Norkhame
ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່ ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່
ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປື້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງ ການຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່. ຂ້າພະເຈົ້າຮູ້ສຶກນ້ອຍໃຈຕັ້ງແຕ່ຕອນບໍ່ທັນມີລູກແລ້ວ. ສິ່ງນັ້ນກໍ່ຄືວ່າ ຈະບໍ່ເປັນທີ່ຮັກຂອງລູກໆຫຼາຍເທົ່າກັບລູກຮັກແມ່. ນັບແຕ່ວັນທຳອິດ ແມ່ໄດ້ສົ່ງອາຫານ ແລະ ຖອດສານພິດຂອງລູກ ໃນແຕ່ລະວັນ. ນີ້ອາດເປັນສາເຫດຫຼັກໆທີ່ເຮັດໃຫ້ແມ່ ໄດ້ປຽບທີ່ຈະກາຍເປັນທີ່ຮັກ ຂອງ... ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່

ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປື້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງ ການຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່. ຂ້າພະເຈົ້າຮູ້ສຶກນ້ອຍໃຈຕັ້ງແຕ່ຕອນບໍ່ທັນມີລູກແລ້ວ. ສິ່ງນັ້ນກໍ່ຄືວ່າ ຈະບໍ່ເປັນທີ່ຮັກຂອງລູກໆຫຼາຍເທົ່າກັບລູກຮັກແມ່. ນັບແຕ່ວັນທຳອິດ ແມ່ໄດ້ສົ່ງອາຫານ ແລະ ຖອດສານພິດຂອງລູກ ໃນແຕ່ລະວັນ. ນີ້ອາດເປັນສາເຫດຫຼັກໆທີ່ເຮັດໃຫ້ແມ່ ໄດ້ປຽບທີ່ຈະກາຍເປັນທີ່ຮັກ ຂອງ ລູກໆຫຼາຍຄົນ. ນອກນັ້ນຍັງໄດ້ເຫັນຫຼາຍສາເຫດທີ່ເຮັດໃຫ້ພໍ່ຕີຕົວອອກຫ່າງຈາກລູກ ແລະ ສິ່ງນີ້ເຮັດ ໃຫ້ລູກໆຂາດຄວາມຮັກຍ້ອນບໍ່ໄດ້ໃກ້ ຊິດຕິດແທດ. ສາເຫດທີ່ເຮັດໃຫ້ພໍ່ສ່ວນໃຫຍ່ບໍ່ສາມາດໃຫ້ຊິດ ແລະ ສະແດງຄວາມຮັກກັບລູກໆສ່ວນໃຫຍ່ກໍ່ມາຈາະສະພາບການເງິນ, ຄວາມບໍ່ລຳໄລ, ແລະ ບໍ່ເຫັນຄວາມສຳຄັນຂອງຄວາມເປັນພໍ່.

  1. ກັງວົນເລື່ອງເງິນລ້ຽງຄອບຄົວ

ພໍ່, ໃນນາມຫົວໜ້າຄອບຄົວແລ້ວ ຈະຖືກຈັບຕາໃນການເປັນຫຼັກໃຫ້ຄອບຄົວ. ນັບແຕ່ກ່ອນແຕ່ງດອງ ອາຊີບຂອງຜູ້ຊາຍມັກ ຈະຖືກພິຈາລະ ນາວ່າຈະລ້ຽງຄອບຄົວໄດ້ບໍ່ໃນສາຍຕາຄອບຄົວຍິງ. ພໍ່ຈິ່ງກາຍເປັນກົນຈັກຫາ ເງິນມາຄຳ້ຈຸນຄອບຄົວ. ໃນບາງວັດຖະນະທຳ ເຊັ່ນ: ຍີ່ປຸ່ນ, ຜູ້ຍິງຈະເຝົ້າບ້ານ ແລະ ເບິ່ງແຍງ ເຮືອນຊານ ເປັນສ່ວນໃຫຍ່. ຜູ້ຊາຍຈະເປັນດັ່ງທະນາຄານ ຫຼື ຕູ້ກົດເງິນໃຫ້ຄອບຄົວກໍ່ວ່າໄດ້. ດັ່ງນັ້ນ, ພໍ່ຈະມີຄວາມກົດ ດັນເລື່ອງເງິນ ແລະ ຖານະການເງິນຂອງຄອບຄົວ ເພາະຕ້ອງໄດ້ຈ່າຍຄ່ານຳ້, ຄ່າໄຟຟ້າ, ຄ່າໂຮງຮຽນ ແລະ ສະລະພັດຄ່າ ໃນແຕ່ລະເດືອນ. ພໍ່ບາງຄົນເຮັດວຽກ ສອງ-ສາມຢ່າງເພື່ອໃຫ້ໄດ້ເງິນມາຊື້ນົມໃຫ້ລູກ ແລະ ຄ່າໂຮງຮຽນ ດັງໆ ຫຼື ຈ້າງອາຈານເກັ່ງໆມາ ສອນລູກ. ແນ່ນອນເຮັດວຽກຫຼາຍ ເວລາຈະຢູ່ກັບຄອບຄົວນັ້ນຍິງໜ້ອຍ ຫຼາຍ ແລະ ຈຸດນີ້ເປັນສາເຫດໃຫ້ພໍ່ຂາດຄວາມໃກ້ຊິດ ແລະ ສ້າງ ຄວາມເຂົ້າໃຈຮ່ວມກັບຊີວິດລູກທີ່ເກີດມາ.

  1. ບໍ່ເຫັນຄວາມສຳຄັນຂອງຄວາມເປັນພໍ່

ບິດາ ມັກຈະຄິດວ່າ: ວຽກຄອບຄົວ ໂດຍສະເພາະການເບິ່ງແຍງລູກເຕົ້າ ເປັນວຽກຂອງແມ່. ຄວາມເຊື່ອ ດັ່ງກ່າວເຮັດໃຫ້ຕົນເອງ ບໍ່ເຫັນບົດ ບາດຄວາມສຳຄັນຂອງການເປັນພໍ່. ອາດຈະຍ້ອນວ່າ ລູກອາໃສໃນທ້ອງ ແມ່ແຕ່ມື້ທຳອິດແລ້ວ ແລະ ອອກມາກໍ່ຈະຕ້ອງເປັນໜ້າທີ່ຂອງແມ່ ຢູ່ດີ. ໂດຍສະເພາະ ເພດຊາຍມັກຈະບໍ່ ຄ່ອຍເປັນຄົນທີ່ນຸ້ມນວນ ແລະ ອາດຈະບໍ່ຢາກເຂົ້າໄປມີສ່ວນຮ່ວມ ກັບການລ້ຽງດູໃນຕອນຍັງນ້ອຍ ເຊິ່ງ ເຮັດໃຫ້ແມ່ມັກຈະໄດ້ໂອກາດໃນການສະແດງຄວາມໃສ່ໃຈ ແລະ ເຂົ້າໃຈລັກສະນະພິເສດ ຂອງແຕ່ລູກລະຄົນ. ພໍ່ບາງຄົນຫັວງຫຼີ້ນກິລາ ຫຼື ເຂົ້າງານແຕ່ງງານຂອງລູກຖືວ່າ ເປັນສິ່ງທີ່ຕົນເອງຈະເຮັດ ເຊິ່ງໃນຄວາມເປັນຈິງແລ້ວໜ້ອຍຫຼາຍ. ລູກຫຼາຍໆຄົນອາດບໍ່ມັກຫຼີ້ນກິລາ ຄືກັນກັບຕົນເອງ ສະນັ້ນຍິງເປັນການ ຕີຕົວອອກຫ່າງໄປອີກ ຫຼື ຄົນຍຸກໄໝ່ແຕ່ງງານຊ້າຫຼາຍ ເຊິ່ງເຮັດໃຫ້ພໍ່ຫຼາຍໆຄົນອາດບໍ່ໄດ້ເປັນເຈົ້າພາບ ງານ. ຄວາມໃກ້ຊິດສ້າງຄວາມຄຸນເຄີຍ ແລະ ຮຽນຮູ້ນິດໃສໃຈຄໍ ສິ່ງໃດລູກມັກ-ບໍ່ມັກ. ຖ້າທ່ານເລື່ອນໂອ ກາດການປະຕິບັດໜ້າທີ່ເປັນພໍ່ແລ້ວ ທ່ານອາດບໍ່ມີໂອກາດໃກ້ຊິກລູກເລີຍ.

  1. ຜູ້ເປັນພໍ່ບໍ່ມັກລຳລິລຳໄລ

ຜູ້ຊາຍສ່ວນໃຫຍ່ຈະຫຍຸ້ງກັບວຽກປະຈຳວັນ. ຫຼາຍຄົນອອກເຮັດວຽກນອກບ້ານແຕ່ເຊົ້າເທົ່າຄຳ ແລະ ເວລາກັບບ້ານກໍ່ເມື່ອຍ ແລະ ບໍ່ມັກທີ່ ຈະຕາມໃຈເດັກນ້ອຍເກີດໄໝ່ທີ່ອາດຈະມີອາການເຈັບປ່ວຍ ຫຼື ມັກແອ່ວ. ໂດຍສະເພາະຄົນທີ່ ທີ່ເປັນພໍ່ໄໝ່ ອາດຈະຍັງມີຄວາມຕ້ອງການ ຊີວິດສ່ວນຕົວ ເຊັ່ນການສັງສັນ ແລະ ອອກສັງຄົມກັບເພື່ອນຝູງນອກໂມ. ສິ່ງນີ້ເຮັດໃຫ້ຂາດໂອກາດການຮຽນຮູ້ໃຊ້ຊີວິດກັບລູກໆ ແລະ ເມື່ອລູກໆໃຫຍ່ຂື້ນມາ ກໍ່ຈະຂາດໂອກາດໃນການເຂົ້າໃຈ ແລະ ຮຽນຮູ້ພຶດຕິກຳຂອງລູກນັບແຕ່ຍັງນ້ອຍ. ການເປັນພໍ່ເປັນການຮຽນຮູ້ຄວາມ ອົດທົນຫຼາຍຂື້ນ, ເປັນຜູ້ໃຫ້, ຮັກຫຼາຍຂື້ນ, ເພື່ອແຜ່ ແລະ ໃຫ້ອະໄພ ຫຼາຍກວ່າທີ່ທ່ານສາມາດເປັນໄດ້.

ຈາກສາມຈຸດນັ້ນ ເປັນໂອກາດເຮັດໃຫ້ພໍ່ຫ່າງເຫີນຈາກລູກໆ. ຖ້າຫາກແມ່ບໍ່ເປັນຫຼັກຕົວຫຼັກທີ່ແຂງແກ່ນໃນ ການເຕົ້າໂຮມ ແລະ ສິດສອນ ລູກໆແລ້ວ ກໍ່ຈະເຮັດໃຫ້ລູກນັ້ນ ຫັນໄປຕິດໜູ່ ແລະ ໄພສັງຄົມທີ່ບໍ່ດີ. ຈົນອາດສ້າງຄວາມເຊື່ອມເສຍໃຫ້ແກ່ຄອບຄົວ, ສັງຄົມ ແລະ ວັດຖະ ນະທຳ. ທີ່ຈິງແລ້ວຄອບຄົວຕ້ອງການພໍ່ໃນການສິດສອນຄວາມເປັນມະນຸດ ແລະ ຄຸນຄ່າຂອງພໍ່ນັ້ນເຫຼືອພັນລະນາ. ການສະແດງຄວາມຮັກ, ໃຫ້ຄວາມໃກ້ຊິດເປັນສິ່ງທີ່ມີຄ່າຫຼາຍກວ່າວັດຖຸ ແລະ ເປັນສິ່ງທີ່ສ້າງຄວາມຜູກພັນພໍ່-ລູກທີ່ດີທີ່ສຸດ.​

ແນ່ນອນສິ່ງທີ່ກ່າວມານັ້ນເປັນພຽງສ່ວນໜຶ່ງ. ທ່ານຄິດວ່າແນວໃດ? ລະຫວ່າງປະສົບການ ແລະ ການສັງເກດຈາກສັງຄົມຄົວຈິງ. ທ່ານເຫັນຄືກັນບໍ່ວ່າຄົນສ່ວນໃຫຍ່ຈະຮັກແມ່ຫຼາຍກວ່າພໍ່?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.