Norkhame
8 “ຢ່າ” ເຮັດເດັດຂາດ 8 “ຢ່າ” ເຮັດເດັດຂາດ
ເຖິງຈະມີແນວດີຫຼາຍອັນ, ການຄ້າທາງອອນໄລ ມີສິ່ງທີ່ຕ້ອງໄດ້ໃສ່ໃຈ. ບາງຢ່າງໃນນີ້ ແມ່ນສິ່ງທີ່ບໍ່ຄວນເຮັດ. ໄດ້ຍົກເອົາ 8 “ຢ່າ” ມາສົນທະນານຳກັນ ເພື່ອພະຍາຍາມຫຼີກລ່ຽງສິ່ງທີ່ຈະເປັນຜົນລົບແກ່ທຸລະກິດ. 1.  ຢ່າສົ່ງອີເມວ ຫຼື ຂໍ້ຄວາມຫາລູກຄ້າດຸຫຼາຍ. ທ່ານບໍ່ຄວນສົ່ງອີເມວໂຄສະນາ ເຊີນຊວນໃຫ້ແກ່ລູກຄ້າດຸຫຼາຍເກີນເຫດ. ເພາະແຕ່ລະວັນ ຄົນໄດ້ຮັບຂ່າວສານຫຼາກຫຼາຍແຫຼ່ງ. ຫາກສົ່ງດຸຫຼາຍ, ຄົນອາດເກີດມີຄວາມເບື່ອໜ່າຍຕໍ່ຂໍ້ມູນເກົ່າໆທີ່ທ່ານສົ່ງໄປ ຊັກຊວນໃຫ້ຄົນມາຊື້. ຫຼືລ່ຽງສຸດ ການສົ່ງອີເມວ ຫາກຸ່ມຄົຮທີ່ບໍ່ເຄີຍເຂົ້າມາຊົມເວັບໄຊ... 8 “ຢ່າ” ເຮັດເດັດຂາດ

ເຖິງຈະມີແນວດີຫຼາຍອັນ, ການຄ້າທາງອອນໄລ ມີສິ່ງທີ່ຕ້ອງໄດ້ໃສ່ໃຈ. ບາງຢ່າງໃນນີ້ ແມ່ນສິ່ງທີ່ບໍ່ຄວນເຮັດ. ໄດ້ຍົກເອົາ 8 “ຢ່າ” ມາສົນທະນານຳກັນ ເພື່ອພະຍາຍາມຫຼີກລ່ຽງສິ່ງທີ່ຈະເປັນຜົນລົບແກ່ທຸລະກິດ.

1.  ຢ່າສົ່ງອີເມວ ຫຼື ຂໍ້ຄວາມຫາລູກຄ້າດຸຫຼາຍ. ທ່ານບໍ່ຄວນສົ່ງອີເມວໂຄສະນາ ເຊີນຊວນໃຫ້ແກ່ລູກຄ້າດຸຫຼາຍເກີນເຫດ. ເພາະແຕ່ລະວັນ ຄົນໄດ້ຮັບຂ່າວສານຫຼາກຫຼາຍແຫຼ່ງ. ຫາກສົ່ງດຸຫຼາຍ, ຄົນອາດເກີດມີຄວາມເບື່ອໜ່າຍຕໍ່ຂໍ້ມູນເກົ່າໆທີ່ທ່ານສົ່ງໄປ ຊັກຊວນໃຫ້ຄົນມາຊື້. ຫຼືລ່ຽງສຸດ ການສົ່ງອີເມວ ຫາກຸ່ມຄົຮທີ່ບໍ່ເຄີຍເຂົ້າມາຊົມເວັບໄຊ ຫຼື ຜູ້ທີ່ບໍ່ມີຄວາມປາດຖະໜາຮັບອ່ານຂໍ້ຄວາມດັ່ງກ່າວ. ທາງດ້ານວິຊາການ ເອີ້ນຶີເວມປະເພດນີ້ວ່າ “spam ອີເມວ” ມັນຈະເປັນພາບພົດທີ່ບໍ່ດີ ໃນສາທາລະນະຊົນ. ມີກຸ່ມທີ່ຕໍ່ຕ້ານ “spam ອີເມວ” ເຊິ່ງເຂົາເຈົ້າໄດ້ອອກລະບຽບຄຸ້ມຄອງ ໃນຫຼາຍໆປະເທດ ເປັນຕົ້ນ: ໃນອາເມລິກາ, ຢູໂຮບ, ໂອດສຕາລີ.

2.  ຢ່າເຂົ້າໄປຊອກຫາຂໍ້ມູນຂອງລູກຄ້າໂດຍບໍ່ໄດ້ຮັບອານຸຍາດ. ການປົກປ້ອງຄວາມເປັນສ່ວນຕົວ ເປັນເງື່ອນໄຂທີ່ຈຳເປັນ ສຳລັບການພັດທະນາ E-Commerce. ລູກຄ້າຕ້ອງການເກັບຂໍ້ມູນຂອງເຂົາເຈົ້າ ເປັນຄວາມລັບ. ຂໍ້ມູນສ່ວນຕົວ ບໍ່ຄວນຖືກເປີດເຜີຍ ຫຼື ນຳມາເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດ.

3.  ຢ່າປ່ຽນທີ່ຢູ່ເວັບໄຊ. ຄົນທີ່ບັນທຶກເວັບໄຊເຂົ້າໃນບັນຊີເວັບໄຊເຂົ້າຈະຢ້ຽມເປັນປະຈຳ. ຖ້າທ່ານປ່ຽນທີ່ຢູ່ເວັບໄຊ໊ປະຈຳ, ລູກຄ້າຈະບໍ່ສາມາດ ເປີດໜ້າເກົ່າໄດ້ອີກ ແລະ ທ່ານອາດຈະເສຍລູກຄ້າ.

4.  ຢ່າລື່ມວາງແຜນ ເພື່ອຮັກສາເວັບໄຊໄວ້. ເມື່ອເວບໄຊໄດ້ເຮັດຂື້ນມາແລ້ວ ແມ່ນໃຜຈະເປັນຄົນອັບ ເດດ ແລະ ຈະຖືກອັບເດດຈັກເທື່ອ. ກນຈັດການບໍລິຫານເວັບໄຊ໊ ຕ້ອງມີການກຳນົດຄັກແນ່. ເຖິງວ່າທ່ານຈະເຮັດຄົນດຽວ ກະຕ້ອງມີແຜນລະອຽດ. ແຜນການຈະຊ່ວຍວາດແຜນພາບໜ້າວຽກ ແລະ ສິ່ງທີ່ຕ້ອງໄດ້ສຳເລັດ.

5.  ຢ່າຜິດສັນຍາ ຖ້າທ່ານເວົ້າວ່າ ເຄື່ອງທີ່ຂາຍເປັນສິນຄ້າຈາກແຂວງ ຊຽງຂວງ ຫຼື ຮັບສັນຍາວ່າ “ຈະສົ່ງອີເມວກັບຄືນໃຫ້ທ່ານ ພ້ອມທັງຂໍ້ມູນທີ່ທ່ານ ຕ້ອງການ ພາຍໃນມື້ນີ້ ” ຫຼື ” ພວກເຮົາຈະສົ່ງໃຫ້ທ່ານພາຍໃນ 24 ຊົວໂມງ ” ທ່ານຕ້ອງເຮັດທັນທີ. ການໃຫ້ຄຳໝັ້ນສັນຍາກັບລູກ ຄ້າແລ້ວບໍ່ຮັກສາສັນຍາ ລູກຄ້າອາດຈະຄິດວ່າ ” ໂອ, ທຸລະກິດໂຕນີ້ ມີການບໍລິການແກ່ລູກຄ້າ ບໍ່ຄ່ອຍດີ ຄືກັນ ກັບທຸລະກິດອື່ນໆ” ຖ້າຍັງສືບຕໍ່ບໍ່ຮັກສາຄຳສັນຍາກັບລູກຄ້າ ຈະເຮັດໃຫ້ບໍລິສັດ ຕົກຢູ່ໃນສະຖານະຂາດຄວາມ ໜ້າເຊື່ອຖື ແລະ ໃນທີ່ສຸດກໍ່ຈະເສຍລູກຄ້າ. ຖ້າທ່ານບໍ່ສາມາດຮັກສາສັນຍາ ທ່ານກໍ່ບໍ່ຕ້ອງສັນຍາ ແລ້ວທ່ານຕ້ອງພະຍາຍາມ ເຮັດມັນຈົນສຳເລັດ.

6.  ຢ່າເຮັດໃຫ້ມີຄວາມສັບສົນໃຫ້ແກ່ລູກຄ້າຂອງທ່ານ. ຢ່າສ້າງຄວາມລຳ ຄານໃຫ້ແກ່ລູກຄ້າຂອງທ່ານ. ສິ່ງໃດກໍ່ຕາມທີ່ທ່ານຕ້ອງການຈາກລູກຄ້າ, ຈົ່ງເຮັດໃຫ້ມັນມີຄວາມງ່າຍດາຍ ແລະ ມີຄວາມຈະແຈ້ງໃຫ້ແກ່ລູກຄ້າຂອງທ່ານ. ຕົວຢ່າງ: ການຕອບຂໍ້ຄວາມ ຜ່ານທາງອີເມວ ຫຼື ຮູບແບບການສື່ສານອື່ນໆ ແກ່ລູກຄ້າ ທີ່ອາດຖາມ ຄຸນນະພາບສິນຄ້າ, ລາຄາ; ສິ່ງດັ່ງກ່າວນີ້ ຈຳເປັນຕ້ອງໄດ້ໃສ່ໃຈ ແລະ ຖືເປັນບັນຫາສຳຄັນ. ທ່ານຕ້ອງເຮັດໃຫ້ການສື່ສານມີຄວາມສະດວກ. ຖ້າເຂົາເຈົ້າບໍ່ສາມາດ ຕິດຕໍ່ ຫາທ່ານໄດ້ຢ່າງງ່າຍໆ ເຊັ່ນ: ອີເມວ, ໂທລະສັບ, ແຟັກ ແລະ ອື່ນໆ; ທ່ານຕ້ອງມີພະນັກງານ ໃຫ້ຂໍ້ມູນແກ່ລູກຄ້າ ທີ່ຕ້ອງໄດ້ລົມຖາມຂໍ້ມູນ ຫຼື ແກ້ຂໍ້ຂ້ອງໃຈ. ພະນັກງານໃນບໍລິສັດ ທີ່ພ້ອມໃຫ້ຄວາມຊ່ວຍເຫຼືອ ຈະເຮັດໃຫ້ລູກຄ້າຂອງທ່ານບໍ່ມີຄວາມຫຸ້ຍງຍາກ ໃນການເຮັດທຸລະກິດກັບບໍລິສັດຂອງທ່ານ ແລະ ເຊື່ອແນ່ວ່າໃນອານາຄົດ, ເຂົາເຈົ້າກໍ່ຈະຍັງນຳໃຊ້ບໍລິການຂອງທ່ານອີກ.

7.  ຢ່າລື່ມໄປວ່າລູກຄ້າຂອງທ່ານຕ້ອງການຄວາມຍຸດຕິທຳໃນການເຮັດທຸລະກິດ. ທ່ານຕ້ອງໝັ້ນ ໃຈວ່າທ່ານໃຫ້ຄວາມຍຸດຕິທຳແກ່ລູກຄ້າຂອງທ່ານດັ່ງທີ່ທ່ານສັນຍາ. ລູກຄ້າຜູ້ທີ່ມາກ່ອນກໍ່ຈະໄດ້ກ່ອນ, ລາຄາສະເໝີພາບ, ຄ່າຂົນສົ່ງເປັນທຳ ແລະ ນະໂຍບາຍ ທີ່ຍຸດຕິທຳຕ້ອງມີພ້ອມຢ່າງລະອຽດ. ຖ້າທ່ານບໍ່ປະຕິບັດກັບລູກຄ້າເຂົາຢ່າງຍຸດຕິທຳ, ເມື່ອເຂົາເຈົ້າກໍ່ຈະຮູ້ພາຍຫລັງແລ້ວ ເຂົາກໍ່ຈະບໍ່ເຂົ້າມາເຮັດທຸລະກິດນຳທ່ານອີກ.

8.  ຢ່າລືມ ກ່າວຄຳວ່າ “ຂອບໃຈ” – ການກ່າວຄຳວ່າ “ຂອບໃຈ” ໃນທຸກໆໂອກາດ ຈະເຮັດໃຫ້ລູກ ຄ້າຂອງທ່ານ ຮູ້ສຶກດີໃຈ ແລະ ມີຄຸນຄ່າຕໍ່ກັບທ່ານ. ມັນເປັນຄຳງ່າຍໆທີ່ທ່ານເຮັດໄດ້ ແລະ ເປັນສິ່ງທີ່ລູກຄ້າບໍ່ຕ້ອງການແຕ່ມັນຈຳເປັນຫຼາຍ ໃນການສ້າງສາຍພົວພັນທຸລະກິດແບບມິດຕະພາບ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.