ຮອງອາເມລິກາ

ປະຈຸບັນປະເທດບຣາຊິນມີ ຈຳນວນຄົນເປັນໂຣກ ໂຄວິດ ທີ່ສູງທີ່ສຸດເປັນອັນດັບສອງໃນໂລກ. ປະເທດບຣາຊິນລື່ນປະເທດຣັດເຊຍໃນວັນສຸກທີ່ເປັນປະເທດທີ່ມີ ຈຳນວນຜູ້ຕິດເຊື້ອໄວຣັດໂຄວິດຫຼາຍທີ່ສຸດເປັນອັນດັບສອງໃນໂລກ ຮອງຈາກສະຫະລັດອາເມລິກາ.

ຊະນະກ່ອນແຂ່ງ

ທ້າຊິງຕຳແໜ່ງປະທານາທິບໍດີອາເມລິກາ ໃນທ້າຍປີ 2020, ນຳໂດຍທ່ານ ໂຈ ໄບເດັນ ຈາກພັກເດໂມເຄຼດ, ຄາດວ່າຈະຊະນະແບບຖະຫຼົ່ມທະລາຍເໜື່ອທ່ານ ທຼໍາ. ສາເຫດທີ່ເຮັດໃຫ້ທີມງານເຊື່ອແນວນັ້ນ ເປັນເພາະການຮັບມືລະບາດ ໂຄວິດຂອງທ່ານ ທຼໍາ ເປັນທີ່ບໍ່ພໍໃຈຂອງ ຄົນອາເມລິກາ. ແມ່ນແຕ່ຄົນໃນ ພັກດຽວຍັງມີ ຫາງສຽງບໍ່ມັກ.

ສືບຕໍ່ປິດລ້ອມ

ເມື່ອງ ຈີ່ລີ່ນ ຂອງຈີນ ເລີ່ມມີການລະບາດ. ທາງການ ເມືອງຂອງຈີນໄດ້ອອກຂໍ້ຫ້າມຈຳກັດການເດີນທາງ, ປິດເຂດທີ່ຢູ່ອາໄສ ແລະ ຫ້າມການຊຸມນຸມ ຫລັງຈາກມີການຢືນຢັນວ່າມີກໍລະນີຕິດເຊື້ອພະຍາດ ໂຄວິດ ຈຳນວນໜຶ່ງ ໃນເມືອງທາງທິດຕາເວັນອອກສຽງເໜືອ.

ກຽມໃຊ້ໜີ້

ເສັ້ນຕາຍຄັ້ງໃກ້ເຂົ້າມາແລ້ວ ສຳລັບການສົ່ງໜີ້ ສິນຂອງປະເທດ ອາເຈັນຕີນ້າ. ໃນຊ່ວງລຳບາກໂຄວິດ, ປະເທດຕ້ອງມາຂຸ້ນຂ້ຽວຫາເງິນສົ່ງເຈົ້າໜີ້.

ຈາກຟ້າສູ່ໜ້າດິນ

ຈົບຍ້ອນໂຄວິດ. ຜູ້ໃຫ້ບໍລິການສາຍການບິນ Avianca ຂອງບໍລິສັດການບິນ Colombian, ສາຍການບິນທີ່ມີອາຍຸຍືນທີ່ສຸດອັນດັບສອງຂອງໂລກ ຫາກໍ່ລົ້ມລະລາຍຍ້ອນໂຣກລະບາດໂຄວິດ19, ຫລັງຈາກບໍ່ໄດ້ຮັບປະກັນການຊ່ວຍເຫລືອຈາກລັດຖະບານໃນການຈ່າຍໜີ້.

ຍິ່ງໃຫຍ່ຍິ່ງເຈັບ

ເສດຖະກິດຂອງສະຫະລັດ, ທີ່ໃຫຍ່ເປັນອັນດັບ 1 ຂອງໂລກ ກໍາລັງກະທົບໜັກ. ຄົນຕົກງານ 20,5 ລ້ານຄົນ ໃນເດືອນເມສາ. ການປິດລ້ອມໂຣກ ໂຄວິດເຮັດໃຫ້ອັດຕາການຫວ່າງງານຂອງສະຫະລັດເພີ່ມຂື້ນຢ່າງໄວວາທີ່ບໍ່ເຄີຍມີມາ ນັບແຕ່ ປີ 1930.

ສືບຕໍ່ລະບາດ

ໃຫ້ຈະຮອດກາເງປີ, ເບິ່ງຊົງວ່າ ການລະບາດໃນແຕ່ລະເຂດໂລກ ຍັງບໍ່ມີທ່າເພີ່ມຂື້ນ. ໃນແຖບຢູໂຣບ, ອາເມລິກາ, ຕາເວັນອອກກາງ ກໍລະນີຄົນເປັນໂຣກເພີ່ມຂື້ນ. ເຮັດໃຫ້ກິດຈຳກຳສຳຄັນຫຼາຍງານຕ້ອງເລື່ອນໄປ, ເປັນຕົ້ນ ການເລືອກຕັ້ງທີ່ປະເທດໂປແລນ.

ໂຄວິດເຂົ້າຄຸກ

ອີກໜຶ່ງຄວາມລຳບາກ ໃນການຄວບຄຸມການລະບາດເຊື້ອໂຄວິດ. ຖ້າເກີດໃນຄຸກຄຸມຂັງທີ່ໃດ, ຊີວິດນັກໂທດອາດດັບຫາຍ. ເພາະຄວາມແອອັດ ແລະ ການອອກຫ່າງຈາກກັນ ເປັນເລື່ອງລຳບາກ ແລະ ສ້າງຂໍ້ຫຍຸງຍາກໃຫ້ແກ່ທຸກໆແຫ່ງ.

ໜ້າກາກກັນໂຣກ

ໂລກໂຄວິດ, ເຮັດໃຫ້ຄົນຢ້ານຄົນ. ການສະກັດກັ້ນການລະບາດ ແລະ ການປ້ອງກັນ ເປັນໜ້າທີ່ຮັບຜິດຊອບສ່ວນບຸກຄົນ. ທາງໜ່ວຍງານອອກແບບຜ້າອັດປາກ, ໄດ້ມີການອອກແບບໜ້າກາກ ປາດສະຕິກຫຼາຍຮູບແບບເພື່ອມານຳໃຊ້.

ອາດເສຍຮອດແສນຄົນ

ຫຼາຍຄົນເປັນຫ່ວງ ສະຫະລັດອາເມລິກາ. ມີທ່າວ່າຈະເພີ່ມຂື້ນເປັນ 8 ເທົ່າຂອງຄົນຕິດເຊື້ອ ແລະ ມີທ່າວ່າຄົນເສຍຊີວິດຈະເພີ່ມຂື້ນອີກຫຼາຍເທົ່າ. ຈາກການປະເມີນສະພາບການຕົວຈິງ ທີ່ມີຄົນເສຍຊີວິດ 3,000 ຄົນຕໍ່ມື້ຈາກເດືອນ ພຶດສະພາ 2020.

Copy Protected by Chetan's WP-Copyprotect.