Norkhame
ຄຳວ່າ “ຜູ້ນຳ” ຄຳວ່າ “ຜູ້ນຳ”
ຄວາມເປັນຜູ້ນໍາ ມີຄວາມສຳຄັນ ສໍາລັບນັກບໍລິຫານ. ແນວຄິດດັ່ງກ່າວນັ້ນຖືກກຳນົດຂື້ນຫຼາຍກຸ່ມຄົນ ທີ່ເຮັດວຽກ ສຶກສາກ່ຽວກັບການສຶກສາ ການເປັນຜູ້ນຳ. ບາງທິດສະດີທີ່ຖືວ່າ: ຜູ້ນໍານັ້ນຖືກສ້າງຂຶ້ນມາຈາກສະຖານະການ. ສໍາລັບການຜູ້ທີ່ຍຶດໃນຫຼັກຈິດຕະວິທະຍາແລ້ວຖືວ່າ: ຄວາມເປັນຜູ້ນໍານັ້ນມາຈາກບຸກຄະລິກສ່ວນຕົນຂອງແຕ່ລະຄົນ. ຄຳນິຍາມກ່ຽວກັບການກຳນົດ ລັກສະນະຜູ້ນຳ ມີຫຼາຍທັດສະນະ. ເມື່ອໃຊ້ແນວຄິດທີ່ວ່າ ຄວາມເປັນຜູ້ນໍາຂອງຜູ້ບໍລິຫານນັ້ນມາຈາກບຸກຄະລິກສ່ວນຕົວຂອງແຕ່ລະຄົນ.  ຄໍາຖາມຕໍ່ໄປກໍ່ຄື ແລ້ວບຸກຄະລິກແບບໃດຄືບຸກຄະລິກຜູ້ນໍາຂອງຜູ້ບໍລິຫານ? ລັກສະນະຜູ້ນຳ ເປັນຕົ້ນ ຈຽງກີດສຄານ, ພະເຍຊູ, ແລະ ຜູ້ນຳ... ຄຳວ່າ “ຜູ້ນຳ”

ຄວາມເປັນຜູ້ນໍາ ມີຄວາມສຳຄັນ ສໍາລັບນັກບໍລິຫານ. ແນວຄິດດັ່ງກ່າວນັ້ນຖືກກຳນົດຂື້ນຫຼາຍກຸ່ມຄົນ ທີ່ເຮັດວຽກ ສຶກສາກ່ຽວກັບການສຶກສາ ການເປັນຜູ້ນຳ. ບາງທິດສະດີທີ່ຖືວ່າ: ຜູ້ນໍານັ້ນຖືກສ້າງຂຶ້ນມາຈາກສະຖານະການ. ສໍາລັບການຜູ້ທີ່ຍຶດໃນຫຼັກຈິດຕະວິທະຍາແລ້ວຖືວ່າ: ຄວາມເປັນຜູ້ນໍານັ້ນມາຈາກບຸກຄະລິກສ່ວນຕົນຂອງແຕ່ລະຄົນ. ຄຳນິຍາມກ່ຽວກັບການກຳນົດ ລັກສະນະຜູ້ນຳ ມີຫຼາຍທັດສະນະ.

ເມື່ອໃຊ້ແນວຄິດທີ່ວ່າ ຄວາມເປັນຜູ້ນໍາຂອງຜູ້ບໍລິຫານນັ້ນມາຈາກບຸກຄະລິກສ່ວນຕົວຂອງແຕ່ລະຄົນ.  ຄໍາຖາມຕໍ່ໄປກໍ່ຄື ແລ້ວບຸກຄະລິກແບບໃດຄືບຸກຄະລິກຜູ້ນໍາຂອງຜູ້ບໍລິຫານ? ລັກສະນະຜູ້ນຳ ເປັນຕົ້ນ ຈຽງກີດສຄານ, ພະເຍຊູ, ແລະ ຜູ້ນຳ ທາງການເມື່ອງໃນຫຼາກຫຼາຍປະເທດ; ຜູ້ນຳໃນຫຼາກຫຼາຍສາຂາ ແລະ ຂົງເຂດປະເທດ ຕ່າງມີບຸກຄະລິກທີ່ແຕກຕ່າງກັນ. ມີຫຼາຍການສຶກສາໄດ້ເຮັດຂື້ນ ເພື່ອພະຍາຍາມ ເຂົ້າໃຈລັກສະນະການນຳຂອງ ແຕ່ລະຄົນ. ຮູບແບບການສຶກສາອາດບໍ່ສາມາດນຳມາເປັນບົດຮຽນ ສອນກ່ຽວກັບການນຳຢ່າງເປັນທາງການ. ການບອກເລົ່າ ເລື່ອງປະຫວັດການນຳ ມັກຈະເນັ້ນໄປທີ່ການອ່ານເພືອຄວາມເພີດເພີນຫຼາຍກວ່າເພື່ອຄວາມເຊື່ອຖື ແລະ ເຮົາຈະມັກຫາຫຼັກການຫຍັງບໍ່ຄ່ອຍໄດ້. ແນວໃດກໍ່ຕາມ, ບັນດາປື້ມເຫຼົ່ານັ້ນ ສ່ວນໜຶ່ງໄດ້ໃຫ້ ຂໍ້ຄິດດີໆ ແລະ ຄວາມຮູ້.

ບັນດາຜູ້ນຳໂດດເດັ່ນ, ສ່ວນໃຫຍ່ຈະຕົກໃນສະຖານະການ “ ບໍ່ມີຜູ້ທີ່ສະໜັບສະໜຸນຕົນເອງ ຫຼື ໃນສະຖານະການ ທີ່ຫຸຍ້ງຍາກຫຼາຍ ຕ້ອງໄດ້ປະເຊີນ”. ເຖິງຈະບໍ່ສາມາດ ວັດແທກ ເປັນຕົວເລກທາງສະຖິຕິທີ່ແນ່ນອນ, ແຕ່ກໍ່ມັກເປັນເງື່ອນໄຂເກືອບທຸກໆຄົນຕ້ອງພົບ. ເປັນຕົ້ນ ໃນກໍລະນີຂອງນາຍພົນ ໂຮຣາທີໂອ ເນສສັນ (Admiral Horatio Nelson – ວິລະບູລຸດແຫ່ງການສູ້ຮົບ, ຜູ້ກອບກູ້ສະຫະລາດອະນາຈັກການປົກຄອງຂອງຝຣັງ) ຫຼື ນະໂປລຽນໂບນາພາທ (ຜູ້ຢາກຈະຄອງໂລກ) ຫຼື ວິນສະຕັນ ເຊີຊິລ (ຜູ້ກອບກູ້ສະຫະລາດອານາຈັກຈາກການປົກຄອງຂອງເຢຍລະມັນ) ຫຼື ແມ້ກະທັ່ງປະທານນາທິບໍດີ ຈິມມີ່ ຄາຮເຕີຮ ແຫ່ງສະຫະລັດອະເມລິກາ ແລະ ຜູ້ນຳລາວຫຼາຍໆ ຄົນກໍ່ເຊັ່ນດຽວກັນ. ເຊິ່ງພວກເພີ່ນຕ້ອງໄດ້ຜ່ານຜ່າຫຼາຍໆຄວາມຫຍຸ້ງຍາກ ທັງທາຍກາຍ, ສະພາບຈິດໃຈ ແລະ ເງື່ອນໄຂຈຳກັດທາງການເຮັດວຽກ.

ໃນທັດສະນະວິຊາການ ທີ່ພະຍາຍາມຈະເຂົ້າໃຈຄວາມເປັນຜູ້ນໍາຂອງຜູ້ບໍລິຫານ ເຮົາເຫັນວ່າ ວຽກງານການສຶກສາ ທິດສະດີຜູ້ນຳ ໃນບາງເທື່ອກໍ່ບໍ່ສາມາດຖອດຖອນມາເປັນນິຍາມທີ່ແນ່ນອນ. ດັ່ງນັ້ນ ຂໍ້ສະຫຼຸບກ່ຽວກັບນິຍາມ ການເປັນຜູ້ນຳ ຈະເປັນຫົວຂໍ້ໜຶ່ງ ທີ່ທາງເວັບໄຊ໊ www.norkhame.com ຈະໄດ້ນຳມາສະເໜີ ແລະ ແລກປ່ຽນກັບບັນດາທ່ານ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.