Norkhame
ສ້າງໂອກາດໃຫ້ຕົນເອງ ສ້າງໂອກາດໃຫ້ຕົນເອງ
ເມື່ອທ່ານເລີ່ມຄິດຫາສິ່ງ ທີ່ທ່ານຕ້ອງການເຮັດໃຫ້ຕົນເອງເປັນສຸກ. ທ່ານຈະເລີ່ມສ້າງໂອກາດແກ່ ການໄດ້ເຮັດ ສິ່ງນັ້ນໆ. ໃນເງື່ອນໄຂວ່າ, ສິ່ງທີ່ທ່ານມັກເປັນອຸດົມການ ທີ່ເປັນໄປໄດ້. ຫາກທ່ານວ່າ: ຢາກເປັນນັກອາວະກາດ ຍິງຄົນທຳອິດ, ສິ່ງນັ້ນຄົງເປັນໄປໄດ້ຍາກຫຼາຍ. ເພາະເງື່ອນໄຂ ແລະ ສະພາບແວດລ້ອມ ດັ່ງກ່າວ ຫາບໍ່ໄດ້ ໃນ ປະເທດລາວ. ອີກຢ່າງ, ທ່ານຕ້ອງໄດ້ຮັບການເຝິກຝົນເປັນເວລາຫຼາຍປີ. ບົນເງື່ອນໄຂວ່າ: ສິ່ງທີ່ເຮົາຢາກເຮັດໃຫ້ຕົນເອງເປັນສຸກ ສາມາດເປັນໄປໄດ້... ສ້າງໂອກາດໃຫ້ຕົນເອງ

ເມື່ອທ່ານເລີ່ມຄິດຫາສິ່ງ ທີ່ທ່ານຕ້ອງການເຮັດໃຫ້ຕົນເອງເປັນສຸກ. ທ່ານຈະເລີ່ມສ້າງໂອກາດແກ່ ການໄດ້ເຮັດ ສິ່ງນັ້ນໆ. ໃນເງື່ອນໄຂວ່າ, ສິ່ງທີ່ທ່ານມັກເປັນອຸດົມການ ທີ່ເປັນໄປໄດ້. ຫາກທ່ານວ່າ: ຢາກເປັນນັກອາວະກາດ ຍິງຄົນທຳອິດ, ສິ່ງນັ້ນຄົງເປັນໄປໄດ້ຍາກຫຼາຍ. ເພາະເງື່ອນໄຂ ແລະ ສະພາບແວດລ້ອມ ດັ່ງກ່າວ ຫາບໍ່ໄດ້ ໃນ ປະເທດລາວ. ອີກຢ່າງ, ທ່ານຕ້ອງໄດ້ຮັບການເຝິກຝົນເປັນເວລາຫຼາຍປີ.

ບົນເງື່ອນໄຂວ່າ: ສິ່ງທີ່ເຮົາຢາກເຮັດໃຫ້ຕົນເອງເປັນສຸກ ສາມາດເປັນໄປໄດ້ ແລະ ບໍ່ແມ່ນເພື່ອເປັນການອວດ ອ້າງຄົນ ອື່ນວ່າຕົນເອງເກັ່ງ ຫາກເປັນການເຮັດໄປເພາະເຮົາມັກ. ເມື່ອນັ້ນ, ທ່ານກະຈະເລີ່ມຊອກໂອກາດ ແລະ ໃຫ້ເວລາຕົນເອງເຮັດໃນສິ່ງທີ່ມັກ ໃນແຕ່ລະວັນ. ສຳລັບຂ້າພະເຈົ້າເອງ ສິ່ງທີ່ຢາກເຮັດອັນໜຶ່ງ ຄືການສົ່ງຂໍ້ຄວາມ ດີໆອອກສູ່ສັງຄົມ. ຈະເຮັດໄດ້ແນວໃດ? ທຳອິດກໍ່ແມ່ນສະໜັກນຳວາລະສານ ແລະ ສິ່ງພີມຕ່າງໆດ ແຕ່ກະບໍ່ປະ ຖືກເອີ້ນຕົວຈັກເທື່ອ. ຈົນຕັດສິນໃຈມາສ້າງເອງ ໂດຍເຫັນໂອກາດ ການສົ່ງຂໍ້ຄວາມຜ່ານທາງເວັບໄຊ໊ ແລະ ສື່ສັງຄົມ ອອນໄລ. ການສ້າງເວັບໄຊ໊ດ້ວຍຕົນເອງ ແລະ ບໍລິຫານວຽກງານທັງໝົດ ບໍ່ແມ່ນເລື່ອງງ່າຍ. ດ້ວຍຄວາມຢາກ, ຈິ່ງໄດ້ໃຫ້ເວລາຕົນເອງ ໃນການສຶກສາວິທີຕ່າງໆເທື່ອລະເລັກລະນ້ອຍ. ມັນບໍ່ແມ່ນເລື່ອງງ່າຍ. ຫາກມີຄົນມາຖາມ ວ່າເປັນສຸກບໍ່? ຄຳຕອບວ່າ “ເປັນສຸກ”, ແມ່ນບໍ່ມີປ່ຽນແປງແນ່ນອນ. ບັນຫາສຳຄັນທີ່ພົບນອກຈາກວຽກເຕັກນິກ ແມ່ນງົບປະມານ ໃນການສ້າງ. ຕ້ອງໃຊ້ຈ່າຍໃນສິ່ງຈຳເປັນທີ່ສຸດ. ກາຍນັ້ນແມ່ນເຮັດເອງ.

ໃນໜ້າທີ່ວຽກງານທີ່ທ່ານມັກຄືກັນ, ການໃຫ້ໂອກາດໄດ້ໃຫ້​ຫລາຍ​ຂຶ້ນ​ໃນການເຮັດວຽດ,​ ແລ້ວ​ທ່ານ​ຈະ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ສຸກ​ໃນ​ທຸກ​ຈັງ​ຫວະ​ຊີ​ວິດ  ທີ່ດຳເນີນໄປພ້ອມໆກັບການ ເປີດ​ຮັບ​ໂອ​ກາດ​ໃຫ່​ມໆ ໃຫ້​ຫລາຍ​ຂຶ້ນ​. ທັງປັບ​ແລະ​ອອກ​ແບບ​ຊີ​ວິດ​ໃຫ້​ເຫມາະ​ກັບ​ຕົວ​ເອງ ເພື່ອໃຫ້ບັນລຸເປົ້າໝາຍທີ່ທ່ານຕ້ອງການ.

ສິ່ງໜຶ່ງທີ່ຂ້າພະເຈົ້າຄົ້ນພົບຄື, ເມື່ອເຮົາຮູ້ວ່າຕ້ອງການຫຍັງ, ເຮົາຈະພະຍາຍາມຢູ່ໃກ້ໆກັບສະພາບແວດລ້ອມ ທີ່ສະ ໜັບສະໜູນວຽກງານຂອງເຮົາ. ບໍ່ສະເພາະບຸກຄົນໃກ້ຕົວ, ຫາກຍັງເປັນນັກຂຽນ ແລະ ສື່ການຮຽນຮູ້ ຕ່າງໆທີ່ທ່ານຈະໄດ້ຮູ້ຈັກ. ບໍ່ສະເໜີໄປວ່າ ໃນການເຮັດວຽກງານທີ່ທ່ານມັກ ທ່ານຈະໄດ້ເຮັດກັບເພື່ອນ ທີ່ຮູ້ກັນ ດີມາກ່ອນ. ມັນອາດເປັນໂອກາດໃຫ້ທ່ານໄດ້ພົບກັບຄົນໃໝ່. ແລ້ວທ່ານຈະໃຊ້​ເວ​ລາ​ຢ່າງ​ສະຫລາດ ຢູ່​ກັບ​ຄົນ​ທີ່​ເຫັນ​ຄຸນ​ຄ່າ​ຂອງ​ທ່ານ.

ເມື່ອໃດທ່ານເຫັນເປົ້າໝາຍທີ່ຈະເຮັດໃຫ້ທ່ານເປັນສຸກ, ມັນຈະເຮັດໃຫ້ຕົວທ່ານ​ເອງ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງອອກມາ ໃນວຽກງານສ້າງສັນຢ່າງເຕັມທີ່. ສິ່ງໜຶ່ງທີ່ທ່ານບໍ່ຄວນລື່ມກໍ່ຄື: ການບໍ່ປະຄົນຮັກ ໄວ້ທາງຫຼັງ. ເຮົາຕ້ອງເປີດໂອກາດໃຫ້ເຂົາເຈົ້າສະເໜີ. ການສື່ສານປະຈຸບັນນີ້ສາມາດເຮັດໄດ້ງ່າຍຂື້ນ ທ່ານຕ້ອງບໍ່ ກາຍເປັນຄົນຫຼົງໃນອຸດົມການ ຈົນລື່ມຕິດ​ຕໍ່​ກັ​ບ​ພໍ່​ແມ່ ພີ່​ນ້ອງ​ ຫມູ່ໆ. ເພາະຫາກເປັນແນວນັັ້ນ, ເຮົາກໍ່ຈະສູນເສຍ​ຄ​ວາມ​ສຳ​ພັນ​ດີ​ດີທີ່ເຄີຍມີມາແຕ່ໃດໆ. ສຳລັບຄົນທີ່ມີພູມລຳເນົາຫ່າງໄກຈາກບ້ານເກີດ, ການ​ຫ່າງ​ຫາຍ​ຫລາຍ​ປີ​ ອາດເຮັດໃຫ້ພໍ່ແມ່​​ເສຍ​ໃຈ​ ທີ່ລູກ-ຫຼານ ​ບໍ່​ເຄີຍ​ໃຫ້​ເວ​ລາ​.

ແນ່ນອນເງິນສຳຄັນ. ວຽກງານທີ່ທ່ານເຮັດດ້ວຍຄວາມຮັກ, ອາດມີຜົນຕອບແທນທາງການເງິນສູງ. ຈົນບາງຄັ້ງກາຍ ເປັນແຮງພັກດັນ ຈົນຫຼົງກັບຜົນຕອບແທນທາງວັດຖຸ. ຫາກເມື່ອໃດ​ຮູ້​ຕົວ​ວ່າ​ຕ້ອງ​ເຈິ​ກັ​ບ​ຄວາມ​ຕາຍ, ​ເລື່ອງ​ສຳ​ຄັນ​ຂອງ​ຊີ​ວິດ​ ຕິດພັນກັບເງິນ​ທອງ, ​ຄວາມ​ມັ້ງ​ຄັ່ງ​ທາງວັດຖຸ ກັບ​ກາຍ​ເປັນ​ເລື່ອງ​ທີ່​ພວກ​ເຂົາ​ເຫັນ​ວ່າ​ບໍ່​ສຳ​ຄັນ​ເທົ່າ​ຄວາມ​ຮັກ​ທີ່ໄດ້ເຮັດວຽກງານທີ່ຕົນເອງມັກ ແລະ ໃຊ້ຊີວິດກັບຄົນທີ່ໃສ່ໃຈທ່ານ.

ເມື່ອ​ຮູ້​ຕົວ​ວ່າທຸກຄົນມີເວລາຈຳກັດໃນການມີຊີວິດ, ຄົນເຮົາຈະໃຫ້ຄວາມສຳຄັນກັບຕົນເອງ ແລະ ​ຄົນທີ່ເຫັນຄຸນຄ່າ ໃນຕົວທ່ານເອງຫຼາຍກວ່າສິ່ງອື່ນໃດ. ພວກເຂົາຈະສ້າງໂອກາດໃຫ້ໄດ້ໃຊ້ຊີວິດຕິດ ແທດຫຼາຍທີ່ສຸດເທົ່າທີ່ຈະເປັນ ໄປໄດ້.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.