Norkhame
ເຮັດທຸກຢ່າງດ້ວຍຄວາມຮັກ ເຮັດທຸກຢ່າງດ້ວຍຄວາມຮັກ
ຄວາມ​ຮັກ​ນັ້​ນ​ມີ​ຄ່າ​ແຕ່​ສິ່ງ​ທີ່​ມີ​ຄ່າຫລາຍກວ່າ​ຄວາມ​ຮັກ​ນັ້ນ​ມີ​ຢູ່. ເຖິງ​ໂລກ​ຈະ​ປ່ຽນ​ໄປ​ແຕ່​ຄວາມ​ສຸກ​ໃຈ​ຢ່າ​ໃຫ້​ລົດ​ລົງ ເປັນເພາະພຽງວ່າທ່ານຂາດຄົນຮັກ. ເມື່ອໃດເຮົານິຍາມຄຳວ່າ “ຮັກ” ຫຼາຍກວ່າ ສາຍສຳພັນລະຫວ່າງຊູ້-ສາວ, ເມື່ອນັ້ນ ທ່ານຈະເຫັນຫຼາຍໆສິ່ງ ທີ່ຊີວິດທ່ານສາມາດນຳມາໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ. ໃນສັງຄົມຕ່າງໃຫ້ຄວາມສຳຄັນລະຫວ່າງການພົວພັນຄົນກັບຄົນ. ​ເມື່ອໃດເຮົາຄິດວ່າ ຄວາມຮັກເປັນສິງດີງາມຢາກ ມອບ ໃຫ້ແກ່ຜູ້ໃດໜຶ່ງ, ທ່ານລອງປ່ຽນຄົນຮັກ ທີ່ທ່ານຢາກມອບຄວາມຮັກໃຫ້ກາຍເປັນ ໜ້າທີ່ທີ່ທ່ານຕ້ອງໄດ້ປະ ຕິບັດ, ເພື່ອນມິດທີ່ທ່ານ ກຳລັງພົວພັນ ແລະ ອື່ນໆ. ວິ​ທີ​ຄົນຄິດ​ຖືກ​ປ້ອນ​ຂໍ້​ມູນ... ເຮັດທຸກຢ່າງດ້ວຍຄວາມຮັກ

ຄວາມ​ຮັກ​ນັ້​ນ​ມີ​ຄ່າ​ແຕ່​ສິ່ງ​ທີ່​ມີ​ຄ່າຫລາຍກວ່າ​ຄວາມ​ຮັກ​ນັ້ນ​ມີ​ຢູ່. ເຖິງ​ໂລກ​ຈະ​ປ່ຽນ​ໄປ​ແຕ່​ຄວາມ​ສຸກ​ໃຈ​ຢ່າ​ໃຫ້​ລົດ​ລົງ ເປັນເພາະພຽງວ່າທ່ານຂາດຄົນຮັກ. ເມື່ອໃດເຮົານິຍາມຄຳວ່າ “ຮັກ” ຫຼາຍກວ່າ ສາຍສຳພັນລະຫວ່າງຊູ້-ສາວ, ເມື່ອນັ້ນ ທ່ານຈະເຫັນຫຼາຍໆສິ່ງ ທີ່ຊີວິດທ່ານສາມາດນຳມາໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ.

ໃນສັງຄົມຕ່າງໃຫ້ຄວາມສຳຄັນລະຫວ່າງການພົວພັນຄົນກັບຄົນ. ​ເມື່ອໃດເຮົາຄິດວ່າ ຄວາມຮັກເປັນສິງດີງາມຢາກ ມອບ ໃຫ້ແກ່ຜູ້ໃດໜຶ່ງ, ທ່ານລອງປ່ຽນຄົນຮັກ ທີ່ທ່ານຢາກມອບຄວາມຮັກໃຫ້ກາຍເປັນ ໜ້າທີ່ທີ່ທ່ານຕ້ອງໄດ້ປະ ຕິບັດ, ເພື່ອນມິດທີ່ທ່ານ ກຳລັງພົວພັນ ແລະ ອື່ນໆ. ວິ​ທີ​ຄົນຄິດ​ຖືກ​ປ້ອນ​ຂໍ້​ມູນ ທີ່​ຜິດ​ພາດ​ທາງ​ດ້ານ​ສິນ​ທຳ ຈິດ​ໃຈ​ທີ່​ດີງ​າມ​ຂອງ​ຜູ້​ຄົນ​ກໍ່​ເລີ່ມ​ສັບ​ສົນ ເພາະ​ຄວາມ​ດີ​ນັ້ນ​ລົດ​ລົງ ໂລກ​ທີ່​ມີ​ພຶ້​ນ​ທີ່​ເທົ່າ​ເດີມ​ຈະ​ກາຍ​ເປັນ​ພື້ນ​ທີ່​ແຫ່ງ​ການ​ແຍ່ງ​ຊິງດີຊິງເດັ່ນ ເພື່ອ​ໃຫ້​ຕົນ​ເອງ​ຢູ່​ລອດ​ຝ່າຍ​ດຽວ ແລະ ເພື່ອ​ຈະ​ໃຫ້​ຕົ​ນ​ເອງ​ໄປ​ຢືນ​ຢູ່​ເຫ​ນືອ​ຄົນ​ອື່ນ. ໃນ​ຂະ​ນະ​ທີ່​ຊີ​ວິດ​ຫມູນ​ວົນ​ຢູ່​ໃນ​ໂລກ​ໃບ​ນີ້ ມີ​ສິ່ງ​ຫ​ນຶ່ງ​ທີ່​ພວກ​ເຮົາ​ຕາມ​ຫາ​ບໍ່​ແຕກ​ຕ່າງ​ກັນ​ຄື: ການ​ມີ​ຊີ​ວິດ​ຢູ່​ຢ່າງ​ມີ​ຄວາມ​ສຸກ ເປັນ​ຄວາມ​ຕ້ອງ​ການ​ທີ່​ຄົນ​ເຮົາ​ສະ​ແຫວງ​ຫາ​ເພາະ​ມັນ​ຄື​ສິ່ງ​ທີ່​ບຳລຸງ​ລ້ຽງ​ຊີ​ວິ​ດ​.

ແທນທີ່ຈະຕັ້ງເປົ້າວ່າ ການມີຄົນຮັກເປັນຄວາມສຸກ ແຫ່ງຊີວິດ ເມື່ອເຮົາຫັນມາມີ​ຄວາມ​ຫວັງ​ໃນການດຳເນີນ ວຽກງານ ກໍ່ເປັນອີກ​ວິ​ທີ​ທາງ​ແຫ່ງ​ຄວາມ​ສຸກ. ທຸກ​ການ​ເຄື່ອນໄຫວ​ຂອງ​ຄົນ​ເຮົາ​ຈຶ່ງ​ມີ​ການ​ແຕກ​ຕ່າງ​ກັນ​ໃຫ້​ຄົນ​ເຮົາ​ໄດ້​ເຫັນ ລະ​ຫວ່າງ​ການ​ຕາມ​ຫາ​ສິ່ງ​ທີ່​ມາ​ຊ່ວຍ​ເຕີມ​ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງ​ໃຫ້​ເຕັມ ເພື່ອ​ລົບ​ຮອຍ​ຊ້ຳ​ຂອງ​ຊີ​ວິ​ດ​ໃຫ້​ມີ​ຄວາມ​ປົກ​ກະ​ຕິ​ຫລາຍ​ທີ່​ສຸດ​ເທົ່າທີ່​ຊີ​ວິດ​ນີ້​ຈະ​ຫາ​ໄດ້. ແຕ່​ຊີ​ວິດ​ທີ່​ກ້າວ​ໄປ​ບົນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຕ້ອງ​ການ ກໍ່​ມີ​ບົດ​ທົດ​ສອບ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ຢູ່​ສະ​ເຫມີ​ເຊັ່ນ​ກັນ. ເພາະຄວາມຢາກໄດ້ ກາຍ​ມາ​ເປັນ​ແຮງບັນດານໃຈ ໃຫ້ສາມາດປີນ ຂ້າມກຳ​ແພງ​ຂວາງ​ກັ້​ນ ເພື່ອ​ໃຫ້​ແຕ່​ລະ​ຄົນ​​ໄດ້​ຮຽນ​ຮູ້​ທີ່​ຈະ​ກະ​ໂດດ​ຂ້າມ​ມັນ.

ຄົນ​ທີ່​ມີ​ຈິດ​ໃຈ​ອ່ອນ​ໄຫວ​ກໍ​ມັກ​ຈະ​ເຫັນ​ວ່າ ກຳ​ແພງ​ທີ່​ຕັ້ງ​ຢູ່​ທາງ​ຫ​ນ້າ​ມັນ​ເປັນ​ບັນ​ຫາ​ທີ່​ຍິ່ງ​ໃຫ່​ຍ​ເຫລືອ​ເກີນ ເຮັດ​ໃຫ້​ໃຈ​ທີ່​ທໍ້​ຢູ່​ແລ້ວ​ບໍ່​ກ້າ​ພໍ​ທີ່​ຈະ​ກ້າວ​ຂ້າມ​ໄປ​ອີກ​ຝັ່ງ​ຫ​ນຶ່ງ. ບາງ​ເທື່ອ​ເຖິງ​ກັບ​ກົ້ມ​ຫ​ນ້າ​ຍອມ​ແພ້ ຕັ້ງ​ແຕ່​ເລີ່ມ​ຕົ້ນ​ຂອງ​ການ​ເດີນ​ທາງເພາະ​ໃຈ​ທີ່​ມາ​ກະ​ຕຸ້ນ​ຄວາມ​ຮູ້​ສຶກ​ທີ່​ຈະ​ຕໍ່​ສູ້​ຖືກ​ອາ​ລົມ​ທີ່​ປຽບ​ເປັນ​ກຳ​ແພງ​ບັງ​ຈົນ​ຫມົດ ເຮັດ​ໃຫ້​ຮູ້​ສຶກວ່າ ບໍ່​ຮູ້​ຈະ​ຕໍ່​ສູ້​ໄປ​ເພື່ອ​ຫ​ຍັງ. ກົງກັນຂ້າມ ​ບາງ​ຄົນ​ເບິ່ງ​ເຫັນ​ວ່າ​ກຳ​ແພງ​ທີ່​ຢູ່​ທາງ​ຫ​ນ້າ​ນັ້ນ​ມີ​ຄວາມ​ທ້າທາຍ​ທີ່​ຊວນ​ໃຫ້​ຄົນ​ຫາ​ວິ​ທີ​ທີ່​ຈະ​ກ້າວ​ຂ້າມ ຈຶ່ງ​ຮຽນ​ຮູ້​ທີ່​ຈະ​ໃຫ້​ໂຕ​ເອງ​ກ້າວ​ຂ້າມ​ໄປ​ອີກ​ຝັ່ງ​ຫ​ນຶ່ງ​ຂອງ​ກຳ​ແພງ ເຊິ່ງ​ເປັນ​ໄຊ​ຊະ​ນະ​ທີ່​ຊີ​ວິດ​ໄດ້​ຄວ້າ​ມາ​ຄອບ​ຄອງ​ເພາະ​ເຮົາ​ກ້າ​ພໍ​ທີ່​ຈະ​ສູ້​ກັບ​ມັນ. ທຸກ​ຊີ​ວິດ​ມີ​ຄວາມ​ສະຫຼັບຊັບ​ຊ້ອນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ. ເພາະ​ບໍ່​ວ່າ​ຈະ​ມີ​ໄຊ​ຊະ​ນະ​ຫລື​ໄດ້​ຮັບ​ຄວາມ​ພ່າຍ​ແພ້ ຖ້າ​ບໍ່​ມີ​ວິ​ທີ​ໃຈ້​ແຍກ​ສິ່ງ​ທີ່​ເຈີ ສິ່ງ​ທີ່​ໄດ້​ມາ​ກໍ່​ຈະ​ສ້າງ​ບັນ​ຫາ​ໃຫ່​ມ​ໄດ້​ສະ​ເຫມີ.

ຊ້ຳ​ຮ້າຍ​ໄຊ​ຊະ​ນະ​ທີ່​ຕ້ອງ​ການນ​ນັ້ນ​ເປັນ​ຕາ​ຢ້ານກວ່າ​ ຄວາມ​ລົ້ມ​ເຫລວ​ທີ່​ເຄີຍ​ຜ່ານ​ມາ ເພາະ​ເມື່ອ​ຄວາມ​ຢາກ​ກະ​ຕຸ້ນ​ທີ່​ຈະ​ກ້າວ​ຂ້າມ​ຜ່ານ​ກຳ​ແພງ​ແຫ່ງ​ບັນ​ຫາ​ເພື່ອ​ພາ​ເຮົາ​ເອງ​ໄປ​ອີກ​ຟາກ​ຝັ່ງ​ຫ​ນຶ່ງ ແນວຄິດຢາກຊະນະຈົນ ເກີນ ເຫດ ເປັນການສ້າງໃຫ້ບາງຄົນຈົດຈໍກັບການແຂ່ງຂັນ ແລະ ຜົນຂອງວຽກງານ ຈົນເຮັກໃຫ້ກາຍເປັນຄົນເຫັນແກ່ຕົວ, ຂາດອາຣົມການໃຊ້ຊີວິດແບບມີຄວາມສຸກ ແລະ ຄວາມຮັກໃນການຈັດຕັ້ງປະຕິບັດງານ. ເຮົາໜ້າຈະເອົາແນວຄິດ ​ວິ​ທີ​ທີ່​ຈະ​ກ້າວ​ຂ້າມ​ຜ່ານ​ມັນ​ໄປ ແທນການ​ເຮັດ​ໃຫ້​ຊີ​ວິດ​ມີ​ໂອ​ກາດ​ຕົກ​ໄປ​ສູ່​ຫລຸມ​ດຳ​ແຫ່ງ​ຄວາມ​ຄິດ​ທີ່​ສ່ຽງ​ຕໍ່​ກາ​ນ​ລົ້ມ​ລະ​ລາຍ​ໃນ​ເວ​ລາ​ທີ່​ວ່ອງ​ໄວ​ຈົນ​ບາງ​ເທື່ອ​ກໍ​ຍຶດ​ຕິດ​ໃນ​ຫລຸມ​ແຫ່ງ​ຄວາມ​ຄິດ​ນັ້ນ​ວ່າ: ຄື​ຄວາມ​ຈິງ​ທີ່​ຖິ້ມ​ບໍ່​ໄດ້.

ແທນທີ່ຈະຈົດຈໍກັບ ສິ່ງ​ທີ່​ຄິດ​ວ່າ​ເປັນ​ວິ​ທີ​ເຮັດ​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ ແທນ​ທີ່​ຈະ​ເປັນ​ອາ​ວຸດ​ເຮັດ​ໃຫ້​ເຮົາ​ສະ​ຫລາດ​ຂຶ້ນ​ກັບ​ເປັນ​ສິ່ງ​ທີ່​ຫ​ນ້າ​ເສົ້າ​ໃນ​ຊີ​ວິດ​ນີ້​ທີ່​ໄດ້​ຄອງ ເພາະ​ແທນ​ທີ່​ໄຊ​ຊະ​ນະ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ກ້າວ​ໄປ​ໃນ​ວິ​ຖີ​ທີ່​ດີກວ່າ​ນີ້ ກັບ​ວົນ​ກັບ​ມາ​ເຮັດ​ໃຫ້​ເຮົາ​ເຫັນ​ແກ່​ຕົວ ແລະ ຍິ່ງ​ທະ​ນົງ​ໃນ​ສິ່ງ​ທີ່​ໄດ້​ມາ. ໂລກ​ນີ້​ຈະ​ຫ​ນ້າ​ຢູ່​ຂຶ້ນ​ຖ້າ​ເຮົາ​ສາ​ມາດ​ຜ່ານ​ບັນ​ຫາ​ນີ້​ໄປ​ໄດ້. ໃຫ້ເຮົານຳໃຊ້ຄວາມກະຕືລືລົ້ນ ໃນການຈັດຕັ້ງປະຕິບັດວຽກງານທີ່ເຮົາມັກ ແທນການເປັນຄົນມີກິເຫຼດ ທີ່ຍອມເຮັດທຸກໆສິ່ງຢ່າງເຖິງຈະບໍ່ດີ ເພື່ອໃຫ້ໄດ້ສິ່ງນັ້ນໆມາ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.