູ້ໂຄວິດ ນັກສູ້ໂຄວິດ
“ມາທາດໍ – ນັກສູ້ງົວກະທິງ” ເປັນວັດທະນະທຳ ສະແດງໃຫ້ເຫັນວ່າ ຄົນສະເປນ ເປັນນັກສູ້. ເມື່ອໂຄວິດລະບາດ, ເບິ່ງຄືວ່າຄົນທັງປະເທດກຳລັງປະລາໄຊ ແລະ ກາຍເປັນຈຳເລີຍແກ່ພະຍາດ. ມີການລະບາດ ແລະ ເສຍຊີວິດຫຼາຍ ຕາມຫຼັງອິຕາລີຕິດໆ. ເປັນຄຳຖາມໃຫ້ຄົນໄດ້ຄິດ, ເປັນຫຍັງຈິ່ງມີການເສຍຊີວິດຫຼາຍແທ້ທີ່ປະເທດ ສະເປນ ແລະ ອິຕາລີ. ຜູ້ຊ່ຽວຊານທາງດ້ານການແພດ ກ່າວວ່າປະຊາກອນ ຜູ້ສູງອາຍຸ ມີປະລິມານຫຼານໃນສອງປະເທດນີ້,... ນັກສູ້ໂຄວິດ

“ມາທາດໍ – ນັກສູ້ງົວກະທິງ” ເປັນວັດທະນະທຳ ສະແດງໃຫ້ເຫັນວ່າ ຄົນສະເປນ ເປັນນັກສູ້. ເມື່ອໂຄວິດລະບາດ, ເບິ່ງຄືວ່າຄົນທັງປະເທດກຳລັງປະລາໄຊ ແລະ ກາຍເປັນຈຳເລີຍແກ່ພະຍາດ. ມີການລະບາດ ແລະ ເສຍຊີວິດຫຼາຍ ຕາມຫຼັງອິຕາລີຕິດໆ. ເປັນຄຳຖາມໃຫ້ຄົນໄດ້ຄິດ, ເປັນຫຍັງຈິ່ງມີການເສຍຊີວິດຫຼາຍແທ້ທີ່ປະເທດ ສະເປນ ແລະ ອິຕາລີ. ຜູ້ຊ່ຽວຊານທາງດ້ານການແພດ ກ່າວວ່າປະຊາກອນ ຜູ້ສູງອາຍຸ ມີປະລິມານຫຼານໃນສອງປະເທດນີ້, ພຶດຕິກຳທາງສັງຄົມ ແລະລະບົບການຮັກສາສຸຂະພາບທີ່ອ່ອນແອ ເປັນສ່ວນເຮັດໃຫ້ມີຜູ້ເສຍຊີວິດສູງຫຼາຍກ່ວາ ຈີນ ທີ່ເຄີຍຄອງອັນດັບ 1 ໃນເດືອນ ກຸມພາ 2020.

ນັບແຕ່ມີການລະບາດໜັກ, ຄົນເປັນຈຳນວນຫຼວງຫຼາຍ ເສຍຊີວິດຫຼາຍເປັນປະຫວັດສາດ, ຜູ້ເສຍຊີວິດທັງໝົດ ເກືອບຮອດ 5,000 ຄົນ ທີ່ ປະເທດສະເປນ ແລະ 10,000 ຄົນ ທີ່ອິຕາລີ. ປັດໃຈຫຼັກໆທີ່ກໍ່ໃຫ້ເກີດການແຜ່ລະບາດຂອງໂຣກໂຄວິເ ຢ່າງໄວວາໃນປະເທດສະເປນ ມີຄື:

ຄວາມຈຳກັດດ້ານ ການບໍລິການດ້ານສາທາລະນະສຸກບໍ່ພຽງພໍ ແລະ ຖືກລາຍງານວ່າ ຍັງຂາດແພດໝໍສຳລັບການຮັບມື. ນັກວິຊາການໃນປະເທດສະເປນຢັ້ງຢືນບາງສ່ວນວ່າ ນີ້ແມ່ນສາເຫດໜຶ່ງທີ່ສຳຄັນຫຼາຍ. ສູນປ້ອງກັນ ແລະ ຄວບຄຸມພະຍາດໃນກຸ່ມປະເທດເອີຣົບໄດ້ຊີ້ໃຫ້ເຫັນວ່າ ຜົນກະທົບຂອງ COVID-19 ແມ່ນຂື້ນກັບລະດັບການກຽມພ້ອມຂອງປະເທດ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດມາດຕະການຕອບໂຕ້ຢ່າງໄວວາ.

ຖ້າການເພີ່ມຂື້ນຂອງກໍລະນີເກີດຂື້ນຢ່າງໄວວາ, ແມ່ນຍ້ອນວ່າ ຊັບພະຍາກອນມະນຸດດ້ານສາທາລະນະສຸກ ແລະວັດຖຸການແພດເພື່ອຕໍ່ສູ້ກັບມັນບໍ່ໄດ້ຮັບປະກັນ. ຫຼັງຈາກນັ້ນຜົນກະທົບກໍ່ຮ້າຍແຮງຫຼາຍເມື່ອໂລກລະບາດ. ນັ້ນອາດຈະເຮັດໃຫ້ຈຳນວນຄົນເສຍຊີວິດ ມີຄວາມສ່ຽງຫຼາຍທີ່ສຸດ. ນີ້ເປັນການ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກສະໜອງອຸປະກອນປ້ອງກັນທີ່ພຽງພໍໃນທັນທີທີ່ເປັນໄປໄດ້ ເພື່ອແກ້ໄຂບັນຫາທີ່ເກີດໃນປະຈຸບັນ ແລະ ຕໍ່ໜ້າ. ໃນຕົວຈິງ, ແມ່ນສວນທາງກັບສະຖານະການ. ຈົນເຖິງປະຈຸບັນກະຊວງສາທາ ບໍ່ສາມາດສະໜອງອຸປະກອບ ເພື່ອປົກປ້ອງ ຫຼື ຊ່ວຍຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອໂຣກແກ່ແພດໝໍ. ການຂາດເຂີນອຸປະກອນສຸຂາພິບານຢູ່ໃນໂຮງໝໍ, ເຮັດໃຫ້ພະນັກງານສາທາລະນະສຸກສ່ຽງຕໍ່ການຕິດເຊື້ອພະຍາດຕິດແປດ.

ຄວາມໜາແໜ້ນ ແລະ ການຢູ່ກະຈັດກະຈາຍ ເຮັດໃຫ້ການຮັກສາຍາກຂື້ນ.  ຄວາມໜາແໜ້ນຂອງປະຊາຊົນໃນຕົວເມືອງຕ່າງໆເຊັ່ນ: ແມດຣີດ, ຫຼື ຢູ່ແຄມຝັ່ງທະເລເມດິເຕີເລນຽນ ໂດຍສະເພາະເຮືອນຊານບ້ານຊ່ອງຫລາຍໆບ່ອນຢູ່ໃນເຂດຊານເມືອງ ທີ່ຢູ່ຫ່າງໄກຈາກຕົວເມືອງ.

ຮູບແບບການສື່ສານຄົນເຊິ່ງມີວັດທະນະທຳການຈັບ, ຈູບເພື່ອທັກທາຍ ສະແດງຄວາມຮັກແພງນັບຖື ເປັນປັດ ໃນໜຶ່ງ ທີ່ເປັນພຶດຕິກຳທີ່ມີຄວາມສ່ຽງ. ຄົນສະເປນ ມັກຈັບມືກັນ, ຫລືກອດກັນ, ຫຼືຈູບກັນ, ໃນເວລາທີ່ພົບກັນ ເປັນໂອກາດໃຫ້ພະຍາດມີການລະບາດງ່າຍ. ນອກຈາກນີ້, ປະເທດສະເປນມີປະຊາກອນຜູ້ສູງອາຍຸຂະໜາດ ໃຫຍ່, ເຊິ່ງເປັນກຸ່ມຜູ້ທີ່ມີຄວາມສ່ຽງຫຼາຍແກ່ພະຍາດໂຄວິດ.

ນອກຈາກນັ້ນ, ໂຮງໝໍ ແລະ ການບໍລິການທາງການແພດຂອງປະເທດສະເປນ ແມ່ນຖືກຄວບຄຸມໂດຍເຂດປົກຄອງຕົນເອງທີ່ແຕກຕ່າງກັນ. ສ້າງຄວາມບໍ່ສະເໝີພາບໃນການຮັບ ແລະ ປະຕິບັດຄຳສັ່ງ, ລວມທັງການຕັດ ສິນໃຈຈັດຕັ້ງຮ່ວມກັນ ເພື່ອແກ້ໃຂບັນຫາ. ການສູນເສຍຊີວິດຄົນໃນປະເທດສະເປນ ຄ້າຍໆຄືກັບໃບໄມ້ແຫ້ງຫຼົ່ນ ໃນລະດູໃບໄມ້ຫຼົ່ນ. ຢູ່ປະເທດສະເປນ, ຈຳນວນຜູ້ເສຍຊີວິດເພີ່ມຂື້ນ, ປະຈຸບັນມີຂ່າວລືວ່າຈະມີມາດຕະການປິດລ້ອມການເຄື່ອນໃຫວ່ຄົນຕື່ມອີກ ເພື່ອຈຳກັດການແຜ່ຂະຫຍາຍ ບໍ່ໃຫ້ສູງຂື້ນອີກ. ມາດຕະການປິດລ້ອມຈະໄດ້ຮັບການແກ້ໄຂໃຫ້ເຄັ່ງຄັດຂື້ນຕື່ມອີກ.

ການລະບາດ, ຈຳນວນຄົນຕິດເຊື້ອ ແລະ ເສຍຊີວິດ ທີ່ ສ ປ ຈີນ ມາກ່ອນໜ້ານີ້ ເປັນການແຈ້ງຂ່າວໃຫ້ ແກ່ບັນ ດາປະເທດອື່ນໆໄດ້ກຽມຕົວຮັບມື. ການຮັບມືຂອງແຕ່ລະປະເທດ ເປີດເຜີຍຈຸດແຂງ ແລະ ຈຸດອ່ອນ ຂອງລະບົບ ສາທາລະນະສຸກ ໃນປະເທດນັ້ນໆ ເພື່ອປັບປຸງ ແລະ ກະກຽມການຮັບມື ການລະບາດໂຣກອື່ນໆທີ່ອາດມີມາອີກ. ຫົວຂໍ້ນີ້, ບໍ່ໄດ້ຕຳນິລະບົບສາທາລະນະສຸກ ຫຼື ໃຜ. ເຫດການໂຄວິດ ເປັນຄຳຖາມໃຫ້ ຂະແໜງສາທາໃນແຕ່ລະປະເທດ ຕ້ອງໄດ້ທົບທວນ ຄວາມອາດສາມາດ ໃນການຮັກສາຊີວິດປະຊາກອນຂອງຕົນເອງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.